ບົວສອນບຸບຜາວັນຈັດປະຊຸມ ແຂວງທົ່ວປະເທດ


2013.08.16
F-Bouasone Bouphavanh ທ່ານ ບົວສອນ ບຸບຜາວັນ ໄດ້ຮັບຕໍາແໜ່ງ ເປັນຜູ້ນໍາ ໜ່ວຍງານ ສູນກາງຄົ້ນຄວ້າ ຍຸທສາດ ການພັທນາ ເສຖກິດ ສປປລາວ
Xinhuanet

 

ທ່ານ ບົວສອນ ບຸບຜາວັນ ອະດີດ ນາຍົກ ຣັຖມົນຕຣີ ລາວ ເລີ້ມວຽກງານ ການຄົ້ນຄວ້າ ຍຸທສາດ ເສຖກິດ ດ້ວຍການ ຈັດກອງປະຊຸມ ຂັ້ນແຂວງ ຂື້ນໃນ ທົ່ວປະເທດ.

ເຈົ້າຫນ້າທີ່ຣະດັບສູງ ຈາກພັກປະຊາຊົນລາວ ຜູ້ທີ່ຂໍສງວນຊື່ ທ່ານນື່ງໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ ທ່ານ ບົວສອນ ບຸບຜາວັນ ອະດີດ ນາຍົກ ຣັຖມົນຕຣີ ລາວ ໄດ້ເລີ້ມ ປະຕິບັດ ຫນ້າທີ່ ໃຫມ່ ໃນນາມ ຫົວຫນ້າຫນ່ວຍ ຄົ້ນຄວ້າຍຸທສາດ ການພັທນາ ເສຖກິດ ຣະຍະຍາວ ແຫ່ງຊາດ ຢ່າງເປັນທາງການ ພາຍຫລັງ ທີ່ໄດ້ຖືກ ແຕ່ງຕັ້ງ ຈາກຄນະ ກັມມະການ ກົມການເມືອງ ສູນກາງພັກ ໃຫ້ ດຳຣົງຕຳແຫນ່ງ ດັ່ງກ່າວ ເມື່ອບໍ່ດົນມາ.

ໃນຕຳແຫນ່ງໃຫມ່ ທ່ານ ບົວສອນ ມີຫນ້າທີ່ ຈັດກອງປະຊຸມ ເພື່ອປຶກສາ ຫາລື ໃນການຈັດຕັ້ງ ແລະຄົ້ນຄວ້າ ແຜນຍຸທສາດ ການພັທນາ ເສຖກິດ ຂັ້ນແຂວງ ໃນທົ່ວປະເທດ ຊື່ງທ່ານຈະໄດ້ ເດີນທາງໄປພົບປະ ແລະ ປະຊຸມກັບ ບັນດາ ເຈົ້າແຂວງໃນທົ່ວ ປະເທດ ແລະເຈົ້າ ຫນ້າທີ່ ກ່ຽວຂອງ ຈາກແຂວງຕ່າງໆ ເພື່ອເກັບກຳ ຂໍ້ມູນ ມາປະກອບ ຮ່າງຍຸທສາດ ການພັທນາ ເສຖກິດ ຣະຍະຍາວ ໃຫ້ສອດຄ່ອງ ຕາມຄວາມຕ້ອງການ ຂອງ ປະຊາຊົນ ແລະ ຣັຖບານ.

ກອງປະຊຸມ ເທື່ອທຳອິດ ທີ່ໄດ້ຈັດຂື້ນ ວ່າງຫລັງໆມານີ້ ກໍແມ່ນຢູ່ ແຂວງຈຳປາສັກ ນອກຈາກ ທ່ານ ບົວສອນ ທີ່ເປັນປະທານແລ້ວ ກໍມີ ທ່ານ ສອນໄຊ ສີພັນດອນ ເຈົ້າແຂວງ ແລະ ເລຂາພັກ ປະຈຳ ແຂວງຈຳປາສັກ ພ້ອມທັງ ບັນດາ ເຈົ້າຫນ້າທີ່ ກ່ຽວຂ້ອງ ໃນແຂວງ ດັ່ງກ່າວ ເຂົ້າຮ່ວມ ຢ່າງຫລວງຫລາຍ.

ຫລັງຈາກ ແຂວງ ຈຳປາສັກ ແລ້ວ ທ່ານ ບົວສອນ ກໍຈະໄດ້ ເດີນທາງໄປ ແຂວງອື່ນໆ ໃນການ ຈັດກອງປະຊຸມ ແບບດຽວກັນນີ້ ໃນ 17 ແຂວງ ທົ່ວປະເທດ ເພື່ອນຳຜົລ ທີ່ໄດ້ຮັບຈາກ ການປະຊຸມ ມາສັງຮວມ ເປັນແຜນຍຸທສາດ ພາຍໃນ ທ້າຍປີ 2013. ຫລາຍພາກສ່ວນ ໃຫ້ທັສນະວ່າ ການກັບມາ ເຮັດວຽກ ໃຫມ່ ຂອງທ່ານ ບົວ ສອນ ເທື່ອນີ້ ເປັນການ ສະແດງອອກ ໃຫ້ເຫັນເຖິີງ ການກັບມາ ມີບົດບາດ ທາງດ້ານ ການເມືອງ ໃນຕຳແຫນ່ງ ທີ່ສຳຄັນ ອີກໃຫມ່ ໃນອະນາຄົດ ຂອງ ອະດີດ ບຸກຄົນສຳຄັນ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.