ສະພາທ່ອງທ່ຽວຢາກມີສິດ ມີສຽງ

ອະວາຣີ
2014.12.23
F-tourist ໂຄງການພັທນາ ການທ່ອງທ່ຽວ ໃນສປປລາວ ມີມາໂດຍຕລອດ
RFA

 

ສະພາ ການ ທ່ອງທ່ຽວ ແຫ່ງຊາດ ລາວ ຊຶ່ງ ປະກອບ ດ້ວຍ ພາກຣັດ ແລະ ເອກກະຊົນ ຕ້ອງການ ຢາກມີສິດ ມີສຽງ ຫລາຍຂຶ້ນ ໃນ ຣັຖບານ ເພື່ອພັທນາ ການ ທ່ອງທ່ຽວ ໃນລາວ. ນອກຈາກ ນັ້ນ ກອງປະຊຸມ ສະພາ ການ ທ່ອງທ່ຽວ ທີ່ ນະຄອນ ຫຼວງພຣະບາງ ເມື່ອ ອາທິດ ກ່ອນ ຍັງໄດ້ ຕົກລົງ ຊຸກຍູ້ ໃຫ້ ທັງພາກຣັດ ແລະ ເອກກະຊົນ ຟ້າວພັທນາ ຕົວເອງ ເພື່ອ ຮັບຮອງ ການ ເຕີບໃຫຍ່ ຂຍາຍຕົວ ຂອງ ການ ທ່ອງທ່ຽວ. ຜູ້ໃຫ້ ບໍຣິການ ນັກ ທ່ອງທ່ຽວ ກໍຕ້ອງ ທັນສມັຍ ຮູ້ໃຊ້ ອິນເຕີແນັດ ໃຫ້ ເປັນ ປໂຍດ. ອີກຢ່າງນຶ່ງ ກອງປະຊຸມ ຍັງໄດ້ ແນະນຳ ໃຫ້ພາກຣັດ ແລະ ເອກກະຊົນ ໃນ ຂແນງການ ທ່ອງທ່ຽວ ຕຣຽມຕົວ ເຂົ້າ ປະຊາຄົມ ເສຖກິດ ອາຊຽນ ໃນ ທ້າຍປີ ໜ້າ.

ທ່ານ John Koldowski ທີ່ ປຶກສາ ພິເສດ ສະມາຄົມ ການ ທ່ອງທ່ຽວ ໃນເຂດ ເອເຊັຍ ປາຊີຟິກ ກ່າວຕໍ່ ກອງປະຊຸມ ວ່າ ເພື່ອປັບຕົວ ເຂົ້າ ປະຊາຄົມ ເສຖກິດ ອາຊຽນ ໃຫ້ໄດ້ດີ ບັນດາ ກະຊວງ ກົມກອງ ຂອງ ຣັຖບານ ລາວ ຕ້ອງຮ່ວມມື ແລະ ປະສານງານ ກັນ ໃຫ້ດີ ຂື້ນ; ດີແທ້ ໃຫ້ ຣັຖບານ ຕັ້ງ ກະຊວງ ການ ທ່ອງທ່ຽວ ຂື້ນມາ ໂດຍ ສະເພາະ.

ສ່ວນທ່ານ ສາລີ ພິມພິນິດ ປະທານ ກອງ ປະຊຸມ ກ່າວວ່າ ຣັຖບານ ລາວ ຄວນ ຫລຸດຜ່ອນ ຣະບົບ ການ ເຮັດວຽກ ທີ່ ມີຫຼາຍເຈົ້າ ຫຼາຍນາຍ ຫຼາຍຫ້ອງ ແລະ ການໃຊ້ ສິດອຳນາດ ລົງເພື່ອ ຈະພັທນາ ການ ທ່ອງທ່ຽວ ໃຫ້ໄວຂື້ນ. ເຖິງຢ່າງໃດ ກໍດີ ທ່ານ Koldowski ກໍກ່າວຢໍ້າ ໃນ ທຳນອງ ທີ່ວ່າ ປະເທດລາວ ບໍ່ຈຳເປັນ ຕ້ອງຟ້າວ ພັທນາ ການ ທ່ອງທ່ຽວ ແບບທີ່ ທຳລາຍ ສິ່ງ ແວດລ້ອມ ແລະ ປະເພ ນີ ວັທນະທັມ ອັນ ດີງາມ ຂອງ ຊາດລາວ; ຕົວຢ່າງ ນະຄອນ ຫລວງ ພຣະບາງ ບໍ່ຈຳເປັນ ຕ້ອງ ເຕີບໃຫຍ່ ຂຍາຍຕົວ ໄວ; ຖ້ານັກ ທ່ອງທ່ຽວ ມັກ ສະພາບ ປັດຈຸບັນ ພວກເຮົາ ກໍຄວນ ປົກປັກສາ ສະພາບເດີມ ນີ້ໄວ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.