ວຽດນາມນັບມື້ຢຶດຄອງລາວ

ຈໍາປາທອງ
2015.04.17
f-image ວຽດນາມ ນັບມື້ ຢຶດຄອງ ລາວ
RFA

ຄນະ ຜູ້ແທນ ຣະດັບ ສູງ ຂອງ ພັກ ຄອມມິວນິສ ວຽດນາມ ນໍາໂດຍ ທ່ານ ເລຮົງແອງ ກັມການ ກົມ ການເມືອງ ສູນກາງ ພັກ, ຜູ້ ປະຈໍາການ ຄນະ ບໍຣິຫານ ງານ ສູນກາງ ພັກ ມາ ຢ້ຽມຢາມ ເຮັດວຽກ ແລະ ອວຍພອນ ປີໃໝ່ ຜູ້ ນໍາ ພັກ-ຣັຖ ຂອງລາວ ແຕ່ ວັນທີ 11 ຫາ ວັນທີ 13 ເມສາ 2015.

ທ່ານ ເລຮົງແອງ ແລະ ຄນະ ໄດ້ ພົບປະ ກັບ ທ່ານ ຈູມມະລີ ໄຊຍະສອນ ເລຂາທິການ ໃຫຍ່ ຄນະ ບໍຣິຫານ ງານ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ, ປະທານ ປະເທສ ຢູ່ ບ້ານພັກ ຂອງ ທ່ານ ແລະ ໄດ້ ອວຍພອນ ປີໃໝ່ ລາວ ພສ 2558 ຊຶ່ງ ຜູ້ນໍາ ລາວ ຖືວ່າ ເປັນການ ເຄື່ອນໄຫວ ທີ່ ມີ ຄວາມໝາຍ ສໍາຄັນ ທີ່ ສະແດງ ອອກເຖິງ ຄວາມ ສນິດ ສນົມ ຖານ ອ້າຍນ້ອງ ຣະຫວ່າງ ສອງພັກ ສອງຣັຖ ແລະ ປະຊາຊົນ ລາວ-ວຽດນາມ.

ໃນການ ພົບປະ ຝ່າຍລາວ ໄດ້ ເວົ້າເຖິງ ຫລາຍ ບັນຫາ ພາຍໃນ ປະເທສ ໃຫ້ ຄນະ ຜູ້ແທນ ວຽດນາມ ຮັບຮູ້ນໍາ. ພ້ອມກັນນັ້ນ ກໍ ອວຍພອນ ໃຫ້ ການ ກະຕຣຽມ ກອງ ປະຊຸມ ໃຫຍ່ ຄັ້ງທີ 12 ຂອງ ພັກ ຄອມມິວນິສ ວຽດນາມ ຊຶ່ງ ຈະຈັດຂຶ້ນ ໃນ ຕົ້ນປີ 2016 ນັ້ນ ໄດ້ຮັບ ຜົລສໍາເຣັດ ເປັນ ຢ່າງດີ ແລະ ຝ່າຍ ວຽດນາມ ກໍໄດ້ ສະແດງ ຄວາມ ປິຕິ ຊົມຊຶ່ນ ທີ່ ໄດ້ມາ ຢ້ຽມຢາມ ແລະ ເຮັດວຽກ ຢູ່ລາວ ແລະ ເຊື່ອໝັ້ນ ວ່າ ການ ດໍາເນີນ ກອງ ປະຊຸມ ໃຫຍ່ ຄັ້ງທີ 10 ຂອງ ພັກ ປະຊາຊົນ ປະຕິວັດ ລາວ ຊຶ່ງ ຈະຈັດຂຶ້ນ ໃນ ຕົ້ນປີ 2016 ຄືກັນກັບ ພັກ ຄອມມິວນິສ ວຽດນາມ ນັ້ນ ຈະ ມີ ຜົລສໍາເຣັດ ເປັນ ຢ່າງດີ.

ນອກຈາກ ໄດ້ ພົບປະ ແລະ ອອຍພອນ ປີໃໝ່ ຜູ້ນໍາ ສູງສຸດ ຂອງ ລາວ ແລ້ວ ທ່ານ ເລຮົງແອງ ຍັງໄດ້ ພົບປະ ກັບ ທ່ານ ບຸນຍັງ ວໍຣະຈິດ ກັມການ ກົມ ການເມືອງ ສູນກາງ, ຜູ້ ປະຈໍາ ການ ຄນະ ເລຂາທິການ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ຊຶ່ງ ຕາມ ຫລັກການ ຂອງ ພັກ ແລ້ວ ແມ່ນ ຈະໄດ້ຂຶ້ນ ເປັນ ຜູ້ນໍາ ສູງສຸດ ຂອງ ພັກ ແລະ ຣັຖ ຄືກັນ ກັບ ທ່ານ ເລຮົງແອງ ນັ້ນ ຊຶ່ງ ຕາມ ຄວາມ ເຂົ້າໃຈ ຂອງ ທ່ານ ສົມພອນ ແສນສີຣິສຸກ ນັກ ເຄື່ອນໄຫວ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ ຣັຖ ເມຣິແລັນ ສະຫະຣັຖ ອະເມຣິກາ ແລ້ວ ແມ່ນວ່າ ເປັນການ ແນະນໍາ ຕົວ ໃຫ້ ລຶ້ງແກ່ນ ກັນ.

