ເຈົ້າຫນ້າທີ່ ບໍ່ແຮ່ ທີ່ແຂວງ ໄຊຍະບູຣີ ທ່ານນື່ງ ເວົ້າວ່າ ໃນປັດຈຸບັນ ບໍຣິສັດ ວຽດນາມ ກຳລັງຍື່ນ ເອກສານ ຂໍອະນຸຍາດ ຈາກຣັຖບານ ເພື່ອສ້າງໂຮງງານ ສະກັດແຮ່ຄຳ ພາຍຫຼັງ ທີ່ໄດ້ສຳຣວດ ມາແຕ່ ປີ 2007 ຊື່ງເຈົ້າຫນ້າທີ່ ລາວເວົ້າວ່າ ບໍ່ແມ່ນ ໂຄງການໃຫມ່ ເພາະໄດ້ສຳຣວດ ມາດົນແລ້ວ ບໍຣິສັດ ດັ່ງກ່າວ ຈະທຳການ ຂຸດຄົ້ນ ໃນພື້ນທີ່ 2 ກິໂລແມັດ ກ່ອນ. ດັ່ງທ່ານກ່າວວ່າ:
"ເປັນບໍຣິສັດ ທີ່ເຂົາໄປສັນຍາ ໃນປີ 2007 ໂນ່ນ ມັນກໍໄດ້ 5-6-7 ປີແລ້ວ ບໍຣີສັດ ເປັນຂອງ ສສ ວຽດນາມ ໃຊ້ເຄື່ອງເຈາະ ສຳຣວດ ເພາະທີ່ຜ່ານມາ ເຂົາຊອກຄົ້ນ ຊື່ໆເນາະ ຂະເຈົ້າຈະຂໍ ທົດລອງ ຫລື ຂໍເຮັດໃນເນື້ອທີ່ 2 ກິໂລແມັດ ກ່ອນ ສຳຣວດ ນຳຫລັງ".
ທ່ານກ່າວ ຕໍ່ໄປວ່າ ພື້ນທີ່ດ່ັງກ່າວ ຕັ້ງຢູ່ໃນຫມູ່ບ້ານ ປາງຄຸລົວ ເມືອງປາກລາຍ ແຂວງ ໄຊຍະບູຣີ ຍັງລໍຖ້າ ການອະນຸຍາດ ຈາກຣັຖບານ ໃນການຕັ້ງໂຮງງານ ໃນການຂຸດຄົ້ນ ຊື່ງຍັງບໍ່ແນ່ວ່າ ຍາມໃດຈະໄດ້ ຮັບອະນຸຍາດ ແຕ່ຄາດວ່າ ຈະໄດ້ຮັບ ພິຈາຣະນາ ຢ່າງແນ່ນອນ. ທ່ານວ່າ ພື້ນທີ່ ທີ່ສຳຣວດພົບ ຄຳ ນັ້ນມີຢູ່ ປະມານ 9.5 ກິໂລແມັດ ໃນພື້ນທີ່ ທັງຫມົດ ທີ່ໄດ້ຮັບ ອະນຸຍາດ ໃຫ້ສຳຣວດ 64 ກິໂລແມັດ. ທ່ານກ່າວເພີ້ມ ອີກວ່າ:
"ດຽວນີ້ຢູ່ໃນຊ່ວງ ຂະເຈົ້າສເນີ ຕໍ່ຣັຖບານ ຂະເຈົ້າໄດ້ຂຽນ ບົດວິພາກ ເວົ້າເລື້ອງ ການຂຸດຄົ້ນນີ້ ສ້າງໂຮງງານ ຂຸດຄົ້ນນີ້ນະ ແຕ່ຕອນແຣກ 120 ກິໂລແມັດ ຈາກເຂົາຊອກຄົ້ນ ມາແລ້ວ ຂະເຈົ້າສົ່ງຄືນ ຣັຖບານ 64 ເອົາແຕ່ 64 ດຽວນີ້".
ເຖິງຢ່າງໃດກໍຕາມ ໃນປັດຈຸບັນ ທາງການ ຍັງບໍ່ທັນໄດ້ ປະເມີນ ຜົລກະທົບ ຕໍ່ສິ່ງແວດລ້ອມ ເທື່ອ ເນື່ອງຈາກວ່າ ຕ້ອງໄດ້ກວດສອບ ເອກສານ ຕັ້ງໂຮງງານກ່ອນ ແລະພື້ນທີ່ ຂຸດຄົ້ນ ໄກຈາກບ້ານເຮືອນ ຂອງ ປະຊາຊົນ ຈື່ງບໍ່ຄິດວ່າ ຈະສົ່ງຜົລ ກະທົບ ຕໍ່ການເປັນຢູ່ ຂອງ ປະຊາຊົນ ແລະ ສີ່ງແວດລ້ອມ ຫລາຍປານໃດ.