ອິດທິພົນການເມືອງຂອງຈີນ ໃນລາວ

ອະວາຣີ
2015.04.20
f-image ອິດທິພົນ ດ້ານການເມືອງ ຂອງຈີນ ເຂົ້າມາ ລາວ
RFA

ຈີນ ມີ ອິດທິພົນ ທາງ ດ້ານ ການເມືອງ ໃນ ລາວ ຫລາຍຂື້ນ. ແຕ່ກ່ອນ ເມື່ອ ຊຸມ ປີ 1980 ລາວ ແລະ ຈີນ ເປັນ ສັດຕຣູ ກັນ: ລາວ ເຂົ້າຂ້າງ ວຽດນາມ ທີ່ ເປັນ ສັດຕຣູ ກັບ ຈີນ ຈີນ ບຸກ ໂຈມຕີ ວຽດນາມ ເພື່ອ ສັ່ງສອນ ວຽດນາມ ທີ່ ຍົກ ກຳລັງ ເຂົ້າ ປາບປາມ ກຳລັງ ຂເມນ ແດງ ທີ່ ຈີນ ສນັບ ສນູນ ລາວ ຕູ່ ຫາຈີນ ເປັນ ປະເທດ ສັງຄົມ ນິຍົມ ລັດທິ ແກ້ ຫລື ສັງຄົມ ນິຍົມ ປອມ. ແຕ່ ເມື່ອ ທ້າຍຊຸມ ປີ 1980 ຈີນ ເລີ້ມ ຂຍາຍ ອິດທິພົນ ໃນ ລາວ; ຄນະ ຜູ້ນຳ ລາວ ບໍ່ມີ ທາງ ເລືອກ ຈຳເປັນ ຕ້ອງ ຫັນ ໜ້າ ໄປ ອາໄສ ຈີນ ເພາະ ສະຫະ ໂຊວຽດ ຕັດ ການ ຊ່ວຍເຫລືອ; ສ່ວນ ວຽດນາມ ກໍ ທຸກຍາກ ຄືກັນ ບໍ່ ສາມາດ ໃຫ້ ການ ຊ່ວຍເຫລືອ ແກ່ ລາວ ໄດ້.

ເມື່ອ ທ້າຍ ປີ 1990 ອິດທິພົນ ທາງ ດ້ານ ການເມືອງ ຂອງຈີນ ໃນ ລາວ ແຮ່ງ ເພີ້ມຂຶ້ນ ຫລັງຈາກ ຟື້ນຟູ ຄວາມ ສຳພັນ ເປັນ ປົກກະຕິ ຫລັງຈາກ ຄນະ ຜູ້ນຳ ລາວ ໄປ ຢ້ຽມຢາມ ຈີນ ແລະ ຫລັງຈາກ ຈີນ ໃຫ້ ເງິນ ຊ່ວຍເຫລືອ ລາວ ຫຼາຍ ຮ້ອຍ ລ້ານ ດອນລ່າ ສະຫະຣັຖ ເພື່ອຊ່ວຍ ຮັບປະກັນ ເງິນ ກີບ ລາວ ແລະ ເພື່ອ ຊ່ວຍລາວ ໃຫ້ ພົ້ນ ອອກຈາກ ວິກິດການ ທາງ ດ້ານ ການເງິນ ເມື່ອ ປີ 1997. ຕໍ່ມາ ເມື່ອ ປີ 2000 ລາວ ແລະ ຈີນ ລົງນາມ ໃນ ຂໍ້ ຕົກລົງ ກ່ຽວກັບ ການ ຮ່ວມມື ສອງຝ່າຍ; ນັບແຕ່ ນັ້ນມາ ຈົນເຖິງ ປີ 2008 ຈີນ ໄດ້ ໃຫ້ ເງິນ ຊ່ວຍເຫລືອ ລ້າ ແກ່ ລາວ ເຖິງ 600 ລ້ານ ດອນລ່າ ແລະ ໃຫ້ລາວ ຢືມ ເງິນ ດ້ວຍ ດອກຕ່ຳ ເປັນ ພິເສດ ຈຳນວນ 1 ຕື້ ແລະ 700 ລ້ານ ດອນລ່າ ເພື່ອ ຊ່ວຍ ສ້າງ ເສຖກິດ ລາວ. ສ່ວນລາວ ກໍ ຂອບໃຈ ຈີນ ດ້ວຍການ ປະກາດ ສນັບສນູນ ຣະບອບ ສັງຄົມ ນິຍົມ ຕາມ ຈຸດ ພິເສດ ຂອງຈີນ ແລະ ສນັບສນູນ ນະໂຍບາຍ ຈີນ.

