ລາວ-ເບລາຣຸສເຊັນການຮ່ວມມື

ອຸ່ນແກ້ວ ສຸກສວັນ
2014.04.23
f-default ສປປລາວ-ເບລາຣຸສ ເຊັນສັນຍາ ການຮ່ວມມື
RFA

 

ຣັຖສະພາ ລາວ ກັບ ຣັຖສະພາ ເບລາຣຸສ ໄດ້ເຊັນ ຂໍ້ຕົກລົງ ຮ່ວມມື ກັນ ໃນວັນ ທີ 21 ເມສາ 2014 ຫລັງຈາກ ທີ່ ຄະນະ ຜູ້ແທນ ສະພາ ແຫ່ງຊາດ ລາວ ໄດ້ໄປ ຢ້ຽມຢາມ ປະເທດ ເບລາຣຸສ. ອີງຕາມ ຣາຍງານ ຂອງ ສຳນັກ ຂ່າວເບວຕາ ຂອງ ເບລາຣຸສ.

ຜູ້ຕາງໜ້າ ໃຫ້ ຣັຖສະພາ ເບລາຣຸສ ທ່ານ ແອນນາໂທລີ ຣູບິນນອບ ແລະ ຜູ້ຕາງໜ້າ ສະພາ ແຫ່ງຊາດ ລາວ ຍານາງ ປານີ ຢ່າທໍ່ຕູ້. ສປປລາວ ແລະ ເບລາຣຸສ ໄດ້ສ້າງ ສາຍສຳພັນ ທາງດ້ານ ການທູດ ກັນເປັນ ເວລາ 20 ປີ ແລະ ຫລັງຈາກ ທີ່ ປະທານ ປະເທດລາວ ໄດ້ໄປ ຢ້ຽມຢາມ ເບລາຣຸສ ຢ່າງເປັນ ທາງການ ໃນປີ 2013 ຈຶ່ງມີການ ທົບທວນ ຂອບເຂດ ໃນການ ຮ່ວມມື ກັນ.

ບັນດາ ຄະນະ ຜູ້ແທນ ຈາກ ສະພາ ແຫ່ງຊາດ ລາວ ຈະ ປະຕິບັດ ໜ້າທີ່ ໃນການ ຢ້ຽມຢາມ ຢູ່ ເບລາຣຸສ ຈົນຮອດ ວັນທີ 25 ເມສາ ແລະ ຄາດວ່າ ຈະເຂົ້າພົບ ທ່ານ ມິເກວ ມີສນິໂກວິກ ນາຍົກ ຣັຖມົນຕຣີ ຂອງ ເບລາຣຸສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.