ທາງການລາວບໍ່ຢາກເວົ້າຊື່ ທ.ສົມບັດ

ອຸ່ນແກ້ວ ສຸກສະຫວັນ
2015.04.16
F-Shui-meng ຍານາງ ອຶງ ຊຸຍເມັງ ພັລຍາ ຂອງ ທ່ານສົມບັດ ສົມພອນ
RFA

ອົງການ ຈັດຕັ້ງ ທາງ ສັງຄົມ ຂອງ ລາວ ເສັຽ ຄວາມ ຮູ້ສຶກ ກັບ ຄວາມ ບໍ່ຈິງໃຈ ຂອງ ຣັຖບານ ທີ່ ພຍາຍາມ ຈະເອົາ ເຣື້ອງ ການ ຫາຍສາບສູນ ຂອງ ຜູ້ນໍາ ຂອງ ອົງການ ຈັດຕັ້ງ ທາງ ສັງຄົມ ຂອງ ລາວ ອອກ ຈາກ ປະເດັນ ສິດທິ ມະນຸດ ຢູ່ ໃນ ຂົງເຂດ ນີ້, ຊຶ່ງ ຈະມີການ ປຶກສາ ຫາລື ກັນ ຢູ່ ໃນ ກອງ ປະຊຸຸມ ສຸດຍອດ ຜູ້ນໍາ ອາຊຽນ ຢູ່ ປະເທດ ມາເລເຊັຽ ໃນ ເດືອນ ໜ້ານີ້ (ເມສາ).

ເຈົ້າໜ້າທີ່ ໄດ້ ກ່າວວ່າ ມີ ພະນັກງານ ຣັຖກອນ ບໍານານ ທ່ານນຶ່ງ ເຮັດໜ້າທີ່ ເປັນ ຕົວແທນ ຂອງ ຣັຖບານ ຢູ່ ນະຄອນ ຫລວງ ວຽງຈັນ ແລະ ວິ້ງເຕັ້ນ ສະເໜີ ຄນະ ກັມມະການ ຈັດ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ໃຫ້ ລົບ ຊື່ ທ່ານ ສົມບັດ ສົມພອນ ຊຶ່ງ ເປັນ ນັກ ພັທນາ ອາວຸໂສ ລາວ ທີ່ ຖືກ ລັກ ພາຕົວ ໄປ ເປັນ ເວລາ ກວ່າ 2 ປີິ ອອກຈາກ ປະເດັນ ສິດທິ ມະນຸດ ແລະ ບັນຫາ ທາງດ້ານ ການ ປົກຄອງ ຢູ່ ໃນ ອາຊຽນ.

ທ່ານ ສົມບັດ ຖືກ ລັກພາຕົວ ໃນ ວັນທີ 15 ທັນວາ 2012 ເມື່ອ ເຈົ້າໜ້າທິ່ ຕໍາຣວດ ຢຸດ ຣົດ ຂອງ ທ່ານ ຢູ່ ຕໍ່ໜ້າ ປ້ອມ ຕໍາຣວດ ຢູ່ ນະຄອນ ຫລວງ ວຽງຈັນ. ແລ້ວ ຕໍ່ມາ ທ່ານ ກໍຖືກ ພາຕົວ ຂຶ້ນ ຣົດ ອີກ ຄັນນຶ່ງ ໄປ. ອີງຕາມ ຫລັກຖານ ຈາກ ພາບ ວີດີໂອ ຂອງ ເຈົ້າໜ້າທີ່ ຕໍາຣວດ, ແລະ ກໍບໍ່ໄດ້ ເຫັນ ທ່ານ ອີກ ນັບແຕ່ ນັ້ນ ເປັນ ຕົ້ນມາ.

ກຸ່ມ ສິດທິ ມະນຸດ ສົງໄສ ວ່າ ເຈົ້າໜ້າທີ່ ທາງການ ລາວ ຈໍານວນນ ນຶ່ງ ມີສ່ວນ ໃນ ການ ລັກພາຕົວ ທ່ານ ສົມບັດ ຜູ້ທີ່ໄດ້ ຮັບ ຣາງວັນ ແມັກໄຊໄຊ ອາຫວອດ ໃນດ້ານ ການ ພັທນາ ຊຸມຊົນ ຢູ່ ໃນ ເອເຊັຽ ຊຶ່ງ ທຽບເທົ່າ ກັບ ຣາງວັນ ໂນເບວ ໃນຖານະ ທີ່ ທ່ານ ໄດ້ ເຮັດວຽກ ພັທນາ ການ ສຶກສາ.

