ນັກທຸລະກິດຈີນ ແລະ ຫວຽດນາມ ເຂົ້າໄປລັກລອບຂຸດຄໍາ ຢູ່ເຂດຫວງຫ້າມເດັດຂາດ ທີ່ຂຶ້ນກັບອຸທະຍານແຫ່ງຊາດ ນໍ້າແອດ-ພູເລີຍ ເມືອງຮ້ຽມ ແຂວງ ຫົວພັນ.
ເຈົ້າໜ້າທີ່ວິຊາການທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຍເສລີ ວ່າ ຈຸດພິກັດທີ່ມີການລັກລອບຂຸດຄໍາດັ່ງກ່າວ ຢູ່ໃນເຂດແມ່ນໍ້າຮ່າງ ຕັ້ງຢູ່ໃນອຸທະຍານແຫ່ງຊາດ ນໍ້າແອດ-ພູເລີຍ ຂຶ້ນກັບເມືອງຮ້ຽມ ເຊິ່ງມີການລັກລອບຂຸດຄົ້ນນັບແຕ່ປີ 2025 ເປັນຕົ້ນມາ.
ກົນຈັກຂຸດຄໍາ ຢູ່ເຂດຫວງຫ້າມ
ທີ່ຜ່ານມາ ທ້າຍປີ 2025, ເຈົ້າໜ້າທີ່ແຂວງຫົວພັນ ໄດ້ລົງໄປກວດລ້າງຈັບກຸມແລ້ວຄັ້ງນຶ່ງ ແຕ່ ປັດຈຸບັນ ຜູ້ລັກລອບ ກໍກັບເຂົ້າມາຂຸດຄົ້ນຄໍາອີກຄືເກົ່າ.
ເຈົ້າໜ້າທີ່ວິຊາການທ່ານນີ້ ຍັງກ່າວຕື່ມວ່າ ຜູ້ເຂົ້າໄປຂຸດຄົ້ນ ໄດ້ໃຫ້ສິນບົນແກ່ເຈົ້າໜ້າທີ່ຄຸ້ມຄອງ ອຸທະຍານ ເມືອງຮ້ຽມ ເພື່ອເບີກທາງໃຫ້ມີການຂຸດຄົ້ນ ຄໍາໃນເຂດດັ່ງກ່າວ.
ຈຸດທີ່ມີການຂຸດຄໍາ ຕັ້ງຢູ່ອຸທະຍານແຫ່ງຊາດ ນໍ້າແອດ-ພູເລີຍ ເຊິ່ງເປັນເຂດຫວງຫ້າມຂັ້ນເດັດຂາດ ຫລື Core Zone.
ປັດຈຸບັນ ມີເຄື່ອງກົນຈັກຂຸດຄໍາ ເຊັ່ນ ລົດຈົກ 17 ຄັນ ແລະ ຕະແກງເຫຼັກ ເຄື່ອງຮ່ອນຄໍາ 7 ອັນ.
ນອກຈາກນີ້ ຍັງມີການຂຸດຄົ້ນຄໍາ ທີ່ຜິດກົດໝາຍ ຢູ່ບໍລິເວນ ຕີນນໍ້າແອດ-ພູເລີຍ ເຊັ່ນດຽວກັນ.
ໜ່ວຍກູ້ໄພລາວ ແລະຕ່າງປະເທດ ຊ້ອມການລຳລຽງຜູ້ປະສົບໄພທີ່ຕິດຖ້ຳ ຢູ່ບ້ານພັນໄຊ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ທັງ 5 ຄົນ ຈາກທັງໝົດ 7 ຄົນ ອອກຈາກຖ້ຳພາຍໃນມື້ນີ້ ຕາມແຜນການ ຂອງທີມກູ້ໄພ
ໃນມື້ວັນທີ 29 ພຶດສະພາ 2026 ເວລາ ປະມານບ່າຍ 3 ໂມງແລງນີ້ ທີມກູ້ໄພທີ່ຢູ່ພາຍໃນຖ້ຳ ກຳລັງຊ້ອມການລຳລຽງຜູ້ປະສົບໄພ ແລະ ລໍຖ້ານັກດຳນ້ຳເຂົ້າໄປສົມທົບ ເພື່ອປະຕິບັດການລຳລຽງຄົນທີ່ຕິດຢູ່ພາຍໃນຖ້ຳອອກຈາກຖ້ຳ
ຍັງຕ້ອງໄດ້ປະເມີນສຸຂະພາບຂອງຜູ້ຕິດຢູ່ພາຍໃນແຕ່ລະຄົນຢ່າງລະອຽດກ່ອນຈະລຳລຽງອອກມາ ຖ້າການປະເມີນສຸຂະພາບຄົນໃດແຂງແຮງແມ່ນຈະລຳລຽງອອກມາກ່ອນ ທັງນີ້ເພື່ອຄວາມປອດໄພຂອງຜູ້ປະສົບໄພໃນລະຫວ່າງການລຳລຽງອອກຈາກຖ້ຳ
ສາເຫດທີ່ຕ້ອງມີການກຽມຄວາມພ້ອມດ້ານກຳລັງນັກດຳນ້ຳຜູ້ຊ່ຽວຊານໄວ້ລ່ວງໜ້ານັ້ນ ກໍເພື່ອຮອງຮັບເຫດສຸກເສີນ ແລະ ຫຼຸດຜ່ອນຄວາມສ່ຽງ ຈາກປະລິມານນ້ຳຝົນທີ່ຈະຕົກລົງມາເພີ່ມຕື່ມໃນມື້ອື່ນ.
ພາລະກິດໃນມື້ວັນທີ່ 29​ ພຶດສະພາ​ນີ້ ໄດ້ມີຊ່ຽວຊານເດີນທາງມາສົມທົບເພີ່ມເຕີມອີກ 4 ທ່ານ ຈາກ 4 ປະເທດ ໄດ້ແກ່: ຍີ່ປຸ່ນ, ຝຣັ່ງ, ອິນໂດເນເຊຍ ແລະ ໄທ ປະເທດລະ 1 ທ່ານ ເຊິ່ງຈະເຮັດໃຫ້ພາລະກິດນີ້
ສຳລັບຄົນລາວທີ່ຕິດຄ້າງໃນຖໍ້າປັດຈຸບັນ ສາມາດຄົ້ນພົບພຽງແຕ່ 5 ຄົນ ທໍ່ນັ້ນ, ອີກຈຳນວນ 2 ຄົນ ແມ່ນຢູ່ໃນໄລຍະການເລັ່ງຄົ້ນຫາຂອງທິມກູ້ໄພ ສ່ວນລາຍລະອຽດໃນການຄົ້ນຫາອີກຈຳນວນ 2 ຄົນ ຈະມີຄວາມຄືບໜ້າແນວໃດນັ້ນ ທາງການລາວຈະລາຍງານຕື່ມອີກພາຍຫຼັງ
ເຈົ້າໜ້າທີ່ກູ້ໄພ ປະເມີນສຸຂະພາບ ຜູ້ຕິດຢູ່ໃນຖໍ້າ
ໜ່ວຍກູ້ໄພລາວ ແລະຕ່າງປະເທດ ຊ້ອມການລຳລຽງຜູ້ປະສົບໄພທີ່ຕິດຖ້ຳ ຢູ່ບ້ານ ພັນໄຊ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ທັງ 5 ຄົນ ຈາກທັງໝົດ 7 ຄົນ ອອກ ຈາກຖ້ຳພາຍໃນມື້ນີ້ ຕາມແຜນການຂອງທີມກູ້ໄພ.
ໃນມື້ວັນທີ 29 ພຶດສະພາ 2026 ເວລາ ປະມານບ່າຍ 3 ໂມງແລງນີ້ ທີມກູ້ໄພທີ່ຢູ່ ພາຍໃນຖ້ຳ ກຳລັງຊ້ອມການລຳລຽງຜູ້ປະສົບໄພ ແລະ ລໍຖ້ານັກດຳນ້ຳເຂົ້າໄປສົມທົບ ເພື່ອປະຕິບັດການລຳລຽງຄົນທີ່ຕິດຢູ່ພາຍໃນຖ້ຳອອກຈາກຖ້ຳ.
ເຈົ້າໜ້າທີ່ຍັງຕ້ອງໄດ້ປະເມີນສຸຂະພາບຂອງຜູ້ຕິດຢູ່ພາຍໃນແຕ່ລະຄົນຢ່າງລະອຽດກ່ອນຈະລຳລຽງອອກມາ ຖ້າການປະເມີນສຸຂະພາບຄົນໃດແຂງແຮງແມ່ນຈະລຳລຽງອອກມາກ່ອນ ທັງນີ້ເພື່ອຄວາມປອດໄພຂອງຜູ້ປະສົບໄພໃນລະຫວ່າງການລຳລຽງອອກຈາກຖ້ຳ.
ສາເຫດທີ່ຕ້ອງມີການກຽມຄວາມພ້ອມດ້ານກຳລັງນັກດຳນ້ຳຜູ້ຊ່ຽວຊານໄວ້ລ່ວງໜ້ານັ້ນ ກໍເພື່ອຮອງຮັບເຫດສຸກເສີນ ແລະ ຫຼຸດຜ່ອນຄວາມສ່ຽງ ຈາກປະລິມານນ້ຳຝົນທີ່ຈະ ຕົກລົງມາເພີ່ມຕື່ມໃນມື້ອື່ນ.
ພາລະກິດໃນມື້ວັນທີ່ 29​ ພຶດສະພາ​ນີ້ ໄດ້ມີຊ່ຽວຊານເດີນທາງມາສົມທົບເພີ່ມເຕີມອີກ 4 ທ່ານ ຈາກ 4 ປະເທດ ໄດ້ແກ່: ຍີ່ປຸ່ນ, ຝຣັ່ງ, ອິນໂດເນເຊຍ ແລະ ໄທ ປະເທດລະ 1 ທ່ານ ເຊິ່ງຈະເຮັດໃຫ້ພາລະກິດນີ້.
ສຳລັບຄົນລາວທີ່ຕິດຄ້າງໃນຖໍ້າປັດຈຸບັນ ສາມາດຄົ້ນພົບພຽງແຕ່ 5 ຄົນ ທໍ່ນັ້ນ, ອີກຈຳ ນວນ 2 ຄົນ ແມ່ນຢູ່ໃນໄລຍະການເລັ່ງຄົ້ນຫາຂອງທີມກູ້ໄພ ສ່ວນລາຍລະອຽດໃນ ການຄົ້ນຫາອີກຈຳນວນ 2 ຄົນ ຈະມີຄວາມຄືບໜ້າແນວໃດນັ້ນ ທາງການລາວຈະລາຍ ງານຕື່ມອີກພາຍຫຼັງ.
ລັດຖະບານລາວ ສັ່ງໃຫ້ກວດກາເຂື່ອນໄຟຟ້າທັ່ວປະເທດ ກວ່າ 300 ແຫ່ງ ໂດຍສະເພາະເຂື່ອນຂະໜາດນ້ອຍ ທີ່ຂັ້ນແຂວງເປັນຜູ້ອະນຸມັດ ເພື່ອປ້ອງກັນ ແລະກຽມພ້ອມຮັບມືເຫດສຸກເສີນ ທີ່ອາດຈະຂຶ້ນໄດ້ທຸກເມື່ອ.
ໄລຍະຜ່ານມາ ການປ່ອຍນ້ຳອອກຈາກເຂື່ອນໄຟຟ້າແຕ່ລະແຫ່ງ ມັກຈະປ່ອຍນ້ຳ ໂດຍບໍ່ມີການແຈ້ງເຕືອນປະຊາຊົນ ແລະສ້າງຄວາມເສີຍຫາຍມະຫາສານແກ່ຊັບສິນຂອງປະຊາຊົນ ຊຶ່ງຄວາມເສີຍຫາຍທີ່ເກີດນັ້ນ ທາງໂຄງການເຂື່ອນໄຟຟ້າ ກໍບໍ່ສະແດງຄວາມຮັບຜິດຊອບຄ່າເສີຍຫາຍແຕ່ຢ່າງໃດ.
ປະຊາຊົນລາວ ເມືອງສະໜາມໄຊ ແຂວງອັດຕະປື ແນະນຳໃຫ້ໂຄງການຫັ້ນ ລາຍງານເປັນປະຈຳ ນ້ຳຂຶ້ນທໍໃດ ລົງທໍໃດ ມັນຫຼາຍສ່ຳໃດ ປ່ອຍຖິ່ມສ່ຳໃດ ບໍ່ໃຫ້ມັນມີຜົນກະທົບ ບົດຮຽນມັນສັ່ນສອນໃຫ້ເຮົາ ຕ້ອງໄດ້ປ້ອງກັນກ່ອນ.
ມາດຕະຖານຄວາມປອດໄພຂອງເຂື່ອນໄຟຟ້າໃນປະເທດລາວ ຖືວ່າ ຍັງສ້າງບໍ່ໄດ້ຕາມມາດະຖານສາກົນ ເພາະບໍ່ມີການປະເມີນ ເລື່ອງຄວາມປອຍໄພຂອງເຂື່ອນ ແລະລາຍງານການກວດສອບດ້ານເຕັກນິກ ເຮັດໃຫ້ເຂື່ອນໄຟຟ້າຫຼາຍແຫ່ງ ມີຄວາມສ່ຽງສູງ ທີ່ຈະເກີດເຫດການຮຸນແຮງຂຶ້ນ ເປັນຕົ້ນ ເຂື່ອນແຕກ, ຮອຍແຕກ-ຮອຍຮັ່ວ ແລະໂຄງສ້າງຂອງເຂື່ອນເກີດການຍຸບໂຕ.
ເຈົ້າໜ້າທີ່ກະຊວງພະລັງງານແລະບໍ່ແຮ່ ກ່າວວ່າ: ລັດຖະມົນຕີ ເພິ່ນກະຊີ້ນຳ ເພິ່ນໃຫ້ເຂັ້ມງວດ ທາງກົມເພິ່ນກໍຈະມີຫຼາຍຂະແໜງການເນາະ ເຂົາເຈົ້າກໍຂະຊີ້ນຳ ຈະເຮັດໜັງສືແຈ້ງກ່ອນລະດູຝົນ ຖ້າຫາກມີຝົນຕົກໜັກ ຫຼື ມີການປ່ອຍນ້ຳ ກໍຈະແຈ້ງມາກະຊວງ ເປິດປະຕູ ເປິດ Spillway ເບາະ ເຈົ້າຕ້ອງແຈ້ງກ່ອນພາຍໃນ 7 ມື້ເນາະ.
