ຣະບຽບກໍານົດຂອບເຂດວຽກງານ ຂອງ NGOs

ອຸ່ນແກ້ວ ສຸກສະຫວັນ
2014.10.15
f-default ທາງການລາວ ກຳລັງຮ່າງ ກົດຣະບຽບ ເພື່ອກໍານົດ ຂອບເຂດ ການເຮັດວຽກ ຂອງອົງການຈັດຕັ້ງ ທາງສັງຄົມ ຢູ່ໃນ ”ສປປລາວ”.
RFA

 

ທາງການລາວ ກຳລັງ ຮ່າງ ກົດຣະບຽບ ກໍານົດ ຂອບເຂດ ການ ເຮັດວຽກ ຂອງ ອົງການ ຈັດຕັ້ງ ທາງສັງຄົມ ຢູ່ໃນ ”ສປປລາວ” ຊຶ່ງ ອົງການ ຈັດຕັ້ງ ທາງ ສັງຄົມ ຕ່າງໆ ເຫັນວ່າ ເປັນການ ຈໍາກັດ ການ ຂັບເຄື່ອນ ວຽກງານ ໃຫ້ ຊັກຊ້າ ບໍ່ທັນການ.

ຣັຖບານ ຈະມີການ ປະຊຸມ ປຶກສາ ຫາລື ກັບ ອົງການ ຈັດຕັ້ງ ທາງສັງຄົມ ໃນວັນທີ 14-15 ຕຸລາ ເພື່ອ ປັບປຸງ ຣະບຽບການ ວ່າດ້ວຍ ການ ຄຸ້ມຄອງ ອົງການ ຈັດຕັ້ງ ທາງ ສັງຄົມ ຊຶ່ງ ລວມມີ ອົງການ ຈັດຕັ້ງ ທີ່ບໍ່ສັງກັດ ຣັຖບານ ແລະ ສະມາຄົມ ບໍ່ຫວັງຜົນ ກຳໄຣ. ຣະບຽບການ ດັ່ງກ່າວ ປະກອບມີ ຂໍ້ກຳນົດ ການ ປະຕິບັດ ດຳຣັດ ວ່າ ດ້ວຍອົງການ ຈັດຕັ້ງ ທີ່ ບໍ່ສັງກັດ ຣັຖບານ ແລະ ສະມາຄົມ ບໍ່ຫວັງຜົນ ກຳໄຣ.

ຈຸດປະສົງ ໃນ ຮ່າງ ຣະບຽບການ ເພື່ອ ຮັບປະກັນ ການດຳເນີນ ວຽກງານ ຂອງ ອົງການ ຈັດຕັ້ງ ທາງ ສັງຄົມໃຫ້ ປະສິດທິພາບ ແຕ່ ນັກ ສັງເກດການ ຈາກ ອົງການ ຈັດຕັ້ງ ທາງ ສັງຄົມ ມີຄວາມ ເປັນຫ່ວງ ວ່າ ຮ່າງ ປັບປຸງໃໝ່ ນີ້ ຈະໄປ ຈຳກັດ ການເຄື່ອນໄຫວ ວຽກງານ ຂອງ ເຂົາເຈົ້າ.

ຕົວຢ່າງ: ໃນ ຮ່າງ ຣະບຽບ ການໃໝ່ ນີ້ ການ ອອກໄປ ອະນຸຍາດ ການ ເຮັດວຽກ ຂອງ ຜູ້ທີ່ເປັນ ຄົນ ຕ່າງປະເທດ ທີ່ ມາເຮັດວຽກ ຢູ່ ປະເທດລາວ ແມ່ນ 1 ປີ ເທົ່ານັ້ນ ແລະ ຕ້ອງຢືນ ຂໍໃໝ່ ຫລັງຈາກ ທີ່ ຄົບ ກຳນົດ 1 ປີ ຊຶ່ງ ຈະຖືກ ບັນຈຸ ເຂົ້າໃນ ຣະບຽບ ການໃໝ່, ແຕ່ ຢູ່ໃນ ຣະບຽບການ ຫລື ດຳຣັດ ວ່າດ້ວຍ ອົງການ ຈັດຕັ້ງ ທີ່ ບໍ່ສັງກັດ ຣັຖບານ ບໍ່ໄດ້ເວົ້າ ເຖິງ ກຳນົດ ເວລາ ທີ່ ຊັດເຈນ - ໝາຍຄວາມ ວ່າ ໃບ ອະຍຸຍາດ ການເຮັດວຽກ ຈະສັ້ນ ຫລືຍາວ ຂຶ້ນ ກັບອາຍຸ ໂຄງການ.

