ຄົນວຽດນາມເຂົ້າເມືອງລາວ ໄດ້ສະບາຍ

ການຂຍາຍຕົວ ຂອງແຮງງານ ວຽດນາມ ໃນນະຄອນຫລວງ ວຽງຈັນ ມີຢ່າງຕໍ່ເນື່ອງ.
ສົມເນ
2010.12.30

ກົດຟັງສຽງ

ໃນນະຄອນຫລວງ ວຽງຈັນ ໃນລະຍະ ມໍ່ໆມານີ້ ພົບວ່າ ມີຄົນງານ ວຽດນາມ ເຂົ້າມາຢູ່ ເພີ້ມຂື້ນ ໃນແຕ່ລະວັນ ສ່ວນຫລາຍ ຈະເປັນພວກ ກັມມະກອນ ກໍ່ສ້າງ, ເຮັດວຽກຢູ່ໃນ ບ້ານເຮືອນ, ຮ້ານອາຫານ ຫລືເຮັດ ທຸຣະກິດນ້ອຍ ຂາຍເຄື່ອງຂອງ ໃນຕລາດ ຫລືນັກທ່ອງທ່ຽວ ທີ່ບໍ່ຍອມ ກັບຄືນປະເທດ. ຄົນງານເລົ່ານີ້ ມີທັງຖືກຕ້ອງ ແລະ ບໍ່ຖືກຕ້ອງ. ປະຊາຊົນ ໃນນະຄອນຫລວງ ວຽງຈັນ ຄົນນື່ງເວົ້າ ກ່ຽວກັບ ເຣື້ອງນີ້ວ່າ:

"ກໍເຂົ້າມາ ຢູ່ປະມານ 700-800 ຄົນ ນີ້ ມີຢູ່ ສ່ວນຫລາຍເຂົາ ມາເບື້ອງຂອງຣັຖ ຈະແມ່ນມາ ໃນນາມຂອງ ໂຄງການປູກ ຢາງພາຣາ ແລະກໍບັນດາ ໂຮງງານ ແລ້ວກໍຈະມີ ເຂົ້າມາຂາຍເຄື່ອງ".

ຕາມທີ່ລາວໄດ້ ສັງເກດເຫັນນັ້ນ ໃນແຕ່ລະມື້ ມີຊາວວຽດນາມ ເຂົ້າມາໃນ ນະຄອນຫລວງ ວຽງຈັນ ປະມານ 700-800 ຄົນ. ລາວວ່າ ຊາວວຽດນາມ ທີ່ຍ້າຍເຂົ້າມາ ກ່ອນນັ້ນ ກໍຢູ່ໃນລາວ ມາໄດ້ຫລາຍ ສິບປີ ແລ້ວ. ດຽວນີ້ພັດມີ ກະແສຄົນ ລຸ້ນໃໝ່ ໂຍກຍ້າຍເຂົ້າມາ ຕື່ມໃນແຕ່ລະ ເດືອນ ລະປີ ເຂົາເຈົ້າມາ ໃນນາມ ໂຄງການກໍຫລາຍ ຍ້ອນວ່າ ນະຄອນຫລວງ ວຽງຈັນ ຂຍາຍຕົວ ບໍຣິສັດ ວຽດນາມ ກໍມີຫລາຍ ວຽກເຮັດ ງານທໍາ ກໍມີຫລາຍຂື້ນ ບໍຣິສັດ ວຽດນາມ ກໍມັກຈ້າງ ແຕ່ຄົນທີ່ມາຈາກ ປະເທດ ຂອງຕົນເອງ ຫລາຍກ່ວາ ຈ້າງຄົນລາວ ຖ້າຈ້າງຄົນລາວ ກໍພຽງແຕ່ຈ້າງ ພໍເປັນສາກ ບັງໜ້າ ທັງຈ້າງໃນ ຈໍານວນນ້ອຍ ແລະ ຣາຄາຖືກ.

ບາງບໍຣິສັດ ທີ່ຈ້າງຄົນລາວ ນັ້ນບັງຄັບ ໃຫ້ຄົນລາວ ເຮັດວຽກຫລາຍ ຊົ່ວໂມງ ແລະ ເຮັດຫລາຍກ່ວາ ຄົນວຽດນາມ. ເຂົາບອກວ່າ ເຣື້ອງນີ້ ເປັນຄວາມຈິງ ທີ່ມີຢູ່ໃນລາວ ໃນປັດຈຸບັນ ແຕ່ທາງການລາວ ເຮັດຫຍັງບໍ່ໄດ້ ຫລືວ່າບໍ່ເອົາ ຫົວຊາເລີຽ. ລາຍງານວ່າ ຄົນງານຕ່າງດ້າວ ຜິດກົດໝາຍ ຢູ່ໃນລາວ ມີປະມານ 250,000 ຄົນ ຊື່ງທາງການລາວ ບໍ່ສາມາດ ແກ້ໄຂໄດ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.