ໂຮງຮຽນຊັ້ນປະຖົມກາຍເປັນ ມູລປະຖົມ

ມະນີຈັນ
2014.06.27
F-default ໂຮງຮຽນຊັ້ນປະຖົມກາຍເປັນ ມູລປະຖົມ
RFA

 

ໃນ ສົກການສຶກສາ 2013-14 ຈຳນວນ ນັກຮຽນ ໃນ ຊັ້ນ ປະຖົມ ຂອງຣັດ ນະຄອນ ຫລວງ ວຽງຈັນ ໄດ້ຫລຸດລົງ ຍ້ອນພໍ່ແມ່ ຜູ້ ປົກຄອງ ບໍ່ໝັ້ນໃຈ ໃນ ຣະບົບ ການສອນ ແລະ ສະພາບ ໂຮງຮຽນ ກໍ່ບໍ່ໄດ້ ມາຕຖານ ຈົນເຮັດໃຫ້ ໂຮງຮຽນ ປະຖົມ ຂອງຣັດ ຫລາຍແຫ່ງ ໃນ ຕົວເມືອງ ແລະ ນອກເມືອງ ກາຍເປັນ ໂຮງຮຽນ ມູລປະຖົມ ຫຼື ເວົ້າອີກ ຢ່າງໜຶ່ງ ວ່າ ກາຍເປັນ ໂຮງຮຽນ ປະຖົມ ບໍ່ສົມບູນ. ດັ່ງ ນາຍຄຣູ ໂຮງຮຽນ ປະຖົມ ເມືອງ ປາກງື່ມ ເວົ້າວ່າ:

"ສົກຮຽນ 2013-14 ທີ່ ຜ່ານມານີ້, ກະຄື ຈຳນວນ ນັກຮຽນ ໂຮງຮຽນ ລັດ ນີ້ຫຼຸດລົງ 50 ເປີເຊັນ ພຸ້ນໃດ໋. ເຮົາສັງເກດ ໄດ້ວ່າ ຄືອັນ ປະຖົມ ເວົ້າງ່າຽໆ ຄື ປະຖົມ ນີ້ນ່ະ, ບາງ ໂຮງຮຽນ ທີ່ຢູ່ໃນ ເຂດ ຊານເມືອງ ໃນຕົວເມືອງ ນະຄອນ ຫຼວງ ວຽງຈັນ ເຮົານີ້ ເປັນ ໂຮງຮຽນ ມູລປະຖົມ ໄປແລ້ວ ເພາະວ່າ ບໍ່ມີ ນັກຮຽນ ຊິເຂົ້າ ໄປຮຽນ ປໍ 1 ປໍ 2 ກະ ເລີຍ ບໍ່ມີຫ້ອງ ປໍ 1 ປໍ 2 ມີແຕ່ ປໍ 3 ປໍ 4 ໄປ. ລະບາງເຂດ ກະມີ ແຕ່ ປໍ 4 ປໍ 5 ໄປ, ລະ ປໍ 1 ຫັ້ນບໍ່ມີ, ກະເລີຍ ເຮັດເປັນ ມູລປະຖົມ ຄືວ່າເປັນ ໂຮງຮຽນ ປະຖົມ ບໍ່ສົມບູນ ຫັ້ນນ່ະ".

ໂຮງຮຽນ ມູລປະຖົມ ເປັນ ໂຮງຮຽນ ທີ່ບໍ່ມີ ຊັ້ນຮຽນ ຄົບ ຄືມີແຕ່ ບາງຊັ້ນ ເທົ່ານັ້ນ ນອກຈາກນັ້ນ, ໂຮງຮຽນ ປະຖົມ ບາງແຫ່ງ ກໍ່ມີການ ສິດສອນ ຮອດແຕ່ ປໍ 4. ແລະ ທຸກຊັ້ນ ແມ່ນຮຽນ ນຳກັນ ໃນ ຫ້ອງດຽວ ຍ້ອນ ນັກຮຽນ ບໍ່ມີ ຫລາຍ ແລະ ຄຣູ ທີ່ຈະມາ ສິດສອນ ກໍ່ ມີຈຳກັດ.

ໃນຂະນະ ດຽວກັນ, ພໍ່ແມ່ ຜູ້ປົກຄອງ ແມ່ນ ນິຍົມ ພາລູກ ຫລານ ໄປຮຽນ ຢູ່ໂຮງຮຽນ ເອກຊົນ ເຖິງຈະໃຊ້ ຈ່າຍ ແພງແດ່ ກໍ່ຕາມ ເພາະ ບໍ່ເຊື່ອ ໃນການ ສອນ ຂອງ ໂຮງຮຽນ ຣັດ ແລະ ສະພາບ ຂອງ ໂຮງຮຽນ ຮວມໄປເຖິງ ສິ່ງ ອຳນວຍ ຄວາມ ສະດວກ ໃຫ້ແກ່ ການຮຽນ ກໍບໍ່ມີ ເຖິງມີ ກໍ່ບໍ່ໄດ້ ມາຕຖານ.

ອີກຢ່າງໜຶ່ງ ພາຍຫັລງ ທີ່ ຍ້າຍໄປ ໂຮງຮຽນ ເອກຊົນ ຜົນການຮຽນ ຂອງ ລູກຫລານ ກໍດີຂຶ້ນ ກວ່າເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.