ເຣື້ອງການ ເຮັດບົດ ຣາຍງານ ເງິນ ຊ່ວຍເຫລືອ ຢູ່ໃນຂໍ້ ກຳນົດ ໃໝ່ນີ້ ແມ່ນ ອົງການ ຈັດຕັ້ງ ທາງ ສັງຄົມຈະຕ້ອງ ຣາຍງານ ການເງິນ ທຸກໆ 3 ເດືອນ ໃຫ້ ກະຊວງ ການເງິນ ຮັບຮູ້ ແລະ ເງິນ ທີ່ ບໍຣິຈາກ ເກີນ 50 ລ້ານ ຂຶ້ນໄປ ຈະຕ້ອງ ຣາຍງານ ໃຫ້ ກະຊວງ ການເງິນ ກະຊວງ ພາຍໃນ ແລະ ການຊວງ ການ ຕ່າງ ປະເທດ ໄດ້ ຮັບຮູ້.

ການປັບປຸງ ຣະບຽບ ການຄຸ້ມຄອງ ອົງການ ຈັດຕັ້ງ ທາງ ສັງຄົມ ຢູ່ ໃນລາວ ເກີດຂຶ້ນ ຫລັງຈາກ ທີ່ ທ່ານ ສົມບັດ ສົມພອນ ນັກ ພັທນາ ອາວຸໂສ ຂອງລາວ ຖືກລັກ ພາຕົວໄປ ໃນ ວັນທີ 15 ທັນວາ 2012 ຈົນ ມາຮອດ ປັດຈຸບັນ ກໍຍັງບໍ່ຮູ້ ເຖີງ ຊະຕາກັມ ຂອງທ່ານ ວ່າເປັນ ແນວໃດ. ແລະ ເຣື້ອງການ ເນຣະເທດ ຍານາງ ແອນນາ ໂຊຟີ ຜູ້ ອຳນວຍການ ອົງການ ເຮວວີຕັສ ປະຈຳ ປະເທດ ລາວ ຊຶ່ງ ເປັນ ອົງການ ຈັດຕັ້ງ ທີ່ ບໍ່ສັງກັດ ຣັຖບານ ອອກຈາກ ປະເທດລາວ ພາຍໃນ ເວລາ 48 ຊົ່ວໂມງ ໃນ ວັນທີ 7 ທັນວາ 2012.

ກ່ຽວກັບ ເຣື້ອງນີ້ ເຈົ້າໜ້າທີ່ ອົງການ ຈັດຕັ້ງ ທີ່ ບໍ່ສັງກັດ ຣັຖບານ ກໍໃຫ້ ທັສນະ ວ່າ ສອງ ເຫດການ ດັ່ງກ່າວ ນີ້ ທີ່ເກີດຂຶ້ນ ກໍເພື່ອ ເປັນການ ນາບຂູ່ ອົງການ ຈັດຕັ້ງ ທາງ ສັງຄົມ ເພື່ອ ບໍ່ໃຫ້ເວົ້າ ໃຫ້ວ່າ ຫຍັງຫຼາຍ ກ່ຽວກັບ ບັນຫາ ທີ່ດິນ ແລະ ສິ່ງແວດລ້ອມ ອັນເປັນ ຕົ້ນເຫດ ມາຈາກ ໂຄງການ ພັທນາ ຂອງ ຣັຖບານ ຈຳນວນນຶ່ງ. ຊຶ່ງ ຄວາມໝາຍ ກໍຄື ບໍ່ຢາກໃຫ້ ຄົນເອົາ ຂໍ້ມູນ ຄວາມຈິງ ມາເປີດເຜີຍ. ດັ່ງ ທ່ານ ກ່າວວ່າ:

