ສິງກະໂປກົດດັນລາວເຣື້ອງທ່ານ ສົມບັດ

ອະວາຣີ
2014.04.23
F-sombat ຣົດກະບະ ສີຂາວ ທີ່ ນໍາເອົາໂຕ ທ່ານ ສົມບັດ ສົມພອນ ໄປຈາກ ປ້ອມຍາມ ຕໍາຫຼວດ, ຫລັກຖານໃໝ່ ທີ່ ທາງອົງການ ສາກົນ ຄົ້ນພົບ ຈາກກ້ອງ ວົງຈອນປິດ ແມ່ນມີການ ຍິງປືນຂຶ້ນຟ້າ ຊື່ງຫວັງວ່າ ອາຈໄດ້ອອກ ສູ່ສາຍຕາ ຂອງຊາວໂລກ
Sombat somphone

 

ປະເທດ ສິງກະໂປ ນໍາໜ້າ ກົດດັນ ສປປລາວ ແຮງຂຶ້ນ ໃຫ້ຟ້າວ ສືບສວນ ການຫາຍ ສາບສູນ ຂອງ ທ່ານ ສົມບົດ ສົມພອນ. ບໍ່ພຽງ ເທົ່ານັ້ນ ເມື່ອວັນທີ່ 18 ເດືອນ ເມສາ ນີ້ ຣັຖບານ ສິງກະໂປ ຍັງ ຮຽກຮ້ອງ ໃຫ້ທຸກ ປະເທດ ໃນ ອາຊຽນ ໃຫ້ ສາມະຄີ ກັນ ພ້ອມກັນ ກົດດັນ ທາງການ ລາວ. ຣັຖບານ ສິງກະໂປ ອອກ ຖແລງການ ອີກເທື່ອນຶ່ງ ເມື່ອອາທິດ ແລ້ວວ່າ ສິງກະໂປ ມີຄວາມ ເປັນຫ່ວງ ຕໍ່ ຊະຕາກັມ ຂອງ ທ່ານ ສົມບັດ ສົມພອນ ແລະ ເປັນຫ່ວງ ທີ່ການ ສືບສວນ ນັ້ນ ຊັກຊ້າ ເກີນໄປ.

ຣັຖມົນຕຣີ ກະຊວງ ການ ຕ່າງ ປະເທດ ແລະ ກົດໝາຍ ຂອງ ສິງກະໂປ ໄດ້ຂຽນ ຈົດໝາຍ ເຖິງ ສະມາຊິກ ສະພາ ສິງກະໂປ ເມື່ອອາ ທິດ ທີ່ແລ້ວວ່າ ຣັຖບານ ສິງກະໂປ ໄດ້ສເນີ ໃຫ້ການ ຊ່ວຍເຫລືອ ແກ່ ນາງ ອຶ້ງ ຊຸຍເມັງ ຊຶ່ງ ເປັນຄົນ ສັນຊາດ ສິງກະໂປ ແລະ ກໍເປັນ ພັລຍາ ຂອງ ທ່ານ ສົມບັດ ສົມພອນ.

ກ່ອນນີ້ ຣັຖບານ ສິງກະໂປ ໄດ້ສະແດງ ຄວາມ ເປັນຫ່ວງ ກ່ຽວກັບ ການຫາຍ ສາບສູນໄປ ຂອງ ທ່ານ ສົມບັດ ສົມພອນ ກັບ ເຈົ້າໜ້າທີ່ ຂັ້ນສູງ ຂອງ ສປປລາວ ທຸກຂັ້ນ ເປັນຕົ້ນ ກັບ ປະທານ ປະເທດ ນາຍົກ ຣັຖມົນຕຣີ ປະທານ ສະພາ ແຫ່ງຊາດ ລາວ ຮອງ ນາຍົກ ຣັຖມົນຕຣີ ຊຶ່ງພ້ອມທັງ ເປັນ ຣັຖມົນຕຣີ ການ ຕ່າງ ປະເທດ ສປປລາວ.

ເມື່ອບໍ່ດົນ ຜ່ານມາ ຮອງ ປະທານ ສະພາ ແຫ່ງຊາດ ສິງກະໂປ ແລະ ຮອງ ປະທານ ຄະນະ ກັມມະການ ສິດທິມະນຸດ ຣະຫວ່າງ ສະພາ ອາຊຽນ ກໍໄດ້ ຮຽກຮ້ອງ ໃຫ້ທາງການ ລາວ ຟ້າວ ສືບສວນ ການຫາຍ ສາບ ສູນ ຂອງ ທ່ານ ສົມບັດ ສົມພອນ ເຊັ່ນກັນ. ບໍ່ເທົ່ານັ້ນ ຮອງ ປະທານ ສະພາ ສິດທິມະນຸດ ຣະຫວ່າງ ສະພາ ອາຊຽນ ຍັງ ສະແດງ ຄວາມ ເປັນຫ່ວງ ທີ່ ອາຊຽນ ບໍ່ສາມາດ ປັບປຸງ ການນັບຖື ສິດທິມະນຸດ ໃຫ້ດີ ຂື້ນ. ຜູ້ນຳ ອາຊຽນ ຄວນຖືວ່າ ການຫາຍ ສາບສູນ ຂອງ ທ່ານ ສົມບົດ ສົມພອນ ເປັນການ ລ່ວງຣະເມີິດ ສິດທິ ມະນຸດ ຢ່າງ ຮ້າຍແຮງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.