ນໍ້າຂອງກໍາລັງຂື້ນ

ຣະດັບນໍ້າ ໃນແມ່ນໍ້າຂອງ ສູງຂຶ້ນ ແຕ່ກົມ ອຸຕຸນິຍົມ ເຊື່ອວ່າ ຈະບໍ່ສົ່ງຜົນ ກະທົບ ທີ່ຮຸນແຮງ.
ໂພໄຊສວັດ
2012-08-07
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌
F-mekong2012
ຣະດັບນໍ້າຂອງ ໃນນະຄອນຫຼວງວຽງຈັນ ເດືອນສິງຫາ 2012
RFA/Phouvong

ປັດຈຸບັນ ຣະດັບນໍ້າ ໃນແມ່ນໍ້າຂອງ ກໍາລັງເພີ້ມຂຶ້ນ ເລື້ອຍໆ ຍ້ອນວ່າຝົນ ຕົກໜັກ ເມື່ອສັປດາ ທີ່ຜ່ານມາ ແຕ່ທາງ ກົມອຸຕຸນິຍົມວິທຍາ ໄດ້ພຍາກອນວ່າ ຈະບໍ່ສົ່ງຜົນ ກະທົບທີ່ ຮຸນແຮງ ຫຼືສ້າງ ຄວາມເສັຍຫາຍ ຄືປີກາຍນີ້ ຍ້ອນວ່າ ຣະດັບນໍ້າ ປັດຈຸບັນ ຍັງຢູ່ປານກາງ. ດັ່ງທ່ານວັນດີ ດວງມາລາ ຫົວໜ້າຜແນກ ພຍາກອນອາກາດ ແລະ ອຸຕຸການບິນ ກົມອຸຕຸນິຍົມ ແລະ ອຸທົກກະສາດ ເວົ້າວ່າ:

"ການໄຫລຂອງນໍ້າ ຈະໄວ ກໍຂຶ້ນສູງສົມຄວນຢູ່ ແຕ່ວ່າ ເຂົາຍັງບໍ່ທັນ ກະທົບຫລາຍ ເພາະວ່າ ທາງກາງຫາ ທາງໃຕ້ ກໍຍັງຢູ່ ຣະດັບຕໍ່າ ຢູ່ເນາະ ພວກເຮົາ ກໍກໍາລັງຕິດຕາມ ເບິ່ງຢູ່ເນາະ ພາຍຸ ພາຍຸກໍມີຢູ່ ແຕ່ວາເກີດຂຶ້ນ ຢູ່ທະເລຈີນໃຕ້ ມະຫາສະມຸດ ແປຊີຝິກ ແຕ່ມັນກໍມີ ທ່າອ່ຽງ ແຕ່ວ່າທ່າອ່ຽງ ຂອງມັນເຈີດຂຶ້ນ ເໜືອເນ໋າະ ສ່ວນຫລາຍ ເຂົ້າທາງຈີນ ຈີນໃຕ້ເນ໋າະ ບໍ່ເຂົ້າສູ່ທາງ ຂົງເຂດ ມາເບິ່ງທ່າອ່ຽງ ຂອງຝົນ ຊິບໍ່ມີຫລາຍ".

ຣາຍງານສະພາບ ອາກາດ ຫລ່າສຸດວ່າ ພາຍຸເສົາຫລາ ແລະ ດອມເຣ ປັດຈຸບັນ ໄດ້ພັດຂຶ້ນໄປ ທາງເໜືອຂອງລາວ ແລະເຂົ້າສູ່ພາກໃຕ້ ຂອງຈີນ ຈຶ່ງເຮັດໃຫ້ເກີດ ຝົນຕົກໜັກ ຢູ່ຈີນ ສ່ວນຢູ່ລາວ ກໍມີຝົນປານກາງ.

ສໍາລັບຣະດັບນໍ້າ ໃນແມ່ນໍ້າຂອງ ກໍຕ້ອງໄດ້ເຝົ້າ ລະວັງ ເປັນພິເສດ ຍ້ອນວ່າ ຣະດັບນໍ້າ ໃນບໍລິເວນ ແຂວງບໍ່ແກ້ວ ມີເພີ້ມສູງຂຶ້ນ ຢູ່ໃນຣະດັບ 6 ແມັດ 80 ຈາກ ຣະດັບຕາລິ່ງ 12 ແມັດ ຊຶ່ງໃນ ອາທິດກ່ອນ ສູງຂຶ້ນຮອດ 8 ແມັດ ຈົນລົ້ນເຂົ້າ ຖ້ວມໄຮ່ນາ ຮົ້ວສວນ ຂອງຊາວບ້ານ ທີ່ຢູ່ບໍໄກ ຈາກແຄມຝັ່ງ. ສໍາລັບຣະດັບນໍ້າ ໃນແມ່ນໍ້ຂອງ ຢູ່ ນະຄອນຫລວງ ວຽງຈັນ ຢູ່ໃນຣະດັບ 11 ແມັດ ຈາກລະດັບຕາລິ່ງ 12 ແມັດ, ຊຶ່ງຕ້ອງໄດ້ ກະຕຣຽມ ລະມັດລະວັງ ຕລອດເວລາ.

ທາງກົມ ອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ເຕືອນໃຫ້ ປະຊາຊົນ ທີ່ອາສັຍຢູ່ໃກ້ ແຄມຝັ່ງ ແມ່ນໍ້າຂອງ ຕິດຕາມ ຟັງການ ພຍາກອນອາກາດ ຢ່າງໃກ້ຊິດ ເພື່ອຕຣຽມພ້ອມ ຮັບມືກັບ ຜົນກະທົບ ທີ່ອາດຈະເກີດຂຶ້ນ ຈາກພາຍຸຝົນ ແລະ ນໍ້າທີ່ອາດຈະຖ້ວມ ໃນລະດູຝົນນີ້.