ໃນຣະຍະ ຜ່ານມາ ຊຶ່ງກາຣ ຍົກເລີກ ດັ່ງກ່າວ ກໍຮວມ ດ້ານກາຣຄ້າຂາຍ ເສຖກິຈ ແລະ ກາຣຫ້າມກາຣ ອອກວິຊ໋າ ອະນຸຍາຕ ເດີນທາງ ໄປຢ້ຽມຢາມ ຢູໂຣປ ຂອງເຈົ້າໜ້າທີ່ ຣະດັບ ສູງພະມ້າ ຫລາຍໆຄົນ ແຕ່ໃນ ຂນະດຽວກັນ ກໍຍັງຈະສືບຕໍ່ ກາຣຫ້າມຄ້າຂາຍ ອາວຸທ ຍຸທໂທປະກອນ ຕ່າງໆ ໃຫ້ແກ່ ພະມ້າ ຢູ່ຕໍ່ໄປ.
ອົງກາຣຂ່າວ AFP ໄດ້ຣາຍງານວ່າ ຄນະຣັຖມົນຕຣີ ກາຣຕ່າງ ປະເທສຈາກ 27 ປະເທສ ທີ່ເປັນ ສະມາຊິກ ຂອງ ສະຫະພາບ ຢູໂຣປ ຫລື EU ໄດ້ຮ່ວມ ປະຊຸມກັນທີ່ Luxembourg ໃນມື້ວັນຈັນ ຜ່ານມາ ແລະ ຕົກລົງເປັນ ເອກສັນ ຍົກເລີກກາຣຫ້າມ ເຈົ້າໜ້າທີ່ ພະມ້າ ເກືອບຮອດ 500 ຄົນ ແລະ ບໍຣິສັທຕ່າງໆ 800 ກວ່າແຫ່ງ ເປັນເວລາ ຊົ່ວຄາວ ໃນຣະຍະໜຶ່ງປີ ຍ້ອນມີກາຣ ຣີ່ເຣີ່ມ ປ່ຽນແປງ ຫລາຍຢ່າງ ໃນພະມ້າ ເຊັ່ນ: ມີກາຣປ່ອຍ ນັກໂທສ ກາຣເມືອງ ກາຣເຈຣະຈາ ຢຸດຍິງກັບ ກຳລັງ ປະກອບອາວຸທ ຂອງ ຊົນກຸ່ມນ້ອຍ ພ້ອມກັບ ກາຣເປີດໃຫ້ ມີກາຣເລືອກ ຕັ້ງທົດແທນ ໂດຽແມ່ນພັກຂອງ Mme Aung San Suu-kyi ເປັນຝ່າຍຊນະ ຢ່າງຖ້ວມທົ້ນ ຊຶ່ງກໍມີ ກຳໜົດ ເຂົ້າຮ່ວມ ໃນກາຣເປີດສະພາ ເປັນ ປະວັຕກາຣ ໃນມື້ວັນທີ່ 23 ເມສານີ້.
ທ່ານ David Cameron ນາຍົກຣັຖມົນຕຣີ ອັງກິດ ໄດ້ກ່າວວ່າ ທ່ານເຫັນພ້ອມ ນຳກາຣ ຍົກເລີກ ກາຣຂວໍ້າບາດ ແກ່ ພະມ້າ ພ້ອມກັບ ແສດງ ຄວາມດີໃຈ ທີ່ທ່ານເທັງ ເສັງ ປະທານາທິບໍດີ ພະມ້າ ໄດ້ເອົາໃຈໃສ່ ໃນກາຣ ປັບປຸງ ຣະບົບ ກາຣເມືອງ ໃນພະມ້າ ໃນຣະຍະ ມໍ່ໆມາ ຊື່ງທ່ານ ກໍຫວັງວ່າ ຄົງເປັນບາດ ກ້າວໄປສູ່ ກາຣມີ ປະຊາທິປະໄຕ ໃນຂັ້ນຕໍ່ໆໄປ.