ຕາມການແຈ້ງການ, ເຂື່ອນໄຟຟ້າທຸກແຫ່ງໃນລາວ ຕ້ອງໄດ້ປະຕິບັດຕາມມາດຕະການຢ່າງເຂັ້ມງວດ ດັງນີ້:
ກວດກາຮອບດ້ານໂຄງສ້າງ, ປະຕູນໍ້າ, ລະບົບໄຟ ໃຫ້ຢູ່ໃນສະພາບພ້ອມໃຊ້ງານໃນທຸກສະພາບການ, ຕ້ອງເຜີຍແຜ່ແຜນຮັບມື ແລະ ຝືກຊ້ອມແຜນຮັບມື ໃນກໍລະນີເກີດເຫດສຸກເສີນ, ມີການປະສານງານ ແລະ ແຈ້ງເຕືອນລ່ວງໜ້າ, ຕ້ອງມີການບໍລິຫານຈັດການນໍ້າໃນອ່າງ ກ່ອນເຂົ້າຝົນນໍ້າໃນອ່າງຂອງເຂື່ອນໄຟຟ້າຕ້ອງຢູ່ໃນລະດັບຕໍ່າ ເພື່ອຮອງຮັບປະລິມານນໍ້າຝົນທີ່ຈະຕົກລົງມາໃນຊ່ວງລະດູຝົນ, ກໍລະນີເຂື່ອນໄຟຟ້າມີການປ່ອຍນໍ້າຜ່ານປະຕູລະບາຍນໍ້າ ເຂື່ອນຕ້ອງໄດ້ມີແຜນລະອຽດໃນການປ່ອຍນ້ໍາ ແລ້ວແຈ້ງລ່ວງໜ້າຢ່າງນ້ອຍ 7 ມື້.
ພ້ອມທັງປະສານສົມທົບກັບພາກລັດທີ່ກ່ຽວຂ້ອງ ແລະ ປະຊາຊົນທີ່ຢູ່ໃນເຂດຄວາມສ່ຽງຮັບຊາບ ແລະ ເຂົ້າໃຈຢ່າງລະອຽດ.
ຈາກກໍລະນີ ທີ່ຊາວບ້ານ 5 ຄົນ ທີ່ຕິດຢູ່ໃນຖໍ້າ ແລ້ວອອກມາເວົ້າວ່າ ພວກເຂົາເຈົ້າລົງໄປຫາເຈັຍ.
ເບື້ອງເລີກເບື້ອງຫຼັງ ທີ່ຊາວບ້ານທັງ 5 ຄົນ ຕ້ອງອອກມາເວົ້າແບບ ຍ້ອນວ່າ ມີຄົນເອົາຄໍາເວົ້າໄປຍັດໃສ່ປາກຊາວບ້ານໃຫ້ຕ້ອງເວົ້າແນວນັ້ນ ເພາະວ່າ ຄົນສ່ວນຫຼາຍກໍໍຮູ້ວ່າ ຊາວ ບ້ານຕິດຖໍ້າ ຍ້ອນລົງໄປຂຸດຄໍາ.
ເຫດຜົນທີ່ຊາວບ້ານ ເວົ້າວ່າ ລົງໄປເອົາເຈຍ ຢູ່ໃນຖໍ້າ
ແຕ່ໃນເວລາດຽວກັນ ເຈົ້າໜ້າທີ່ແຂວງ ໄຊສົມບູນ ກໍຕ້ອງຂາຍຜ້າເອົາໜ້າລອດໄປກ່ອນ ຖ້າວ່າ ຊາວບ້ານເວົ້າວ່າ ພາກັນລົງໄປຮ່ອນຄໍາ ເຈົ້າໜ້າທີ່ແຂວງຈະມີຈຸດອ່ອນ ຫຼືບໍ່ ອັນນີ້ ເປັນຄໍາຖາ ເພາະວ່າ ລັດຖະພັດອອກຂໍ້ຫ້າມບໍ່ໃຫ້ມີການລັກລອບຂຸດຄໍາແບບຜິດກົດໝາຍ.
ເຈົ້າໜ້າທີ່ທ່ານນຶ່ງ ໄດ້ກ່າວວ່າ: ມັນມີຜູ້ນຶ່ງໄປສັ່ງການແລ້ວ ບໍ່ໃຫ້ ຂະເຈົ້າຂາຍຂີ້ໜ້າກັນຫັ້ນ ອັນລະດັບຊໍ່າເຈຍ ຊິໄປເອົາຫຍັງຢູ່ຫັ້ນ ຢູ່ຊຽງຂວາງມັນຊິອິດຫຍັງເຈຍຫັ້ນ ຢູ່ໄຊສົມບູນຫັນ.
ຢູ່ເກືອບທຸກແຂວງໃນປະເທດ ມີການລັກລອບຂຸດຄໍາລະບາດໜັກ ຈົນລັດຖະບານຕ້ອງອອກຂໍ້ຫ້າມ ໃນນັ້ນ ແຂວງໄຊສົມບູນ ກໍມີການສໍາປະທານຂຸດຄໍາຫຼາຍແຫ່ງ ແລະ ມີການລັກລອບຂຸດຄໍາ.
ເຈົ້າໜ້າທີ່ລະດັບສູງທີ່ເຄີຍເຮັດວຽກຢູ່ແຂວງໄຊສົມ ກໍເຊື່ອວ່າ ຊາວບ້ານທີ່ຕິດຢູ່ໃນຖໍ້ານັ້ນ ພາກັນລົງໄປຂຸດຄໍາ.
ເຈົ້າໜ້າທີ່ແຂວງໄຊສົມບູນ ບໍ່ກົງກັບຜູ້ທີ່ຕິດຢູ່ໃນຖໍ້າ ເປັນຕົ້ນວ່າ ເລຂາພັກເມືອງລ່ອງແຈ້ງ ອອກມາເວົ້າວ່າ ຊາວບ້ານລົງໄປໃນຖໍ້າວັນທີ 20 ພຶດສະພາ ແຕ່ ຊາວບ້ານຜູ້ຕິດຢູ່ໃນຖໍ້າ ພັດເວົ້າວ່າ ເຂົ້າໃນຖໍ້າວັນທີ 18.
ຊາວບ້ານຫຼາຍ 100 ຄອບຄົວ ຢູ່ບ້ານລະວີ ເມືອງລະມາມ ແຂວງເຊກອງ ໄດ້ຮັບຜົນກະທົບ ຈາກການຜະລິດຖ່ານຂາວ ຂອງໂຮງງານຈີນ ທີ່ເກິດຈາກ ຄວັນໄຟ, ຂີ້ຝຸ່ນ ພັດປິວເຂົ້າເຮືອນ ກິ່ນເໝັນຂິວໄປທົ່ວບໍລິເວນ ກະທົບຕໍ່ການ ດຳລົງຊີວິດຢ່າງໜັກ.​
ນອກຈາກນີ້ ການຜະລິດຖ່ານຂາວ ຂອງໂຮງງານຈີນ ຍັງສຽງດັງລົບກວນຊາວບ້ານ ເນື່ອງຈາກ ໂຮງງານດັງກ່າວ ແມ່ນຜະລິດຖ່ານຂາວ ທັງກາງເວັນ ແລະກາງຄືນ ບໍ່ໄດ້ມີຮອດມື້ພັກເຊາ
ຊາວບ້ານທີ່ໄດ້ຮັບຜົນກະທົບ ຮຽກຮ້ອງໃຫ້ທາງການແຂວງເຊກອງ ລົງພື້ນທີ່ກວດກາຜົນກະທົບຕໍ່ສັງຄົມ ແລະໃຫ້ຍົກຍ້າຍໂຮງງານດັງກ່າວອອກຈາກເຂດຊຸມຊົນ ເພື່ອຫຼຸດ ຜ່ອນກະທົບທີ່ເກິດຂຶ້ນ
ສຽງຊາວບ້ານ ຜູ້ໄດ້ຮັບຜົນກະທົບ ຈາກການຜະລິດຖ່ານຂາວ ເມືອງລະມາມ ແຂວງເຊກອງ
ຈີນເຮັດຖ່ານຂາວ ຖ່ານໄມ້ຕິ້ວ ຈູດຢູ່ກັບບ້ານຄົນເລີຍ ຢູ່ໃກ້ກັນບໍ່ພໍ 50 ແມັດ ຮອດຍາມກາງຄືນນີ້ຫຍຸ່ງຍາກ ເຂົາຮ້ອງຮຽນກັນຢູ່ໃຫ້ຍ້າຍແລ້ວ ປີກາຍ ປີ 2024-2025 ຫັ້ນນ່າ ແລ້ວມັນເປິດໃໝ່ອີກບາກນີ້
ກ່ຽວກັບເລື່ອງນີ້ ວິທຍຸເອເຊັຍເສລີ ພະຍາຍາມຕິດຕໍ່ໄປຫາທາງການແຂວງເຊກອງ ເພື່ອສອບຖາມລາຍລະອຽດ ກ່ຽວກັບຜົນກະທົບ ແລະແນວທາງແກ້ໄຂບັນຫາ ແຕ່ບໍ່ສາມາດຕິດຕໍ່ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງໄດ້
ອິງຕາມລາຍງານຂອງລັດຖະບານລາວ ລະບຸວ່າເຂດບ້ານລະວີ ແລະບ້ານຈະວິກ ເມືອງລະມານ ແຂວງເຊກອງ ໄດ້ມີໂຮງງານຖ່ານຂາວຊີນຢວນ ຂອງນັກລົງທຶນຈີນ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 23 ທັນວາ 2024 ຊິ່ງມີເປົ້າໝາຍທີ່ຈະຜະລິດຖ່ານຂາວ ເພື່ອສົ່ງອອກ ໂດຍນໍາໃຊ້ປະເພດໄມ້ຕິ້ວຈາກທຳມະຊາດ ແລະການປູກຂອງປະຊາຊົນພາຍໃນແຂວງເຊກອງ
ພົບເຫັນແລ້ວ ຄົນລາວ 5 ຄົນ ຈາກທັງໝົດ 7 ຄົນ ທີ່ຕິດຖ້ຳ ຢູ່ບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ເມື່ອເວລາ 16:30 ໂດຍທຸກຄົນປອດ ໄພດີ ແລະກຽມລຳລຽງອອກຈາກຖ້ຳ ສ່ວນຄົນລາວອີກ 2 ຄົນ ທີ່ຍັງບໍ່ພົບເຫັນນັ້ນ ເຈົ້າໜ້າທີ່ກູ້ໄພ ຍັງຄົງສືບຕໍ່ຄົ້ນຫາຕໍ່ໄປ.
ສຳລັບ ພາລະກິດການຄົ້ນຫາຄົນລາວ ທັງ 7 ຄົນ ພາຍໃນຖ້ຳຄັ້ງນີ້ແມ່ນມີຄວາມ ຫຍຸ້ງຍາກຫຼາຍ ເນື່ອງຈາກວ່າບໍລິເວນປາກຖ້ຳ ແລະ ທາງໃນຖ້ຳ ແມ່ນຍັງມີນ້ຳ ອັງອໍ.
ບາງຈຸດມີດິນຊາຍເຈືອນທັບຖົມລົງ ເນື່ອງຈາກ ສະພາບດິນຟ້າອາກາດ ບໍ່ເອື້ອ ອຳນວຍ ມີຝົນຕົກໜັກລົງມາແຕ່ລະໄລຍະທາງໃນຖ້ຳບາງຈຸດນ້ອຍ ແລະ ຄັບ ແຄບຫຼາຍ ເຮັດໃຫ້ທາງກູໄພທີ່ຈະເຂົ້າໃຫ້ການຊ່ວຍເຫຼືອພົບຄວາມລຳບາກ ແລະ ເປັນອັນຕະລາຍ ແຕ່ເຈົ້າໜ້າທີ່ກູ້ໄພ ຄາດວ່າ ຈະຊ່ວຍເຫຼືອສຳເລັດ ຕາມເປົ້າໝາຍໃຫ້ໝົດທຸກຄົນດ້ວຍຄວາມປອດໄພ.
ລັດຖະບານລາວ ໃຫ້ຫວຽດນາມ ເຂົ້າມາສໍາປະທານຂຸດຄໍາຢູ່ເຂດວັງຕັດ ເມືອງຊານໄຊ ແຂວງອັດຕະປື ເປັນບໍລິເວນກວ້າງ, ແຕ່ ລາຍຮັບບໍ່ມີການເປີດເຜີຍໃຫ້ຮູ້ວ່າ ໄດ້ເທົ່າໃດ, ຕົກເປັນສັດສ່ວນຂອງລາວເທົ່າໃດ ໃນແຕ່ລະປີ.
ຂໍ້ມູນຈາກ ບໍລິສັດ ບໍ່ຄໍາວັງຕັດ ໄດ້ລະບຸວ່າ ບໍລິສັດ ໄດ້ສໍາປະທານຂຸດຄໍາ ຢູ່ເຂດເມືອງຊານໄຊໃນເນື້ອທີ່ປະມານ 400 ກິໂລແມັດກາເລ ຖ້າຄິດໄລ່ ເປັນເນື້ອທີ່ແລ້ວ ຕົກຢູ່ ຄວາມຍາວປະມານ 50 ກິໂລແມັດ ຄວາມກ້ວາງ ປະມານ 8 ກິໂລແມັດ.
ບໍ່ຄໍາວັງຕັດ ເລີ່ມດໍາເນີນການແຕ່ປີ 2009 ເປັນຕົ້ນມາ ຈົນມາເຖິງປັດຈຸບັນພະນັກງານປະມານ 1,000 ຄົນ, ມີຄົນຈົກ ແລະ ລົດບັນທຸກປະມານ 500 ຄັນ ມີການຂຸດຄົ້ນທັງກາງເວັນ ແລະ ກາງຄືນ ອີງຕາມຂໍ້ມູນຜູ້ທີ່ເຮັດວຽກຢູ່ບໍ່ຄໍາວັງຕັດ.
ບໍລິສັດ ຫວຽດນາມ ຮ່ວມກັບ ກະຊວງປ້ອງກັນປະເທດຂອງລາວ ດໍາເນີນການຂຸດຄົ້ນ, ແຕ່ ລາຍຮັບໃນແຕ່ປີ ບໍ່ມີການເປີດເຜີຍໃຫ້ຮູ້ຢ່າງເປັນທາງການ.
ແຫຼ່ງຂ່າວ ຢູ່ແຂວງອັດຕະປື ໄດ້ກ່າວຕໍ່ເອເຊັຍເສລີວ່າ ມີອາດດີດຜູ້ນໍາລາວ ໃຫ້ຫວຽດນາມເຂົ້າມາຂຸດຄົ້ນ ແລະ ໄດ້ຮັບສ່ວນແບ່ງຈາກການຂຸດຄົ້ນຄໍາດັ່ງກ່າວ.
