ຄົນລາວຈາກສະຫະຣັດ ເມືອຢາມບ້ານຫາຍສາບສູນ


2013.02.25
F-savannakhet ພາກກາງ ຂອງ ລາວ ແຂວງ ສວັນນະເຂດ
Art photo Asia

ຊາວລາວ 3 ຄົນ ຈາກ ຣັດ ມິນນິໂຊຕາ ສະຫະຣັດ ອະເມຣິກາ ກັບເມືອຢາມ ບ້ານເກີດ ແຂວງ ສວັນນະເຂດ ໄດ້ ຫາຍສາບສູນໄປ ເກືອບ 2 ເດືອນແລ້ວ ໃນຣະຫວ່າງ ທາງ ທີ່ຈະພາກັນ ໄປ ສົ່ງສະການ ຢູ່ແກ້ງກອກ  ໂດຍ ຂີ່ຣົດຕູ້ ສ່ວນຕົວ.

ຊາວລາວ ທີ່ຫາຍສາບສູນ ນັ້ນ ເປັນຜູ້ຊາຍ ທັງໝົດ, ຊື່ວ່າ ສຸລິ ກອງມະລາວົງ ອາຍຸ ເກືອບ 60 ປີ, ບຸນມາ ພັນທະ ແລະ ບຸນທ່ຽງ ອິນສີຊຽງໃໝ່. ທັງສາມຄົນ ຮູ້ຈັກຮັກແກ່ນ ກັນດີ. ປັດຈຸບັນ ນາງ ຄໍາໝັ້ນ ຜູ້ເປັນ ພັລຍາ ຂອງ ສຸລິ ກໍເປັນຫ່ວງ ແລະ ກັງວົນນໍາ, ແລະ ຂໍໃຫ້ ທາງການລາວ ຊ່ວຍຊອກຫາ:

"ຣັຖບານ ທາງພຸ້ນ ຫັ້ນແຫລະ ໃຫ້ເພີ່ນຊ່ວຍ ວ່າຊັ້ນສະ ຖ້າຍັງ ມີຊີວິດຢູ່ ຂໍໃຫ້ເພີ່ນ ໄດ້ກັບມາ ຖ້າວ່າເພີ່ນເສັຍ ກະຊາກສົບ ຫັ້ນແຫລະ ກະໃຫ້ເພີ່ນ ສົ່ງມາພີ້".

ເຫດການ ເກີດຂຶ້ນ ພາຍຫຼັງທີ່ໄດ້ ອອກຈາກ ເມືອງສວັນ ໄປແກ້ງກອກ ໃນຕອນເຊົ້າ ຂອງວັນ ອາທິດ ຊຶ່ງມາເຖິງ ອາທິດນີ້ ກໍເກືອບ 2 ເດືອນ ແລ້ວ. ຕາມແຜນ ແມ່ນວ່າ ສິລິ ແລະ ບຸນມາ ຈະໄປປົງສົບ ອ້າຍເຂີຍ ຂອງ ບຸນທ່ຽງ ທີ່ ແກ້ງກອກ. ຕາມຂ່າວວ່າ ຜູ້ເສັຍ ຊີວິດນັ້ນ ຖືກຄຸກ ມາດົນແລ້ວ. ຫລັງຈາກນັ້ນ ກໍຈະໄປບ້ານ ນ້ອງຮັກ ທີ່ຊື່ ແສງ ທີ່ມີອ້າຍຢູ່ ສະຫະຣັດ ອະເມຣິກາ. ກ່ອນຈະຮອດ ແກ້ງກອກ ຜູ້ໃກ້ຊິດ ທີ່ສຸດຂອງ ສຸລິ ຢູ່ສວັນນະເຂດ ຍັງຕິດຕໍ່ກັນ ທາງ ໂທຣະສັບ ໄດ້ຢູ່. ຫລັງຈາກນັ້ນ ກໍແມ່ນຕິດຕໍ່ ບໍ່ໄດ້ເລີຍ.

ຂະນະນີ້ ເຈົ້າໜ້າທີ່ ຕໍາຣວດ ຍັງຕິດຕາມຫາ ທັງຄົນ ແລະ ຣົດຢູ່. ເວົ້າສະເພາະ ສຸລິ ກອງດາລາວົງ ຜູ້ທີ່ໄດ້ ສັນຊາດ ອະເມຣິກັນ ເມື່ອວັນທີ 16 ກັນຍາ 1987 ແລະ ໄດ້ກັບເມືອ ຢາມບ້ານ ຫລາຍຄັ້ງ ແລະ ມີຜູ້ໄກ້ຊິດ ທີ່ສຸດ ຢູ່ສວັນນະເຂດ ມາໄດ້ 3-4 ປີ ແລ້ວນັ້ນ ເມືອຢາມບ້ານ ຄັ້ງຫລ້າສຸດ ໃນວັນທີ 12 ກັນຍາ 2012 ແລະ ກະວ່າຈະ ກັບຄືນ ສະຫະຣັດ ໃນດືອນ ມິນາ ທີ່ຈະມາ ເຖິງນີ້ ເພື່ອໃຫ້ທັນ ເວລາ ເສັຍພາສີ ຣາຍໄດ້ ປະຈໍາປີ 2012.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.