ການສຳພາດ ທ່ານ David Keyes

ອະວາຣີ
2014.07.17
f-default ການສຳພາດ ທ່ານ David Keyes
RRA

ການສຳພາດ ທ່ານ David Keyes ຜູ້ອຳນວຍການ ອົງການ ສົ່ງເສີມ ສິດທິມະນຸດ ຫລື Advancing Human Rights ທີ່ ຫາກໍເປີດ ເວັບໄຊຕ໌ ໃໝ່ movement.org.

ທ່ານ Rick Finney ນັກຂ່າວ ວິທຍຸ ເອເຊັຍ ເສຣີ RFA ຖາມວ່າ: ທ່ານ David Keyes ເປີດເວັບໄຊຕ໌ ໃໝ່ ເພື່ອຫຍັງ? ທ່ານ Keyes ຕອບວ່າ:

ອົງການ ສົ່ງເສີມ ສິດທິມະນຸດ ເປີດເວັບໄຊຕ໌ movement.org ຂື້ນມາ ກໍເພື່ອຕິດຕໍ່ ພົວພັນ ກັບ ນັກເຄື່ອນໄຫວ ຕໍ່ຕ້ານ ຣັຖບານ ໃນ ປະເທດ ຜະເດັດການ ຕ່າງໆ. ເວັບໄຊຕ໌ ນີ້ ຈະມີຣາຍຊື່ ນັກຊ່ຽວຊານ ທີ່ມີ ຄວາມຮູ້ ຄວາມສາມາດ ແລະ ຈະ ສາມາດ ຊ່ວຍເຫລືອ ພວກ ຕໍ່ຕ້ານ ຣັຖບານ ເຫລົ່ານັ້ນໄດ້ ເຊັ່ນຈະມີ ນັກຂ່າວ ເຈົ້າໜ້າທີ່ ຣັຖບານ ສິລປິນ ແລະ ນັກຮ້ອງ ຈະສາມາດ ໃຫ້ການ ຊ່ວຍເຫລືອ ແລະ ຮ່ວມກັນ ຕໍ່ສູ້ເພື່ອ ສິດທິມະນຸດ. ພວກເຮົາ ຮູ້ວ່າ ພວກຕໍ່ຕ້ານ ຣັຖບານ ໃນຫລາຍ ປະເທດ ໃນໂລກ ຕ້ອງການ ການຊ່ວຍເຫລືອ ເປັນຕົ້ນ ຢູ່ສີເຣັຍ ອີຣານ ຈີນ ແລະ ຣັດເຊັຍ.

ອົງການ ສົ່ງເສີມ ສິດທິມະນຸດ Advancing Human Rights ຕັ້ງຢູ່ໃສ?

ຕັ້ງຢູ່ ນະຄອນ ນິວຢ໊ອກ ສະຫະຣັຖ ອະເມຣິກາ ແລະ ເວັບໄຊຕ໌ ເປີດແລ້ວ ນັບແຕ່ ວັນທີ່ 10 ເດືອນ ກໍຣະກະດາ ນີ້ ເປັນຕົ້ນໄປ.

ຜ່ານມາ ມີຄົນເຂົ້າ ເບິ່ງເວັບໄຊຕ໌ ຫລາຍ ແລ້ວບໍ່? ຈາກ ປະເທດໃດ?

ຈະມີຄົນ ເຂົ້າມາໃຊ້ ມາເບິ່ງຫລື ຂໍຄວາມຊ່ວຍເຫລືອ ຫລາຍຂື້ນ ເປັນ ຫລາຍພັນ ຫລາຍໝື່ນ ແລະ ຫລາຍແສນຄົນ ໃນ ອ+ນາຄົດ.

ພວກທ່ານ ມີວິທີ ໃຫ້ຄົນອື່ນ ຮູ້ເວັບໄຊຕ໌ ຂອງ ທ່ານ ແນວໃດ ໂດຍສະເພາະ ຜູ້ຢູ່ໃນ ປະເທດ ທີ່ ປິດບັງ ເຊັ່ນ: ລາວ ວຽດນາມ ແລະຈີນ?