ໃນເບື້ອງຕົ້ນ ກໍມີການຂຸດຄົ້ນບໍ່ຫຼາຍປານໃດ, ແຕ່ ປີ 2019 ເປັນຕົ້ນມາ ມີການເພີ່ີມກໍາລັງການຜິດຕະຫລອດ 24​ ຊົ່ວໂມງ. ປັດຈຸບັນ ມີຂ່າວວ່າ ບໍລິສັດ ດັ່ງກ່າວ ຈະໄດ້ສໍາປະທານແຫ່ງຂຸດຄໍາແຫ່ງໃໝ່ ຢູ່ເຂດໜອງໄກ່ໂອກ ເມືອງຊານໄຊ.
ມີຄົນກັງວົນວ່າ ໃນຕໍ່ໜ້າບໍ່ຄໍາຢູ່ແຂວງອັດຕະປື ກໍຄົງຈະໝົດໄປໃນທີ່ສຸດ ນັ້ນຈະເປັນການປິດຕໍານານ ຄໍາວ່າ ອັດຕະປື ຂາຍຄໍາແລກໄກ່.
ທາງການແຂວງສາລະວັນ ເອົາດິນຂອງຊາວບ້ານ ເກືອບ 2,000 ເຮັກຕາ ຢູ່ບ້ານບຶງໄຊ ບ້ານໜອງບົວນ້ອຍ ບ້ານບຶງຂາມບ້ານຈານໃຕ້ ແລະ ບ້ານນາພະນວນ ໃນເມືອງສາລະວັນ ເຮັດໃຫ້ຊາວບ້ານຫຼາຍຄົນ ເກິດຄວາມບໍ່ພໍໃຈ ແລະຮຽກຮ້ອງໃຫ້ທາງການແຂວງ ສະແດງຄວາມຮັບຜິດຊອບ ແລະຊົດເຊີຍເງິນຢ່າງສົມເຫດສົມຜົນ.
ເຖິງວ່າ ທາງການແຂວງສາລະວັນ ເອົາທີ່ດິນຄືນຈາກຊາວບ້ານທັງໝົດ ແຕ່ກໍໄດ້ມີການມອບເງິນຊົດເຊີຍໃຫ້ກັບຊາວບ້ານຜູ້ໄດ້ຮັບຜົນກະທົບແລ້ວ.
ແຕ່ຊາວບ້ານທີ່ໄດ້ຮັບຜົນກະທົບ ໄດ້ເປີດເຜີຍວ່າ ທາງການແຂວງສາລະວັນມອບເງິນຊົດເຊີຍໃຫ້ກັບຊາວບ້ານແທ້ ແຕ່ເປັນຈຳນວນເງິນທີ່ບໍ່ສົມເຫດສົມຜົນ ໂຕຢ່າງ ບາງຄອບຄົວ ສູນເສີຍທີ່ດິນ 2 ເຮັກຕາ ໄດ້ເງິນຊົດເຊີຍ ປະມານ 5-7 ແສນກີບ ເຊິ່ງລາຄາປະເມີນໃນຕະຫຼາດ ແມ່ນສູງເຖິງ 70 ຫາ 100 ລ້ານກີບ.
ເຈົ້າໜ້າທີ່ ພະແນກກະສິກຳແລະສິ່ງແວດລ້ອມ ແຂວງສາລະວັນ ໄດ້ກ່າວວ່າ: ມັນເປັນບ້ານບຶງໄຊເກົ່າ ແຕ່ກີ້ບຶງໄຊມັນຫັ້ນ ມັນບໍ່ໄດ້ຍ້າຍມາຢູ່ແຄມທາງເນາະ ມັນຢູ່ໃນເນາະແຕ່ກ່ອນຫັ້ນ ບໍ່ໄດ້ອອກໄປໃບຕາດິນໃຫ້ແຕ່ດົນແລ້ວ ເປັນດິນສະຫງວນ ບໍ່ໃຫ້ເຮັດອັນອື່ນ ມີແຕ່ວ່າ ຄັນລັດຖະບານຊິເອົາລະ ແມ່ນເອົາໄດ້ ບາດນີ້ລັດຖະບານເອົາແລ້ວ ເຂົາບໍ່ຍອມພວກນັ້ນຫັ້ນນ່າ ກະມັນປະທ້ວງກັນນ່າ.
ກ່ຽວກັບເລື່ອງນີ້ ທາງການແຂວງສາລະວັນ ເວົ້າວ່າ ທີ່ດິນຕອນດັ່ງກ່າວ ແມ່ນເປັນດິນສະຫງວນຂອງລັດຖະບານ ບໍ່ໄດ້ມີການອອກໃບຕາດິນຖາວອນໃຫ້ກັບຊາວບ້ານຢູ່ແລ້ວ ເຖິງວ່າ ຊາວບ້ານຈະທຳການກະເສດມາຫຼາຍປີ ຫຼື ເປັນທີ່ດິນມູນມັງກໍຕາມ.
ເມື່ອປີ 2024 ລັດຖະບານລາວ ໄດ້ອະນຸຍາດໃຫ້ເອກກະຊົນລາວ ແລະຈີນ ລວມ 3 ບໍລິສັດ ຄື ບໍລິສັດ ເລືອງສິດ, ບໍລິສັດ ຈິງລູຍ ແລະບໍລິສັດ ກຽງໄກ ເພື່ອລົງທຶນໃນໂຄງການປູກກ້ວຍ ໝາກຖັ່ວລຽນ ແລະໄມ້ໃຫ້ໝາກຊະນິດອື່ນໆ ເພື່ອສົ່ງອອກໄປປະເທດຈີນ ຢູ່ບ້ານໜອງບົວນ້ອຍ ແລະ ບ້ານໃກ້ຄຽງ ເມືອງສາລະວັນ.
ປັດຈຸບັນ ທາງການແຂວງສາລະວັນ ກໍຍັງບຸກເບິກເນື້ອທີ່ອອກໄປເລື່ອຍໆ ເພື່ອຮອງຮັບການປູກໄມ້ໃຫ້ໝາກຂອງບໍລິສັດເອກກະຊົນຂອງຈີນ ທີ່ເຂົ້າມາລົງທຶນໃນພື້ນທີ່ດັ່ງກ່າວ.
ແຜນການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງພູງອຍ ຢູ່ແຂວງຈຳປາສັກ ຂອງລັດຖະບານລາວ ຈະມີປະຊາຊົນໄດ້ຮັບຜົນກະທົບໃນດ້ານຕ່າງໆ ທັງໝົດ 86 ບ້ານ ປະຊາ ກອນເກືອບ 10 ພັນປາຍຄົນ ຢູ່ແຂວງຈຳປາສັກ ແລະ ອີກ 6 ບ້ານ ປະຊາກອນອີກຫຼາຍພັນຄົນ ຢູ່ເມືອງໂຂງຈຽມ ແຂວງ ອຸບົນລາດຊະທານີ.
ຊາວບ້ານໃສ່ມອງ ຢູ່ນໍ້າຂອງ ແຂວງຈໍາປາສັກ ແລະ ອຸບົນລາດຊະທານີ.
ກ່ຽວກັບຄວາມກັງວົນດັ່ງກ່າວນີ້ ເຮັດໃຫ້ເຄືອຂ່າຍພາກປະຊາສັງຄົມໄທ ຈັດກອງປະຊຸມ ເລື່ອງ “ສາມປີເຂື່ອນພູງອຍ: ຄວາມຈິງ ຜົນກະທົບ ແລະຄຳຕອບຈາກຜູ້ກ່ຽວຂ້ອງ” ໃນ ວັນທີ່ 12 ພຶດສະພາ 2026 ທີ່ມະຫາວິທະຍາໄລອຸບົນລາດຊະທາ ນີ ເຊິ່ງຄວາມເຫັນ ສ່ວນໃຫຍ່ ບໍ່ເຫັນດີໃຫ້ສ້າງເຂື່ອນໄຟຟ້າພູງອຍໃນແມ່ນ້ຳຂອງ ຍ້ອນ ມີຜົນກະທົບ ຫຼາຍກວ່າຜົນປະໂຫຍດທີ່ຈະໄດ້ຮັບ.
ປະຊາຊົນ ແຂວງອຸບົນລາດຊະທານີ ກ່າວວ່າ: “ເພາະວ່າມັນຖືກກະທົບສິ່ງແວດ ລ້ອມ ທັງປູ ທັງປາ ການຫຼໍ່ລ້ຽງຊີວິດຂອງປະຊາຊົນ ທຸກໆ ບໍ່ວ່າ ລາວ ຫຼື ໄທ ກະອາໄສ ປາ ນ້ຳ ຂ້າວ”
ບັນຫາທາງດ້ານສິ່ງແວດລ້ອມ, ພັນປາ, ການຫາປາໃນແມ່ນ້ຳຂອງ ຈະເປັນຜົນກະທົບໂດຍກົງ ທີ່ຈະເຮັດໃຫ້ວິຖີຊີວິດຂອງປະຊາຊົນທັງ 2 ຝັ່ງລາວ-ໄທ ເກິດການປ່ຽນແປງ ເຊັ່ນດຽວກັບເຂື່ອນອື່ນໆ ທີ່ສ້າງໄປກ່ອນໜ້ານີ້
ໃນກອງປະຊຸມຄັ້ງນີ້ ພາກປະຊາສັງຄົມໄທ ເຫັນວ່າ ຍັງບໍ່ມີຄວາມຈຳເປັນຮີບດ່ວນ ທີ່ຈະສ້າງເຂື່ອນພູງອຍຂຶ້ນ ຄວນຈະສຶກສາຜົນກະທົບດ້ານສິ່ງແວດລ້ອມ-ສັງຄົມ ແລະຊີ້ແຈງຜົນການລາຍງານ ໃຫ້ປະຊາຊົນໄດ້ຮັບຮູ້ຢ່າງລະອຽດນຳດ້ວຍ
ທ່ານ ຫານນະລົງ ເຍົາວະເລິດ ປະທານມູນລະນິທິເພື່ອການບໍລິຫານຈັດການແມ່ນ້ຳແບບບູລະນາການ ກ່າວວ່າ “ຂ້ອຍຍັງບໍ່ເຫັນມີຄວາມຈຳເປັນຮີບດ່ວນໃນມື້ນີ້ ວ່າຈະຕ້ອງຮີບພັດທະນາໂຄງການນີ້ ຍືດໄປ 10 ປີ 20 ປີກໍໄດ້ ເພາະໄຟຟ້າມັນເຫຼືອຫຼາຍປານນີ້ ຄື ຂ້ອຍບໍ່ໄດ້ເບິ່ງແຕ່ວ່າ ສິ່ງແວດລ້ອມມັນກະທົບແບບໃດ ລາຍ ງານ EIA ສົ່ງມາຄົບ ຫຼື ບໍ່ຄົບ ແຕ່ຂ້ອຍເບິ່ງວ່າ ມັນມີຄວາມຈຳເປັນຮີບດ່ວນຫຍັງ ທີ່ຈະຕ້ອງມີການສ້າງເຂື່ອນພູງອຍ”
ຫາກລັດຖະບານລາວ ອະນຸມັດໃຫ້ສ້າງເຂື່ອນພູງອຍ ຈະສົ່ງຜົນໃຫ້ລະດັບນ້ຳ ແມ່ນ້ຳຂອງສູງຂຶ້ນ ແລະຖ້ວມຫາດຊາຍ, ເກາະ-ດອນ ໄຮ່ນາ ຮັ່ວສວນ ເຮືອນຢູ່ອາໄສ ວັດ ຮ້ານອາຫານແຄມຂອງ ແລະອຸທະຍານແຫ່ງຊາດ ໃນນະຄອນປາກເຊ, ເມືອງໂພນທອງ ແຂວງຈຳປາສັກ ແລະເມືອງໂຂງຈຽມ ແຂວງອຸບົນລາດຊະທານີ
ເຄີຍເຫັນແຕ່ເຈົ້າໜ້າທີ່ກັກໂຕຊາວບ້ານຍ້ອນລັກຕັດໄມ້ ແຕ່ ເລື່ອງຕໍ່ໄປນີ້ ພັດວ່າ ເປັນຊາວບ້ານກັກໂຕເຈົ້າໜ້າທີ່ ຍ້ອນເຈົ້າໜ້າທີ່ລົງໄປກວດກາການລັກລອບຕັດໄມ້ຂອງຊາວບ້ານ.
ມີການຕັດໄມ້ຢ່າງຊະຊາຍ ຢູ່ເມືອງໝອກ ແຂວງຊຽງຂວາງ.
ມີການລັກລອບຕັດໄມ້ທ່ອນ ແລະ ໄມ້ຕັບ ຢູ່ເມືອງໝອກ ແຂວງຊຽງຂວາງ ຫລ້າສຸດໃນເດືອນເມສາ ທີ່ຜ່ານມາ ຄະນະເຈົ້າໜ້າທີ່ກວດກາໄມ້ແຂວງ ກໍຖືກຊາວບ້ານກັກໂຕ.
ຊາວບ້ານປະມານ 30 ຄົນ ທີ່ເປັນຜູ້ຊາຍ ເຂົ້າມາປິດລ້ອມ-ກັກໂຕ ຄະນະເຈົ້າໜ້າທີ່ທີ່ລົງໄປກວດກາໄມ້ ຢູ່ເຂດບ້ານນໍ້າທ່ຽງ ເມືອງໝອກ ແຂວງຊຽງຂວາງ.
ເຫດເກີດຂຶ້ນໃນວັນທີ 23 ເມສາ 2026 ເວລາປະມານ 4 ໂມງແລງ ໃນຂະນະທີ່ ຄະນະເຈົ້າໜ້າທີ່ລົງໄປກວດກາໄມ້ຮິ້ງຫອມ ທີ່ເປັນໄມ້ຫວງຫ້າມ ແຕ່ໃນດຽວກັນ ຊາວບ້ານທີ່ເປັນຊາຍຊະກັນຈໍານວນປະມານ 30 ຄົນ ມີຜ້າປິດນ້າ ຖືຄອນ ມີດ ພ້າ ແລະ ດາບ ເຈົ້າມາປິດລ້ອມ ເຈົ້າໜ້າທີ່ ແລະ ໃຊ້ຄ້ອນທຸບລົດເຈົ້າໜ້າທີ່ ອີງຕາມໜັງສືຊີ້ແຈງ ຂອງພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຊຽງຂວາງ.
