ອຶງຊຸຍເມັງຍຶດໝັ້ນຊອກຫາ ຄໍາຕອບ

ມະນີຈັນ
2014.12.12
f-Shui-Meng ຮູປ ມາດາມ ອຶງຊຸຍເມັງ ຖ່າຍໃນວັນຖແລງຂ່າວ ທີ່ ບາງກອກ 10 ທັນວາ 2014
AFP PHOTO / CHRISTOPHE ARCHAMBAULT

 

ໃນວັນ ຄົບຮອບ 2 ປີ ຂອງ ການ ຫາຍສາບສູນ ແບບໄຮ້ ຮ່ອງຮອຍ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ດີເດັ່ນ ຂອງລາວ ແລະ ທັງເປັນ ເຈົ້າຂອງ ຣາງວັນ ກຽດຕິຄຸນ ແມັກໄຊໄຊ ປີ 2005 ມາດາມ ຊຸຍເມັງ ກ່າວວ່າ ຈະ ສືບທາວຫາ ສາມີ ຕໍ່ໄປ ຈົນກວ່າ ຈະພົບ ຈົນກວ່າຈະໄດ້ ຮັບຄໍາຕອບ ຢ່າງແທ້ຈິງ ເຖິງຈະດົນ ປານໃດກໍຕາມ:

"ຂ້ອຍ ຈະບໍ່ສີ້ນສຸດ ການຖາມ ການຊອກ ແລະ ການຮ້ອງຂໍ ຣັຖບານ ລາວ ເຈົ້າໜ້າທີ່ ແລະ ຕໍາຣວດ ທັງ ອີກຂັ້ນເທິງ ກະຣຸນາ ອີ່ດູຕົນ ຄອບຄົວ ຂອງເຮົາ ໃຫ້ຄໍາຕອບ ໃຫ້ເຮົາ ໂດຍໄວ ເພາະວ່າ ຊີວິດເຮົາ ຫລັງຈາກ ສົມບັດ ຫາຍໄປແລ້ວ ມັນຕົກເປັນ ຄວາມ ຫຍູ້ງຍາກ ຕົກເປັນ ຄວາມ ເຈັບໃຈ ແຕ່ລະວັນ ບໍ່ມີວັນໃດ ຊິບໍ່ໄດ້ ເຈັບ ບໍ່ໄດ້ ແສບ ແຕ່ຂ້ອຍມີ ຄໍາໝັ້ນ ສັນຍາ ຕໍ່ຕົນເອງ ແລະ ຄອບຄົວ ຂ້ອຍ ຊິຊອກ ຈົນຮອດ ມື້ຕາຍ ຖ້າບໍ່ໄດ້ ຄໍາຕອບ ຂ້ອຍກະຍັງ ຊອກຢູ່ ຈົນຮອດ ບໍ່ມີ ຊີວິດ ເລີຍ".

ໃນງານ ຖແລງຂ່າວ ກ່ຽວກັບ ທ່ານ ສົມບັດ ສົມພອນ ນັກພັທນາ ທີ່ ມີຫົວ ກ້າວໜ້າ ເພື່ອ ປວງຊົນ ລຸ້ນ ໜຸ່ມນ້ອຍ ຄົບຮອບ 2 ປີ ທີ່ ສະໂມສອນ ນັກຂ່າວ ຕ່າງປະເທດ ຢູ່ ບາງກອກ ໃນ ວັນທີ 11 ທັນວາ 2014 ໄດ້ມີຫຼາຍ ອົງການ ນາໆຊາດ ແລະ ບັນດາ ຜູ້ທີ່ເຫັນ ໃຈ ເຂົ້າຮ່ວມ ຮຽກຮ້ອງ ໃຫ້ ທາງການລາວ ສືບຫາ ທ່ານ ສົມບັດ ໂດຍໃຊ້ ເທັກໂນໂລຊີ ຕ່າງໆ.