ທາງການ ລາວ ຍັງ ບໍ່ໄດ້ ອອກມາ ຊີ້ແຈງ ເຖິງ ເຫດຜົນ ການ ສູນຫາຍ ຂອງ ທ່ານ ສົມບັດ ແລະ ຍັງບໍ່ມີ ຄວາມ ຄືບໜ້າ ໃນ ຄະດິ ນີ້, ຊຶ່ງ ໄດ້ເຮັດໃຫ້ ຣັຖບານ ລາວ ກືນ ບໍ່ເຂົ້າ ຄາຍ ບໍ່ອອກ ຍ້ອນວ່າ ຖືກ ວິພາກ ວິຈານ ຈາກ ສະຫະພາບ ຢູໂຣບ ແລະ ຄູ່ຮ່ວມ ພັທນາ ຂອງ ສະຫະຣັດ ຜູ້ ໃຫ້ ການ ຊ່ວຍເຫລືອ ແລະ ອົງການ ສະຫະ ປະຊາຊາດ ກໍໃຫ້ ຄວາມ ສົນໃຈ.

ຖແລງການ ຂອງ ອົງການ ຈັດຕັ້ງ ທາງ ສັງຄົມ ຈາກ ປະເທດ ອາຊຽນ 10 ປະເທດ ແມ່ນ ເພື່ອ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ໃນ ວັນທີ 21-24 ເມສາ ຢູ່ ປະເທດ ມາເລເຊັຽ ໄດ້ ອ້າງອີງ ເຖິງ ກໍຣະນີ ຂອງ ທ່ານ ສົມບັດ ເປັນ ຕົວຢ່າງ ທີ່ ສະແດງ ໃຫ້ ເຫັນວ່າ ເຈົ້າໜ້າທີ່ ຂອງ ຣັຖ ຍັງຄົງ ສືບຕໍ່ ໃຊ້ ຄວາມ ຮຸນແຮງ ຢ່າງ ບໍ່ເປັນທັມ ຮວມທັງ ຄວາມ ໂຫດຮ້າຍ ຂອງ ເຈົ້າໜ້າທີ່ ຕໍາຣວດ, ການ ທໍຣະມານ ແລະ ການບີບ ບັງຄັບ ບຸກຄົນ ໃຫ້ ຫາຍສາບສູນ ຕໍ່ ຜູ້ທີ່ ເຮັດວຽກ ພາກ ປະຊາ ສັງຄົມ.

ເຈົ້າໜ້າທີ່  ອົງການ ຈັດຕັ້ງ ທາງ ສັງຄົມ ທ່ານ ນຶ່ງ ກ່າວວ່າ ໃນການ ຮ່າງ ຖແລງການ ພາກ ປະຊາ ສັງຄົງ ອາຊຽນ ນັ້ນ, ພະນັກງານ ບໍານານ ທີ່ວ່າ ທ່ານ ໄມດົມ ຈັນທະນາສິນ ໄດ້ ກົດດັນ ໃຫ້ ຄນະ ຕົວແທນ ຈາກ ອົງການ ຈັດຕັ້ງ ທາງ ສັງຄົມ ຂອງລາວ ໃຫ້ ສະເໜີ ເອົາ ຊື່ ທ່ານ ສົມບັດ ອອກຈາກ ຖແລງງການ ພາກ ປະຊາຊົນ.

ແຫລ່ງຂ່າວ ທ່ານ ນຶ່ງ ໄດ້ ກ່າວຕໍ່ ນັກຂ່າວ ເອເຊັຽ ເສຣີ ຜແນກ ພາສາລາວ ວ່າ: ທ່ານ ໄມດົມ ໄດ້ຮັບ ຄໍາສັ່ງ ຈາກ ຣັຖບານ ເພື່ອ ໃຫ້ ເຮັດແນວນັ້ນ ຍ້ອນວ່າ ບໍ່ຕ້ອງການ ໃຫ້ ອົງການ ຈັດຕັ້ງ ທາງ ສັງຄົມ ເວົ້າເຖິງ ຊື່ ທ່ານ ສົມບັດ.

ບໍ່ມີຫຍັງ ຕ້ອງ ປິດບັງ?