ນອກຈາກນີ້ ກຸ່ມຊາວບ້ານ ຍັງນາບຂູ່ເຈົ້າໜ້າທີ່ບໍ່ໃຫ້ໃຊ້ໂທລະສັບ ແລະ ຫ້າມບໍ່ໃຫ້ຖ່າຍຮູບ ແລະ ບໍ່ໃຫ້ເຈົ້າໜ້າທີ່ອອກໄປໃສ ແລະ ຕໍ່ມາ ຊາວບ້ານທີ່ເປັນກຸ່ມຊາຍຊະກັນ ເອົາລົດ 4 ຄັນ ມາແກ່ເອົາໄມ້ຕັບຢູ່ເຂດບ້ານດັ່ງກ່າວອອກໄປ.
ເຫດການເລີ່ມຜ່ອນຄາຍລົງ ໃນເວລາ ປະມານ 7 ໂມງແລງ, ເຈົ້າໜ້າທີ່ ປກສ ເມືອງ ໝອກ ແລະ ເຈົ້າໜ້າທີ່ແຂວງຈໍານວນນຶ່ງ ຈຶ່ງເຂົ້າໄປຊ່ວຍເຈົ້າໜ້າທີ່ກວດກາໄມ້ທີ່ຖືກກັກໂຕຢູ່ ສ່ວນວ່າ ຊາວບ້ານກັກໂຕເຈົ້າໜ້າທີ່ກໍພາກັນຫລົບໜີ.
ຟັງເບິ່ງເຫດການແລ້ວ ບໍ່ຕ່າງຫຍັງກັບເກີດຂຶ້ນຄືຢູ່ໃນໂທລະທັດ ຫຼື ຊີຣີ ໃນ ເນັດຟິກ Netflix.
ຢູ່ເມືອງໝອກແຂວງຊຽງຂວາງ ມີການລັກລອບຕັດໄມ້ ເປັນຕົ້ນ ໄມ້ຮິ້ງຫ້ອມ, ໄມ້ໂລ່ງເລ່ງ ເຊິ່ງເປັນໄມ້ຫວງຫ້າມ, ແລະ ມີການຕັດໄມ້ທ່ອນ ແລ້ວເອົາແກ່ອອກຈາກປ່າ ແບບບໍ່ມີການຄວບຄຸມ ແລະ ຄຸ້ມຄອງ.
ບັນຫາການປາບປາມແກ້ງສະແກມເມີ ໃນລາວ ຍັງມີຄວາມທ້າທາຍ, ຫຍຸ້ງຍາກ ແລະຂາດປະສິດທິພາບ ໃນການບັງຄັບໃຊ້ກົດໝາຍ ເຮັດໃຫ້ແກ້ງສະແກມເມີ ເຫຼົ່ານັ້ນ ຍັງມີການເຄື່ອນ ໄຫວຕັວະຍົວະ ຫຼອກລວງຄົນລາວ ແລະຄົນຕ່າງປະເທດຢ່າງຕໍ່ເນື່ອງ ເຖິງວ່າ ລັດຖະບານລາວ ຈະພະຍາຍາມປາບປາມແລ້ວກໍຕາມ
ແກ້ງ ສະແກມເມີ ຖືກຈັບ ຢູ່ແຂວງສະຫວັນນະເຂດ ໃນວັນທີ 6 ພຶດສະພາ 2026
ແຕ່ໄລຍະຜ່ານມາ ການປາບປາມແກ້ງຄໍເຊັນເຕີໃນລາວ ແມ່ນຕ້ອງໃຫ້ລັດຖະບານຈີນ ເປັນຜູ້ຊ່ວຍເຫຼືອ ແລະເຂົ້າມາປາບປາມດ້ວຍໂຕເອງ ເຖິງຈະມ້າງກຸ່ມສະແກມເມີເຫຼົ່ານັ້ນໄດ້
ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ກ່າວໃນມື້ວັນທີ່ 11 ພຶດສະພາ 2026 ນີ້ວ່າ:ເຂົ້າໂລໆ ເລໆ ບໍ່ໄດ້ໄດ ເຂາບໍ່ອະນຸຍາດໄດຜ່ານມານີ້ ຈະມີພວກນຶິ່ງ ເປັນຜູ້ໃຫ້ການຮ່ວມມືເຂົານ່າ ມັນເຫັນແຕ່ແກ່ຜົນປະໂຫຍດນີ້ ບໍ່ຮູ້ວ່າ ຜົນກະທົບຕໍ່ປະເທດຊາດ ບ້ານເມືອງ ຕໍ່ປະຊາຊົນມັນບໍ່ເອົາ ຄັນເຮົາປາບປາມຢູ່ ໄທຫຼາຍເນາະ ມັນກະອອກໄປພະມ້າ ພະມ້າປາບບາດນີ້ ມັນກະມາລາວບາດນີ້ ລັດໄປລັດມາຢູ່ນີ້ນ່າພວກນີ້ນ່າ
ຫຼ້າສຸດ ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2026, ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ເຂົ້າມ້າງແກ້ງສະແກມເມີ ຢູ່ເເຂວງສະຫວັນນະເຂດ ສາມາດຈັບຕົວໄດ້ 605 ຄົນ ປັດຈຸບັນ ເຈົ້າໜ້າທີ່ພວມດຳເນີນການສືບສວນ-ສອບສວນ ຫາຜູ້ຮ່ວມຂະບວນການມາດຳເນີນຕາມກົດໝາຍຕໍ່ໄປ
ຕໍ່ມາ ວັນທີ 12 ພຶດສະພາ 2026 ເຈົ້າໜ້າທີ່ ປກສ ແຂວງ ບໍ່ແກ້ວ ໄດ້ມ້າງກຸ່ມແກ້ງສະແກມເມີ ທີ່ເຄື່ອນໄຫວຢູ່ເມືອງຕົ້ນເຜິ້ງ ສາມາດກັກຕົວຜູ້ຖືກຫາໄດ້ທັງໝົດ 62 ຄົນ
ປັດຈຸບັນ ປະເທດລາວ ຍັງມີພື້ນທີ່ຕ້ອງສົງໄສ ທີ່ອາດເປັນແຫຼ່ງອາໄສຂອງສະແກມເມີ ທີ່ໜີມາຈາກໄທ, ມຽນມາ ແລະ ກຳພູຊາ ຄື ເຂດພັດທະນາເມືອງໃໝ່ ຫຼັກ 16 ນະຄອນຫຼວງວຽງຈັນ, ເຂດພັດທະນາເມືອງໃໝ່ທ່າແຂກ ແຂວງຄຳມ່ວນ, ເມືອງປາກເຊ ແຂວງຈຳປາສັກ ແລະແຂວງຜົງສາລີ ແຕ່ລັດຖະບານລາວ ຍັງມິດງຽບ ບໍ່ມີການຕິດຕາມກວດກາເທື່ອ
ເມື່ອທ້າຍປີ 2025 ຜ່ານມາ ລັດຖະບານລາວ ໄດ້ເປິດນຳໃຊ້ ສູນຕ້ານການຫຼອກລວງທາງອອນລາຍ ເຊິ່ງມາຮອດປັດຈຸບັນ ໄດ້ຮັບແຈ້ງບັນຫາການຫຼອກລວງທາງອອນລາຍແລ້ວ 700 ປາຍຄັ້ງ ແລະ ປິດຄະດີໄດ້ 300 ກວ່າກໍລະນີ
ກໍລະນີການຄາດຕະກໍາອາດີດເຈົ້າເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ທ່ານ ລີຕູເລັ່ງ ຈົງເຕັງ ອາຍຸ 70 ປີ, ມີພິລຸດ ແລະ ຂໍ້ສັງເກດທີ່ໜ້າຄິດຫຼາຍຢ່າງ ອີງຕາມຫຼັກຖານຈາກກ້ອງວົງຈອນປິດ.
1.​ ຢ່າງໜ້ອຍມີ 3 ຄົນ ຄື ມືປືນ 2 ຄົນ ແລະ ຄົນຂັບລົດ 1 ຄົນ ໃນຈຸດເກີດເຫດ.
2.​ ຜູ້ຊ່ຽວຊານດ້ານລົດ ໄດ້ໃຫ້ຄໍາເຫັນວ່າ ລົດທີ່ໃຊ້ກໍ່ເຫດ ເປັນລົດກະບະວີໂກ້ແຊ້ມ 4 ປະຕູ ສີປອນເງິນ ແລະ ທີ່ສໍາຄັນ ກໍຄື ລົດຄັນດັ່ງກ່າວເປັນລົດຂັບພວງມະໄລຊ້າຍ ເປັນລົດທີ່ຂັບຢູ່ປະເທດລາວປະຈໍາ ເພາະ ຖ້າລົດທີ່ມາຈາກໄທ ແລະ ມຽນມາ ຈະມີພວງມະໄລຂວາ.
3. ເຈົ້າໜ້າທີ່ຢູ່ໜ່ວຍງານຄວາມໝັ້ນຄົງ ທ່ານນຶ່ງກ່າວວ່າ ມືປືນ ຜູ້ທີ່ກໍ່ເຫດ ລັກຊະນະຮູບຮ່າງ ລໍ້າສັນ ເປັນລັກຊະນະຄືຄົນ ໄດ້ຮັບການຝຶກດ້ານກາຍຍະພາບ ເປັນຕົ້ນການຫຼິ້ນກິລາ ຫຼື ຝຶກແອບດ້ານວິຊາສະເພາະດ້ານໃດດ້ານນຶ່ງ.
4. ມືປືນ 2 ຄົນລົງຈາກລົດໄປ - ຄົນທີ່ນຸ່ງໂສ້ງຂາຍາວ ເກີດອາການລັງເລ ຈົນຕ້ອງແມ່ນມືປືນ ຄົນທີ່ນຸ່ງໂສ້ງຂາສັ້ນກວັກມື ໃຫ້ຍ່າງເຂົ້ານໍາກັນ ແຕ່ ຄົນທີ່ນຸ່ງໂສ້ງຂາສັ້ນເປັນຜູ້ລົງມືຍິງ.
ເຈົ້າໜ້າທີ່ຢູ່ໜ່ວຍງານຄວາມໝັ້ນຄົງ ທ່ານດຽວກັນນີ້ ໄດ້ກ່າວວ່າ: ຖ້າເຈົ້າໜ້າທີ່ຈະຈັບມືປືນແທ້ໆ ສາມາດຈັບໄດ້ ເພາະວ່າ ກ້ອງວົງຈອນປິດຢູ່ພາຍໃນແຂວງຫຼາຍ ຢ້ານແຕ່ວ່າ ຈະມິດໄປ ຊື່ໆ ຄື ກໍລະນີການຍິງເຈົ້າໜ້າທີ່ຕໍາຫຼວດແຂວງບໍ່ແກ້ວ ທີ່ເກີດຂຶ້ນກ່ອນໜ້ານີ້.
ຜູ້ສັງເກດການທ່ານນຶ່ງ ກໍກ່າວວ່າ: ກໍລະນີເກີດຂຶ້ນແບບນີ້ ເລື່ອງຈະມິດໄປເອງ ໂດຍທີ່ເຈົ້າໜ້າທີ່ບໍ່ໄດ້ອອກມາຊີ້ແຈງຫຍັງ.
ຜູ້ສັງເກດການ ແລະ ເຈົ້າໜ້າທີ່ຕໍາຫຼວດນອກພື້ນທີ່ ໃຫ້ຄໍາເຫັນກົງກັນວ່າ ບັນຫາຢູ່ແຂວງບໍ່ແກ້ວມີເລື່ອງສີເທົາເຂົ້າມາກ່ຽວຂ້ອງ. ໃນປີເດືອນ ພະຈິກ 2025 ທີ່ຜ່ານມາ ມີການຄາດຄະກໍາຄົນຮ້າຍ ໃຊ້ອາວຸດປືນຍິງ ພັນໂທ ສົມພັນ ຈັນທະວົງ ຮອງຫົວໜ້າກອງບັນຊາການແຂວງບໍ່ແກ້ວ ເສຍຊີວິດຢູ່ໃນເຄື່ອງແບບຄໍາຫຼວດ ແຕ່ ຄະດີດັ່ງກ່າວ ກໍມິດມຽບໄປ ຢູ່ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ອີກເຫດການນຶ່ງ ໃນເດືອນພຶດສະພາ 2025, ກໍຄື ກຸ່ມກອງກໍາລັງປະກອບອາວຸດບໍ່ຮູ້ຝ່າຍ ເຂົ້າມາຍິງຄ້າຍທະຫານຢູ່ເມືອງປາກທາ ແຂວງ ບໍ່ແກ້ວ ເປັນເຫດເຮັດໃຫ້ເຈົ້າໜ້າທີ່ທະຫານເສຍຊີວິດ.
ເກີດເຫດຄົນຮ້າຍ ຍິງອາດີດຮອງເຈົ້າເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ເສັຍຊີວິດ ຢູ່ຮ້ານເຝີແຫ່ງນຶ່ງ ຢູ່ບ້ານຕີນທາດ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ອາດີດເຈົ້າເມືອງຫ້ວຍຊາຍ
ເຫດເກີດເວລາປະມານ 7:45 ຕອນເຊົ້າຂອງວັນທີ 8 ພຶດສະພາ ໂດຍ ມີຄົນຮ້າຍ 2 ຄົນ ຂີ່ລົດກະບະ ບໍ່ມີປ້າຍທະບຽນ ເຂົ້າມາຈອດຢູ່ໜ້າຮ້ານ.
ຜູ້ເສຍຊີວິດອາຍຸ 70 ປີ ຊື່ວ່າ ທ່ານ ລີຕູເລັງ ຈົງເຕັງ ເປັນອາດີດຮອງເຈົ້າເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ.​
ອີງຕາມຫຼັກຖານຈາກກ້ອງວົງຈອນປິດ, ມີຄົນຮ້າຍ 2 ຄົນລົງມາຈາກລົດກະບະບໍ່ມີປ້າຍທະບຽນ, ຄົນນຶ່ງ ນຸ່ງສົ້ງຂາສັ້ນສີດໍາ ເສື້ອຄຸມສີດໍາກ່ານຂຽວ ໃສ່ໝວດສີດໍາ ມີຜ້າສີດໍາປິດໜ້າ ໃສ່ເກີດຜ້າໃບ, ຄົນຮ້າຍຄົນທີ່ສອງ ນຸ່ງໂສ້ງຢີນສີຂຽວ ເສື້ອຄຸມສີດໍາ ໝວກສີດໍາ ມີຜ້າສີດໍາປິດໜ້າ ໃສ່ເກີບສຸບອີ່ແຕະ.
