ນາງຊູມີງພຽງຢາກໄດ້ສາມີ ຄືນ
2014.04.23
ນາງ ຊູມີງ ພັລຍາ ຂອງ ທ່ານ ສົມບັດ ສົມພອນ ໄດ້ກ່າວຕໍ່ ແຂກ ທີ່ມາ ຮັບຟັງ ລາວ ທີ່ເມືອງ ພັອດແລນ ຣັຖ ອໍຣິກັນ ສະຫະຣັຖ ອະເມຣິກາ ໃນ ມື້ວັນ ອັງຄານ ຕອນແລງ ວ່ານາງ ບໍ່ມີ ຈຸດປະສົງ ຈະເຮັດ ການ ເຄື່ອນໄຫວ ນາງພຽງແຕ່ ຕ້ອງການ ສາມີ ຄືນ.
ນາງກ່າວ ກ່ຽວກັບ ເຣຶ້ອງນີ້ ໃນການ ຕອບຄຳຖາມ ຂອງແຂກ ຄົນລາວ ອະເມຣິກັນ ຜູ້ທີ່ມາຟັງ ນາງ ກຸ່ມດັ່ງກ່າວ ໄດ້ ຊັກຊວນ ໃຫ້ນາງ ເພີ້ມຄວາມ ພຍາຍາມ ໃນການ ກົດດັນໃຫ້ ຣັຖບານລາວ ມີຄວາມ ໂປ່ງໄສ ແຕ່ນາງ ຊູມີງ ເວົ້າວ່າ ບໍ່ສົນໃຈ ເພາະມາ ຢ້ຽມ ຢາມ ສະຫະຣັຖ ເພື່ອ ອະທິບາຍ ກ່ຽວກັບ ການລັກພາ ຕົວສາມີ ຂອງ ນາງ ໃຫ້ ທຸກຄົນ ຮູ້ນໍາ ເທົ່ານັ້ນ.
ນາງວ່າ ນາງ ເປັນພຽງ ພັລຍາ ບໍ່ແມ່ນ ນັກ ເຄື່ອນໄຫວ ນັກ ເຄື່ອນໄຫວ ຕ້ອງມີ ປວງຊົນ ຕິດຕາມ. ເມື່ອຖືກ ຖາມວ່າ ນາງ ມີຄວາມຢ້ານ ກົວບໍ ທີ່ ຈະກັບຄືນ ໄປລາວ ນາງ ຕອບວ່າ ນາງ ບໍ່ຢ້ານ ແລະວ່າ ນາງ ໄດ້ສູນເສັຽ ສາມີ ໄປແລ້ວ ນາງ ບໍ່ມີຫຍັງ ຈະເສັຽອີກ ແລ້ວ ຣັຖບານ ລາວ ຈະເຮັດຫຍັງ ໃຫ້ນາງ ອີກ.
ເຣຶ້ອງ ການຫາຍ ສາບສູນ ທີ່ ບໍ່ສາມາດ ອະທິບາຍ ໄດ້ ຂອງ ທ່ານ ສົມບັດ ສົມພອນ ຖືກເປີດເຜີຍ ຢ່າງ ກວ້າງຂວາງ ຈາກ ອົງການ ຕ່າງໆ ໃນໂລກ ໂດຍສະເພາະ ອົງການ ນິຣະໂທດກັມ ສາກົນ ແລະ ອົງການ ສິດທິມະນຸດ ອຶ່ນໆ ຜູ້ທີ່ມີ ຄວາມເສັຽໃຈ ຈາກ ການສູນເສັຽ ເທື່ອນີ້. ຣັຖບານລາວ ບອກວ່າ ບໍ່ມີສ່ວນ ກ່ຽວຂ້ອງ ກັບການ ຫາຍສາບສູນ ຂອງ ທ່ານ.