ຕົກມາ ເຖິງ ປີ 2009 ຄວາມ ສຳພັນ ຣະຫວ່າງ ລາວ ແລະ ຈີນ ກໍແຮ່ງ ດີ ຂື້ນ ໃນຂນະ ດຽວກັນ ອິດທິພົນ ຂອງ ຈີນ ໃນລາວ ກໍ ເພິ້ມຂຶ້ນ ໂດຍສະເພາະ ຫລັງຈາກ ສອງ ປະເທດ ໄດ້ ຍົກ ຣະດັບ ການ ຮ່ວມມື ສອງຝ່າຍ ຂຶ້ນເປັນ ຄູ່ ຍຸທສາດ ການ ຮ່ວມມື ຮອບດ້ານ ຊຶ່ງ ຮວມທັງ ການ ຮ່ວມມື ທາງ ດ້ານ ການເມືອງ ເສຖກິດ ແລະ ການ ທະຫານ. ຈາກນັ້ນ ຈີນ ກໍໃຫ້ ການ ຊ່ວຍເຫລືອ ທາງດ້ານ ການເງິນ ແກ່ ລາວ ແລະ ເຂົ້າໄປ ລົງທຶນ ໃນລາວ ຫລາຍຂຶ້ນ ຈົນເຖິງ ປີ 2014 ມູນຄ່າ ການ ລົງທຶນ ຂອງ ຈີນ ໃນ ລາວ ເພິ້ມຂຶ້ນ ເປັນ ກວ່າ 5 ຕື້ ດອນລ່າ ສະຫະຣັຖ ຊຶ່ງ ຖືວ່າ ຈີນ ເປັນ ປະເທດ ທີ່ ລົງທຶນ ຫລາຍ ທີສຸດ ໃນລາວ ຫລື ຫລາຍ ອັນດັບ ສອງ ຮອງ ຈາກ ວຽດນາມ.

ຊາວ ນະຄອນ ຫລວງ ວຽງຈັນ ຜູ້ນຶ່ງ ເວົ້າເຖິງ ການ ລົງທຶນ ກໍ່ສ້າງ ຂອງ ຈີນ ໃນ ລາວ ວ່າ:

“ວຽງຈັນ ເຊັນເຕີ ເປັນ ຫ້າງໃຫຽ່ ແບບມີ ທະນາຄານ ແຫ່ງ ປະເທດ ຈີນ ເອ້ ກະ ຫລູ ຫລາ; ກະຢູ່ ບຶງ ທາດຫລວງ ຫັ່ນເດ໋ ໂຕນັ້ນ ເປັນ ເມືອງໃໝ່ ຂອງ ຈີນ ຈີນ ຈີນ ຈີນ ໝົດ; ໂອຍ ໂຄງການ ໃຫຍ່ໆ ແມ່ນ ຈີນ ແຫລະ ຢູ່ ລາວ ເຮົາ ນິນ໋າ.”

ຈີນ ຊ່ວຍເງິນ 50 ລ້ານ ດອນລ່າ ເພື່ອສ້າງ ສນາມ ກິລາ ແຫ່ງຊາດ ລາວ ແຫ່ງ ໃໝ່ ແລະ ອີກ 50 ລ້ານ ດອນລ່າ ເພື່ອ ຈັດງານ ມະຫາກັມ ກິລາ ຊີເກມ ເມື່ອ ປີ 2009. ຈີນ ຊ່ວຍ ເງິນ ຮ້ອຍ ກວ່າ ລ້ານ ດອນລ່າ ເທື່ອນີ້ ແມ່ນ ເພື່ອ ແລກປ່ຽນ ກັບ ການ ສັມປະທານ ທີ່ດິນ ບຶງ ທາດຫລວງ; ເຖິງວ່າ ປະຊາຊົນ ລາວ ໂດຍສະເພາະ ຜູ້ ຖືກ ໂຍກຍ້າຍ ຈະ ຄັດຄ້ານ ໂຄງການ ບຶງ ທາດຫລວງ ແຮງ ປານໃດ ກໍຕາມ ແຕ່ ສຸດທ້າຍ ຣັຖບານ ລາວ ກໍຍອມ ໃຫ້ ສັມປະທານ ແກ່ ຈີນ ເພາະ ຈີນ ມີ ອິດທິພົນ ຕໍ່ຕົນ. ຫລັງຈາກ ນັ້ນ ບໍ່ດົນ ຈີນ ກໍ ຊ່ວຍ 25 ລ້ານ ດອນລ່າ ອີກ ເພື່ອ ສ້າງ ສູນ ປະຊຸມ ສາກົນ ທີ່ ນະຄອນ ຫລວງ ວຽງຈັນ ເພື່ອ ຈັດ ກອງປະຊຸມ ສຸດຍອດ ເອເຊັຽ-ຢູໂຣບ.

