ຣາຍງານການຣະເມີດສິດທິ ມະນຸດ ຢູ່ ລາວ

ອະວາຣີ
2015.01.20
F-BT ດຣ. ບຸນທອນ ຈັນທະລາວົງ ວີເຊີ (ຂວາສຸດ) ພ້ອມດ້ວຍ ຄນະບໍຣິຫານ ຂອງ ອົງການ ກໍາລັງຕຣຽມການ ປະຕິບັດແຜນງານ ທີ່ນະຄອນ ເຈນີວາ ປະເທດ ສວິຊແລັນ.
RFA

 

ເມື່ອວັນຈັນ ວັນທີ 19 ມົກກະຣາ 2015 ທີ່ ນະຄອນ ເຈນີວາ ປະເທດ ສວິຊແລັນ ກ່ອນອື່ນ ໝົດ ສະມາຊິກ ພັນທະມິດ ເພື່ອ ປະຊາ ທິປະໄຕ ໃນລາວ ໄດ້ບ່ອນບັດ ເລືອກເອົາ ດຣ. ບຸນ ທອນ ຈັນທະລາວົງ ວີເຊີ ໃຫ້ ສືບຕໍ່ ຮັບໜ້າທີ່ ປະທານ ເປັນ ສມັຍທີ່ 3. ຫລັງຈາກ ນັ້ນ ຜູ້ເຂົ້າຮ່ວມ ກອງປະຊຸມ ກໍປະກອບ ຄວາມຄິດເຫັນ ຣາຍງານ ການ ຣະເມີດ ສິດທິ ມະນຸດ ຕ່າງໆ ຢູ່ລາວ. ຕໍ່ມາ ຄນະ ຜູ້ຕາງໜ້າ ພັນທະມິດ ກໍໄປ ຣາຍງານ ການຣະເມີດ ສິດທິ ມະນຸດ ຕ່າງໆ ໃນລາວ ຕໍ່ ເຈົ້າໜ້າທີ່ ສະຫະ ປະຊາຊາດ, ດັ່ງ ດຣ. ບຸນທອນ ຈັນທະລາວົງ ວີເຊີ ກ່າວວ່າ:

“ອັນສຳຄັນ ທີ່ສຸດ ເຮົາກໍໄດ້ ກ່າວເຖິງ ສະພາບ ຂອງ ປະເທດເຮົາ ທີ່ ຖືກປົກຄອງ ດ້ວຍ ຣະບອບ ຜະເດັດການ ຄອມມຸຍນິສ ພັກດຽວ ທີ່ວ່າ ປະຊາຊົນ ຖືກຢຽບຍໍ່າ ທາງດ້ານ ສິດມະນຸດ ທຸກໆດ້ານ ສິດທິ ທາງດ້ານ ສາສນາ ກໍຖືກ ຢຽບຍໍ່າ ການ ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ການຍຶດ ທີ່ດິນ ຕ່ອນຫຍ້າ ຂອງ ປະຊາຊົນ ໄປໃຫ້ ຕ່າງຊາດ ບັນຫາ ການສໍ້ໂກງ ການ ຄ້າມະນຸດ ຢາເສບຕິດ ບັນຫາ ນັກໂທດ ການເມືອງ ນັກໂທດ ສູນ ສຳມະນາ ພ້ອມທັງ ຂະບວນ ນັກ ສຶກສາ ທີ່ ຖືກຈັບກຸມ ຈົນເຖິງ ປັດຈຸບັນ ນີ້ ກໍໄດ້ກ່າວ ສາຍ ວີດີໂອ ໃຫ້ ພວກເພິ່ນ ເບິ່ງ.”

ນອກຈາກ ນັ້ນ ຄນະ ຜູ້ນຳ ອົງການ ພັນທະມິດ ເພື່ອ ປະຊາທິປະໄຕ ຍັງໄດ້ຍື່ນ ຂໍ້ສເນີ ຫລາຍຢ່າງ ໃຫ້ ຣັຖບານ ສປປລາວ ໄປປັບປຸງ ການນັບຖື ສິດທິ ມະນຸດ ໃຫ້ດີຂື້ນ. ສຳລັບ ກິຈກັມ ທີ່ສຳຄັນ ໃນມື້ອື່ນ ນັ້ນ ເຈົ້າໜ້າທີ່ ອົງການ ສະຫະ ປະຊາຊາດ ແລະ ຜູ້ຕາງໜ້າ ປະເທດ ອື່ນໆ ຈະສໍ້ຖາມ ເຈົ້າໜ້າທີ່ ຣັຖບານ ລາວ ວ່າ ໃນຣະຍະ ສີ່ ປີ ຜ່ານມາ ຣັຖບານ ລາວ ໄດ້ປັບປຸງ ການນັບຖື ສິດທິ ມະນຸດ ໃຫ້ດີຂື້ນ ແນວໃດ.

ອາວະຣີ ວິທຍຸ ເອເຊັຽ ເສຣີ ຣາຍງານ ຈາກ ນະຄອນ ເຈນີວາ ປະເທດ ສວິຊແລັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.