ພ້ອມກັນ ນັ້ນ ທ່ານ ເລຮົງແອງ ຍັງໄດ້ ໄປ ຢ້ຽມຢາມ ແລະ ອວຍພອນ ປີ ໃໝ່ ອະດີດ ຜູ້ນໍາ ພັກ-ຣັຖ ຄົນ ສໍາຄັນ, ໄປ ວາງ ກະຕ່າ ດອກໄມ້ ຢູ່ ຫໍພິພິທພັນ ໄກສອນ ພົມວິຫານ, ຫໍ ພິພິທພັນ ສຸພານຸວົງ ຊຶ່ງ ທ່ານ ສົມພອນ ເວົ້າວ່າ:

"ມັນ ເປັນການ ຜູກແໜ້ນ ຄວາມ ສໍາພັນ ນໍ ເພື່ອ ໃຫ້ລາວ ຫັ້ນ ໄວ້ເນື້ອ ເຊື່ອໃຈ ວຽດນາມ."

ໃນ ຣະຫວ່າງ ການ ຢ້ຽມຢາມ ທ່ານ ເລຮົງແອງ ໄດ້ມອບ ຄອມພິວເຕີ 30 ຊຸດ ໃຫ້ ແຂວງ ສວັນນະເຂດ ເພື່ອ ໃຊ້ເຂົ້າ ໃນການ ຈັດຕັ້ງ ປະຕິບັດ ວຽກງານ ຂອງຕົນ ໂດຍແມ່ນ ດຣ. ສຸພັນ ແກ້ວມີໄຊ ເລຂາ ຄນະ ພັກ ເຈົ້າແຂວງ ແຂວງ ສວັນນະເຂດ ເປັນຜູ້ ຮັບ ຊຶ່ງ ທ່ານ ສົມພອນ ເວົ້າວ່າ ການ ພົວພັນ ຂອງ ວຽດນາມ ລົງຮອດ ທ້ອງຖິ່ນ ແລ້ວ:

"ອັນນີ້ນີ່ ດຽວນີ້ ເຂົາ ລົງໄປ ເລິກແລ້ວ ຣະຫວ່າງ ການ ພົວພັນ ຣະຫວ່າງ ພັກ ຣະຫວ່າງ ຣັຖ ຕິດຕໍ່ ພົວພັນ ກັນ ດຽວນີ້ ລົງໄປ ຮອດ ແຂວງ ພຸ້ນແລ້ວ ຢູ່ໃນ ແຂວງ ຕ່າງໆຫັ້ນ ມີ ທີ່ປຶກສາ ແລກ ປ່ຽນ ກັນ ຣະຫວ່າງ ວຽດນາມ ຣະຫວ່າງ ລາວ ມັນລົງໄປ ເລິກ ແລ້ວ"

ກ່ອນໜ້າ ນັ້ນ 10 ວັນ ກໍມີ ຄນະ ຜູ້ແທນ ຂັ້ນສູງ ວຽດນາມ ນໍາໂດຍ ທ່ານ ເຈືອງ ເຕິນ ຊາງ ກັມມະການ ກົມ ການເມືອງ ສູນກາງ ພັກ ຄອມມູນິສ ວຽດນາມ, ປະທານ ປະເທດ ວຽດນາມ ໄດ້ ເດີນທາງ ມາ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ ແຕ່ ວັນທີ 23 ຫາ 25 ມິນາ 2015 ຄື ພາຍຫຼັງ ຜູ້ນໍາ ລາວ ໄດ້ ສລອງ ວັນ ສ້າງຕັ້ງ ພັກ ຂອງຕົນ ຄົບຮອບ 60 ປີ ແລ້ວ.