ທ່ານ Saman Zia-Zarifi ຜູ້ ອໍານວຍການ ໂຄງການ ເອເຊັຽ ປາຊີຝິກ ຄນະ ກັມການ ນັກ ນິຕິສາດ ສາກົລ ກ່າວວ່າ ສິ່ງທີ່ບໍ່ ຈະແຈ້ງ ສໍາລັບ ພວກທ່ານ ກໍຄືວ່າ ຣັຖບານ ລາວ ໄດ້ ກວດເບິ່ງກ້ອງ ວົງຈອນປິດ ອື່ນໆອີກ ທີ່ຢູ່ຕາມ ເສັ້ນທາງ ດຽວກັນນັ້ນ ຫຼືບໍ່ ແຕ່ເທົ່າທີ່ຮູ້ ປາກົດວ່າ ບໍ່ເລີຍ:

"ແຫລ່ງ ຂໍ້ມູລ ທາງ ເທັກນິກ ໜຶ່ງອີກ ທີ່ ສໍາຄັນ ຄື ການກວດເບິ່ງ ໂທຣະສັບ ມືຖື ຂອງ ຕໍາຣວດ ຂອງ ເຈົ້າໜ້າທີ່ ຄົນອື່ນໆ ທີ່ຢູ່ ປ້ອມຍາມ ນັ້ນ, ນີ້ເປັນສິ່ງທີ່ ນັກສືບສວນ ສາກົນ ເຂົາເຮັດມາ ຫຼາຍສິບປີ ແລ້ວ, ແລະ ສິ່ງໜຶ່ງອີກ ທີ່ ຄວນເຮັດ ໃນ ທັນທີ ໃນ ການ ສືບສວນ ທຸກ ກໍຣະນີ ແບບນີ້ ຄື ເອົາຂໍ້ມູລ ໂທຣະສັບ ມືຖື ຜ່ານຈຸດຮັບ ສົ່ງ ສັນຍານ ທີ່ ຢູ່ໃກ້ ບ່ອນ ເກີດເຫດ ເພື່ອທີ່ຈະ ສາມາດ ຮູ້ໄດ້ວ່າ ໃຜເວົ້າ ກັບໃຜ ເວລາ ນັ້ນ".

ຫລັງຈາກ ເກີດ ເຫດການ ຫາຍສາບສູນ ຂອງ ທ່ານ ສົມບັດ ເມື່ອ ວັນທີ 15 ທັນວາ 2012 ທາງ ການລາວ ກໍໄດ້ອອກ ຂໍ້ກໍານົດ ກົດຣະບຽບ ຊຶ່ງ ມີເນື້ອຫາ ຄຸມເຄືອ ເຮັດໃຫ້ ອົງການ ທີ່ ບໍ່ຂຶ້ນກັບ ຣັຖບານ ຫລື NGOs ດໍາເນີນ ວຽກງານ ຍາກຂຶ້ນ ໃນລາວ ແລະ ມີຫລາຍ ໂຄງການ ໄດ້ຢຸດໄປ.

ໃນວັນ ຄົບຮອບ 2 ປີ ທີ່ ທ່ານ ສົມບັດ ສົມພອນ ໄດ້ ຫາຍສາບສູນ ໄປນັ້ນ ຍານາງ Matilda Bogner ຂ້າຫຼວງ ໃຫຍ່ ດ້ານ ສິດທິ ມະນຸດ High Commissioner of Human Rights ກໍກ່າວ ເຖິງ ດໍາຣັດ ຄວບຄຸມ ຂໍ້ມູລຂ່າວ ຜ່ານທາງ ອິນເທີເນັຕ ຊຶ່ງ ຣັຖບານ ລາວ ໄດ້ອອກ ເມື່ອ ເດືອນ ກັນຍາ ຜ່ານມາວ່າ ມີເນື້ອຫາ ທີ່ ບໍ່ຈະແຈ້ງ:

