ວັນສລອງ ທຸງ ມໍຣະດົກ ຊ້າງສາມສຽນ

ຈໍາປາທອງ
2014.08.17
f-Royal-flag ພິທີ ສເລີມສລອງ ທຸງ ມໍຣະດົກ ແລະ ເສຣີພາບ ຄົບຮອບ 10 ປີ ຊຶ່ງເປັນ ທຸງ ຊ້າງສາມຫົວ ແຫ່ງ ພະຣາຊອານາຈັກ ລາວ
Citizen journalist

 

ປະຊາຄົມ ລາວ-ອາເມຣິກັນ ຣັຖ ແມສຊາຈູແຊັຕ ສະຫະຣັຖ ອະເມຣິກາ ໄດ້ຈັດງານ ສເລີມສລອງ ທຸງ ມໍຣະດົກ ທຸງຊາດ ຊ້າງສາມຫົວ ແລະ ເສຣີພາບ ລາວ ຄົບຮອບ 10 ປີ ຢູ່ ຕໍ່ໜ້າ ສໍານັກງານ ເມືອງໂລແວລ ຣັຖ ແມສຊາຈູແຊັຕ ໃນວັນທີ 16 ສິງຫາ 2014 ນີ້. ງານ ສເລີມ ສລອງຄັ້ງນີ້ ມີທັງການ ເດີນ ສວນສນາມ ແຫ່ທຸງຊາດ ຊ້າງສາມຫົວ ໂດຍເລີ່ມ ຂຶ້ນດ້ວຍການ ຮ້ອງຄໍາຂັວນ:

"ພວກເຮົາ ຮຽກຮ້ອງ ຢາກໃຫ້ມີ ການ ປ່ຽນແປງ ໃນລາວ ໄປສູ່ ປະຊາທິປະໄຕ ຢ່າງຮີບດ່ວນ ພວກເຮົາ ຮຽກຮ້ອງ ໃຫ້ ປະເທດ ລາວ ມີເອກຣາດ ຢ່າງ ສົມບູນ ຢ່າງ ຮີບດ່ວນ".

ຫລັງຈາກ ນັ້ນ ກໍມີການ ຊັກ ທຸງ ມໍຣະດົກ ຂຶ້ນເສົາ ຢູ່ຕໍ່ໜ້າ ສໍາ ນັກງານ ປົກຄອງ ເມືອງ ໂລແວລ. ທ່ານ ນູ ຄູສະຄູນ ຜູ້ຕາງໜ້າ ຄນະຈັດຕັ້ງ ງານ ກ່າວໃນຕອນ ໜຶ່ງວ່າ:

"ເປັນວັນຣະລຶກ ເຖິງວັນທີ່ ພວກ ຂ້າພະເຈົ້າ ໄດ້ພ້ອມ ພາກັນ ຮຽກຮ້ອງຂໍ ຜ່ານມະຕິ ເພື່ອ ຮັບຮອງ ໃຫ້ ທຸງ ພື້ນສີແດງ ຊ້າງສາມຫົວ ໃຫ້ເປັນທຸງ ມໍຣະດົກ ແລະ ເສຣີພາບ ລາວ ຢ່າງເປັນ ທາງການ ຄວາມພາກ ພູມໃຈ ອັນນີ້ ບໍ່ແມ່ນແຕ່ ເປັນ ຂອງຊາວລາວ ໃນທ້ອງຖິ່ນ ແຫ່ງນີ້ ແຕ່ຍັງເປັນ ຄວາມ ພາກພມໃຈ ຂອງ ປະຊາຄົມ ລາວ ໃນ ທົ່ວເມືອງ ໃນທົ່ວຣັຖ ໃນ ທົ່ວປະເທດ ແລະ ໃນທົ່ວໂລກ".

ແລະຍາປ້າ ບຸນສີສວັນ ໄຊຍະຣາດ ແລະ ຍານາງ ສະແມັນຕາ ສັກແສນ ທີ່ມາເຂົ້າ ຮ່ວມ ກໍກ່າວວ່າ:

"ໂອ ກະດີໃຈ ຫັ້ນລະ ມີພີ່ນ້ອງ ມາຮ່ວມ ໃນງານແຫ່ທຸງ ໃນແຕ່ລະປີ ຮູ້ສຶກວ່າ ດີໃຈລະ ຊ່ວຍ ພວກທີ່ ຢູ່ເມືອງລາວ ມີຟຣີດົມ ອີ່ຫຍັງ ຫັ້ນນໍ ຢາກໃຫ້ ປະຊາຊົນ ລາວ ຢູ່ພາຍ ໃນປະເທດ ມີ ເສຣີພາບ".

ພ້ອມກັນນັ້ນ ທ່ານ ຣັອດນີ ອີລິອຽດ ເຈົ້າເມືອງ ໂລແວລ ກໍໄດ້ກ່າວ ເຖິງ ຄວາມສໍາ ຄັນ ຂອງ ງານນີ້ວ່າ:

"ທ່ານກ່າວວ່າ ມື້ນີ້ ເປັນມື້ ສໍາຄັນ ເປັນການ ສເລີມສລອງ ສິ່ງທີ່ ສະພາ ເມືອງ ຮັບຮູ້ ແລະ ໄດ້ຮັບຮອງ ເອົາຢ່າງເປັນ ທາງການ ທຸງ ເສຣີພາບ ຂອງ ຊາວລາວ ທີ່ ປິວສະບັດ ຢູ່ນີ້ ມື້ນີ້ ຈຶ່ງເປັນມື້ ສັນວັນດີ ເປັນພິທີ ຈົບງາມ ຊຶ່ງ ພວກເຮົາໄດ້ ອອກມາ ສເລີມສລອງ ຮ່ວມກັບ ບັນດາ ຜູ້ຕາງໜ້າ ຊຸມຊົນ ຊາວລາວ ທີ່ ມາຈາກ ທຸກແຫ່ງຫົນ ຂອງ ສະຫະຣັຖ ອະເມຣິກາ ແລະ ຈາກ ຕ່າງປະເທດ ນໍາດ້ວຍ".

ການສເລີມ ສລອງ ທຸງ ມໍຣະດົກ ທຸງຊາດ ຊ້າງສາມຫົວ ແລະ ເສຣີພາບ ລາວ ຖືກຈັດຂຶ້ນ ທຸກໆປີ ນັບຕັ້ງແຕ່ ທາງການ ຣັຖ ແມສຊາຈູແຊັຕ ໄດ້ຕົກລົງ ອະນຸມັດ ໃຫ້ຊຸມຊົນ ຊາວລາວ ໃນຣັຖນີ້ ໃຊ້ຢ່າງເປັນ ທາງການ ໃນປີ 2004.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.