ເກືອກາລີເຮັດໃຫ້ ນໍ້າຫ້ວຍຫວາຍເປື້ອນ

ການທົດລອງ ຂຸດຄົ້ນ ເກືອກາລີ ໃນແຂວງ ຄໍາມ່ວນ ເຮັດໃຫ້ ເກືອ ບາງສ່ວນ ຮົ່ວໄຫລ ລົງສູ່ ແມ່ນໍ້າ.
ໂພໄຊສວັດ
2012-06-27
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌

ການຂຸດຄົ້ນ ເກືອກາລີ ໃນຂັ້ນ ທົດລອງ ຂອງ ບໍຣິສັດ ຊີໂນອາກີຣ ຂອງຈີນ ຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ ມາຮອດ ປັດຈຸບັນ ໄດ້ກໍ່ໃຫ້ເກີດ ບັນຫາ ເຣື່ອງນໍ້າເກືອ ໄດ້ໄຫລລົງໃສ່ ແມ່ນໍ້າ ຫ້ວຍຫວາຍ ແລະ ມີບັນຫາຕໍ່ ສະພາບດິນ. ດັ່ງເຈົ້າໜ້າທີ່ ຜແນກ ບໍ່ແຮ່ ແຂວງຄໍາມ່ວນ ເວົ້າວ່າ:

"ມີບັນຫາ ໜ້ອຍນຶ່ງ ເວລາ ນໍ້າໃຕ້ດິນ ອອກມາຊ່ວງແລ້ງ ມັນມີການເກັບ ບໍ່ດີປານໃດ ຝົນຕົກມາ ມັນຈະລະລາຍ ໄປໜ້ອຍນຶ່ງ ມັນໄຫລລົງ ຮ່ອງນໍ້າ ນໍ້າມັນເຄັມ ເກີນມາຕຖານ ເລີຍເຮັດໃຫ້ປາ ຈໍານວນນຶ່ງ ທີ່ມັນຂຶ້ນມາໃໝ່ ຈາກນັ້ນຝົນຕົກ ມັນຂຶ້ນມາ ໄຂ່ຕາຍ".

ເຈົ້າໜ້າທີ່ ເວົ້າອີກວ່າ ຕໍ່ບັນຫາ ທີ່ໄດ້ເກີດ ຂຶ້ນນັ້ນ ທາງໜ່ວຍງານ ກ່ຽວຂ້ອງ ກໍໄດ້ ໄປໂອ້ລົມ ກັບເຈົ້າຂອງ ໂຄງການ ເພື່ອຫາທາງ ແກ້ໄຂ ບໍ່ໃຫ້ກາກເກືອເຟືອດ ໃສ່ໜ້າດິນ ແລະບໍ່ໃຫ້ນໍ້າເກືອ ໄຫລລົງໃສ່ ນໍ້າຫ້ວຍ. ຕໍ່ມາທາງ ບໍຣິສັດ ກໍໄດ້ ດັດແປງ ແກ້ໄຂ ລະບົບ ການສະກັດ ເກືອແລ້ວ ໂດຍໃຊ້ວິທີ ການໝຸນວຽນ ຂອງນໍ້າ ສ່ວນຊາກ ກາກເກືອ ກໍຈະອັດແໜ້ນລົງ ກັບພື້ນດິນຄືນ.

ບໍຣິສັດ ໄດ້ເລີ້ມທົດລອງ ຂຸດຊອກຫາ ເກືອກາລີ ມາຕັ້ງແຕ່ ຕົ້ນປີ 2012 ໃນເວລາ ດຽວກັນກໍໄດ້ ກວດຄົ້ນຫາ ບັນຫາຕ່າງໆ ທີ່ອາດຈະ ເກີດຂຶ້ນ ລະຫວ່າງ ການຂຸດຄົ້ນ ແລະ ຊອກຫາ ທາງແກ້ໄຂ ກ່ອນທີ່ຈະເລີ້ມ ການຜລິດໂຕຈິງ. ດັ່ງເຈົ້າໜ້າທີ່ ເວົ້າວ່າ:

"ໂຮງງານ ຂະເຈົ້າ ກໍາລັງທົດລອງ ການຜລິດ ຢູ່ພາຍໃນ ທ້າຍໆປີ ກໍຈະສົມບູນ ແລ້ວ ທົດລອງ ກໍອີກ 5-6 ເດືອນ ນີ້ແຫລ໋ະ ເຮົາຈະທົດລອງ ເບິ່ງເຄື່ອງຈັກ ຂະເຈົ້າ ສອງມາ ທົດລອງ ຂະບວນການ ເຄື່ອງຈັກ ຂະເຈົ້າ".

ເກືອກາລີ ຈະນໍາໄປໃຊ້ ໃນການ ເຮັດເປັນປຸ໋ຍ ຢູເຣັຍ ແລະ ປຸ໋ຍເຄມີ ທີ່ໃຊ້ໃນ ການກະເສຕ ໂດຍສະເພາະ ໃນການສົ່ງເສີມ ໃຫ້ຕົ້ນໄມ້ ກະສິກັມ ປົ່ງເຕີບໃຫຍ່ ໄວຂື້ນ.

ຄໍາເຫັນ (1)
  • ພິມ
  • ໃຊ້ຮ່ວມກັນ
  • ອີແມວລ໌

ອ້ອມ

ຈາກ ຊຽງຫວາງ

ລ້ວນແລ້ວແຕ່ແມ່ນພວກອະນຸມັດໃຫ້ມີໂຄງການ,ພ້ອມດ້ວຍພວກນາຍທຶນສແວງຫາຜົລປະໂຍຊນ໌ສ່ວນຕົນນັ້ນແລ້ວ,ເຮັດໃຫ້ນ້ຳຫ້ວຍຫວາຍເປື້ອນເປິຮອບດ້ານ,ພວກດັ່ງກ່າວທັງໝົດນີ້ທຳລາຍທັມມະຊາຕ,ທຳລາຍຊາຕ ແລະ ທຳລາຍປະຊາຊົນໃນຮອບດ້ານແບບສັນດານພະຍາມານ, ຂາດຄວາມສຳນຶກຂອງຮ່ວມຄິດ,ຮ່ວມສ້າງ,ຮ່ວມສາມັກຄີ ເພື່ອສ້າງສັງຄົມໃຫ້ກ້າວຫນ້າ,ປະຊາຊົນມີຄວາມສຸຂແລະຊາຕ ມີຄວາມຈະເລີນ,ພວກເຂົາຮູ້ແຕ່ການທຳລາຍສິ່ງດຽວ, ຂັງຢູ່ໃນສະໝອງອັນສົກກະປົກ,ຮົກເຮື້ອເທົ່ານັ້ນຕລອດເວລາ.

Jul 01, 2012 08:44 AM