ຊາວວຽດນາມພັດຖິ່ນ ແລະວຽດນາມປັຈຈຸບັນ

ສະຖານະພາບ ຄວາມສັມພັນ ຂອງ ຊາວວຽດນາມ ພັດຖິ່ນ ກັບ ປະເທດ ວຽດນາມ ຈະຖືກ ກວດກາ ຄືນ.
ໂພໄຊສວັດ
2012-09-11
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌

ການເຊື່ອມ ສັມພັນຊຸມຊົນ ຊາວວຽດນາມ ໃນຕ່າງປະເທດ ກັບບ້ານເກີດ ເມືອງນອນ ຈະໄດ້ຮັບການ ກວດກາຄືນ ໃນກອງປະຊຸມ ທີ່ຈະຈັດຂຶ້ນຢູ່ ໂຮຈິມິນຊີຕີ ໃນທ້າຍເດືອນ ນີ້.

ຜູ້ຕາງໜ້າ ຂອງຊາວວຽດນາມ ພັດຖິ່ນ ປະມານ 1,000 ຄົນ ຈະເຂົ້າຮ່ວມ ກອງປະຊຸມ ທີ່ໃສ່ຊື່ວ່າ “ນິສັຍທັດ ສໍາລັບປີ 2020 ຂອງຊາວວຽດນາມ ໃນ ຕ່າງປະເທດ ກັບບ້ານເກີດ ເມືອງນອນ”.

ຮອງຣັຖມົນຕຣີ ກະຊວງການ ຕ່າງປະເທດ ວຽດນາມ ທ່ານ Nguyen Thanh Son ຊຶ່ງເປັນປະທານ ຄນະກັມມະການ ຊາວວຽດນາມ ໃນຕ່າງປະເທດ ໄດ້ກ່າວຕໍ່ ສື່ມວລຊົນ ວ່າ ກອງປະຊຸມ ຈະຮື້ຟື້ນ ກວດກາຄືນ ໃນການພັທາ ຂອງຊຸມຊົນ ຊາວວຽດນາມ ໃນຕ່າງປະເທດ ເພື່ອໃຫ້ ນະໂຍບາຍ ຂອງຣັຖບານ ສອດຄ່ອງ ກັບຜົນຂອງ ກອງປະຊຸມ ຄັ້ງທໍາອິດ ໃນປີ 2009.

ຜົນ ຂອງກອງປະຊຸມ ເທື່ອນີ້ ຍັງຈະເຮັດໃຫ້ ຣັຖບານສາມາດ ເກັບກໍາທ້ອນໂຮມ ເອົາຄວາມຄິດ ຄວາມເຫັນ ກ່ຽວກັບ ວ່າຈະໃຊ້ຝີມື ແລະ ວິຊາການ ຂອງ ຊາວວຽດນາມ ໃນຕ່າງປະເທດ ເພື່ອສ້າງປະໂຫຍດ ໃຫ້ ອຸດສາຫະກັມ ພາຍໃນປະເທດ ແລະ ເຮັດໃຫ້ ປະເທດຊາດ ທັນສໄມຂຶ້ນ ໄດ້ຢ່າງໃດ໋?

ກອງປະຊຸມ ມີກໍານົດເປີດຂຶ້ນ ໃນມືວັນທີ 27 ກັນຍາ 2012 ຈະສົນທະນາ 4 ປະເດັນຫລັກ: ອະນາຄົດ ຂອງຊຸມຊົນ ການເຊື່ອມເຂົ້າກັນ ທາງເສຖກິຈ ແລະບັນຫາ ການຂຍາຍໂຕ ວັທນະທັມ ຮີດຄອງປະເພນີ ຂອງຊາດ ແລະ ແຮງກະຕຸ້ນ ເພື່ອໃຫ້ຊຸມຊົນ ມີຄວາມ ສາມັກຄີ ກັນ.

ຄໍາເຫັນ (3)
  • ພິມ
  • ໃຊ້ຮ່ວມກັນ
  • ອີແມວລ໌

ລາວວຽດ

ຈາກ ບ້ານແມ່ທວດ

ວຽດນາມພັດຖິ່ນແມ່ນພວກວຽດນາມເສຣີ ນິຍົມປະຊາທິປະໄຕ ແລະ ວຽດນາມປັຈຈຸບັນ ແມ່ນວຽດກົງ ນິຍົມຄອມມູຍນິຕ ເຊື່ອຟັງ ການຊີ້ນຳຈາກພັກ ຄຸ້ມຄອງໂດຍຣັຖ ທຸກປະການ.

Sep 18, 2012 10:33 AM

(

ເຫັນດີເດີ

Sep 17, 2012 12:03 PM

ທ. ທຳມະວົງ ພິພັດເສລີ

ຈາກ ນະຄອນຫລວງວຽງຈັນ

ຄິດສະເລັ່ຽແຕ່ລະບ້ານມີຄົນຈີນຕ່ຳສຸດ 30 ຄົນ ຄົນຫວຽດນາມອີກ ຕ່ຳສຸດ35 ຄົນ ຄົນລາວເຮົາກໍ່ໄດ້ແຕ່ຈົ່ມແຕ່ບໍ່ຮູ້ທາງແກ້ ຂ້າພະເຈົ້າກໍ່ຄິດຢູ່ວ່າອີກ 100 ປີ ຢ້ານຊາດລາວເຮົາຈະມີຢູ່ບໍ່?

Sep 12, 2012 10:27 AM