ຄົນຮ້າຍທັງສອງເຂົ້າໄປຍິງເປົ້າໝາຍຈົນເສຍຊີວິດ ແລ້ວແລ່ນອອກຂຶ້ນລົດກະເບາະ ທີ່ມີຄົນຂັບຈອດລໍຢູ່ ແລ້ວຂັບໜີອອກໄປ.
ໂຄງການຂຸດຄົ້ນບໍ່ແຮ່ ທີ່ໄດ້ຮັບອະນຸຍາດຈາກລັດຖະບານລາວ ແລະຂັ້ນແຂວງ ຍັງບໍ່ມີການປະເມີຜົນກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ, ບົດສຶກສາຄວາມເປັນໄດ້ ທາງດ້ານເສດຖະກິດ-ເຕັກນິກ, ແຜນເປິດ-ປິດບໍ່ແຮ່ຢ່າງລະອຽດ
ຄໍາສັ່ງນາຍົກ ຍັງບໍ່ມີຜົນບັງຄັບໃຊ້ຢ່າງເດັດຂາດ
ມັນສົ່ງຜົນໃຫ້ການຄຸ້ມຄອງ ແລະຄວາມຮັບຜິດຊອບຕໍ່ຜົນໄດ້-ຜົນເສີຍຂອງແຕ່ລະໂຄງການ ເກືອບວ່າ ບໍ່ສາມາດກວດສອບໄດ້ຕາມກົດໝາຍ ເຖິງວ່າ ຈະມີການຄຳສັ່ງຢຸດຈາກນາຍົກລັດຖະມົນຕີກໍຕາມ
ເຈົ້າໜ້າທີ່ຜະແນກພະລັງງານແລະບໍ່ແຮ່ ແຂວງຊຽງຂວາງ ກ່າວໃນມື້ວັນທີ່ 3 ພຶກສະພາ 2026 ນີ້ວ່າ: “ລົງກວດກາກະບໍ່ຮູ້ແຫຼະ ມີແຕ່ວ່າ ແຕະຕ້ອງປະຊາຊົນ ປະຊາຊົນຂັດຂ້ອງມາ ປະຊາຊົນຮ້ອງຮຽນມານີ້ ເພິ່ນບໍ່ໄປແລ້ວ ມັນບໍ່ແມ້ນບໍລິສັດ ເພາະເຂົາເຈົ້າ ບໍ່ມີນ້ຳມັນ ບໍ່ມີລົດເດິນທາງໄປເດ້”
ຫລາຍປີມານີ້ ມີບໍລິສັດຈີນ ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນຄຳຕົກຂ້ອນແບບທົດລອງ ແລະສ້າງຜົນກະທົບຕໍ່ເນື້ອທີ່ທຳການກະເສດຂອງປະຊາຊົນເປັນຈຳນວນຫຼາຍ ປະຊາຊົນກໍໄດ້ຮ້ອງຮຽນ ໃຫ້ທາງການແຂວງ ລົງພື້ນທີ່ ຕິດຕາມກວດກາ ເພື່ອຫຼຸດຜ່ອນຜົນກະທົບທີ່ເກິດຂຶ້ນ ແຕ່ກໍມິດງຽບ ບໍ່ມີການບັງຄັບໃຊ້ກົດໝາຍ ຫຼື ຄຳສັ່ງຂອງນາຍົກລັດຖະມົນຕີແຕ່ຍ່າງໃດ
ປະຊາຊົນລາວ ເມືອງລ້ອງຊານ ແຂວງໄຊສົມບູນ ກ່າວໃນມື້ວັນທີ່ 3 ພຶກສະພາ 2026 ນີ້ວ່າ
: “ກໍລະນີຂຸດຄົ້ນຄຳຕົກຂ້ອນເນາະ ຂອງປະຊາຊົນທີ່ເປັນດິນນາ ລັດຖະບານອະນຸຍາດໃຫ້ເຮັດທົດລອງເນາະ ເຮັດແລ້ວກະເຮັດບໍ່ສຶກສາ ທີ່ຈິງແລ້ວມັນກະຕ້ອງໄດ້ມີ ຜະແນກການທີ່ກ່ຽວຂ້ອງລົງໄປຕິດຕາມ”
ຢູ່ກອງປະຊຸມລັດຖະບານ ປະຈຳເດືອນເມສາ 2026 ຜ່ານມານີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກໍໄດ້ອອກຄຳສັ່ງຕື່ມອີກວ່າ ໃຫ້ຂະແໜງການກ່ຽວຂ້ອງ ຮີບດ່ວນແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ທາດ ແລະ ທິດທາງການຄຸ້ມຄອງການພັດທະນາແຮ່ທາດ, ການກວດກາ ແລະ ປະເມີນໂຄງການ ທີ່ໄດ້ອະນຸມັດຜ່ານມາຢ່າງມີປະສິດທິພາບສູງສຸດ
ເຈົ້າໜ້າທີ່ຕໍາຫຼວດ ບຸກທະລາຍ ຈັບຍົກແກ້ງສະແກມເມີ 500 ຄົນ ຢູ່ແຂວງສະຫວັນນະເຂດ ນັບແຕ່ວັນທີ 4-5 ພຶດສະພາ ທີ່ຜ່ານມາ.
ກຽມສົ່ງສະແກມເມີ ຂຶ້ນວຽງຈັນຮ
ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານ ນຶ່ງ ຢູ່ແຂວງສະວັນນະເຂດ ໄດ້ກ່າວຕໍ່ເອເຊັຍເລີລີ ໃນວັນທີ 6 ວ່າ: ໃນຈໍານວນ 500 ປາຍຄົນ, ມີຄົນຈີນປະມານ 300 ປາຍຄົນ ສ່ວນທີ່ເຫຼືອແມ່ນຄົນຊາດອື່ນ.
ໃນການຈັບກຸມຄັ້ງນີ້ ເຈົ້າໜ້າທີ່ຕໍາຫຼວດຈາກກະຊວງປ້ອງກັນຄວາມສະຫງົບ ລົງໄປດໍາເນີນການດ້ວຍຕົນເອງ ຍ້ອນວ່າ ເຈົ້າໜ້າທີ່ຕໍາຫຼວດສະຫວັນນະເຂດ ບໍ່ກ້າຈັບກຸມ.
ໃນການພັກເຊົາຢູ່ແຂວງສະຫວັນນະເຂດ, ສະແກມຄົນນຶ່ງ ຕ້ອງໄດ້ຈ່າຍເງິນໃຫ້ເຈົ້າໜ້າທີ່ຕໍາຫຼວດສະຫວັນນະເຂດ ຖ້າບໍ່ດັ່ງນັ້ນ ເຂົ້າເຈົ້າຈະບໍ່ສາມາດຢູ່ໃນແຂວງໄດ້ ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ທ່ານນີ້.
ເຈົ້າໜ້າທີ່ຕໍາຫຼວດ ຈັບກຸມແກ້ງສະແກມເມີ ຢູ່ຕາມ ລີສອດ ແລະ ໂຮງແຮມ ທັງໝົດ 5 ຈຸດ ທີ່ເປັນຂອງນັກທຸລະກິດຊື່ດັ່ງ ຢູ່ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ.
ຫຼັງຈາກຈັບກຸມແລ້ວ, ເຈົ້າໜ້າທີ່ ນໍາແກ້ງສະແກມເມີ ຂຶ້ນໃສ່ລົດມານະຄອນຫລວງວຽງຈັນ.
ແກ້ງສະແກມເມີ ທີ່ເປັນຄົນຈີນ ຈະຖືກສົ່ງຄືນໃຫ້ລັດຖະບານຈີນ ເພືຶ່ອດໍາເນີນຄະດີ ຢູ່ປະເທດຈີນ.
ນອກຈາກນີ້ ຢູ່ປະເທດມຽນມາ ແລະ ກໍາປູເຈຍ, ກໍມີການຈັບກຸມແກ້ງສະແກມເມີ ແລ້ວ ສົ່ງໃຫ້ລັດຖະບານ ເພື່ອດໍາເນີນຄະດີ ຢູ່ປະເທດຈີນ ເຊັ່ນດຽວກັນ.
ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ລາຍງານ ເມື່ອວັນທີ 4 ພຶດສະພາ 2026 ນີ້ ລະບຸວ່າ ຜົນການເກັບກຳຂໍ້ມູນສະພາບປາຕາຍຢູ່ສາຍນໍ້າເຊໂດນ ເຂດບ້ານນາດ່ານ, ບ້ານນາຂາມ ແລະ ບ້ານຄີລີ ເມືອງຊະນະສົມບູນ ພົບຄ່າຄວາມເປັນດ່າງໃນນໍ້າສູງເກີນມາດຕະຖານ ຫຼື ສານເຄມີຈາກຂະບວນການຟອກຍ້ອມ ທີ່ເກິດຈາກອຸດສະຫະກຳທີ່ບໍ່ໄດ້ຜ່ານການບຳບັດນ້ຳເປື້ອນ
ພົບປາຕາຍ ຢູ່ ນໍ້າເຊໂດນ ເຂດເມືອງຊະນະສົມບູນ ແຂວງ ຈໍາປາສັກ ໃນວັນທີ 3 ພຶດສະພາ 2026​
ເພື່ອບໍ່ໃຫ້ສຸຂະພາບຂອງປະຊາຊົນໄດ້ຮັບຜົນກະທົບ ທາງການລາວ ​ສັ່ງຫ້າມປະຊາຊົນໃນບໍລິເວນດັ່ງກ່າວ ຢຸດການນຳໃຊ້ນໍ້າຈາກສາຍນໍ້າເຊໂດນຊົ່ວຄາວ ​ຫ້າມນຳເອົາປາ ແລະ ສັດນໍ້າທີ່ຕາຍມາບໍລິໂພກຢ່າງເດັດຂາດ
ສຽງປະຊາຊົນ ບ້ານດອນເມືອງ ເມືອງຄົງເຊໂດນ ແຂວງສາລະວັນ ກ່າວໃນມື້ວັນທີ່ 5 ພຶດສະພາ 2026 ນີ້ວ່າ: ຕາຍຍູ່ນີ້ແຫຼະ ຕາຍຍູ່ໂຕບ້ານດອນເມືຶອງນີ້ລະ ບໍ່ໄດ້ກິນ (ປາ) ເລີຍເທົ່າຄູ່ມື້ນີ້ ປາເຊບໍ່ມີໄຜກິນ ຈັກມັນຕາຍດ້ວຍສາເຫດຫຍັງບໍ່ຮູ້ ເຫັນແຕ່ມັນຕາຍຍູ່ໃນແກ້ງ ມັນມາຕ້າງແກ້ງຍູ່
ເລື່ອງທີ່ກວດພົບສານເຄມີຈາກຂະບວນການຟອກຍ້ອມ ທີ່ເກິດຈາກອຸດສະຫະກຳທີ່ບໍ່ໄດ້ຜ່ານການບຳບັດນ້ຳເປື້ອນ ປັດຈຸບັນ ທາງການລາວ ຍັງບໍ່ທັນມີລາຍງານລະອຽດເທື່ອວ່າ ສາເຫດມາຈາກໂຮງງານໃດແທ້
ເຫດປາຕາຍ ຢູ່ສາຍນ້ຳເຊໂດນ ແມ່ນເກິດຂຶ້ນແຕ່ວັນທີ 23 ເມສາ 2026 ຜ່ານມາ ຍ້ອນປະຊາຊົນ ພົບເຫັນປານ້ອຍ-ໃຫຍ່ຕາຍຈໍານວນຫຼາຍຕາມສາຍນໍ້າເຊໂດນ ເຂດບ້ານດອນເມືອງ ເມືອງຄົງເຊໂດນ ແຂວງສາລະວັນ ແຕ່ບໍ່ຮູ້ສາເຫດ.