"ຍົກ ຕົວຢ່າງ ວັກທີ 1 ຂອງ ດໍາຣັດ ຫ້າມບໍ່ໃຫ້ ເຜີຍແພ່ ຂໍ້ມູລ ຂ່າວສານ ທີ່ ບໍ່ຖືກຕ້ອງ ຕ້ານພັກ ຕ້ານ ຣັຖບານ. ວັກ 3 ຫ້າມບໍ່ໃຫ້ ສົ່ງເສີມ ຂ່າວສານ ທີ່ ບໍ່ມີມູລ ຄວາມຈິງ ມີເປົ້າ ໝາຍ ທໍາລາຍ ຄວາມ ເປັນປຶກແຜ່ນ ແລະ ຄວາມ ສາມັກຄີ ຂອງ ສັງຄົມ. ວັກທີ 5 ຫ້າມບໍ່ໃຫ້ ເປີດເຜີຍ ຄວາມລັບ ຂອງຊາດ, ຄວາມລັບ ທາງ ການ ທະຫານ ແລະ ຄວາມລັບ ອື່ນໆ ທີ່ບົ່ງໄວ້ ໃນ ກົດໝາຍ ແລະ ຣະບຽບ ຫລັກການ ຂອງ ລາວ".

ພ້ອມດຽວກັນ ດໍາຣັດ ຍັງຣະບຸ ເຖິງ ການລົງໂທດ ຜູ້ ລ່ວງຣະເມີດ ນໍາດ້ວຍ ຊຶ່ງ ຮວມທັງ ນໍາຕົວໄປ ສຶກສາ ອົບຮົມ ປັບໃໝ ແລະ ໃສ່ໂທດ ນໍາດ້ວຍ ຊຶ່ງເຮັດໃຫ້ ມີຄວາມ ກັງວົນ ເຣື່ອງ ສິດ ເສຣີພາບ ໃນການ ສະແດງ ຄວາມຄິດ ຄວາມເຫັນ ແລະ ເສຣີພາບ ຂອງ ອົງການ ພາກ ປະຊາສັງຄົມ ໃນການ ດໍາເນີນງານ ຢູ່ ປະເທດລາວ. ຍານາງ ກ່າວຕື່ມວ່າ:

"ຂນະດຽວກັນ ຣັຖບານ ລາວ ຍັງດັດແກ້ ດໍາຣັດ ກ່ຽວກັບ ສະມາຄົມ ຊຶ່ງ ເປັນດໍາຣັດ ທີ່ ຈໍາກັດ ການດໍາເນີນ ວຽກງານ ຂອງ ອົງການ ພາກ ປະຊາ ສັງຄົມ ຕື່ມອີກ ຊຶ່ງ ອະນຸຍາດ ໃຫ້ ພວກ ເຂົາເຈົ້າ ເຮັດວຽກ ເປັນຜູ້ ໃຫ້ ບໍຣິການ ເທົ່ານັ້ນ ທັງທວງ ໃຫ້ ຣາຍງານ ກິຈກັມ ຕ່າງໆ ຂອງພວກ ເຂົາເຈົ້າ ໃຫ້ ຣັຖບານ ຊາບ ຮວມເຖິງ ຣາຍໄດ້ ທີ່ໄດ້ຮັບ ຈາກ ຕ່າງ ປະເທດ".

ທັງໝົດ ນັ້ນ ເປັນເຣື່ອງ ທີ່ ພວກທ່ານ ວິຕົກ ກັງວົນນໍາ ແລະ ກໍມີຂຶ້ນ ໃນ ຣະຫວ່າງ ການ ຫາຍສາບສູນ ຂອງ ທ່ານສົມບັດ ສົມພອນ ຊຶ່ງເຮັດໃຫ້ ອົງການ ພາກ ປະຊາ ສັງຄົມ ມີ ຄວາມຍາກ ລໍາບາກ ຫລາຍ ໃນການ ດໍາເນີນງານ ຢູ່ລາວ.

