ກອງປະຊຸມຊາວລາວໃນ ຕ່າງແດນ

ຈເຣີນສຸຂ
2015.04.19
F-Phitsamay ດຣ.ພິສໄມ ສີຈິດໂກຄົງ ອຸ້ຍ(ຊ້າຍ) ອາຈານສອນ ທີ່ມະຫາວິທຍາລັຍ ຣັດ ແມແຊັດຈູແຊັດ ໂອ້ລົມ ກັບ ຜູ້ເຂົ້າຮ່ວມ ກອງປະຊຸມ
RFA

ກອງປະຊຸມ ເປັນເວລາ 2 ມື້, ເຣີ່ມແຕ່ ວັນທີ 17 ແລະ ສິ້ນສຸດ ລົງ ໃນ ວັນທີ 18 ເມສາ, ຊຶ່ງ ມີຜູ້ ເຂົ້າຮ່ວມ 100 ປາຍ ຄົນ, ຮວມທັງ ນັກຮຽນຮູ້ ປັນຍາຊົນ, ອາຈານ ສອນ ໃນ ມະຫາ ວິທຍາລັຍ, ນັກຂຽນ, ສິລປິນ, ຜູ້ ຊ່ຽວຊານ ດ້ານ ເທັກໂນໂລຈີ ແລະ ຜູ້ກໍ່ຕັ້ງ ສະມາຄົມ ຊ່ອຍເຫລືອ ຊາວລາວ ໃນ ສະຫະຣັດ.

ໃນ ກອງປະຊຸມ ນັກ ວິຊາການ ແລະ ຜູ້ເຂົ້າຮ່ວມ, ຊຶ່ງ ສ່ວນຫລາຍ ແມ່ນ ຊາວໜຸ່ມ ຍິງສາວ ທີ່ ເຕີບໃຫຍ່ ແລະ ໄດ້ ຮັບການ ສຶກສາ ໃນ ສະຫະຣັດ ອະເມຣິກາ, ໄດ້ ແບ່ງປັນ ປະສົພການ ໃນການ ດໍາຣົງ ຊີວິດ ຢູ່ ຕ່່າງ ປະເທດ. ດຣ.ພິສໄມ ສີຈິດໂກຄົງ ອາຈານ ສອນ ທີ່ ມະຫາ ວິທຍາລັຍ ທີ່ ຣັດ ແມແຊັດຈູແຊັດ, ກ່າວ ກ່ຽວກັບ ອຸປສັກ ໃນການ ຕັ້ງ ຖິ່ນຖານ ໃໝ່ ຂອງ ຊາວ ອົພຍົບ ໂດຍສະເພາະ ແມ່ນ ຄວາມສໍາຄັນ ຂອງ ພາສາ ອັງກິດ ທີ່ ຈະໃຊ້ ໃນການ ສື່ສານ ແລະ ວຽກ ງານ ຕ່າງໆ. ຫລັງຈາກ ນັ້ນ ຍານາງ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ໃນ ຕອນນຶ່ງ ວ່າ:

"ພວກເຮົາ ມາທີ່ນີ້ ເວົ້່າ ກ່ຽວກັບ ບັນຫາ ທີ່ ພວກເຮົາ ປະສົພ ວ່າ ມີຫຍັງ ແດ່ ແລະ ພວກເຮົາ ໃນນາມ ຊຸມຊົນ ຊາວລາວ ຄວນເຮັດ ຫຍັງແດ່ ເພື່ອ ຫາວິທີ ຊ່ອຍເຫລືອ ແລະ ສນັບສນູນ ຊາວໜຸ່ມ ລາວ. ພວກເຮົາ ບໍ່ພຽງແຕ່ ທົບທວນ ເຣື່ອງ ປວັດສາດ ແຕ່ ພວກເຮົາ ເວົ້າ ກ່ຽວກັບ ຄວາມ ລໍາບາກ ທີ່ ພວກເຮົາ ປະເຊີນ".

ນອກຈາກນັ້ນ, ຜູ້ ປາໄສ ອື່ນໆ ກໍໄດ້ ແບ່ງປັນ ກ່ຽວກັບ ປະສົພການ ແລະ ອາຊີພ ຂອງຕົນ ເປັນຕົ້ນ ແມ່ນ ການ ສະແດງ, ການ ຂຽນປຶ້ມ, ການໃຊ້ ອິນເທີເນັດ, ການ ຮັກສາ ແລະ ເຜີຍແຜ່ ສິລປະ ວັທນະທັມ ໃຫ້ແກ່ ຄົນ ຮຸ່ນໃໝ່. ທ່ານ ແສງມະນີ ຣາຊບຸດ, ຜູ້ ປະສານ ງານ ໂຄງການ ທີ່ ສູນ ຄົ້ນຄວ້າ ປວັດສາດ ອົພຍົບ, ນຶ່ງ ໃນຄນະ ກັມມະການ ຈັດ ກອງປະຊຸມ, ກ່າວ ຕໍ່ ວິທຍຸ ເອເຊັຽ ເສຣີ ພາຍຫລັງ ກອງປະຊຸມ ສິ້ນສຸດ ລົງ ວ່າ:

"ເຮົາກະເວົ້າ ເຣື່ອງ ປວັດສາດ ນໍາ ກະດີ ຫລາຍ ເນາະ ຫລາຍຄົນ ກະສົນໃຈ ເຣື່ອງປວັດ ແຕ່ ສິ່ງສໍາຄັນ ທີ່ສຸດ ເຮົາ ເວົ້່າເຣື່ອງ ປັຈຈຸບັນ ນີ້ ແມ່ນບໍ່ ວ່າ ປັຈຈຸບັນ ນີ້ ສັງຄົມ ລາວ ເຮົາ ເຮັດແນວໃດ ແດ່ ຫລາຍຄົນ ມາຈາກ ຕ່າງ ຣັດ, ຕ່າງ ແດນ, ຕ່າງ ປະເທດ ນີ້ ເຮົາມາ ເວົ້າກັນ ແນວໃດ ເຮົາມາ ວາງແຜນ ເພື່ອ ອີກ 40 ປີ."

ໃນ ຕອນທ້າຍ ຂອງ ກອງ ປະຊຸມ ຜູ້ ເຂົ້າຮ່ວມ ທີ່ ເປັນນັກ ສິລປິນ ສເນີ ຜົລງານ ໂດຍການ ສະແດງ ນາຕສິນ, ອ່ານກອນ, ສະແດງ ລະຄອນ ແລະ ອື່ນໆ ຊຶ່ງ ສ້າງ ບັນຍາກາດ ຢ່າງ ຄຶກຄື້ນ ແລະ ມ່ວນຊື່ນ ໃຫ້ ແກ່ ຜູ້ ເຂົ້າຮ່ວມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.