ປາຕາຍຈຳນວນດັ່ງກ່າວໄດ້ສົ່ງກິ່ນມັນຄາວທົ່ວແຄມນໍ້າ ຄາດວ່າຕາຍໄດ້ຫລາຍມື້ ແລະ ຍັງມີໂຕທີ່ຫາກໍຕາຍໃໝ່ ເຮັດໃຫ້ປະຊາຊົນບໍ່ກ້າລົງອາບ ຫຼື ໃຊ້ນໍ້າເຊເຂດດັ່ງກ່າວ
ກໍລະນີປາຕາຍໃນຄັ້ງນີ້ ຄ້າຍກັບກໍລະນີ ປາຕາຍ ຢູ່ຫ້ວຍມັນ ແລະຫ້ວຍແວ່ນ ເມືອງຊຳເໜືອ ແຂວງຫົວພັນ ເມື່ອປີ 2024 ຜ່ານມາ ຍ້ອນເກິດຈາກອ່າງເກັບນ້ຳເສັຍ ໂຄງການຂຸດຄົ້ນແຮ່ຫາຍາກຂອງຈີນ ຮັ່ວຊຶມ ແລະແຕກຫັກ
ທາງການແຂວງໄຊຍະບູລີ ແລະແຂວງວຽງຈັນ ຫາລື ເລື່ອງການຊົດເຊີຍ ແລະແຜນການຍົກຍ້າຍຊາວບ້ານ ທັງໝົດ 7 ບ້ານ ປະມານ 700 ປາຍຄອບຄົວ ອອກຈາກພື້ນທີ່ ເພື່ອຫຼີກທາງໃຫ້ໂຄງການເຂື່ອນໄຟຟ້າປາກລາຍ ທີ່ຕຽມຈະກໍ່ ສ້າງໃນໄວໆນີ້
ສ່ວນຊາວບ້ານ ທີ່ຈະໄດ້ຮັບຜົນກະທົບ ສ່ວນຫຼາຍກໍເປັນກັງວົນໃນຫຼາຍດ້ານ ໂດຍສະເພາະການຍົກຍ້າຍບ່ອນຢູ່ອາໄສ ທີ່ຈະກະທົບຕໍ່ວິຖີຊີວິດ, ການສູນເສີຍທີ່ດິນທຳການກະເສດ ລວມໄປເຖິງເງົນຊົ
ສ່ວນຊາວບ້ານ ທີ່ຈະໄດ້ຮັບຜົນກະທົບ ສ່ວນຫຼາຍກໍເປັນກັງວົນໃນຫຼາຍດ້ານ ໂດຍສະເພາະການຍົກຍ້າຍບ່ອນຢູ່ອາໄສ ທີ່ຈະກະທົບຕໍ່ວິຖີຊີວິດ, ການສູນເສີຍທີ່ດິນທຳການກະເສດ ລວມໄປເຖິງເງົນຊົດເຊີຍນຳດ້ວຍ
ຊາວບ້ານ ເມືອງປາກລາຍ ແຂວງໄຊຍະບູລີ ທີ່ຈະຖືກຜົນກະທົບ ໂຄງການເຂື່ອນໄຟຟ້າປາກລາຍ ໄດ້ກ່າວຕໍ່ເອເຊັຍເສລີ ວ່າ: ແລ້ວຄູ່ມື້ນີ້ ເຂົາກໍ (ບໍລິສັດກໍ່ສ້າງ) ເອົາດິນມາຫຼາຍແລ້ວ ຜູ້ໃດກໍນ້ອຍໃຈ ຜູ້ໃດກະວ່າຍ້ານໄດ້ຍ້າຍນີ້ ບ້ານຜາລຽບຫັ້ນເພິ່ນວ່າ ເພິ່ນບໍ່ຍອມຍ້າຍ ເພິ່ນຊິໃຫ້ຍ້າຍຂຶ້ນໄປເທິ່ງພູພຸ້ນ ປະເທິ່ງບ້ານເຂົາຫັ້ນນ່າ
ຊາວບ້ານອີກຜູ້ນຶ່ງເວົ້າວ່າ ສ່ວນຫຼາຍ ກະເປັນກັງວົນທີ່ສຸດ ໂດຍສະເພາະເລື່ອງການຍົກຍ້າຍອອກຈາກພື້ນທີ່ ເພາະຍົກຍ້າຍໄປແລ້ວ ບ່ອນທຳມາຫາກິນ, ການຫາປານ້ຳຂອງ ກໍຈະບໍ່ມີຄືເກົ່າ ແຕ່ຄວາມກັງວົນຂອງຊາວບ້ານ ກໍບໍ່ໄດ້ຮັບການຊີ້ແຈງລາຍລະອຽດຍ່າງຈະແຈ້ງ ຈາກທາງການລາວເທື່ອ
ຊາວບ້ານ ເມືອງແມດ ແຂວງວຽງຈັນ ທີ່ຈະຖືກຜົນກະທົບ ໂຄງການ ເຂື່ອນ ໄຟຟ້າປາກລາຍໄດ້ກ່າວຕໍ່ເອເຊັຍເສລີ ວ່າ: ນັ້ນແລ້ວ ຈັກຊິເຮັດຈັ່ງໄດ ມັນ ກະຖືກໂຄງການເຂົາ ໄດ້ຍິນແວ່ວໆ ຫັ້ນແຫຼະ ແຕ່ວ່າໂຕເພິ່ນຊົດເຊີຍບໍ່ ທັນໄດ້ຮູ້ຫັ້ນນ່າວ່າ ເຂົາຊິຊົດເຊີຍໜ້ອຍ ຊົດເຊຍຫຼາຍປານໃດ
ນອກຈາກຊາວບ້ານໃນລາວ ຈະເປັນກັງວົນແລ້ວ ປະເທດສະມາຊິກລຸ່ມແມ່ນ້ຳຂອງ ກໍເປັນກັງວົນຄືກັນ ກ່ຽວກັບເລື່ອງຜົນກະທົບຂ້າມຊາຍແດນ ທາງດ້ານສິ່ງແວດລ້ອມ-ສັງຄົມ, ລະບົບນິເວດແມ່ນ້ຳຂອງ, ຕະກອນ ແລະຜົນກະທົບດ້ານອື່ນໆ
ປັດຈຸບັນ ບໍລິສັດ Sinohydro Holding ປະເທດຈີນ ເຊິ່ງເປັນບໍລິສັດຜູ້ຮັບເໝົາກໍສ້າງ ໂຄງການເຂື່ອນໄຟຟ້າປາກລາຍ ກໍໄດ້ກໍ່ສ້າງໂຄງສ້າງພື້ນຖານສຳຄັນທັງໝົດແລ້ວ ລໍຖ້າພຽງການອະນຸມັດຈາກລັດຖະບານລາວທໍ່ນັ້ນ
ເຈົ້າໜ້າທີ່ຕໍາຫຼວດນະຄອນຫລວງວຽງຈັນ ໄດ້ຈັບໂຕຊາຍຊາວຈີນ 3 ຄົນ ຜູ້ກໍ່ເຫດຍິງລົດ ຢູ່ເມືອງສີໂຄດຕະບອງນະຄອນຫລວງວຽງຈັນ ພ້ອມກັນຢາເສບຕິດ ແລະ ອາວຸດປືນ.
ຖືກຈັບຢູ່ໃນອັນດັບທີ 154 ໃນຈໍານວນ 180 ປະເທດ ທົ່ວໂລກ ໃນດ້ານເສລີພາບທາງດ້ານສື່ມວນຊົນ
ນອກຈາກນີ້, ຄົນຈີນທັງ 3 ຄົນ ຍັງມີອາວຸດປືນຍາວ 5 ກະບອກ ແລະ ປືນສັ້ນ 5 ກະບອກ ແລະ ລູກປືນ 500 ລູກ ແລະ ຢາເສບຕິດປະເພດຢາໄອສຈໍານວນ 137 ຖົງນ້ອຍ ໄວ້ໃນຄອບຄອງ.
ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ຕໍາຫຼວດນະຄອນຫລວງວຽງຈັນ ໃນວັນທີ 30 ເມສາ ໄດ້ຮູ້ວ່າ, ຊາຍຊາວຈີນທັງ 3 ຄົນ ກໍ່ຍິງລົດໃນວັນທີ 22 ເມສາ 2026 ແລະ ຖືກຈັບ ໃນວັນທີ 23 ເມສາ. ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຫຼວດ ກໍເຄີຍຈັບ ຄົນຈີນຢູ່ລາວ ທີ່ກໍ່ເຫດປຸ້ນຈີ້ຊິງຊັບ, ກໍ່ອາດສະຍາກໍາ ແລະ ການຈັບຮຽກຄ່າໄຖ່.
ປີ 2018,​ ນັກທຸລະກິດຈີນ ເຈົ້າຂອງເທັກຕີຮ່າວ ຖືກຄາດຕະກຳຄາບ່ອນນອນ ແລະ ຊັບສິນທັງມົດຢູ່ໃນຕູ້ເຊບຖືກເອົາໄປໝົດ.
ປີ 2019, ເຈົ້າໜ້າທີ່ຕໍາຫຼວດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈັບທ້າວ ມົວຊິງຟາງ ອາຍຸ 28 ປີ ສັນຊາດຈີນ ພ້ອມຢາບ້າ 3 ພັນ ເມັດ, ຝິ່ນດິບ 6 ກິໂລ, ສານປະສົມຜລິດຢາເສບຕິດ ແລະ ອາວຸດປືນ.
ອັນດັບສິດເສລີພາບຂອງສື່ມວນຊົນລາວໃນປີິ 2026 ຂີ້ຮ້າຍແລະ ຕົກຕໍ່າກວ່າ ປີ 2025​ ເປັນຍ້ອນເຫດຜົນຫຍັງ.
ຖືກຈັບຢູ່ໃນອັນດັບທີ 154 ໃນຈໍານວນ 180 ປະເທດ ທົ່ວໂລກ ໃນດ້ານເສລີພາບທາງດ້ານສື່ມວນຊົນ
ໃນປີ 2026, ປະເທດລາວ ຖືກຈັບຢູ່ໃນອັນດັບທີ 154 ໃນຈໍານວນ 180 ປະເທດ ທົ່ວໂລກ ໃນດ້ານເສລີພາບທາງດ້ານສື່ມວນຊົນ ໝາຍຄວາມວ່າ ສື່ມວນຊົນຢູ່ປະເທດລາວຖືກຈໍາກັດສິດຫຼາຍ ສ່ວນວ່າ ປີ 2015 ປະເທດລາວ ຖືກຈັດຢູ່ໃນອັນດັບທີ 150 ຈາກທັງໝົດ 180 ປະເທດທົ່ວໂລກ.
ວັນທີ 3 ພຶດສະພາ ເປັນວັນເສລີພາບສື່ມວນຊົນສາກົນ ແລະ ແຕ່ລະປີ ອົງການຂ່າວບໍ່ມີພົມແດນ Reporters without borders ມີການຈັດອໍາດັບວ່າ 180 ປະເທດໃນໂລກ ມີປະເທດໃດແດ່ ທີ່ສື່ມວນຊົນມີເສລີພາບທີ່ສຸດ ແລະ ປະເທດໃດແດ່ ມີການກໍາຈັດເສລີພາບສື່ມວນຊົນ.
ສະເພາະໃນປີ 2026 ປະເທດ ນໍເວ ເປັນອັນດັບທີ 1 ທີ່ສື່ມວນຊົນມີເສລີພາບທີ່ສຸດໃນໂລກ ຮອງລົງແມ່ນປະເທດ ເນເທີິແລນ.
ມີຄົນເຫດໃຫ້ຜົນວ່າ ນຶ່ງໃນສາເຫດທີ່ອັນດັບສື່ມວນຊົນລາວບໍ່ດີຂຶ້ນ ຍ້ອວ່າ ມີການຈັບກຸມດໍາເນີນຄະດີ ຜູ້ທີ່ວິຈານລັດຖະບານ ຜ່ານສື່ສັງຄົມອອກລາຍ ເຊັ່ນ ກໍລະນີ ນາງ ໝວຍ ຖືກຈັບຂັງຄຸກເປັນເວລາ 5 ປີ ທີ່ວິຈານລັດຖະບານ.
ເມື່ອບໍ່ດົນມານີ້ ແມ່ນກໍ ຜູ້ໃຊ້ເຟສບຸກບ່າວໝໍແຄນ ທີ່ວິຈານການເຮັດວຽກຂອງເຈົ້າໜ້າທີ່ລັດ ຫາຍໂຕໄປ ຢູ່ນະຄອນຫລວງວຽງຈັນ ແລະ ຕໍ່ມາກໍພົບວ່າ ຜູ້ກ່ຽວເສັຍຊີວິດ. ຄົນສ່ວນຫຼາຍກໍເຈົ້າໃຈວ່າ ບ່າວໝໍແຄນ ຖືກອ້ອມ.
ສື່ມວນຊົນກະແສຫຼັກຢູ່ປະເທດລາວ ບໍ່ວ່າຈະເປັນ ໂທລະພາບ, ໜັງສືພິມ ແລະ ວິທະຍຸ ບໍ່ສາມາດລາຍງານຂ່າວໄດ້ຢ່າງອິດສະຫຼະ ຍ້ອນວ່າ ເປັນຖືກໃຊ້ເປັນກະບອກສຽງຂອງລັດຖະບານ.
ເຖິງຢ່າງໃດກໍຕາມ, ວິທະຍຸເອເຊັຍເສລີ ທີ່ເປັນກະບອກສຽງຂອງປະຊາຊົນລາວ ກໍ Come Back ກັບຄືນມາລາຍງານຂ່າວຄືເກົ່າ ຫຼັງຈາກທີ່ຢຸດສະງັກໄປເປັນເວລາປະມານ 1 ປີ.
ທ່ານ ນາງ ເບຟັງ ປະທານວິທະຍຸເອເຊັຍເສລີ ໄດ້ກ່າວວ່າ ໃນວັນທີ 3 ເມສາ ວ່າ: ພວກເຮົາສະຫຼອງ ວັນເສລີພາບສື່ມວນຊົນ ຂ້າພະເຈົ້າຂໍກ່າວຢ່າງພູມໃຈວ່າ ເອເຊັຍເສລີ ກັບມາແລ້ວ ນັກຂ່າວພວກເຮົາກັບມາ ລາຍງານຂ່າວອີກຄັ້ງ ເພື່ອບໍ່ໃຫ້ທຸກຄົນລືມເລືອນ.
ທົວຈີນ ທີ່ເຂົ້າມາທ່ອງທ່ຽວຢູ່ລາວ ໂດຍສະເພາະໃນນະຄອນຫຼວງພະບາງ ແລະເມືອງວັງວຽງ ນັບມື້ນັບຫຼາຍຂຶ້ນ ແຕ່ ນັກທ່ອງທ່ຽວຈີນເຫຼົ່ານັ້ນ ສ່ວນໃຫຍ່ຈະບໍ່ໃຊ້ບໍລິການທຸລະກິດລາວ ແຕ່ຫັນໄປໃຊ້ບໍລິການຂອງພວກເຂົາເຈົ້າເອງ ເຮັດໃຫ້ຜູ້ປະກອບການທຸລະກິດຂອງຄົນລາວ ໄດ້ຮັບຜົນກະທົບ ທັງເລື່ອງຂອງລາຍຮັບ ແລະ ການຍາດແຍ່ງອາຊີບ.
ຄົນລາວ ໄດ້ຜົນປະໂຫຍດໜ້ອຍຫຼາຍຈາກນັກທ່ອງທ່ຽວຈີນ ເຂົ້າມາລາວ
ຜູ້ປະກອບການລົດໂດຍສານ ເມືອງຫຼວງພະບາງ ແຂວງຫຼວງພະບາງ ໄດ້ກ່າວວ່າ: “ນັກທ່ອງທ່ຽວຈີນນີ້ນ່າ ເຂົ້າມາດ້ວຍຈຳນວນຫຼາຍຂຶ້ນ ສ່ວນຫຼາຍເຂົາຈະໄປທີ່ຮ້ານອາຫານຈີນຢ່າງດຽວ ໄປຮ້ານຄ້າຈີນຢ່າງດຽວ ເຂົາກໍມາເປີດຕະຫຼາດຂອງເຂົາເຈົ້າເອງຢູ່ພີ້ ດຶງລູກຄ້າທົວເຂົ້າມາປຶບ ແລ້ວກະໄປຫາຕະຫຼາດຂອງເຂົາເຈົ້າເອງ ເຂົາຈະວາງແຜນຍູ່ແລ້ວ ແລ້ວເຂົາຈຶ່ງເຂົ້າມາຕາມແຜນຂອງເຂົາເຈົ້າ ຄືດຽວນີ້ນີ້ເນາະ”
ຄົນບໍ່ໄດ້ຫ້າມນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວ ແຕ່ພຶດຕິກຳໃນການເຮັດທຸລະ ກິດຂອງຄົນຈີນ ກໍເຮັດໃຫ້ຜູ້ປະກອບການຄົນລາວ ເສັຍປຽບ ແທນທີ່ຈະສ້າງຮາຍຮັບໄດ້ເຕັມເມັດເຕັມໜ່ວຍ.