ໃນໂອກາດ ຄົບຮອບ 2 ປີ ທີ່ ທ່ານ ສົມບັດ ສົມພອນ ຫາຍສາບສູນໄປ ທາງ ອົງການ ນັກ ກົດໝາຍ ບັນດາ ຜູ້ນໍາ ອົງການ ພາກ ປະຊາສັງຄົມ ແລະ ນັກເຄື່ອນໄຫວ ຕົວຕັ້ງ ຕົວຕີ ໄດ້ ຈັດຖແລງ ຂ່າວຂຶ້ນ ຢູ່ ສະໂມສອນ ນັກຂ່າວ ຕ່າງ ປະເທດ ທີ່ ບາງກອກ ໃນວັນທີ 11 ທັນວາ 2014 ເພື່ອ ລິເລີ່ມ ໂຄງການ ສໍາລັບ ສົມບັດ The Sombat Initiative ຊຶ່ງເປັນ ໂຄງ ການ ເພື່ອ ເພີ່ມທະວີ ຄວາມ ພຍາຍາມ ຮຽກຮ້ອງ ຄວາມ ເປັນທັມ ສໍາລັບ ທ່ານ ສົມບັດ. ມາດາມ ອຶງຊຸຍມິງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ຕື່ມ ຕອນໜຶ່ງ ເຖິງຄວາມຮູ້ ຂອງຕົນ:

"ມື້ນີ້ ໃນ ເວທີນີ້ ຈະມີ ຫລາຍຄົນ ທີ່ ມາພາ ໃຫ້ຂ້ອຍ ຮູ້ສຶກມີ ກໍາລັງໃຈ ເກີນ ໝູ່ຄູ່ ຍັງຊ່ວຍ ຂ້ອຍ ຍັງບໍ່ລືມ ສົມບັດ ບໍ່ໄດ້ປ່ອຍ ໃຫ້ເຮົາ ໂດດດ່ຽວ ເຮົາຍັງ ບໍ່ແມ່ນ ໂດດດ່ຽວ ຢູ່ລາວ ຫລາຍຄົນ ບໍ່ກ້າເວົ້າ ແຕ່ວ່າຢູ່ ທາງນອກ ໂດຍສະເພາະ ຢູ່ ປະເທດ ເພື່ອນມິດ ກໍຍັງມີ ຫລາຍ ພາກສ່ວນ ຊ່ວຍຜັກດັນ ຣັຖບານ ລາວ ຊອກຫາ ຂໍ້ມູລ ແລະ ຄໍາຕອບ ໄປຫາ ສົມບັດ ຂ້າພະເຈົ້າ ມີຄວາມຫວັງ ສູງ ມີມື້ໜຶ່ງ ສົມບັດ ຈະໄດ້ກັບ ບ້ານ ດ້ວຍ ຄວາມປອດພັຍ ອັນນີ້ ແມ່ນ ຄວາມຫວັງ ສູງສຸດ ໃນ ຊີວິດ ຂອງຂ້ອຍ".

ການ ຫາຍສາບສູນ ໄປ ຂອງ ທ່ານ ສົມບັດ ສົມພອນ ເຖິງແມ່ນວ່າ ຈະບໍ່ຮູ້ ສາເຫດ ທີ່ແທ້ຈິງ ຈົນຮອດ ເທົ່າ ທຸກມື້ນີ້ ແລະ ບໍ່ເປັນ ທີ່ຮູ້ໄດ້ວ່າ ທ່ານ ຢູ່ໃສ ມີຫຍັງເກີດ ຂຶ້ນ ກັບ ທ່ານ ແຕ່ ສິ່ງ ທີ່ຈະແຈ້ງ ກໍຄື ຄໍາຮຽກຮ້ອງ ເພື່ອ ໃຫ້ທ່ານ ໄດ້ກັບຄືນ ມາຢ່າງ ປອດພັຍ ນັ້ນ ປາກົດວ່າ ຈະຍັງມີ ຢູ່ຕໍ່ໄປ. ແລະ ມາດາມ ຊຸຍເມັງ ກໍຈະບໍ່ ຢຸດເຊົາ ໃນ ເຣື່ອງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.