ໃນ ຣະຫວ່າງ ການ ຢ້ຽມຢາມ ທ່ານ ຈູມມະລີ ໄຊຍະສອນ ແລະ ທ່ານ ເຈືອງ ເຕິນ ຊາງ ກໍໄດ້ ພົບປະ ກັນ ທີ່ ທຳນຽບ ປະທານ ປະເທດ ໃນ ນະຄອນ ຫຼວງ ວຽງຈັນ ໃນ ຕອນບ່າຍ ວັນທີ 23 ມີນາ 2015. ຜູ້ນໍາ 2 ປະເທສ ຕີ ຣາຄາ ວ່າ ການ ພົບປະ ກັນ ຄັ້ງນີ້ ມີ ຄວາມ ສໍາຄັນ ຫລາຍ ສໍາລັບ ການ ພົວພັນ ແບບ ພິເສດ ແລະ ການ ຮ່ວມມື ຮອບດ້ານ ຂອງ ສອງ ພັກ ສອງ ຣັຖ ແລະ ປະຊາຊົນ ລາວ-ວຽດນາມ ຮວມທັງ ການ ພັທນາ ເສຖກິດ ສັງຄົມ ຂອງ ສອງ ປະເທສ ແລະ ທັງ ຢືນຢັນ ວ່າ ຈະສ້າງ ປະເທສ ກ້າວຂຶ້ນ ສູ່ ສັງຄົມ ນິຍົມ ຕໍ່ໄປ.

ພ້ອມກັນ ນັ້ນ ກໍໄດ້ ເວົ້າເຖິງ ຫລາຍ ບັນຫາ ສາກົນ ຮວມທັງ ການ ຮັກສາ ສັນຕິພາບ ແລະ ສະເຖັຽ ຣະພາບ ໃນ ທະເລ ຈີນ ໃຕ້ ຊຶ່ງ ເປັນ ບັນຫາ ທີ່ ວຽດນາມ ມີ ຄວາມ ກັງວົນ ນໍາ ຫລາຍ ແລະ ການໃຊ້ ນໍ້າ ໃນ ແມ່ນໍ້າຂອງ ແບບ ຍືນຍົງ, ການ ສນັບ ສນູນ ຊຶ່ງກັນ ແລະ ກັນ ໃນ ເວທີ ສາກົນ.

ປະທານ ປະເທດ ວຽດນາມ ກໍຍັງ ຮັບປະກັນ ທີ່ ຈະ ສນັບ ສນູນ ບົດບາດ ຂອງ ລາວ ໃນການ ເປັນ ປະທານ ວຽນ ອາຊຽນ ໃນປີ 2016 ຂນະ ທີ່ ຜູ້ນໍາລາວ ຖືວ່າ ຕລອດ ຣະຍະ ຫຼາຍ ສິບ ປີ ຜ່ານມາ ວຽດນາມ ໃຫ້ ການ ຊ່ວຍເຫຼືອ ລາວ ໃນການ ພັທນາ ເສຖກິດ ສັງຄົມ ຢ່າງ ຮອບດ້ານ ເປັນຕົ້ນ ແມ່ນ ການ ຊ່ວຍເຫຼືອ ສ້າງ ພື້ນຖານ ໂຄງຮ່າງ, ການ ພັທນາ ເສຖກິດ ແລະ ພັທນາ ບຸຄລາກອນ ລາວ. ກ່ຽວກັບ ເຣຶ່ອງນີ້ ທ່ານ ສົມພອນ ເວົ້າວ່າ:

"ເຂົາ ພຍາຍາມ ທີ່ສຸດ ດຽວນີ້ ເຮົາສິ ເຫັນວ່າ ໂຮງຮຽນ ເປັນ ພາສາ ວຽດນາມ ກະມີ ແລ້ວ ສໍາລັບ ເຍົາວະຊົນ ສໍາລັບ ເດັກນ້ອຍ ຫັ້ນ ບາດນີ້ ຜູ້ໃຫຍ່ ກະຕາມ ສິມາ ກໍາ ອໍານາດ ສິມາ ເປັນ ໃຫຍ່ ຢູ່ໃນເມືອງ ລາວ ກໍຕ້ອງ ໄດ້ ຜ່ານ ໂຮງຮຽນ ຈາກ ວຽດນາມ ຜ່ານ ໂຮງຮຽນ ຜູ້ນໍາ ຈາກ ວຽດນາມ ສາກ່ອນ ຈຶ່ງ ມາເປັນ ຜູ້ນໍາ ລາວ ໄດ້."

