ຟັງວິທຍຸ ເອເຊັຍເສຣີ ຈາກ ແຊັດເທີໄລທ໌ 3

ທ່ານຜູ້ຟັງທີ່​ເຄົາຣົບ​ໂປຣດຊາບ, ເພື່ອ​​ຄວາມສະດວກ ​​ໃນ​ການ​ຮັບ​ຟັງ ຣາຍການວິທຍຸເອເຊັຍເສຣີ ພາກພາສາລາວ ຈາກ​ດາວ​ທຽມ​ ສຳລັບ ຜູ້​ທີ່​ມີ​ຈານ ຮັບສັນຍານ ດາວທຽມ ຣະບົບ Digital ແລະ​ເຄີຍໄດ້​ຮັບ​ຟັງ ​ຈາກດາວທຽມ.
AsiaSat2 ມາ​ກ່ອນ​ແລ້ວ, ແຕ່​ເພື່ອ​ເຮັດ​ໃຫ້ ການ​ຮັບ​ສັນຍານ​ດີ​ຂື້ນ ​ກວ່າ​ເກົ່າ RFA ຈິ່ງ​ໄດ້​ປັບປຸງ ​ຣະບົບ ສັນຍານດາວ​ທຽມ​ໃໝ່ ມາ​ເປັນ AsiaSat3, ຊຶ່ງໄດ້ເຣີ້ມ​​ໂຄຈອນ ​ໃນ​ອາ​ວະ​ກາດ ​ແຕ່​ວັນ​ທີ 1 ເດືອນມົກກະຣາ ປີ 2008 ​​​ເປັນ​ຕົ້ນ​ມາ.

ສະ​ນັ້ນ​ ຂໍ​ທ່ານ​ຈົ່ງ​ໝູນ​ຈານ​ຮັບ​ ດາວ​ທຽມ ຂອງ​ທ່ານ ​ຈາກ 100.5 ອົງສາ ໃນ​ປັດຈຸ​ບັນ ​ມາເປັນ 105 ອົງສາ ​ໄປ​ທາງ​ທິດຕາ​ເວັນ​ອອກ. ຫຼັງ​ຈາກ​ນັ້ນ ທ່ານ​ກໍ​ຈະ​ຮັບ​ຟັງ ຣາຍການ ​ຂອງ​​ພວກເຮົາ​ໄດ້ ​ເປັນ​ປົກກະ​ຕິ ຈາກຣະບົບ ສັນຍານ​ດາວ​ທຽມ  AsiaSat3 ໃນ​ຈໍໂ​ທຣະ​ທັດ ​ຂອງ​ທ່ານ ຊ່ອງ 413 ທີ່​ພວກ​ເຮົາ ໄດ້​ນຳອອກ​ອາກາດ 5 ຄັ້ງ​ ໃນ​ແຕ່​ລະ​ມື້​ ຕາມເວລາ ​ໃນ​ປະເທດລາວ ​ດັ່ງ​ນີ້:

7 ​ໂມງ​ເຊົ້າ, ບ່າຍ 2 ​ໂມງ, 5 ​ໂມງແລງ, 6 ​ໂມງແລງ ແລະ 10 ​ໂມງກາງຄືນ.
 
ດາວທຽມ
ASIASAT 3 ໂຄຈອນ ຕາມໂລກ ຈຶ່ງຢູ່ເທີງເສັ້ນແບ່ງຊີກ​ໂລກ ​ທາງ​ຍາວ​ເໜືອ​​ໃຕ້ Longitude 105 ອົງສາ ຕາເວັນອອກ.

ວິທີການເຂົ້າຫາ ຣະບົບຄື້ນສົ່ງ ຈາກດາວທຽມ
AsiaSat 3 ໃນການຮັບຟັງ ”ວິທຍຸເອເຊັຍເສຣີ”

ພາກພາສາລາວ ມີລາຍລະອຽດ ດັ່ງນີ້:

Info/Coordinates:

Satellite: AsiaSat3 (105 degrees East)

Band: C

Transponder: 11H

Uplink Frequency: 6105 MHz

Downlink Frequency: 4040 MHz

FEC: ½

Symbol Rate: 26.5  MSym/s

Typical L band Frequency: 1270 . 0  MHz

Downlink Polarization:   Horizontal

Network  ID: 1

Audio: 1 - Left  and  1 - Right   

Chanel: 413

PID: 8030    
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.