"ຜົນດີ ຂອງເພີ່ນ ກໍມີແຕ່ ຮັກສາ ຄວາມສງົບ ພາຍໃນ ເພີ່ນໄດ້ ຫັ້ນລະ ຊິໃຫ້ມີ ຜົນດີ ທາງດ້ານ ເສຖກິດ ບໍ່ແມ່ນດອກ ຢ້ານເຂົາ ເອົາຂໍ້ມູນ ຂອງຕົນເອງ ເປີດເຜີຍ ຢ້ານ ຂາຍໜ້າ ປະເທດ ຊາດ ບ້ານເມືອງ ມັນຊິ ເສັຽໜ້າ ເສັຽຕາ ເພີ່ນເດ້".

ແລະ ນອກຈາກນີ້ ທ່ານ ຍັງກ່າວຕື່ມອີກວ່າ:

"ຜົນດີ ຂອງການທີ່ ສັ່ງຫ້າມ ກະຊິ ບໍ່ມີຫຍັງ ຫລາຍດອກ ມັນກະຄື ບໍ່ແມ່ນ ຜົນດີ ຫັ້ນລະ ແນວກຳກັບ ເພື່ອ ບໍ່ຢາກໃຫ້ ເສັຽ ຄວາມລັບ ຊື່ໆ ເດ້ ຂັ້ນເຮັດ ແບບນີ້ ມັນກະມີ ແຕ່ຜົນດີ ສຳລັບເພີ່ນ ຫັ້ນລະ ແຕ່ ມັນບໍ່ມີ ຜົນດີ ຕໍ່ສັງຄົມ ເພີ່ນ ບໍ່ຢາກ ໃຫ້ມີຂໍ້ມູນ ເສັຽຫາຍ ເພີ່ນ ບໍ່ຢາກໃຫ້ ເວົ້າຄວາມຈິງ ຣາຍງານ ແບບດອກໄມ້ ຊັ້ນເດ້ ບາດນີ້ ພວກນີ້ ຕ້ອງໄດ້ເວົ້າ ຄວາມຈິງ ຫັ້ນວ່າ ຍັງທຸກ ເຂົາກະວ່າ ທຸກ ຄັນວ່າ ບໍ່ໄດ້ຮັບ ການ ຊ່ວຍເຫລືອ ເຂົາກະວ່າ ບໍ່ໄດ້ຮັບ ການ ຊ່ວຍເຫລືອ ມັນລະ ກະທົບເພີ່ນ".

ອັນນີ້ ສິ່ງ ທີ່ກ່າວມາ ນັ້ນ ແມ່ນ ທັສນະ ຂໍ້ຄິດເຫັນ ຂອງ ເຈົ້າໜ້າທີ່ ຂອງ ອົງການ ຈັດຕັ້ງ ທາງສັງຄົມ.

ເຖີງຢ່າງໃດ ກໍຕາມ ນັກຂ່າວ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ ສຳພາດ ພາກສ່ວນ ທີ່ ກ່ຽວຂ້ອງ ເຊັ່ນວ່າ ຜແນກ ອົງການ ຈັດຕັ້ງ ທາງສັງຄົມ ກະຊວງ ພາຍໃນ ແລະ ກົມ ອົງການ ຈັດຕັ້ງ ສາກົນ ກະຊວງ ການ ຕ່າງປະເທດ, ແຕ່ ເຈົ້າໜ້າທີ່ ຮັບຜິດຊອບ ກໍບໍ່ໄດ້ ຕອບກັບມາ ແຕ່ ປະການໃດ.