ຈາກການ ບັນທຶກ ເອີ້ນວ່າ ເປັນ ມະຕິ ຂອງ ອົງການ ຈັດຕັ້ງ ທາງ ສັງຄົມ ຂອງລາວ ທີ່ ວິທຍຸ ເອເຊັຽ ເສຣີ ໄດ້ມາ ໄດ້ ສະແດງ ໃຫ້ ເຫັນວ່າ ທ່ານ ໄມດົມ ບໍ່ໄດ້ຖື ສໍາຄັນ ຕໍ່ ທ່ານ ສົມບັດ, ຊຶ່ງ ຕອນນຶ່ງ ຂອງ ມະຕິ ໄດ້ຂຽນ ວ່າ: ສໍາລັບ ຄົນລາວ ແລ້ວ, ທ່ານ ສົມບັດ ເປັນພຽງ ນັກ ພັທນາ ທັມມະດາ ຄົນນຶ່ງ, ບໍ່ ຈໍາເປັນ ຈະຕ້ອງ ເອົາຊື່ ທ່ານ ສົມບັດ ໄວ້ ຢູ່ໃນ ໝາຍເຫດ ຂ້າງລຸ່ມ.

ຢູ່ໃນ ມະຕິ ໄດ້ ເວົ້າ ອີກວ່າ: “ທ່ານ ສົມບັດ ອາຍຸ 62 ໃນ ເວລາ ທີ່ ທ່ານ ຖືກ ລັກພາ ຕົວ, ອົງການ ຂອງ ທ່ານ ບໍ່ໄດ້ຂຶ້ນ ທະບຽນ ເປັນ ອົງການ ຈັດຕັ້ງ ທີ່ ບໍ່ສັງກັດ ຣັຖບານ ແລະ ທ່ານ ເອງ ບໍ່ໄດ້ ຖືກ ຄັດເລືອກ ເປັນ ຜູ້ນໍາ ຂອງ ອົງການ ຈັດຕັ້ງ ທາງ ສັງຄົມ ຂອງ ລາວ.”

ມະຕິ ຍັງໄດ້ ເວົ້າ ອີກວ່າ: “ຄວາມຈິງ ກໍໍມີ ແຕ່ວ່າ ເປັນຫຍັງ ໂລກ ຈຶ່ງ ໃຫ້ ຄວາມ ສໍາຄັນ ລາວ (ທ່ານ ສົມບັດ) ຫລາຍແທ້?

ຄວາມ ພຍາຍາມ ທີ່ ຈະເອົາ ຊື່ ຂອງ ທ່ານ ສົມບັດ ອອກຈາກ ຖແລງການ ພາກ ປະຊາຊົນ ອາຊຽນ ບໍ່ ປະສົບ ຜົນ ສໍາເຣັດ ຢູ່ ໃນການ ລົງ ມະຕິ ກັນ ຢູ່ໃນ ກອງ ປະຊຸມ ອົງການ ຈັດຕັ້ງ ທາງ ສັງຄົມ, ສຽງ ຫລາຍ ກວ່າ ¾ ສນັບສນູນ ໃຫ້ ເອົາຊື່ ທ່ານ ສົມບັດ ໄວ້ ຢູ່ໃນ ຖແລງການ.

ຖແລງການ ຂອງ ພາກ ປະຊາຊົນ ອາຊຽນ ມີ ຄວາມຍາວ 7 ໜ້າ ຊຶ່ງ ໄດ້ ຖືກ ສົ່ງມອບ ໃຫ້ ຣັຖບານ ມາເລເຊັຽ ທີ່ ເປັນ ເຈົ້າພາບ ຈັດ ກອງປະຊຸມ ສຸດຍອດ ຜູ້ນໍາ ອາຊຽນ ໃນ ເດືອນ ມົກກະຣາ (ທີ່ຜ່ານມາ). ບັນດາ ຜູ້ນໍາ ອາຊຽນ ຈະຮ່ວມ ປະຊຸມ ກັນ ໃນ ທ້າຍ ເດືອນ ເມສາ ແລະ ຄນະ ກັມມະການ ຈັດ ກອງ ປະຊຸມ ພາກ ປະຊາຊົນ ອາຊຽນ ກໍຈະມີ ການຈັດ ກອງ ປະຊຸມ ພາກ ປະຊາຊົນ ອາຊຽນ ຄູ່ຂນານກັນ ໃນ ເວລາ ດຽວກັນ.

