ເກມຂີ້ຕົວະຂອງທາງການລາວ ຕ້ອງ ຍຸຕິ ລົງ

ມະນີຈັນ
2014.09.24
f-default ສະມາຊິກ ຣັຖສະພາ ອາຊຽນ ເພື່ອ ສິດທິມະນຸດ APHR ເຫັນວ່າ ເກມຂີ້ຕົວະ ຂອງຣັຖບານລາວ ເຣື່ອງ ທ່ານ ສົມບັດ ສົມພອນ ຈະຕ້ອງ ຍຸຕິລົງ
RFA

 

ທ່ານ Charles Santiago LTMS ສະມາຊິກ ຣັຖສະພາ ມາເລເຊັຽ ທັງເປັນ ຮອງ ປະທານ ບັນດາ ສະມາຊິກ ຣັຖສະພາ ອາຊຽນ ເພື່ອ ສິດທິມະນຸດ ຫລື APHR ກ່າວວ່າ ທາງການ ລາວ ໄດ້ຕັ້ງ ຝາປະທາຍ ຂອງຄວາມ ມິດງຽບ ເຣື່ອງ ການສືບສວນ ຫາຕົວ ທ່ານ ສົມບັດ ສົມພອນ ແລະ ໄດ້ສລຸບ ແບບ ສລາດ ວ່າ ໃນຕົວຈິງ ແລ້ວ ບໍ່ມີການ ສືບສວນ ສອບສວນ ໃດໆເລີຍ. ຄວາມແຂງ ກະດ້າງ ອັນນີ້ ເປັນ ສ່ວນໜຶ່ງ ຂອງ ການປົກປິດ ເຈົ້າໜ້າທີ່ ຣັດ ທີ່ ມີສ່ວນ ໃນການ ລັກພາ ຕົວ ທ່ານ ສົມບັດ.

ພວກທ່ານ ຖືວ່າ ທ່ານ ສົມບັດ ສົມພອນ ເປັນພົລເມືອງ ຂອງ ອາຊຽນ ແຕ່ບໍ່ໄດ້ ເປັນພຽງ ພົລເມືອງ ຂອງ ປະເທດລາວ ເທົ່ານັ້ນ ພວກ ທ່ານ ຈຶ່ງ ມີສິດ ແລະ ພັລທະ ທີ່ ຈະຊ່ວຍ ຊອກຮູ້ວ່າ ມີຫຍັງ ເກີດຂຶ້ນ ກັບ ທ່ານ ສົມບັດ. ແລະວ່າ ການຫລິ້ນເກມ ແບບ ໂຈ່ງແຈ້ງ ການ ປະຕິເສດ ການ ຊ່ວຍເຫລືອ ການເວົ້າຕົວະ ແລະ ໃຫ້ຄຳຕອບ ແບບ ທ້າທາຍ ຂອງ ທາງການ ລາວ ເມື່ອຖາມ ເຖິງຂໍ້ມູລ ການສືບ ສວນ ສອບສວນ ນັ້ນ ເປັນເຣື່ອງທີ່ ໜ້າເບື່ອໜ່າຍ ແລະ ສົ່ງຜົລ ສະທ້ອນ ບໍ່ດີ ບໍ່ພຽງແຕ່ ຕໍ່ ສປປລາວ ຫາກ ຕໍ່ອາຊຽນ ທັງໝົດ.

ບັນດາ ຜູ້ແທນ APHR ໄດ້ເດີນທາງ ໄປລາວ ຣະຫວ່າງ ວັນທີ 15 ຫາ 20 ກັນຍາ ນີ້ ສ່ວນໜຶ່ງ ກໍເພື່ອ ສແວງຫາ ຄວາມຈິງ ແລະ ຕິດຕາມ ເຣື່ອງ ການສືບສວນ ຫາບ່ອນຢູ່ ຂອງ ທ່ານ ສົມບັດ. ໃນ ຣະຫວ່າງ ການ ຢ້ຽມຢາມ ນັ້ນ ທາງຄນະ ໄດ້ພົບປະ ກັບ ບັນດາ ຜູ້ຕາງໜ້າ ຣັຖບານ ລາວ ສະພາ ແຫ່ງຊາດ ແລະ ກະຊວງ ການ ຕ່າງປະເທດ ຮວມທັງ ທ່ານ ພູກົງ ສີສຸລາດ ຊຶ່ງ ເປັນທັງຜູ້ ຕາງໜ້າ ລາວ ປະຈຳ ຄນະກັມການ ສິດທິມະນຸດ ຣະຫວ່າງ ຣັຖບານ ປະເທດ ອາຊຽນ ຫລື AICHR.

ໃນການ ເດີນທາງ ໄປລາວ ເທື່ອນີ້ ທາງ AICHR ຜິດຫວັງ ຫລາຍ ທີ່ສຸດ ຢູ່ຄືເກົ່າ ຄືຄວາມ ພຍາຍາມ ຂອງ ທາງການ ລາວ ທີ່ ບໍ່ໃຫ້ ມີການ ເວົ້າເຖິງ ເຣື່ອງການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.