ເວົ້າເຖິງ ການມາ ຢ້ຽມຢາມ ລາວ ຂອງ ຄນະ ຜູ້ແທນ ວຽດນາມ ຕາມ ຄໍາເວົ້າ ຂອງ ທ່ານ ສົມພອນ ແລ້ວ ແມ່ນວ່າ:

"ມັນມີ ຄວາມ ສໍາຄັນ ຫລາຍ ທີ່ ເຂົາ ທຽວໄປ ທຽວມາ ເພື່ອ ສິ ຮັດແໜ້ນ ຄວາມ ສໍາພັນ ຣະຫວ່າງ ລາວ ກັບ ວຽດນາມ ນີ້ ໃຫ້ມັນ ສູງຂຶ້ນ ວ່າຊັ້ນ ສະ ການ ມາ ຢ້ຽມຢາມ ນີ້ ຄວາມ ເລິກໆ ເຮົາອາຈ ບໍ່ຮູ້ດອກ ເຂົາ ບໍ່ເວົ້າ ໃຫ້ ເຮົາຟັງ ແຕ່ເຮົາ ກໍ ເບິ່ງອອກ ວ່າ ອັນນັ້ນ ຫັ້ນ ມັນ ໜັກເຂົ້າ ໄປເລີຍໆ ແຫລະ."

ການ ຮ່ວມມື ຫັ້ນ ຄ້າຍໆ ຄືກັນ ກັບ ເມືອງລາວ ເຮົານີ້ ເປັນ ສ່ວນນຶ່ງ ຂອງ ວຽດນາມ ເມືອງລາວ ຫັ້ນ ຄ້າຍໆ ຄື ແຂວງ ນຶ່ງ ຂອງ ວຽດນາມ ເພື່ອ ເຮັດ ແນວໃດ ສິໃຫ້ ລາວ ຫັ້ນ ຢູ່ໃຕ້ ອໍານາດ ຂອງ ວຽດນາມ ຂນະທີ່ ທັງສອງ ປະເທສ ເວົ້າວ່າ ຈະເຮັດ ໃຫ້ ມູນຄ່າ ການຄ້າ ເພິ່ມຂຶ້ນ ໃນ ແຕ່ລະ ປີ 24.5% ຊຶ່ງ ໃນປີ 2014 ຜ່ານມາ ມີມູນຄ່າ ເກືອບ ເຖິງ 1 ຕື້ 400 ລ້ານ ໂດລາ ສະຫະຣັຖ.

ປັດຈຸບັນ ວຽດນາມ ເປັນຜູ້ ລົງທຶນ ຣາຍ ໃຫຍ່ ທີ່ສຸດ ຢູ່ ລາວ ຄື ມີໂຄງການ ທີ່ ຈົດ ທະບຽນ 413 ໂຄງການ ເປັນ ມູນຄ່າ ຫຼາຍກວ່າ 5 ຕື້ ໂດລາ ສະຫະຣັຖ. ພ້ອມກັນ ນັ້ນ ຜູ້ນໍາ ສອງ ປະເທສ ກໍຖືວ່າ ການ ພົບກັນ ຄັ້ງນີ້ ເປັນການ ປະກອບ ສ່ວນ ສຳຄັນ ເຂົ້າໃນ ການ ເສີມ ຂຍາຍ ສາຍ ພົວພັນ ມິຕພາບ ທີ່ ເປັນ ມູນເຊື້ອ, ຄວາມ ສາມັກຄີ ແບບ ພິເສດ ແລະ ການ ຮ່ວມມື ຮອບດ້ານ ຣະຫວ່າງ 2 ພັກ 2 ຣັຖ ແລະ ປະຊາຊົນ 2 ປະເທສ ໃຫ້ ກ້າວສູ່ ລວງເລິກ ຍິ່ງ ຂຶ້ນ ຊຶ່ງ ຕາມ ຄໍາເວົ້າ ຂອງ ທ່ານ ສົມພອນ ແສນສີຣິສຸກ ແລ້ວ ແມ່ນ ວ່າ ສໍາລັບ ຝ່າຍລາວ ເມື່ອ ພົບປະ ກັບ ວຽດນາມ ບໍ່ວ່າ ຣະດັບ ໃດ ກໍຕ້ອງ ໄດ້ເວົ້າ ຕາມ ພັກ ທີ່ ກໍານົດ ໄວ້ ຢູ່ ໃນ ມະຕິ 9 ຂອງ ກອງ ປະຊຸມ ໃຫຍ່ ຂອງ ພັກ ທີ່ວ່າ ພັກ ປະຊາຊົນ ປະຕິວັດ ລາວ ແລະ ຣັຖ ສປປລາວ ໄດ້ ຢຶດໝັ້ນ ຢ່າງ ສເມີຕົ້ນ ສເມີປາຍ ສາຍ ພົວພັນ ມິຕພາບ ອັນ ຍິ່ງໃຫຍ່ ຄວາມ ສາມັກຄີ ພິເສດ ແລະ ການ ຮ່ວມມື ຮອບດ້ານ ກັບ ວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.