ນັບແຕ່ເປິດເສັ້ນທາງລົດໄຟລາວ-ຈີນ ກໍມີນັກທຸລະກິດຈີນ ເຂົ້າມາເຊົ່າ ສຳປະທານ ແຫຼ່ງທ່ອງທ່ຽວ ໂຮງແຮມ ເຮືອນພັກ ຮ້ານອາຫານ ແລະ ອາຄານສຳນັກງານ ເພື່ອເປິດກິດຈະການທ່ອງທ່ຽວຄົບວົງຈອນ ສຳລັບຮອງຮັບກຸ່ມນັກທ່ອງທ່ຽວຈີນ. ໂດຍສະເພາະ ຍົກໂຕຢ່າງ ການມາເຊົ່າອາຄານການທ່ອງ ທ່ຽວຫຼວງພະບາງ ເພື່ອສ້າງຮ້ານປິ້ງຍ່າງຕ້າຫຼົງຢ້ຽນ.
ສະເພາະປີ 2025 ຜ່ານມາ ມີນັກທ່ອງທ່ຽວສາກົນ ທີ່ເຂົ້າມາລາວທັງໝົດ 4 ລ້ານ 5 ແສນຄົນ ເພີ່ມຂຶ້ນ 11% ຈາກປີ 2024, ໃນນີ້ ສະເພາະນັກທ່ອງທ່ຽວຈີນ ມີ 1 ລ້ານ 1 ແສນປາຍຄົນ ເພີ່ມຂຶ້ນ 10% ຈັດຢູ່ອັນດັບສອງ ຮອງຈາກນັກທ່ອງທ່ຽວໄທທີ່ເຂົ້າມາທ່ອງທ່ຽວລາວຫຼາຍກວ່າໝູ່.
ແຂວງອັດຕະປື ແລະ ຈໍາປາສັກ ໃຫ້ບໍລິສັດຈີນ ເຂົ້າມາສໍາປະທານຜູກຂາດຊື້ໝາກຈອງບານນໍາຊາວບ້ານ ແລະ ໂດຍ ຫ້າມພໍ່ຄ້າ ຫຼື ບໍລິສັດ ອື່ນໆໄປເກັບຊື້ນໍາຂາວບ້ານ.
ໃຫ້ສໍາປະທານບໍລິສັດຈີນ ມາຮັບຊື້ໝາກຈອງຈາກຊາວບ້ານແຕ່ພຽງບໍລິສັດດຽວ
ພໍ່ຄ້າໝາກຈອງ ຢູ່ແຂວງພາກໃຕ້ ໄດ້ໃຫ້ຂໍ້ມູນຕໍ່ເອເຊັຍເສລີວ່າ ນັບແຕ່ປີ 2025-2026 ແຂວງຈໍາປາສັກ ແລະ ແຂວງອັດຕະປື ໄດ້ໃຫ້ສໍາປະທານບໍລິສັດຈີນ ມາຮັບຊື້ໝາກຈອງຈາກຊາວບ້ານແຕ່ພຽງບໍລິສັດດຽວເທົ່ານັ້ນ.
ບໍລິສັດຈີນສາມາດກໍານົດລາຄາໄດ້ເອງ ໂດຍບໍ່ມີການແຂ່ງເລື່ອງລາຄາຮັບຊື້ກັບບໍລິສັດອື່ນ, ແຕ່ ຖ້າບໍລິສັດ ອື່ນຈະຮັບຊື້ຈາກຊາວຍບ້ານ ຈະຕ້ອງຈ່າຍເງິນໃຫ້ ບໍລິສັດຈີນ 15,000 ກີບ ຕໍ່ ນຶ່ງກິໂລກຼາມ ໃນຂະນະທີ່ ລາຄາໝາກຈອງຕາກແຫ້ງ ແມ່ນ 300,000-350,000 ກີບ ຕໍ່ ນຶ່ງກິໂລ.
ສ່ວນວ່າ ແຂວງ ສາລະວັນ ແລະ ເຊກອງ ເປີດຂາຍແບບເສລີ ທຸກຄົນສາມາດຊື້ຂາຍໄດ້ ໃນລາກິໂລກຼາມລະ 400,000 ກິີບ ສະນັ້ນ ຊາວບ້ານ ຢູ່ແຂວງ ຈໍາປາສັກ ແລະ ອັດຕະປື ຈຶ່ງເອົາໄປຂາຍຢູ່ແຂວງສາລະວັນ ແລະ ແຂວງເຊກອງ ແທນ.
ຍ້ອນວ່າ ໝາກຈອງເປັນລາຄາດີ ຊາວບ້ານຈຶ່ງໄປເກັບໝາກແໜ່ງ ແບບສູນພັນ ດ້ວຍການຕັດຕົ້ນມັນລົງເລີຍ ແທນທີ່ຈະເກັບເອົາ ຫຼື ຊັ່ນງ່າ ໃຫ້ໝາກມັນຕົກລົງມາແລ້ວເກັບ. ຢູ່ແຂວງຈໍາປາສັກ ເຈົ້າໜ້າທີ່ມີການປັບໃໝພົບວ່າ ຊາວບ້ານຄົນໃດ ເອົາໝາກຈອງດິບມາຂາຍ ແລະ ແຂວງອັດຕະປື ກໍອອກແຈ້ງການຫ້າມໃນວັນທີ 6 ເມສາ 2026.
ໝາກຈອງ ເປັນເຄື່ອງປາຂອງດົງ ທີ່ຊາວບ້ານເກັບໄປຂາຍມີພໍ່ຄ້າມາຮັບຊື້ ແລ້ວ ສົ່ງອອກໄປຂາຍຢູ່ປະເທດຈີນ ແລະ ຫວຽດນາມ ວ່າ ກັນວ່າ ເຂົາເຈົ້ານໍາໃຊ້ພືດດັ່ງກ່າວໄປຜະລິດຢາ.
ເກີດເຫດກຸ່ມຄົນຈີນ ກັບ ຄົນລາວ ຍິງລົດກັນ ຢູ່ບັນເທິງ ຢູ່ ຮ້ານເຣນັສ ໄນ ຄຮັບ ຢູ່ ບ້ານປາກທ້າງເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃນຄືນວັນທີ 22 ເມສາ ເວລາ ປະມານ 22 ໂມງ.
ອີງຕາມຂໍ້ມູນຈາກຜູ້ທີ່ຢູ່ເຂດໃກ້ຄຽງ ຮູ້ວ່າ, ກຸ່ມຄົນລາວ ກັບ ກຸ່ມຄົນຈີນ ມີບັນຫາກັນ ຈຶ່ງກໍ່ເຫດຍິງລົດກັນ ແຕ່ ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼື ເສັຍຊີວິດ.
ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງຢືນຢັນວ່າ ລົດໄດ້ຮັບຄວາມເສັຍຫາຍ 8 ຄັນ ຈາກການຖືກຍິງດ້ວຍອາວຸດປືນ.
ໃນຈຸດເກີດເຫດ ເຈົ້າໜ້າທີ່ພົບກະສອບລູກປືນຫຼາຍອັນ ແລະ ເຈົ້າໜ້າທີ່ກໍາລັງຕິດຕາມກຸ່ມຄົນທີ່ກໍ່ເຫດໃນຄັ້ງນີ້.
ມີຜູ້ປະສົບເຄາະຮ້າຍຈາກລະບອບຄອມມູນນີສ ປະມານ 100 ລ້ານ ຄົນ ອີງຕາມຂໍ້ມູນຈາກມູນິທິຜູ້ເຄາະຮ້າຍຈາກລະບອບຄົມມູນນີສ, ສະນັ້ນ ຈຶ່ງມີການລໍາເລິກເຖິງດວງວິນຍານ ຈາກລະບອບຄອມມູນນີສຂຶ້ນ.
ຜູ້ຄົນມາຢືນໄວ້ອາໄລ ແກ່ຜູ້ເຄາະເສັຍຊີວິດ ຈາກລະບອບຄອມມູນນີສ
ຊຸມຊົນຜູ້ທີ່ຖືວ່າ ໂຕເອງໄດ້ຮັບຜົນກະທົບຈາກລະບອບຄອມມູນນີສ ພາກັນມາວາງພວງມະລາ ຢູ່ທີ່ອະນຸສອນສະຖານ ຜູ້ປະສົບເຄາະຮ້າຍຈາກລະບອບຄອມມູນນີສ ຢູ່ ນະຄອນຫລວງ ວໍຊິງຕັນ ດີຊີ ໃນວັນທີ 23 ເມສາ 2026 ນີ້.
ຄົນອາເມລິກາ ເຊື້ອສາຍລາວ ເຊື້ອສາຍຈີນ ເຊື້ອສາຍຄິວບາ ເຊື້ອສາຍຫວຽດນາມ ເຊື້ອສານເກົາຫຼືເໜືອ ແລະ ເຊື້ອສາຍອື່ນໆ ກໍພາກັນມາໂຮມຊຸມນຸມ ໄວ້ອາໄລວາງ ພວງມະລາ ເຖິງດວງວິນຍານ ຜູ້ທີ່ປະສົບເຄາະຮ້າຍ ຈາກລະບອບ ຄອມມູນນີສ ນີ້.
ໃນນັ້ນ ປະເທດລາວ ຫຼືວ່າ ຊຸມຊົນຄົນລາວ ທີ່ມາອາໄສຢູ່ສະຫະລັດອາເມລິກາ ກໍເປັນຄົນນຶ່ງ ທີ່ຖືວ່າ ໂຕເອງປະສົບເຄາະຮ້າຍ ຈາກລະບອບຄອມມູນນີສ ເຊັ່ນດຽວກັນ.
ທ່ານ ນາງ ປາກຍິນສ ລີ່ຟ້ອງ ໂຕແທນອົງການ LCPD ໄດ້ກ່າວຕໍ່ເອເຊັຍເສລີ ວ່າ: ພວກເຮົາມີຄວາມເປັນຫ່ວງເລື່ອງສິດທິມະນຸດໃນລາວ ຍ້ອນ ລັດບໍ່ມີຄວາມຮັບຊອບຫຍັງແຕ່ໃດມາ ໃນຄວາມຈິງທີ່ປະເທດລາວ ມີຜູ້ຖືກບັງຄັບ ໃຫ້ຫາຍສາບສູນຫຼາຍຄົນ ຄືກັບພໍ່ຕູ້ຂອງຂ້ອຍ ທີ່ຫາຍສາບສູນໄປຕະຫຼອດການ ເຊິ່ງກໍເປັນເລື່ອງໜັກໃຈຫຼາຍສໍາລັບຄອບຄົວຂ້ອຍ ທີ່ໄດ້ຮັບຜົນກະທົບໂດຍກົງ.
ທ່ານ ບາຣະມີ ມິດທິວົງ ໂຕແທນອົງການ LCPD ໄດ້ກ່າວຕໍ່ເອເຊັຍເສລີ ວ່າ: ມີ້ນີ້ເປັນທີ່ລະເລິກທີ່ວ່າ ພວກທີ່ຖືກເຄາະຮ້າຍ ຈາກລະບົບຄອມມູນນີສ ນີ້ນ່າ ໂດຍສະເພາະຢູ່ໃນປະເທດລາວ ແລະ ທົ່ວໂລກ ເພື່ອມາລະເລິກເຖິງ ດວງວິນຍານທີ່ຂະເຈົ້າເສີຍຊີວິດໄປໃຫ້ລະບົບທີ່ໂຫດຮ້າຍ.
ປະເທດລາວ ມີປະມານ 70,000 ຄະດີ ທີ່ສານຍັງບໍ່ທັນໄດ້ຕັດສິນ ສ່ວນປະຊາຊົນ ກໍບໍ່ມີິຄວາມເຊື່ອໝັ້ນຕໍ່ລະບົບຂະບວນການຍຸຕິທໍາລາວ.
ສາເຫດ ທີ່ມີ 70,000 ຄະດີ ທີ່ຍັງບໍ່ທັນຕັດສິນ ແລະ ບໍ່ໄດ້ຖືກແກ້ໄຂຂາດໂຕ ຍ້ອນວ່າ ລະບົບພັກພວກ ແລະ ການໃຫ້ສິນບົນເຈົ້າໜ້າທີ່ສານ.
ນັກກົດໝາຍ ທ່ານ ໄດ້ກ່າວຕໍ່ເອເຊັຽເສລີລວ່າ: ສາເຫດ ທີ່ມີ 70,000 ຄະດີ ທີ່ຍັງບໍ່ທັນຕັດສິນ ແລະ ບໍ່ໄດ້ຖືກແກ້ໄຂຂາດໂຕ ຍ້ອນວ່າ ລະບົບພັກພວກ ແລະ ການໃຫ້ສິນບົນເຈົ້າໜ້າທີ່ສານ.
ເຈົ້າໜ້າທີ່ສານ ມັກຈະເກັບສໍານວນຄະດີໃສ່ລິ້ນຊັກເອົາໄວ້ ເຮັດໃຫ້ຄະດີແກ່ຍາວ ເພື່ີອໃຫ້ໂຈດ ຫຼື ຈໍາເລີຍ ມາຈ່າຍເງິນໃຫ້ ແລ້ວ ກໍມີການອຸທອນຕໍ່ໆກັນໄປ ເຮັດໃຫ້ຄະດີແກ່ຍາວ ຊຶ່ງບາງກໍລະນີ ຄູ່ກໍລະນີ ຈົນເສຍຊີວິດໄປ ກໍມີ ອີງຕາມຂໍ້ມູນຈາກນັກກົດໝາຍທ່ານນີ້.
ຜູ້ຖືກໂທດປະຫານຊີວິດຄະດີຄ້າຢາເສບຕິດ ຖືກກັກຂັງຢູ່ປະມານ 10-15 ປີ ແລ້ວ ກໍຖືກປ່ອຍໂຕອອກ ຫຼັງຈາກທີ່ເຫດການມິດມຽບໄປ.
ເອເຊັຍເສລີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ທາງການລາວທ່ານນຶ່ງ ເພືຶ່ອຖາມຄໍາເຫັນກ່ຽວກັບເລື່ອງນີ້, ແຕ່ ເຈົ້າໜ້າທີ່ທ່ານນີ້ ບໍ່ໄດ້ຕອບໂດຍກົງ ທ່ານ ແນະນໍາໃຫ້ໄປເບິ່ງ ເອກະສານບົດລາຍງານຂອງລັດຖະບານລາວໄປສະເຫນີຕໍ່ສະພາສິດທິມະນຸດ ສປຊ ໃນປີ 2024 ແລະ 2025 ( ເວັບໄຊທາງການຂອງ UN Human Rights Concil and Treaty Bodies ) ຈະໄດ້ຂໍ້ມູນທັງຫມົດທີ່ຊອກຫາກ່ຽວກັບການປະຕິບັດສິດທິມະນຸດ ແລະ ກົດຫມາຍຢູ່ລາວ.
