ລາວ-ອອສເຕຣເລັຽນັດປະຊຸມ

ໂພໄຊສວັດ
2015.05.17
F-ADL-meeting ວັນທີ 17 ພຶສພາ 2015 ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ຫລື (ພປລ) ໄດ້ຈັດກອງປະຊຸມ ນັດພິເສດ ຂຶ້ນຢູ່ ນະຄອນຊິດນີ ປະເທດ ອອສເຕຣເລັຽ
RFA/PX

ວັນທີ 17 ພຶສພາ 2015 ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ, ຫລື (ພປລ) ໄດ້ຈັດ ກອງປະຊຸມ ນັດ ພິເສດ ຂຶ້ນຢູ່ ຫ້ອງປະຊຸມ ຂອງ ສະມາຄົມ ສົ່ງເສີມ ຊຸມຊົນ ລາວ ນະຄອນ ສິດນີ ປະເທດ ອອສເຕຣເລັຽ.

ຈຸດປະສົງ ຂອງ ການ ປະຊຸມ ອັນທຳອິດ, ກໍເພື່ອ ຮັບຟັງ ຣາຍງານ ຂອງ ທ່ານ ຄຳແຜ້ວ ຣັຖມະນີ ທີ່ ໄດ້ຖືກ ແຕ່ງຕັ້ງ ໃຫ້ ເດີນທາງ ໄປ ຮ່ວມ ກອງ ປະຊຸມ ສາກົນ ຄັ້ງ ວັນທີ 19-20 ມົກກະຣາ 2015 ທີ່ ນະຄອນ ເຈນີວາ ປະເທດ ສະວິສເຊີແລັນ, ຊຶ່ງ ກອງ ປະຊຸມ ດັ່ງກ່າວ ແມ່ນ ເພື່ອ ກວດສອບ ທົບທວນ ການ ນັບຖື ປະຕິບັດ ສິທທິ ມະນຸສ ໃນລາວ. ສ່ວນ ປະເດັນ ທີສອງ ກໍເພື່ອ ຮັບຟັງ ຣາຍ ງານ ການ ເຂົ້າພົບ ເຈົ້າໜ້າທີ່ ຣະດັບ ສູງ ກະຊວງ ການ ຕ່າງ ປະເທດ ອອສເຕຣເລັຽ ຄັ້ງ ວັນທີ 25 ກຸມພາ ແລະ 27 ມິນາ 2015.

ທ່ານ ຄຳແຜ້ວ ໄດ້ກ່າວ ຕໍ່ ກອງ ປະຊຸມ ກ່ຽວກັບ ພາຣະກິຈ ທີ່ ໄດ້ຖືກ ມອບໝາຍ ໃຫ້ ໄປ ປະຕິບັດ ຢູ່ ນະຄອນ ເຈນີວາ ໃນ ຕອນນຶ່ງ ວ່າ:

"ການທີ່ ຂ້າພະເຈົ້າ ໄດ້ຖືກ ມອບໝາຍ ຈາກ ການ ຈັດຕັ້ງ ພັນທະມິຕ ປະຈຳ ອອສເຕຣເລັຽ, ແລະ ການ ຈັດຕັ້ງ ມລຊ ເມືອງ ແມວເບີນ ສົ່ງ ຂ້າພະເຈົ້າ ໄປ ຮ່ວມ ກອງ ປະຊຸມ ສາກົນ, ກ່ຽວກັບ ເຣື່ອງ  ບັນຫາ ຂອງ ເມືອງລາວ ເຮົາ ຂ້າພະເຈົ້າ ໄດ້ໄປ ປະກອນ ສ່ວນ, ໃນ 3 ພາຣະກິຈ ອັນທີນຶ່ງ ໝາຍເຖິງ ວ່າ, ເຂົ້າຮ່ວມ ປະຊຸມ ສໄມ ສາມັນ ຂອງ ພັນທະມິຕ, ອັນທີ 2 ເຂັ້າຮ່ວມ ການລົງ ຖນົນ ປະທ້ວງ ພັກແລະລັດ,  ອັນທີ 3 ເຂົ້າຮ່ວມ ໃນ ກອງ ປະຊຸມ ສາກົນ ກ່ຽວກັບ ເຣື່ອງ ບັນຫາ ໃນ ລາວ".

ນອກຈາກ ນັ້ນ ທ່ານ ກໍໄດ້ ກ່າວ ກ່ຽວກັບ ພາຣະກິຈ ແລະ ຄວາມ ກ້າວໜ້າ ຂອງ (ພປລ) ໃນ ເວທີ ສາກົນ ໃນ ຕອນນຶ່ງ ວ່າ:

"ການ ປະທ້ວງ ຢູ່ ເຊີແນວ, ເຮົາໄດ້ ເຄີຍ ດຳເນີນ ມາກ່ອນ ໜ້ານັ້ນ ກ໋າ ດຳນີນ ຢູ່ ວໍຊິງຕັນ, ປະທ້ວງ ຢູ່ ຕໍ່ໜ້າ ສະຖານທູດ ລາວ, ປະທ້ວງ ຢູ່ ຕໍ່ໜ້າ ສະຖານທູດ ວຽດນາມ, ແລ້ວ ກໍມີ ການ ປະທ້ວງ ຢູ່ ຕໍ່ໜ້າ ສະຖານທູດ ລາວ ຢູ່ ປາຣີ. ໝາຍຄວາມ ວ່າ ໃນ ພາຣະກິຈ ໃນການ ເຄື່ອນໄຫວ ຂອງ ພັນທະມິຕ ນີ້ ກ່ຽວກັບ ການ ປະທ້ວງ ນີ້ ຄິດວ່າ ເຮັດໃຫ້ ສາກົນ ຫລື ມວນຊົນ ໂລກ ຮັບຮູ້ ໃນການ ຕໍ່ສູ້ ຂອງ ພັນທະມິຕ".

ພ້ອມດຽວ ກັນນີ້ ຜູ້ທີ່ ເຂົ້າຮ່ວມ ກອງ ປະຊຸມ ທີ່ ໄດ້ ເດີນທາງ ມາຈາກ ຫລາຍ ຫົວເມືອງ ພາຍໃນ ປະເທດ ອອສເຕຣເລັຽ ຍັງໄດ້ ຮັບຟັງ ກ່ຽວກັບ ບົດບາດ ຄວາມ ຄືບໜ້າ ຂອງ ພປລ ໃນ ກອງ ປະຊຸມ ASEAN People’s Forum 2015 ຢູ່ ປະເທດ ມາເລເຊັຽ ເມື່ອ ມໍ່ໆ ຜ່ານມາ ນີ້ ອີກນຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.