ພວກເຮົາ ໄດ້ຮັບ ຄວາມສົນໃຈ ຈາກ ສື່ມວນຊົນ ທົ່ວໂລກ; ມື້ກ່ອນ ກໍໃຫ້ ສຳພາດ ກັບ ນັກຂ່າວ ພາສາ ອາຣັບ. ພວກເຮົາ ຖວິດຕ໌ ໄປຫາ 323,000 ຄົນ ຊຶ່ງຖືວ່າ ເປັນຈຳນວນ ຫລາຍສົມຄວນ ທີ່ ສົນໃຈ ເຣື່ອງ ສິດທິມະນຸດ. ໃນຣະຍະ ສອງສາມ ອາທິດ ໜ້ານີ້ ພວກເຮົາຈະ ໂຄສະນາ ເຜີຍແຜ່ ໂດຍສະເພາະ ທາງປາກ ຕໍ່ປາກ ທາງ ສື່ມວນຊົນ ທັມມະດາ ແລະ ສື່ສັງຄົມ ອອນລາຍ ເພື່ອ ໃຫ້ຄົນຮູ້ ກ່ຽວກັບ ນະໂຍບາຍ ສົ່ງເສີມ ສິດທິມະນຸດ ຂອງ ພວກເຮົາ ຫລາຍຂື້ນ.

ທ່ານສາມາດ ໃຫ້ ຕົວຢ່າງ ໄດ້ບໍ່ ເຊັ່ນ ນັກຂຽນຂ່າວ ຕໍ່ຕ້ານ ຣັຖບານທາງ ອິນເຕີແນັດ ຈາກ ວຽດນາມ ທີ່ ຈະຖືກ ຕັດສິນ ຈຳຄຸກ ເປັນເວລາ ດົນນານ ຫລື ນັກເຄື່ອນ ໄຫວ ຕໍ່ຕ້ານ ຣັຖບານ ຢູ່ ສປຈີນ ທີ່ ຈະຖືກ ແຂວນຄໍ. ພວກນີ້ ຈະຂໍຄວາມ ຊ່ວຍເຫລືອ ຈາກ ພວກທ່ານ ໄດ້ແນວໃດ?

ທ່ານ David Keyes ຕອບວ່າ: ພວກເຂົາ ສາມາດ ເຂົ້າໄປໃນ ເວັບໄຊຕ໌ movement.org ແລ້ວຈະສາມາດ ຕິດຕໍ່ ກັບ ສື່ມວນຊົນ ໃນ ທົ່ວໂລກ ທີ່ພ້ອມແລ້ວ ທີ່ຈະ ຮັບຟັງ ບັນຫາ ຂອງພວກເຂົາ, ພວກເຂົາ ສາມາດ ຕິດຕໍ່ ກັບ ທະນາຍຄວາມ ຖ້າຫາກ ພວກເຂົາ ຢາກ ໂຕນໜີ ອອກຈາກ ປະເທດ ແລ້ວຢາກ ຂໍໄປລີ້ໄພ ຢູ່ ປະເທດອືື່ນ ຫລື ພວກເຂົາ ສາມາດ ຕິດຕໍ່ ພົວພັນ ກັບ ເຈົ້າໜ້າທີ່ ໃນປະເທດ ເສຣີ ຕ່າງໆ ທີ່ອາດຈະຍົກ ບັນຫາ ການລ່ວງ ລະເມີດ ສິດທິມະນຸດ ນີ້  ຂື້ນມາ ຫາລື ກັບ ເຈົ້າໜ້າທີ່ ທາງ ການ ວຽດນາມ.

ທ່ານມີແນວຄິດ ສະເພາະ ແນວໃດບໍ່ ກ່ຽວກັບ ປະເທດ ທີ່ ວິທຍຸເອເຊັຍເສຣີ ອອກອາກາດ ໄປ ຫາຄື ກຳພູຊາ ລາວ ເກົາຫລີ ເໜືອ ວຽດນາມ ແລະຈີນ?