ໃນ ປັດຈຸບັນ ບັນຍາກາດ ການ ເຮັດວຽກ ຂອງ ອົງການ ຈັດຕັ້ງ ສັງຄົມ ຢູ່ພາຍ ໃນລາວ ມິດງຽບ ແລະ ເບິ່ງຄືວ່າ ທຸກຄົນ ທີ່ ເຮັດວຽກ ຈະບໍ່ກ້າ ເວົ້າຫຍັງ ກັບ ຣັຖບານ. ແຕ່ ອົງການ ຈັດຕັ້ງ ທາງ ສັງຄົມ ຢູ່ ນອກ ປະເທດ ພັດຍິ່ງ ກົດດັນ ຣັຖບານ ແລະ ເວົ້າ ກັນຢ່າງ ເປີດເຜີຍ ເປັນຕົ້ນວ່າ ມີການ ທວງຖາມ ກ່ຽວກັບ ຄວາມຄືບໜ້າ ຂອງ ການສືບສວນ ເຣື້ອງການ ລັກພາຕົວ ທ່ານ ສົມບັດ ຢ່າງຕໍ່ເນື່ອງ ຕລອດ ເວລາ ເກືອບ 2 ປີ.

ປະຊາຄົມ ສາກົນ ໂດຍສະເພາະ ຣັຖ ສະພາ ຢູໂຣບ, ຣັຖສະພາ ອາຊຽນ, ອົງການ ຈັດຕັ້ງ ດ້ານ ສິດທິມະນຸດ ຕ່າງໆໆ ກໍຍັງມີ ການ ທວງຖາມ ຣັຖບານ ລາວ ຢູ່ ຕລອດ ເວລາ. ເມື່ອ ຣັຖບານ ລາວ ຖືກສາກົນ ກົດດັນ ກ່ຽວກັບ ເຣື້ອງ ທ່ານ ສົມບັດ ສົມພອນ ຫລື ເຣື້ອງ ສິດທິມະນຸດ, ແຕ່ ຣັຖບານ ພັດຫັນໄປ ບີບ ແລະ ຈຳກັດ ຂອບເຂດ ການ ເຮັດວຽກ ຂອງ ອົງການ ຈັດຕັ້ງ ທາງ ສັງຄົມ ຢູ່ ໃນລາວ. ແລະ ນອກຈາກ ນີ້ ຄູ່ຮ່ວມ ພັທນາ ຍັງໄດ້ ສະແດງ ຄວາມ ເປັນຫ່ວງ ຕໍ່ ບັນຫາ ດັ່ງກ່າວ ຢູ່ໃນ ກອງປະຊຸມ ໂຕະມົນ ຣະຫວ່າງ ຮັຖບານ ລາວ ກັບ ຄູ່ຮ່ວມ ພັທນາ ໃນວັນທີ 19 ພຶສຈິກາ ປີ 2013, ສະຫະພາບ ຢູໂຣບ ມີ ຖແລງການ ຊຶ່ງ ໃນ ຕອນນຶ່ງ ຂອງ ຖແລງການ ສະແດງ ຄວາມ ເປັນຫ່ວງ ກ່ຽວກັບ ບັນຫາ ທີ່ດິນ, ບັນຍາກາດ ການ ເຮັດວຽກ ຂອງ ອົງການ ຈັດຕັ້ງ ທາງສັງຄົມ ແລະ ການສະແດງ ຄຳຄິດ ຄຳເຫັນ ໃສ່ຮ່າງ ກົດຣະບຽບ ການ ຄຸ້ມຄອງ ອົງການ ຈັດຕັ້ງ ທາງ ສັງຄົມ.