ທ່ານ ສົມມາດ ພົນເສນາ ຕອນ ເປັນ ຣັຖມົນຕຣີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ ກ່າວ ຂອບໃຈ ຈີນ ທີ່ ຊ່ວຍສ້າງ ສູນ ປະຊຸມ ສາກົນ ແຫ່ງນີ້ ວ່າ:

“ຂ້າພະເຈົ້າ ຂໍ ຕາງໜ້າ ໃຫ້ ຣັຖບານ ສປປລາວ ສະແດງ ຄວາມ ຂອບອົກ ຂອບໃຈ ຢ່າງ ເລິກຊຶ້ງ ຕໍ່ ຣັຖບານ ແລະ ປະຊາຊົນ ຈີນ ທີ່ ໃຫ້ ການ ຊ່ວຍເຫລືອ ອັນ ລ້ຳຄ່າ ໃນການ ກໍ່ສ້າງ ສູນ ປະຊຸມ ດັ່ງກ່າວ ຊຶ່ງ ມີ ຄວາມ ໝາຍ ສຳຄັນ ຍິ່ງ ຕໍ່ ບົດ ທາງ ການເມືອງ ການ ພັທນາ ເສຖກິດ ສັງຄົມ ຂອງ ສປປ ລາວ.”

ທ່ານ Carlyle Thayer ອາຈານ ສອນ ມະຫາວິທຍາໄລ New South Wales ຂອງ ອອສເຕຣເລັຽ ກ່າວວ່າ ລາວ ແລະ ຈີນ ປັບປຸງ ຄວາມ ສຳພັນ ຣະຫວ່າງ ກັນ ໃຫ້ ດີ ຂຶ້ນ ກໍເພື່ອ ຜົນ ປະໂຍດ ທາງ ດ້ານ ເສຖກິດ ຂອງ ແຕ່ລະ ຝ່າຍ. ຈີນ ຕ້ອງການ 3 ຢ່າງ ຈາກ ລາວ ຄື ໃຫ້ ລາວ ສນັບສນູນ ນະໂຍບາຍ ຈີນ ດຽວ ຈີນ ຂໍ ຂຸດຄົ້ນ ຊັພຍາກອນ ທັມມະຊາດ ຂອງ ລາວ ແລະ ຈີນ ຂໍສ້າງ ທາງ ຜ່ານລາວ ເພື່ອ ລົງໄປ ຫາ ໄທ ມາເລເຊັຽ ສິງກະໂປ ແລະ ປະເທດ ອື່ນໆ ໃນ ອາຊຽນ.

ສ່ວນ ຝ່າຍ ລາວ ກໍ ຕົກລົງ ຕາມ ຄໍາ ຕ້ອງການ ຂອງ ຈີນ ໂດຍ ອະນຸຍາດ ໃຫ້ ຈີນ ຊ່ວຍ ສ້າງ ຖນົນ ຫົນທາງ ຂົວ ມິຕພາບ ລາວ-ໄທ ແລະ ທາງ ຣົດໄຟ ຄວາມໄວ ສູງ ລາວ-ຈີນ ຊຶ່ງ ປັດຈຸບັນ ກຳລັງ ເຈຣະຈາ ກັນ ຢູ່. ທ່ານ ສຸດທະລາ ມຸນຕຣີວົງ ນັກ ນິຍົມ ປະຊາ ທິປະໄຕ ຄົນນຶ່ງ ທີ່ ປະເທດ ຄານາດາ ປຽບທຽບ ອິດທິພົນ ຂອງ ວຽດນາມ ແລະ ຈີນ ໃນລາວ ວ່າ:

“ປັດຈຸບັນ ນີ້ ທາງດ້ານ ການເມືອງ ວຽດນາມ ຍັງ ມີ ບົດບາດ ອິດທິພົນ ຢູ່ ແຕ່ ສຳຣັບ ຈີນ ແມ່ນ ອິດທິພົນ ທາງ ດ້ານ ການຄ້າ ເສຖກິດ; ໃນ ອະນາຄົດ ຕໍ່ໄປ ຈີນ ອາດຈະ ລ້ຳໜ້າ ກໍເປັນໄດ້; ໃນ ປັດຈຸບັນ ສປຈີນ ຊອກ ຊ່ອງທາງ ຈະກວມ ເອົາ ລາວ ຢູ່ແລ້ວ; ນີ້ ອັນຕະຣາຍ ທີຸ່ດ ສອງ ປະເທດ ແຂ່ງຂັນ ກັນ ເພື່ອ ຍາດແຍ່ງ ເອົາ ປະເທດລາວ; ສຳຣັບ ທາງອອກ ໄປ ຫາຈີນ ນັ້ນ ປະເທດ ລາວ ກໍຢາກ ບືນໄປ ອັນນີ້ ທາງ ການເມືອງ ແຕ່ ທາງດ້ານ ເສຖກິດ ນັ້ນ ຈີນ ກໍຊອກ ຊ່ອງທາງ ລົງມາ.”

