ເຄືອຂ່າຍຊາວໄທລຸ່ມນ້ຳຂອງ ຍື່ນຄຳຮ້ອງ ຕໍ່ສານ

ສິດນີ
2014.10.16
F-Thai ເຄືອຂ່າຍ ຊາວບ້ານ 8 ແຂວງ ລຸ່ມ ແມ່ນ້ຳຂອງ ຂອງໄທ ຮວມກັນຍື່ນ ຄຳຮ້ອງ ຕໍ່ສານ ປົກຄອງ
RFA

 

ເຄືອຂ່າຍ ຊາວໄທ 8 ແຂວງ ລຸ່ມ ແມ່ນ້ຳຂອງ ຮວມຕົວກັນ ຍື່ນ ຄຳຮ້ອງ ຕໍ່ສານ ປົກຄອງ ເພື່ອ ຂໍໃຫ້ສານ ອອກຄຳສັ່ງ ໂຈະ ສັນຍາ ຊື້ ໄຟຟ້າ ຈາກ ເຂື່ອນ ໄຊຍະບູຣີ ຊົ່ວຄາວ ໃນ ຂນະທີ່ ສານ ກຳລັງ ພິຈາຣະນາ ຄະດີ ທີ່ ຊາວບ້ານ ຍື່ນຟ້ອງ ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ ກ່ຽວກັບ ການຊື້ ໄຟຟ້າ ຈາກ ເຂື່ອນ ໄຊຍະບູຣີ ແບບ ບໍ່ຖືກຕ້ອງ ຕາມ ກົດຫມາຍ ເມື່ອ ວັນທີ 24 ມິຖຸນາ 2014. ດັ່ງ ນາງ ອ້ອມບຸນ ທີບສຸນາ ຕົວແທນ ເຄືອຂ່າຍ ຊາວບ້ານ ຈາກ ແຂວງ ຫນອງຄາຍ ກ່າວ ໃນຕອນນືື່ງ ວ່າ:

"ມື້ນີ້ໄທ ພີ່ນ້ອງ ລຸ່ມ ແມ່ນ້ຳຂອງ ຈາກ 8 ແຂວງ ໃນ ປະເທດໄທ ກໍມາສານ ປົກຄອງ ອີກເທື່ອນຶ່ງ ເພື່ອ ມາຍື່ນຂໍ ຄຳຄຸ້ມຄອງ ຊົ່ວຄາວ ໃຫ້ສານ ເພີ່ນ ເມດຕາ ເຣື້ອງ ຣະງັບ ສັນຍາ ຊື້ ໄຟຟ້າ ຈາກ ເຂື່ອນ ໄຊຍະບູຣີ ທີ່ ປະເທດລາວ ຊື່ງ ທຶນໄທ ເປັນຜູ້ໃຫ້ ທຶນ ໄປກໍ່ສ້າງ ບໍຣິສັດ ໄທ ໄປກໍ່ສ້າງ ທີ່ນັ້ນ".

ນາງກ່າວ ຕື່ມວ່າ ຊາວບ້ານ ລຸ່ມ ແມ່ນ້ຳຂອງ ໄດ້ໃຊ້ຄວາມ ພຍາຍາມ ມາດົນນານ ໃນການ ຍື່ນຟ້ອງ ສານ ປົກຄອງ ໃຫ້ ພິຈາຣະນາ ກ່ຽວກັບ ສັນຍາ ຊື້ຂາຍ ໄຟຟ້າ ທີ່ ການ ໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ ໄດ້ເຮັດ ໄວ້ກັບ ໂຄງການ ເຂື່ອນ ໄຊຍະບູຣີ ໃນທີ່ສຸດ ສານປົກຄອງ ກໍໄດ້ ຮັບເອົາ ຄຳຟ້ອງ ຂອງ ຊາວບ້ານ ໄວ້ ພິຈາຣະນາ ແລ້ວ ໃນ ວັນທີ 24 ມິຖຸນາ 2014.

ແຕ່ ໂຄງການ ກໍ່ສ້າງ ເຂື່ອນ ໄຊຍະບູຣີ ຍັງດຳເນີນ ການກໍ່ສ້າງ ຢູ່ຕໍ່ໄປ ມື້ນີ້ ຊາວບ້ານ ຈື່ງໄດ້ ຮວມຕົວກັນ ມາຍື່ນ ຄຳຮ້ອງ ໃຫ້ ສານ ປົກຄອງ ສັ່ງໂຈະ ການ ກໍ່ສ້າງ ຊົ່ວຄາວ ກ່ອນ ຈົນກວ່າ ສານ ຈະພິຈາຣະນາ ວ່າ ໃຫ້ເຮັດ ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.