ກ່ຽວກັບ ບັນຫາ ຜົນກະທົບ ທີ່ ເກີດຂຶ້ນ ໃນ ປັດຈຸບັນ, ອົງການ ຈັດຕັ້ງ ທາງສັງຄົມ ກໍໃຫ້ ຄຳຄິດ ຄຳເຫັນ ວ່າ ສາເຫດ ຂອງມັນ ບໍ່ແມ່ນ ມາຈາກ ອົງການ ຈັດຕັ້ງ ທາງ ສັງຄົມ, ຕ້ອງຫວນ ຄືນໄປ ເບິ່ງ ນະໂຍບາຍ ການຫັນ ທີ່ດິນ ເປັນທຶນ ຂອງ ຣັຖບານ ທີ່ ສົ່ງຜົນ ກະທົບ ຕໍ່ ສິງແວດລ້ອມ ແລະ ສົ່ງຜົນ ກະທົບ ຕໍ່ການ ດຳຣົງ ຊີວິດ ຂອງ ປະຊາຊົນ ທ້ອງຖິ່ນ. ຕົວຢ່າງ: ປະຊາຊົນ ຢູ່ເມືອງ ພູວົງ ແຂວງ ອັດຕະປື ພາກໃຕ້ ຂອງ ປະເທດລາວ ຕ້ອງ ເສັຽດິນ ໃຫ້ແກ່ ການ ສຳປະທານ ປູກ ຢາງພາຣາ ແລະ ເຂົາເຈົ້າ ກໍບໍ່ໄດ້ ຄ່າຊົດເຊີຍ ຫຍັງໝົດ ເຂົາເຈົ້າ ບໍ່ມີ ທີ່ດິນ ເພື່ອ ທຳການ ຜລິດກະສິກັມ ເພື່ອ ລ້ຽງຊີບ.

ປະຊາຊົນ ຢູ່ເຂດ ເມືອງ ຕົ້ນເຜີ້ງ ແຂວງ ບໍ່ແກ້ວ ພາກເໜືອ ຂອງ ປະເທດລາວ ຖືກຍຶດ ທີ່ດິນ ເພື່ອ ໃຫ້ຈີນ ສໍາປະທານ ເຮັດເຂດ ເສຖກິດ ພິເສດ ທີ່ ບໍ່ເປັນໄປ ຕາມຣະບຽບ ກົດໝາຍ. ຍ້ອນວ່າ ຣັຖບານ ໃຫ້ ສຳປະທານ ຢູ່ເຂດ ດັ່ງກ່າວ ໃນປີ 2007 ແກ່ ບໍຣິສັດ ຈີນ ສຳປະທານ ເພື່ອສ້າງ ເຂດ ເສຖກິດ ພິເສດ ແລະ ໃນເວລາ ນັ້ນຍັງ ບໍ່ມີ ກົດໝາຍ ຮອງຮັບ ໃນເວລາ ນັ້ນ. ໃນປີ 2009, ຣັຖບານ ຈຶ່ງ ມີ ກົດໝາຍ ສົ່ງເສີມ ການ ລົງທຶນ ແລ້ວເນ໋ື້ອໃນ ຂອງ ກົດໝາຍ ກໍໄດ້ ຣະບຸ ກ່ຽວກັບ ເຂດ ເສຖກິດ ພິເສດ. ສິ່ງ ດັ່ງກ່າວ ກໍໝາຍຄວາມ ວ່າ ໃຫ້ ສຳປະທານ ກ່ອນແລ້ວ ຈຶ່ງ ສ້າງກົດໝາຍ ຮອງຮັບ ຕາມ ພາຍຫລັງ.

ທັງສອງ ຕົວຢ່າງ ທີ່ຍົກມາ ແມ່ນຜົນ ຂອງການ ປະຕິບັດ ນະໂຍບາຍ ການລົງທຶນ ທີ່ ຫລົ້ມແຫລວ ແລ້ວ ຍັງສົ່ງ ຜົນກະທົບ ຕໍ່ການ ດຳຣົງ ຊີວິດ ປະຊາຊົນ. ຫລາຍ ອົງການ ໃຫ້ ຂໍ້ສັງເກດ ວ່າ ຣັຖບານ ກຳລັງ ສ້າງ ກົດຣະບຽບ ເພື່ອ ຈຳກັດ ຂອບເຂດ ການ ເຮັດວຽກ ຂອງ ອົງການ ຈັດຕັ້ງ ທາງສັງຄົມ ເພື່ອປົກປິດ ບັນຫາ ທີ່ ເກີດຂຶ້ນ ກັບ ຊຸມຊົນ ອັນເກີດ ຈາກ ການ ປະຕິບັດ ນະໂຍບາຍ ທີ່ ຜິດພາດ ນັ້ນເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.