ເຈົ້າຂອງສວນຢາງ ກຸ່ມລ້ຽງສັດຂັດແຍ່ງກັນ

ຊາວກະສີກອນ ລ້ຽງສັດ ທີ່ແຂວງ ຜົ້ງສາລີ ຕ້ອງມີຄວາມ ຂັດແຍ່ງ ກັບເຈົ້າຂອງ ສວນ ຢາງພາລາ ຊາວຈີນ.
ສິດນີ
2012-06-27
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌

ເຈົ້າຫນ້າທີ່ ແຂວງ ຜົ້ງສາລີ ທ່ານນື່ງ ເວົ້າວ່າ ປັດຈຸບັນໄດ້ ເກີດບັນຫາ ຣະຫວ່າງ ຊາວກະສີກອນ ລ້ຽງງົວຄວາຍ ທີ່ແຂວງ ຜົ້ງສາລີ ກັບເຈົ້າຂອງ ສວນຢາງພາລາ ຊາວຈີນ ເນື່ອງຈາກວ່າ ງົວຄວາຍ ທີ່ເຂົາລ້ຽງ ໄດ້ເຂົ້າໄປ ກີນຕົ້ນ ຢາງພາລາ ອ່ອນ ເສັຽຫາຍຫມົດ ເພາະສວນ ຢາງພາລາ ສ່ວນໃຫຍ່ ບໍ່ໄດ້ລ້ອມຮົ້ວ ງົວຄວາຍ ກໍເຂົ້າໄປ ໄດ້ງ່າຍ. ເຈົ້າຂອງສວນຢາງ ຈື່ງຮຽກ ຄ່າເສັຽຫາຍ ຈາກຊາວບ້ານ. ທ່ານກ່າວວ່າ:

"ໄປກິນກົກຢາງ ຕົ້ນນື່ງ ຂະເຈົ້າປູກ 3 ປີ ເຂົາກໍໄລ່ ກົກນື່ງ 3 ແສນ ປູກໄດ້ຈັກປີ ເຂົາກໍໄລ່ ຕາມນັ້ນ ປີລະແສນ ເຂົາໄລ່ຫັ້ນ ບາດນີ້ຄັນວ່າສັດ ເຂົ້າໄປກີນ ມັນກໍ ຈະທຳລາຍ ຫລາຍຕົ້ນ ເຂົາກໍໄດ້ຂາຍ ມາໃຊ້ຫນີ້ເນາະ ແນ່ນອນ ກໍຣະນີ ວ່າຫາກເຈົ້າຂອງ ສັດໃຊ້ບໍ່ໄດ້ ຕາມເຈົ້າຂອງສວນ ຢາງພາລາ ຕ້ອງການ ມັນກໍເກີດ ຄວາມຂັດແຍ່ງ ກັນຂື້ນ".

ເຈົ້າຫນ້າທີ່ ກ່າວຕໍ່ໄປວ່າ ເນື່ອງຈາກ ຜູ້ລ້ຽງ ງົວຄວາຍ ສ່ວນໃຫຍ່ ເປັນຊາວ ກະສີກອນ ຜູ້ທຸກຍາກ ຫາເຊົ້າກີນຄ່ຳ ຈື່ງບໍ່ມີເງີນ ຈ່າຍຄ່າເສັຽຫາຍ ໃຫ້ເຈົ້າຂອງ ສວນຢາງໄດ້ ຈື່ງ ເກີດບັນຫາ ກັນຂື້ນ. ໃນທີ່ສຸດ ທາງການແຂວງ ກໍເຂົ້າໄປ ໄກ່ເກັ່ຽບັນຫາ ຈື່ງຕົກລົງ ກັນໄດ້ຄື: ໃຫ້ຜູ້ລ້ຽງສັດ ຈ່າຍເທົ່າທີ່ມີ ແລະ ຕໍ່ນີ້ໄປ ໃຫ້ຜູກງົວຄວາຍ ບໍ່ໃຫ້ປ່ອຍໄປ ຕາມລຳພັງ ອີກຕໍ່ໄປ.

