ທາງການຈະປາບອາສຍາກັມ ສ້າງຕັ້ງ ຄວາມສງົບ

ມະນີຈັນ
2014.08.13
F-vientiane ທາງການລາວ ຈະປາບອາສຍາກັມ ແລະ ເລັ່ງພັທນາ ປົວແປງຖນົນຫົນທາງ ຕຣຽມເຂົ້າຮ່ວມ ປະຊາຄົມ ເສຖກິຈ ອາຊຽນ
Citizen journalist

 

ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ໃນ ນະຄອນ ຫລວງ ວຽງຈັນ ຈະກວາດລ້າງ ອາສຍາກັມ ປະເພດ ຕ່າງໆ ຊຶ່ງ ເປັນບັນຫາ ຊຳເຮື້ອ ແລະ ເປັນ ອັນຕຣາຍ ມາດົນນານ ນັ້ນ ໃຫ້ໝົດໄປ ຈາກ ນະຄອນຫລວງ ເພື່ອຕຣຽມ ຄວາມພ້ອມ ຕ້ອນຮັບ ການເຂົ້າຮ່ວມ ປະຊາຄົມ ເສຖກິດ ອາຊຽນ. ດັ່ງ ທ່ານກ່າວວ່າ:

"ພວກເຮົາ ໄດ້ມີການ ຫ້າງຫາ ກະກຽມ ເອົາ ພະນັກງານ ລົງຮາກຖານ ລົງກຳ ພື້ນທີ່ ກຳ ເປົ້າໝາຍ ເລີກຮື້ ກຸ່ມແກ້ງ ນັກເລງອິງ ຕ່າງໆ ຢູ່ແຕ່ລະ ພື້ນທີ່ ໃຫ້ມັນມີ ຄວາມເປັນ ລະບຽບ ຮຽບຮ້ອຍ ແລະ ປອດພັຍ".

ທ່ານ ກ່າວອີກວ່າ ເມື່ອລາວ ເຂົ້າເປັນ ສ່ວນໜຶ່ງ ຂອງ ປະຊາຄົມ ເສຖກິດ ອາຊຽນ ແລ້ວ ແນ່ນອນວ່າ ຈະຕ້ອງເຮັດ ໃຫ້ ນະຄອນຫຼວງ ວຽງຈັນ ປາສຈາກ ປາກົດການ ຫຍໍ້ທໍ້ ແລະ ບັນຫາ ອາສຍາກັມ ຕ່າງໆ ເພື່ອເຮັດໃຫ້ ປະຊາຊົນ ຢູ່ ຢ່າງສງົບສຸກ ແລະ ນັກທ່ອງທ່ຽວ ຕ່າງປະເທດ ມີຄວາມໝັ້ນໃຈ ໃນຄວາມ ປອດພັຍ.

ແລະວ່າ ປາກົດການ ຫຍໍ້ທໍ້ ໃນສັງຄົມ ນະຄອນ ຫລວງ ວຽງຈັນ ຍັງເກີດຂຶ້ນ ແບບ ບໍ່ຢຸດຢັ້ງ ໂດຍສະເພາະ ການຂີ້ລັກ ມັກສົກ ການ ຊິງຊັບ ໃນຮູບແບບ ຕ່າງໆ ຍ້ອນມີ ຜູ້ຕິດ ຢາເສບຕິດ ຫລາຍ ມີພວກຕິດໜີ້ ການພະນັນ ຮວມໄປເຖິງ ກຸ່ມແກ້ງ ຂີ່ລົດຈັກ ກວນເມືອງ ແລະ ພວກນັກເລງ ວັຍລຸ້ນ ທີ່ ມັກໄລ່ຕີກັນ ຊຶ່ງດຽວນີ້ ຫລຸດຜ່ອນ ລົງຫລາຍ ພໍສົມຄວນ ເມື່ອທຽບໃສ່ ປີ ຜ່ານມາ.

ເຈົ້າໜ້າທີ່ ຣາຍງານວ່າ ເມື່ອວັນທີ 10 ສິງຫາ ຜ່ານມານີ້ ເກີດເຫດ ວັຍລຸ້ນ ແທງກັນຕາຍ ຢູ່ຮ້ານເບັຽ ຖິ່ນໂພເງິນ ເມືອງ ຫາດຊາຍຟອງ ນະຄອນ ຫລວງ ວຽງຈັນ ເຮັດໃຫ້ຊາຍ ໜຸ່ມ ອາຍຸ 17 ປີ ຄົນໜຶ່ງ ເສັຽຊີວິດ ແລະ ເຈົ້າໜ້າທີ່ ສາມາດ ຈັບຕົວ ຄົນແທງໄດ້ ເປັນຊາຍ ໜຸ່ມ ອາຍຸ ຊໍ່າກັນ. ຈາກການ ສອບສວນ ພົບວ່າ ເກີດມີການ ຜິດຖຽງກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.