ກອງປະຊຸມພາກປະຊາຊົນ ອາຊຽນ

ສົມເນ
2015.04.24
F-APF ພາຍໃນກອງປະຊຸມ ພາກ ປະຊາຊົນ ອາຊຽນ ຫລື APF ຢູ່ ປະເທດ ມາເລເຊັຍ
Citizen Journalist

ຄນະ ກັມມະການ ຈັດ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ຫລື APF ຢູ່ ປະເທດ ມະເລເຊັຽ ຍັງບໍ່ ຕັດສິນໃຈ ວ່າຈະ ຈັດ ປະຊຸມ ສໍາລັບ ປີ 2016 ຢູ່ ສປປ ລາວ ຫລື ບໍ່, ຍ້ອນ ບໍ່ ໝັ້ນໃຈ ນໍາຄວາມ ປອດໄພ ຂອງ ຜູ້ເຂົ້າ ຮ່ວມ ກອງປະຊຸມ ໂດຍ ສະເພາະ ຜູ້ທີ່ ເຮັດວຽກ ກັບ ອົງກາ ຈັດຕັ້ງ ທາງ ສັງຄົມ ຢູ່ ໃນ ສປປລາວ.

ຕາມ ແຫລ່ງ ຂ່າວ ຈາກ ມາເລເຊັຽ ຄນະ ກັມມະການ ດັ່ງກ່າວ ໄດ້ ປະຊຸມ ຮ່ວມກັບ ຜູ້ ຕາງໜ້າ ອົງການ ຈັດຕັ້ງ ທາງ ສັງຄົມ ຝ່າຍ ລາວ ໃນວັນທີ 23 ເມສາ ຊຶ່ງ ເປັນມື້ ທີສອງ ຂອງ ກອງ ປະຊຸມ ພາກ ປະຊາຊົນ ອາຊຽນ ຢູ່ ປະເທດ ມາເລເຊັຍ ໃນນັ້ນ ຜູ້ ເຂົ້າຮ່ວມ ກອງ ປະຊຸມ ໄດ້ຍົກ ບັນຫາ ເຣື້ອງ ຄວາມ ປອດໄພ ສໍາລັບ ຄົນລາວ ຢູ່ ປະເທດ ລາວ ທີ່ ຈະເຂົ້າຮ່ວມ ວ່າ ຈະມີຄວາມ ປອດໄພ ຫລື ບໍ່. ທ່ານ ແກລນ ຮັນ ເຈົ້າໜ້າທີ່ ອົງການ ຈັດຕັ້ງ ທາງ ສັງຄົມ ຈາກ ປະເທດ ພະມ້າ ກ່າວ ເປັນ ພາສາລາວ ວ່າ:

"ຂ້າພະເຈົ້າ ເຂົ້າໃຈ ວ່າ ຖ້າວ່າ ຄົນ ຕ່າງ ປະເທດ ໄປ ລາວ ກະຄືຊິ ບໍ່ມີ ບັນຫາ ຂ້າພະເຈົ້າ ກະຄິດ ວ່າ ຢູ່ໃນ ເອພີເອຟ ກະຄືຊິ ບໍ່ມີ ບັນຫາ ຫຍັງເນາະ, ແຕ່ວ່າ ຂ້າພະເຈົ້າ ກໍຢ້ານວ່າ ເນາະ ຖ້າວ່າ ຄົນລາວ ຢູ່ໃນ ປະເທດ ລາວ ໄປເວົ້າ ຢູ່ໃນ ປະຊຸມ ກ່ຽວກັບ ບັນຫາ ຂອງລາວ ຣັຖບານ ຂອງລາວ ກະ ບໍ່ເຫັນດີ ແລະ ຜູ້ເວົ້າ ກ່າຊີ ມີ ບັນຫາ".

ນອກຈາກ ນີ້ ຕົວແທນ ຈາກ ອົງການ ຈັດຕັ້ງ ທາງ ສັງຄົມ ຈາກ ປະເທດ ສະມາຊິກ ອາຊຽນ ຫຼາຍທ່ານ ໄດ້ ສະແດງ ຄວາມ ເປັນ ຫ່ວງ ກ່ຽວກັບ ບັນຫາ ຄວາມ ປອດພັຍ ຂອງ ຜູ້ເຂົ້າຮ່ວມ ທີ່ ເປັນ ຄົນລາວ. ໃນ ເວລາ ດຽວກັນ ນັ້ນ ຄນະ ກັມມະການ ອົງການ ຈັດຕັ້ງ ທາງ ສັງຄົມ ຂອງລາວ ກໍ ບໍ່ ສາມາດ ຕອບ ຄໍາຖາມ ໄດ້ ຢ່າງ ແຈ່ມແຈ້ງ.

ໃນ ຕອນທ້າຍ ຂອງ ກອງ ປະຊຸມ ຄນະ ກັມມະການ ຈັດ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ປະກາດ ວ່າ ຂໍໃຊ້ ເວລາ ອີກ 2 ເດືອນ ເພື່ອ ພິຈາຣະນາ ການຈັດ ກອງປະຊຸມ ຢູ່ ສປປ ລາວ. ຜ່ານມາ ເຄີຍມີ ຄົນລາວ ຜູ້ ທີ່ມາ ເຂົ້າ ຮ່ວມໃນ ກອງປະຊຸມ ພາກ ປະຊາຊົນ ເອເຊັຍ-ຢູໂຣບ ທີ່ ສປປ ລາວ ເຄີຍເປັນ ເຈົ້າພາບ ໃນ ເດືອນ ຕຸລາ ປີ 2012.  ຢູ່ ກອງປະຊຸມ ຕອນນັ້ນ ມີ ຜູ້ຍິງ ລາວ ຄົນນຶ່ງ ທີ່ ເວົ້າເຖິງ ເຣື້ອງ ການ ຍຶດຄອງ ທີ່ດິນ. ຫລັງຈາກ ນັ້ນ ຜູ້ຍິງ ຄົນ ດັ່ງກ່າວ ກໍຖືກ ເຈົ້າໜ້າທີ່ ຕໍາຣວດ ນໍາໄປ ສືບສວນ ຢູ່ ບ້ານ ແລະ ລາວ ເອງ ກໍຖືກ ນາບຂູ່, ແລະ ອີກ ກໍຣະນີ ນຶ່ງ ກໍແມ່ນ ການ ລັກພາ ຕົວ ທ່ານ ສົມບັດ ສົມພອນ ໃນ ວັນທີ 15 ທັນວາ 2012 ຫລັງຈາກ ກອງ ປະຊຸມ ພາກ ປະຊາຊົນ ເອເຊັຽ-ຢູໂຣບ  ສິ້ນສຸດ ລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.