ບັນຫາດັ່ງກ່າວ ເກີດຂື້ນເລື້ອຍໆ ເພາະພື້ນທີ່ ປູກຢາງພາລາ ສ່ວນໃຫຍ່ ແຕ່ກ່ອນເຄີຍເປັນ ບ່ອນກີນຫຍ້າ ຂອງສັດ ທາງຫ້ອງການ ປະສຸສັດ ປະຈຳແຂວງ ຈື່ງໄດ້ເຕຶອນ ຊາວ ກະສີກອນ ລ້ຽງສັດ ໃຫ້ຍ້າຍສັດລ້ຽງ ຂອງຂະເຈົ້າ ໄປເຂດອື່ນ ແລະ ຫລາຍຄົນ ກໍຍອມ ປະຕິບັດ ຕາມ.

ຄໍາເຫັນ (3)
  • ພິມ
  • ໃຊ້ຮ່ວມກັນ
  • ອີແມວລ໌

Sith

ຈາກ Vientiane

ໜ້າຈະເບິ່ງໃນສອງດ້ານດ ເພາະສວນຢາງກໍ່ບໍ່ໄດ້ລ້ອມຮົ້ວ. ທ້ອງຖິ່ນດັ່ງກ່າວກໍເປັນພື້ນທີ່ທຳມາຫາກິນຂອງປະຊາຊົນທີ່ເຄີຍປ່ອຍສັດລ້ຽງໃນແຖວໆນັ້ນ ຊິໃຫ້ເຈົ້າຂອງສັດຮັບໃຊ້ພຽງຝ່າຍດຽວກໍ່ບໍ່ຖືກ. ຖ້ານັກລົງທືນຊາວຈີນບໍ່ສາມາດຊື້ໜາມໝາກຈັບມາເຮັດຮົ້ວແລ້ວ. ຊິມາລົງທືນຕ່າງຊາດເຮັດຫຍັງ

Jul 01, 2012 08:43 PM

ຊົນຊາຕລາວ

ຈາກ ຊຳເຫນືອ

ຜືນແຜ່ນດິນແຫ່ງນີ້ເປັນຂອງພວກໄດກັນແທ້, ເຈົ້າຂອງສວນຢາງແລະກຸ່ມຄົນລ້ຽງສັຕ, ພວກໄດມາຕັ້ງຖິ່ນຖານກ່ອນກັນແທ້? ເມື່ອເຫັນບັນຫາດັ່ງກ່າວນີ້ເກີດຂຶ້ນ ຈຶ່ງສັນນິຖານໄດ້ວ່າ:ສປປລ ກ້າວເດີນກາຍໂລກາພິວັດແທ້ໆ, ບໍ່ວ່າໄຜໆ ໃນຊີວິດປະຈຳວັນໄຜໆກໍ່ຕ້ອງການຄວາມສຸກຂ໌ ອັນປະກອບດ້ວຍຄວາມສະດວກ ຮອບດ້ານຕາມຍະຖາກັມຕົນເອງ,ບໍ່ມີຄຳຕອບກໍ່ຮູ້ດີຢູ່ແລ້ວວ່າ:ຈະລົງເອີຍແບບໄດ,ຈຶ່ງຂໍສະແດງຄວາມເສັຍໃຈ ນຳພວກທີ່ໄດ້ຮັບກັມມາພ້ອມນີ້ດ້ວຍ,ເຄີຍມີຫົນທາງ ແລະ ແສງສະຫວ່າງ ແຕ່ເມກໝອກບົດບັງຕາ, ແບບບໍ່ເຄີຍຄາດຄະເນຈະເກີດຂຶ້ນໄດ້ ແຕ່ມັນກໍ່ເປັນໄປແລ້ວ.

Jun 30, 2012 10:41 AM

laotian

ຈາກ laos

chiese out laos ,this land is my father land,u had sip song panhna,why need lanexang,get out from my land...

Jun 28, 2012 06:30 PM