ມູນນິທິຍິ່ປຸ່ນຊ່ອຍເຫຼືອ ການ ສຶກສາ

ສິດນີ
2014.09.19
f-students ເດັກນ້ອຍນັກຮຽນ ທີ່ຕ້ອງການ ການຊ່ອຍເຫລືອ ໃນການສຶກສາ ຮໍ່າຮຽນ
Friends/fb

 

ມູນນິທິ ຈາກ ປະເທດ ຍິ່ປຸ່ນ ໃຫ້ການ ຊ່ອຍເຫຼືອ ສົ່ງເສີມ ການ ສຶກສາ ທີ່ ແຂວງ ສວັນນະເຂດ ຊຶ່ງ ຄາດວ່າ ນັກຮຽນ ກວ່າ 1400 ຄົນ ຈາກ 4 ຫົວເມືອງ ຕາມເຂດ ຊົນນະບົດ ສໍາລັບ ສົກສຶກສາ ປີນີ້ ຈະໄດ້ຮັບ ອຸປກອນ ການຮຽນ ປື້ມ ສໍ ແລະ ອຶ່ນໆ ຈາກ ມູນນິທິ ຍິ່ປຸ່ນ ເພື່ອ ຊ່ອຍໃຫ້ ຂະເຈົ້າ ສາມາດ ພັທນາ ຄວາມຮູ້ ໄດ້ ຫລາຍຂຶ້ນ.

ມູນນິທິ ດ້ານ ການສຶກສາ ມາຣຸ ບີນິ ຈາກ ປະເທດ ຍິ່ປຸ່ນ ໄດ້ ມອບ ອຸປກອນ ການຮຽນ ໃນມູນຄ່າ ກວ່າ 220 ລ້ານກີບ ໃຫ້ແກ່ ໂຮງຮຽນ ທີ່ ແຂວງ ສວັນນະເຂດ ຜ່ານທາງ ກະຊວງ ສຶກສາ ແລະ ກິລາ ລາວ ທີ່ ນະຄອນຫລວງ ວຽງຈັນ ໃນອາທິດ ຜ່ານມາ.

ພິທີມອບ ໄດ້ຈັດຂຶ້ນ ທີ່ ກະຊວງ ສຶກສາ ໂດຍມີ ຮອງ ຣັຖມົນຕຣີ ກະຊວງ ສຶກສາ ທິການ ແລະ ກິລາ ທ່ານ ລີຕູ ບົວປາວ ເຂົ້າຮ່ວມ ຝ່າຍ ຍິ່ປຸ່ນ ກໍແມ່ນ ຕົວແທນ ຂອງ ມູນນິທິ ທ່ານ ແກັດ ຊຸນຸຣິ ໂກບາຢາຊິ ເປັນຜູ້ມອບ ຮ່ວມດ້ວຍ ແຂກຮັບເຊີນ ຫລາຍທ່ານ.

ອຸປກອນການຮຽນ ທີ່ ຍິ່ປຸ່ນ ມອບໃຫ້ ເທື່ອນີ້ ກໍມີ ປື້ມຂຽນ ສໍດຳ ຢາງລຶບ ປາກກາ ເຄື່ອງກິລາ ແລະ ເຊື່ອປູນອນ ສຳລັບ ໂຮງຮຽນ ກິນນອນ ໃນ 4 ເມືອງ ຄືເມືອງ ໄກສອນ ພົມວິຫານ ເມືອງ ເຊໂປນ ເມືອງພິນ ແລະ ເມືອງນອງ. ໃນພິທີ ຮັບມອບ ທ່ານ ໂກບາຢາຊິ ກ່າວວ່າ ມູນນິທິ ຍີ່ປຸ່ນ ພູມໃຈ ທີ່ ໄດ້ຊ່ອຍເຫລືອ ນັກຮຽນ ທີ່ທຸກຍາກ ໃນ ແຂວງ ສວັນນະເຂດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.