ໃບແຈ້ງຊັບສິນເລີ້ມແຈກແລ້ວ

ຈໍາປາທອງ
2014.08.14
f-audit ການຣາຍງານຊັພສິນຂອງ ພະນັກງານຣັຖກອນ ໃຫ້ອົງການກວດສອບແຫ່ງຣັດ
RFA/LX

 

ເມື່ອ ສັປດາ ທີ່ ຜ່ານມາ ທາງການລາວ ເລີ່ມແຈກຢາຍ ແບບຟອມ ໃຫ້ ພະນັກງານ ຣັຖກອນ ຂັ້ນສູນກາງ ຕາມກະຊວງ ທະບວງກົມ ຕ່າງໆ ໃຫ້ແຈ້ງ ບັນຊີ ຊັບສິນ ທີ່ ພວກເຂົາເຈົ້າ ມີຢູ່. ດັ່ງ ເຈົ້າໜ້າທີ່ ຂັ້ນກະຊວງ ຜູ້ຂໍສງວນຊື່ ທ່ານໜຶ່ງ ໄດ້ກ່າວ ບາງຕອນ ເມື່ອວັນທີ 12 ສິງຫາ ວ່າ:

"ຢູ່ແຕ່ລະ ກົມກອງ ສະຖາບັນ ສູນ ກະໄດ້ອອກ ໄປແຈກຢາຍ ໃຫ້ແລ້ວ ເພື່ອເກັບກຳ ເປັນຂໍ້ມູນ ທີ່ເກັບກຳ ຂໍ້ມູນ ມາກະເພື່ອ ເອົາໄປ ລວບລວມ ເປັນສະຖິຕິ ເປັນຂໍ້ມູນ ພື້ນຖານຊື່ໆ".

ທ່ານກ່າວ ຕື່ມອີກວ່າ ການແຈກຢາຍ ແບບຟອມ ໃນຄັ້ງນີ້ ແມ່ນຊ້າ ໄປກວ່າ ກຳນົດ ເປັນເວລາ 6 ເດືອນ ກວ່າ ເພາະ ກ່ອນໜ້ານີ້ ອົງການ ກວດສອບ ແຫ່ງຣັດ ເວົ້າວ່າ ຈະມີ ການ ແຈກຢາຍ ແບບຟອມ ໃນຊ່ວງເດືອນ ກຸມພາ ແຕ່ກໍ່ບໍ່ ສາມາດເຮັດໄດ້ ເນື່ອງຈາກ ມີຂໍ້ຫຍຸ້ງຍາກ ຫຼາຍຢ່າງ.

ເຖິງຢ່າງໃດ ກໍດີ, ການແຈກຢາຍ ຄັ້ງນີ້ ຈຸດປະສົງ ສໍາຄັນ ກໍແມ່ນ ຢາກເກັບກຳ ສະຖິຕິ ເພື່ອເປັນ ຂໍ້ມູນພື້ນຖານ ສ່ວນວ່າ ມາຕການ ອື່ນໆ ແມ່ນຈະມີການ ຄົ້ນຄວ້າ ແລະ ເປີດເຜີຍ ຕາມພາຍຫຼັງ.

ໃນເບື້ອງຕົ້ນ ການແຈກຢາຍ ແບບຟອມ ແຈ້ງ ບັນຊີຊັບສິນ ນີ້ ແມ່ນໄດ້ ແຈກຢາຍ ໃນໝູ່ ພະນັກງານ ຣັຖຖກອນ ຂັ້ນຫົວໜ້າ ກົມ ແລະ ຮອງກົມ ຫົວໜ້າ ຜແນກ ແລະ ຮອງຜແນກ ຕະຣອດ ເຖິງ ພະນັກງານ ວິຊາການ ພະນັກງານ ຫຼັກແຫຼ່ງ. ແຕ່ ພະນັກງານ ທີ່ຫາກໍ່ບັນຈຸ ເຂົ້າໃໝ່ ແມ່ນຍັງ ບໍ່ທັນໃຫ້ ແຈ້ງຊັບສິນເທື່ອ. ສ່ວນ ພະນັກງານ ການນຳຣະດັບ ຮອງ ຣັຖມົນຕຣີ ຂຶ້ນໄປ ແມ່ນ ຍັງບໍ່ຮູ້ວ່າ ຈະໄດ້ແບບຟອມ ແຈ້ງຊັບສິນ ຫຼືບໍ່.

ປັດຈຸບັນ ປະຊາຊົນ ລາວ ຈຳນວນ ຫລວງຫຼາຍ ສົນທະນາ ກັນວ່າ ເຫດການນີ້ ໄດ້ກາຍເປັນ ໂສມໜ້າໃໝ່ ຂອງປະເທດ. ເຖິງ ທາງ ການລາວ ເລີ່ມກວດສອບ ຊັບສິນ ຂອງ ພະນັກງານ ຣັຖຖກອນ ແຕ່ກໍ່ຍັງ ຄາໃຈວ່າ ການແຈ້ງ ຊັບສິນ ຄັ້ງນີ້ ຈະມີ ຄວາມໂປ່ງໄສ ຊໍ່າໃດ. ຖ້າຫາກ ທາງການ ກວດພົບວ່າ ພະນັກງານ ຜູ້ໃດມີ ຊັບສິນ ຫຼາຍກວ່າ ທີ່ໄດ້ແຈ້ງ ໄວ້ນັ້ນ ຈະຖືກຍຶດ ເປັນຂອງຣັດ ຫລືບໍ່ ຈະລົງໂທສ ຜູ້ປົກປິດ ເຊື່ອງອຳ ຊັບສິນນັ້ນ ຫຼືບໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.