ທ່ານ ໄມດົມ, ຕົວແທນ ຂອງ ອົງການ ຈັດຕັ້ງ ທາງ ສັງຄົມ ຂອງລາວ, ເຄີຍເປັນ ປະທານ ຄນະ ກັມມະການ ວິທຍາສາດ ແລະ ເທັກໂນໂລຈີ ອາຊຽນ ທີ່ ຂຶ້ນກັບ ສໍານັກງານ ນາຍົກ ໃນ ເວລາ ນັ້ນ ກ່ອນຈະລາ ອອກມາ ຕັ້ງ ມູນນິທິ ທີ່ ບໍ່ຫວັງ ຜົນ ກໍາໄຣ.

ນັກຂ່າວ ເອເຊັຽເສຣີ ພຍາຍາມ ຕິດຕໍ່ ສໍາພາດ ທ່ານ ໄມດົມ ທາງ ໂທລະສັບ ແຕ່ ກໍບໍ່ ສາມາດ ຕິດຕໍ່ ໄດ້.

ຍານາງ ອຶງ ຊຸມເມັງ ພັລຍາ ຂອງ ທ່ານ ສົມບັດ, ຜູ້ຊຶ່ງ ໄດ້ ທວງຖາມ ຣັຖບານ ຢ່າງ ບໍ່ລົດລະ ກ່ຽວກັບ ສາມີ ຂອງ ຕົນ, ຍານາງ ໄດ້ກ່າວ ຕໍ່ ນັກຂ່າວ ເອເຊັຽ ເສຣີ ຜແນກ ພາສາລາວ ວ່າ: “ຕົວເພີ່ນເອງ ກໍແປກໃຈ ທີ່ ກ່ຽວກັບ ຄວາມ ພຍາຍາມ ຂອງ ທ່ານ ໄມດົມ.”

ຍາງນາງ ກ່າວວ່າ: “ຖແລງການ ທັງໝົດ ຂອງ ຣັຖບານ ທີ່ ເວົ້າ ກ່ຽວກັບ ການ ຫາຍຕົວໄປ ຂອງ ທ່ານ ສົມບັດ ຢັ້ງຢືນ ວ່າ ທ່ານ ສົມບັດ ເປັນ ພົລເມືອງ ລາວ ແລະ ເພິ່ນ ຫາຍຕົວໄປ ຢູ່ຕໍ່ໜ້າ ປ້ອມ ຕໍາຣວດ. ເປັນຫຍັງ ດຣ ໄມດົມ ຈຶ່ງຕ້ອງ ການ ເອົາຊື່ ຂອງ ທ່ານ ສົມບັດ ອອກຈາກ ຖແລງການ ພາກ ປະຊາຊົນ ອາຊຽນ? ດຣ ໄມດົມ ຢ້ານ ຫຍັງ? ຣັຖບານ ລາວ ຢ້ານຫຍັງ?”

“ຖ້າວ່າ ດຣ ໄມດົມ ບໍ່ມີຫຍັງ ປິດບັງ ກ່ຽວກັບ ທ່ານ ສົມບັດ, ແລ້ວ ດຣ ໄມດົມ ກໍບໍ່ຄວນ ຢ້ານວ່າ ປະຊາຊົນ ທັງໃນ ແລະ ນອກ ປະເທດ ຈະ ສະແດງ ຄວາມ ເປັນຫ່ວງ ກ່ຽວກັບ ການ ຫາຍຕົວໄປ ຂອງ ທ່ານ ສົມບັດ.”

ທາງການ ລາວ ບໍ່ໄດ້ ມີ ຂໍ້ມູນ ໃໝ່ ກ່ຽວກັບ ທ່ານ ສົມບັດ ໃນຂນະ ທີ່ ກໍຣະນີ ຂອງ ທ່ານ ສົມບັດ ໄດ້ ຖືກ ຍົກຂຶ້ນມາ ເວົ້າ ໃນເດືອນ ມົກກະຣາ ຢູ່ໃນ ກອງ ປະຊຸມ ທົບທວນ ປະຈໍາ ຣະຍະ ເຣື້ອງ ການ ປະຕິບັດ ສິດທິ ມະນຸດ ຫລື UPR ຢູ່ ສະພາ ສິດທິ ມະນຸດ ອົງການ ສະຫະ ປະຊາຊາດ ຢູ່ ນະຄອນ ເຈນນີວາ, ປະເທດ ສວິສເຊິແລັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.