ປະຊາຊົນລາວ ສ່ວນຫຼາຍບໍ່ມີຄວາມເຊື່ອໝັ້ນ ຕໍ່ລະບົບຍຸຕິທໍາຂອງລາວ ຍ້ອນວ່າ ໃນເວລາໄປເຈົ້າໜ້າທີ່ສານ ເຂົາເຈົ້າຕ້ອງໄດ້ເສັຍເງິນກ່ອນ ເຈົ້າໜ້າທີ່ສານຈຶ່ງດໍາເນີນການໃຫ້.
ກໍລະນີ ທີ່ຊາວບ້ານ ພົບຊ້າງປ່າຫຼາຍຕົວ ຢູ່ເຂດບ້ານຮະລາງ ເມືອງສາມັກຄີໄຊ ແຂວງອັດຕະປື ໃນວັນທີ 21 ເມສາ ທີ່ຜ່ານມາ ເຊິ່ງຫ່າງຈາກເທດສະບານແຂວງອັດຕະປື 15 ກິໂລແມັດ.
ພົບຊ້າງປ່າຫຼາຍຕົວ ຢູ່ເຂດບ້ານຮະລາງ ເມືອງສາມັກຄີໄຊ ແຂວງອັດຕະປື ໃນວັນທີ 21 ເມສາ ທີ່ຜ່ານມາ
ຊາວບ້ານຢູ່ແຂວງອັດຕະປື ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຍເສລີວ່າ: ສາເຫດທີ່ແທ້ຈິງແມ່ນ ເນື້ອທີ່ປ່າໄມ້ ຢູ່ແຂວງອັດຕະປື ອັນເປັນທີ່ຢູ່ ແລະ ແຫຼ່ງອາຫານຂອງຊ້າງ ເປັນບຸກລຸກຫຼາຍ ໂດຍ ມີການໃຫ້ສໍາປະທານທີ່ດິນປູກພືດອຸດສາຫະກໍາຕ່າງໆ.
ທ່ານ ຈະສັງເກດເຫັນ ຈຸດຢູ່ໃນພາບວີດີໂອ ຖືກບຸກເບີກ ປູກພືດອຸດສາຫະກໍາ ເຊິ່ງແຕ່ກ່ອນປະມານ 15 ປີ ຄືນຫຼັງໄປເຂດດັ່ງກ່າວນີ້ເປັນປ່າໝົດ.
ນອກຈາກນີ້ ພາບຖ່າຍດາວທຽມ ກໍສະແດງໃຫ້ເຫດເຖິງຄວາມແຕກຕ່າງຂອງປ່າໄມ້ ລະຫວ່າງປີ 2010 ແລະ ປີ 2026 ທ່ານ ຈະສັງເກດເຫັນເນື້ອທີ່ປ່າໄມ້ປີ 2010 ຍັງມີຫຼາຍ ແຕ່ ມາເບິ່ງເນື້ອທີ່ປ່າໄມ້ປີ 2026 ຖືກຕັດຈົນກ້ຽງ.
ເຖີງຢ່າງໃດກໍຕາມ ທາງການແຂວງ ກໍແຈ້ງເຕືອນ ປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ແລະ ຜູ້ທີ່ສັນຈອນໄປ-ມາ ເພີ່ມຄວາມລະມັດລະວັງໃນການອອກໄປໄຮ່ໄປສວນ, ຫຼີກລ່ຽງການເຂົ້າໃກ້ ຫຼື ການກະທຳທີ່ເຮັດໃຫ້ຊ້າງຕົກໃຈ, ຫາກພົບເຫັນເຫດການຜິດປົກກະຕິ ໃຫ້ຟ້າວແຈ້ງອຳນາດການປົກຄອງບ້ານທັນທີ.
ທີ່ຜ່ານມາ ໃນປີ 2020 ກໍມີຊ້າງປ່າອອກມາກິນພືດສວນຂອງຊາວບ້ານ ຢູ່ເຂດເມືອງຊານໄຊ ແຂວງອັດຕະປື
ທາງການລາວລາຍງານວ່າ ພົບໄຟໄໝ້ປ່າປະມານ 16,000 ຈຸດ ໃນທົ່ວປະເທດ ນັບແຕ່ຕົ້ນປີ 2026 ແລະ ສະເພາະໃນເດືອນເມສາ ຫຼື ເດືອນ 4 ນີ້ ພົບວ່າໄຟໄໝ້ປ່າ ປະມານ 2,000 ຈຸດ.
ໃນພົບໄຟໃໝ້ປ່າປະມານ 16,000 ຈຸດ ໃນທົ່ວປະເທດ ນັບແຕ່ຕົ້ນປີ 2026
ສະເພາະຢູ່ນະຄອນຫລວງວຽງຈັນ ໄຟໄໝ້ປ່າຢູ່ປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ແລະ ພູພະນັງ ສ້າງຄວາມເສັຍຫາຍຕໍ່ເນື້ອທີ່ປ່າໄມ້ປະມານປະມານ 3,000 ເຮັກຕາ ອີງຕາມຂໍ້ມູນຈາກທາງການລາວ.
ລັດຖະບານ ໄດ້ລະດົມເຈົ້າໜ້າທີ່ຫຼາຍ 100 ຄົນ ເພື່ອໄປດັບໄຟ ແລະ ສະກັດກັ້ນໄຟປ່າ ລວມທັງການໃຊ້ຍົນໃນການມອດໄຟ.
ນອກຈາກນີ້ ຍັງມີຫຼາຍຫຼາຍແຂວງ ທີ່ໄດ້ຮັບຜົນກະທົບຈາກໄຟໄໝ້ປ່າ, ແຕ່ ເຈົ້າໜ້າທີ່ຍັງບໍ່ໄດ້ລາຍງານໂຕເລກຄວາມເສັຍຫາຍທົ່ວປະເທດ. ບັນຫາດັ່ງກ່າວ ເຮັດໃຫ້ເກີດມົນລະພິດທາງອາກາດ ຫຼື ຝຸ່ນ PM2.5 ປົກຄຸມໄປທົ່ວປະເທດລາວ ສົ່ງຜົນກະທົບຕໍ່ສຸຂະພາບປະຊາຊົນ.
ຫລ້າສຸດວັນທີ 20 ເມສາ ຢູ່ ເມືອງໄຊ ແຂວງ ອຸດົມໄຊ ວັດຄ່າສະເລັ່ນມົນລະພິດທາງອາກາດ ໄດ້ 179 AQI, ແຂວງຫລວງພະບາງ 176 AQI, ແຂວງ ຜົ້ງສາລີ ວັດໄດ້ 159 AQI, ແຂວງ ໄຊຍະບູລີ ວັດໄດ້ 151 AQI ສ່ວນວ່າ ຢູ່ນະຄອນ ຫລວງວຽງຈັນ ວັດໄດ້ 124 AQI ເຊິ່ງບໍ່ປອດໄພຫຼາຍຕໍ່ສຸຂະພາບຂອງຄົນ.
ສາເຫດຫຼັກໃນການເກີດໄຟປ່າໃນຄັ້ງນີ້ ມາຈາກຖາງຈູດປ່າຂອງຊາວບ້ານ ເພື່ອເຮັດກະສິກໍາ ແລະ ປະກອບອາກາດຮ້ອນອົບເອົ້າ ມີລົມແຮງ ຈຶ່ງເຮັດໃຫ້ໄຟໄໝ້ລາມປ່າໄດ້ໄວ.
ເຈົ້າໜ້າທີ່ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງເຕືອນ ສໍາລັບເດັກນ້ອຍ, ຜູ້ເຖົ້າ ແລະ ຜູ້ທີ່ມີບັນຫາສຸຂະພາບ ຄວນຫຼີກລ້ຽງການເຮັດກິດຈະກໍາກາງແປນ.
ມີຂະບວນການຂົນສົ່ງ ກຸ່ມສະແກມເມີ-ຈີນເທົ່າ ທີ່ໜີມາຈາກກໍາປູເຈ້ຍ ເຂົ້າມານະຄອນຫລວງວຽງຈັນຫຼາຍ 1,000​ ຄົນ ນັບແຕ່ຕົ້ນປີ 2026 ເປັນຕົ້ນມາ. ຄົນຂັບລົດ ຜູ້ທີ່ເຄີຍຂັບລົດນໍາສົ່ງຄົນຈີນ ທີ່ເຮັດວຽກເປັນສະແກມເມີ ຢູ່ກໍາປູເຈ້ຍ ໄດ້ກ່າວຕໍ່ເອເຊັຍເສລີວ່າ: ຈົນຈີນຂ້າມມາທາງດ່ານສາກົນໜອງນົກຂຽນ ລາວ-ກໍາປູເຈ້ຍ ແລະ ບາງຄົນ ກໍຂ້າມຊາຍແດນຕາມເສັ້ນທາງທໍາມະຊາດ.
ກຸ່ມສະແກມເມີ-ຈີນເທົ່າ ທີ່ໜີມາຈາກກໍາກໍາປູເຈ້ຍ
ຄົນຂັບລົດຄົນນີ້ ກ່າວຕື່ມວ່າ: ລາວໄດ້ຮັບຄ່າຈ້າງ 1,000​ ໂດລາ ຕໍ່ຄົນ ແລະ ໃນແຕ່ລະຄັ້ງຈະນໍາສົ່ງຄົນຈີນປະມານ 7-8 ຄົນ ຂຶ້ນມານະຄອນຫລວງວຽງຈັນ ແລ້ວເອົາເຂົາເຈົ້າລົງ ຢູ່ເຂດສະໜາມກິລາແຫ່ງຊາດຫຼັກ 16.
ເຈົ້າໜ້າທີ່ອົງການຈັດຕັ້ງພາກປະຊາສັງຄົມ ຜູ້ທີ່ເຮັດວຽກຕ້ານການຄ້າມະນຸດ ໄດ້ກ່າວຕໍ່ເອເຊັຍເສລີ ວ່າ:
ອີງຕາມຂໍ້ມູນຈາກຄົນຂັບລົດ, ຄົນຈີນບາງຄົນໃຊ້ໜັງສືເດີນທາງ ຫຼື ພາສະປອດ ປອມ ບາງຄົນ ກໍບໍ່ມີພາປອດ ແລະ ບາງຄົນເບິ່ງຄືວ່າ ຖືຕົວະມາ ແລະ ບໍ່ຮູ້ເລື່ອງຫຍັງ.
ເຖິງຢ່າງໃດກໍຕາມ, ຄົນຂັບລົດຂົນສົ່ງຈະຕ້ອງໄດ້ເສັຍເງິນໃຫ້ເຈົ້າໜ້າທີ່ຕໍາຫຼວດທີ່ຍາມເສັ້ນທາງຢູ່ 18 ຈຸດ ນັບແຕ່ແຂວງຈໍາປາສັກ ຜ່ານແຂວງສາລະວັນ, ສະຫວັນນະຂດ, ຄໍາມ່ວນ, ບໍລິຄໍາໃຊ້ ແລະ ນະຄອນຫລວງວຽງຈັນ.
ຄົນຂັບລົດສົ່ງຄົນຈີນ ໃນເວລາຈ່າຍເງິນໃຫ້ເຈົ້າໜ້າທີ່ຕໍາຫຼວດປະຈໍາແຕ່ລະດ່ານ ຈະໃຊ້ລະຫັດ ວ່າ ລົດຂົນໝູ່ມາຮອດແລ້ວ ຈໍານວນໝູຈັກໂຕ ກໍໝາຍເຖິງ ຈໍານວນຄົນ ແລ້ວຈ່າຍໄປຕາມທີ່ຕົກລົງກັນ.
ເຈົ້າໜ້າທີ່ແຂວງສາລະວັນທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຍເສລີ ວ່າ: ແຮງຈູງໃຈໃນການຍິງໃນຄັ້ງນີ້ ມາຈາກຂໍ້ຂັດແຍ່ງທາງດ້ານທຸລະກິດ ເພາະວ່າ ຜູ້ເສັຍຊີວິດທັງ 3 ຄົນ ເຮັດທຸລະກິດຂຸດຄົ້ນຄໍາ ຢູ່ເມືອງກະລຶມ ແຂວງເຊກອງ.
ເຈົ້າໜ້າທີ່ທ່ານນີ້ ຍັງຕື່ມວ່່າ: ຢູ່ໃນລົດຂອງຜູ້ເສັຍຊີວິດ ມີຖົງແຮ່ຄໍາທີ່ຍັງບໍ່ທັນໄດ້ສະກັດປະມານ 5-6 ຖົງ ລວມນໍ້າໜັກປະມານ 30 ກິໂລກຼາມ ຊຶ່ງແຮ່ຄໍາດັ່ງກ່າວຈະຂົນສົ່ງຂຶ້ນໄປນະຄອນຫລວງວຽງຈັນ.
ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ທ່ານນີ້, ການຂຸດຄໍາຢູ່ເມືອງກະລຶມແຂວງເຊກອງ ດໍາເນີນໄປໂດຍ ບໍລິສັດຂອງຜູ້້ເສັຍຊີວິດ ໄປຮ່ວມມືເຊົ່ານໍາຊາວບ້ານ ແລ້ວດໍາເນີນການຂຸດຄົ້ນ ເປັນການລັກລອບຂຸດຄໍາ ໂດຍຈ້າງເຈົ້າໜ້າທີ່ບ້ານ ແລະ ເຈົ້າໜ້າທີ່ເມືອງ.
ປັດຈຸບັນ ຢູ່ປະເທດລາວ ມີຄົນຈີນເປັນຈໍານວນຫຼາຍເຂົ້າມາຂຸດຄົ້ນຄໍາຢູ່ປະເທດລາວ ບາງບໍລິສັດ ກໍດໍາເນີນການຕາມກົດໝາຍໄດ້ຮັບສໍາປະທານຈາກລັດຖະບານ, ກໍລະນີ ກໍແມ່ນ ບຸກຄົນເຂົ້າມາດໍາເນີນການເອງໂດຍຮ່ວມມືໂດຍກົງກັບຊາວບ້ານ ເຈົ້າໜ້າທີ່ເມືອງບາງຄົນ.
ເຈົ້າໜ້າທີ່ກົມບໍ່ແຮ່ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຍເສລີວ່າ ລັດຖະບານ ໄດ້ອອກລະບຽບການຫ້າມສ່ວນບຸກຄົນຂຸດຄໍາ, ແຕ່ ກໍຍັງມີການລັກລອບຂຸດຄົ້ນຢູ່.