ນັກ ຊ່ຽວຊານ ທາງ ດ້ານ ການເມືອງ ໃນລາວ ກໍ ເຊື່ອວ່າ ຈີນ ມີ ອິດທິພົນ ທາງ ດ້ານ ການເມືອງ ໃນລາວ ຫລາຍຂຶ້ນ ຫລາຍເຖິງ ຂັ້ນ ຄນະ ຜູ້ນຳ ລາວ ແບ່ງອອກ ເປັນ ສອງ ຝ່າຍ ຝ່າຍນຶ່ງ ນິຍົມ ວຽດນາມ ແຕ່ ອີກ ຝ່າຍນຶ່ງ ນິຍົມ ຈີນ. ບໍ່ ເທົ່ານັ້ນ ບັນດາ ຜູ້ນໍາ ລາວ ບາງຄົນ ຍັງ ຮ່ວມມື ກັບ ນັກ ລົງທຶນ ຈີນ ໃນ ໂຄງການ ໃຫຍ່ໆ ເພື່ອ ຜົນປະໂຍດ ຕົນເອງ.

ໃນ ອະນາຄົດ ຈີນ ແຮ່ງ ຈະມີ ອິດທິພົນ ຕໍ່ ລາວ ຫລາຍ ເພາະ ເມື່ອ ເດືອນ ທີ່ແລ້ວ ມີ ຂ່າວ ວ່າ ຈີນ ຈະ ໃຫ້ເງິນ ຊ່ວຍເຫລືອ ແກ່ ລາວ ອີກ ຫລາຍ ສິບ ລ້ານ ດອນລ່າ ສະຫະຣັຖ ເພື່ອ ລາວ ຈັດກອງ ປະຊຸມ ສຸດຍອດ ອາຊຽນ ໃນ ປີ ໜ້າ. ຈີນ ໃຫ້ ເງິນ ຊ່ວຍເຫລືອ ແກ່ ລາວ ຫລາຍ ອີກ ເທື່ອ ນີ້ ກໍເພື່ອ ໃຫ້ລາວ ຮັບໃຊ້ ຜົນ ປໂຍດ ຂອງຕົນ. ຈີນ ຢາກ ໃຫ້ ລາວ ຄັດຄ້ານ ການ ຕົກລົງ ທຸກຢ່າງ ກ່ຽວກັບ ໝູ່ ເກາະ Spratly ແລະ Paracels ໃນ ທະເລ ຈີນ ໃຕ້ ຊຶ່ງ ຈີນ ອ້າງວ່າ ທັງໝົດ ເປັນ ເຂດນໍ້າ ແດນດິນ ຂອງຕົນ. ຈີນ ເຄີຍ ໃຊ້ ວິທີການ ນີ້ ໄດ້ ຜົນ ມາແລ້ວ ໃນ ເວລາ ກຳພູຊາ ເປັນ ປະທານ ວຽນ ອາຊຽນ ເມື່ອ ປີ 2012.

ສະມາຊິກ ພັກ ຄອມມຸຍນິສ ວຽດນາມ ທີ່ ສຳຄັນ ຄົນນຶ່ງ ທີ່ ໂຕນໜີ ໄປ ຢູ່ ປະເທດ ຝຣັ່ງ ເປີດ ເຜີຍ ວ່າ ແຕ່ກ່ອນ ລາວ ເປັນ ຂອງ ວຽດນາມ ແຕ່ ປັດຈຸບັນ ວຽດນາມ ໄດ້ ສູນເສັຽ ລາວ ໄປ ໃຫ້ ແກ່ ຈີນ ແລ້ວ. ແຕ່ ເຈົ້າໜ້າທີ່ ທາງການ ລາວ ທ່ານ ນຶ່ງ ທີ່ ບໍ່ ປະສົງ ບອກຊື່ ກ່າວວ່າ ຄນະ ຜູ້ນຳ ລາວ ສລາດ ສ່ອງໄສ ມີ ຄວາມ ສຳພັນ ແລະ ການ ຮ່ວມມື ດີ ກັບ ທຸກ ປະເທດ ເປັນ ຕົ້ນ ກັບ ວຽດນາມ ແລະ ຈີນ ຊຶ່ງ ສອງ ປະເທດ ນີ້ ໄດ້ ຊ່ວຍ ສ້າງສາ ພັທນາ ປະເທດ ລາວ ຫລາຍ ໃນ ຣະຍະ ຫລາຍສິບ ປີ ທີ່ ຜ່ານມາ. ສ່ວນ ໃນດ້ານ ອື່ນໆ ຈີນ ກໍມີ ອິດທິພົນ ຢູ່ ລາວ ຫລາຍ ເຊັ່ນກັນ ເປັນຕົ້ນ ໃນ ດ້ານ ເສຖກິດ ການຄ້າ ແລະ ການ ລົງທຶນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.