ເປັນທີ່ຮູ້ ກັນດີ ແລ້ວວ່າ ເກົາຫລີ  ເໜືອ ເປັນປະເທດ ທີ່ເຂົ້າ ເຖິງຍາກ ທີ່ສຸດ ເພາະມີຄົນ ໃຊ້ ອິນເຕີແນັດ ໜ້ອຍ. ປັດຈຸບັນ ພວກເຮົາ ເໜັ້ນໜັກໃສ່ ປະເທດ ທີ່ບໍ່ເສຣີ ໃນເອເຊັຍ. ພວກເຮົາ ອາດຈະ ບໍ່ສາມາດ ເຂົ້າເຖິງ ທຸກປະເທດ ຜະເດັດການ ໄດ້ ແຕ່ພວກເຮົາ ຈະເອົາ ໃຈໃສ່ ປະເທດ ໃຫຍ່ໆ ແລະ ທີ່ບໍ່ ເສຣີ ທີ່ສຸດ. ຂ້າພະເຈົ້າ ຄິດວ່າ ເວັບໄຊຕ໌ ດັ່ງກ່າວ ຄົງຈະເປັນ ປະໂຍດ ສຳຣັບ ຊາວ ວຽດນາມ ແລະ ພະມ້າ. ຢູ່ຈີນ ທີ່ມີ ພວກ ຕໍ່ຕ້ານ ຣັຖບານ ຫລາຍ ເຊັ່ນ ທ່ານ ລິວ ຊ່ຽວບ່າວ ຫລື ທະນາຍ ຄວາມ ທີ່ ຖືກກັກຂັງ ກໍສາມາດ ຂໍຄວາມ ຊ່ວຍເຫລືອ ຈາກພວກເຮົາ ໄດ້. ການປາບປາມ ແລະ ຊື່ ຂອງພວກເຂົາ ເຫລົ່ານັ້ນ ຄວນຖືກ ຍົກຂື້ນມາ ໃຫ້ ຕ່າງປະເທດ ຮັບຮູ້ ເພື່ອ ຕ່າງປະເທດ ຈະໄດ້ ກົດດັນ ຣັຖບານ ຈີນ. ຖ້າບໍ່ມີ ການກົດດັນ ພວກ ຜະເດັດການ ຄົງຈະ ບໍ່ຍອມປ່ອຍ ນັກໂທດ ການເມືອງ ງ່າຍໆ. ຂ້າພະເຈົ້າ ຄິດວ່າ ການຕິດຕໍ່ ພົວພັນ ກັນເປັນເຣື່ອງ ທີ່ສຳຄັນ ສຳຣັບ ພວກທີ່ຖືກ ຈຳຄຸກ ຢູ່ ສປຈີນ ແລະ ພີ່ນ້ອງຄອບຄົວ ຂອງພວກເຂົາ ທີ່ ຖືກປາບປາມ. ຖ້າພວກເຂົາ ເຫລົ່ານີ້ ສາມາດ ຕິດຕໍ່ ກັບ ໂລກ ພາຍນອກໄດ້ ແລະໂລກພາຍນອກ ກໍຈະສາມາດ ຊ່ວຍເຫລືອ ພວກເຂົາ ໄດ້.

ແຕ່ ປະຊາຊົນ ໃນປະເທດ ຜະເດັດການ ຈະເຂົ້າໄປ ຂໍການ ຊ່ວຍເຫລືອ  ໄດ້ແນວໃດ ໃນເມື່ອ ທາງການ ປິດບັງ ເວັບໄຊຕຼ ຫລືຄວບຄຸມ ການໃຊ້ ອິນເຕີແນັດ ຢ່າງ ເຂັ້ມງວດ ຢູ່?

ຂ້າພະເຈົ້າ ຄິດວ່າ ພວກຕໍ່ຕ້ານ ຣັຖບານ ໃນປະເທດ ເຫລົ່ານັ້ນ ມີວິທີ ເຂົ້າເຖິງ ພວກເຮົາໄດ້ ຫລາຍວິທີ ເຖິງວ່າຈ ະມີການປິດບັງ ຫລື ຄວບຄຸມ ແນວໃດ ກໍຕາມ. ຜ່ານມາ ພວກເຮົາໄດ້ ຕິດຕໍ່ ພົວພັນ ທາງ ສັງຄົມ ອອນລາຍ ກັບພວກ ຕໍ່ຕ້ານ ຣັຖບານ ໃນຫລາຍ ປະເທດເຊັ່ນ ໃນອີຣານ ແລະຈີນ ເຖິງວ່າ ທາງການ ຈະຫ້າມ ປານໃດ ກໍຕາມ. ບໍ່ງ່າຍ ແຕ່ເປັນ ໄປໄດ້ ຕ້ອງໃຊ້ ຫລາຍ ວິທີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.