ສະຫະພາບຢູໂຣບ ຈະຜ່ອນໂທສພະມ້າ

ປະເທດ ສະມາຊິກ ສະຫະພາບ ຢູໂຣບ ຈະຜ່ອນຜັນ ມາຕການ ລົງໂທດ ທາງເສຖກິດ ຕໍ່ພະມ້າ ເລີ້ມແຕ່ ວັນທີ 23 ເມສາ 2012 ນີ້.
ໂພໄຊສວັດ
2012-04-23
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌
F-EU-delegates
ໃນວັນທີ 21 ເດືອນ ມິຖຸນາ 2011 ຜູ້ຕາງໜ້າ ສະຫະພາບ ຢູໂຣບ ໄດ້ເດີນທາງໄປ ພະມ້າ ເພື່ອ ພົບປະກັນ ຍານາງ ອອງຊານຊູຈິ ທີ່ບ້ານພັກ ໃນກຸງຢ້າງກູ້ງ ປະເທດພະມ້າ.
AFP

ກົດຟັງສຽງ

ຫລັງຈາກທີ່ ພະມ້າ ໄດ້ມີການ ປະຕິຮູບ ການເມືອງ ທີ່ສໍາຄັນ ຫລາຍຢ່າງ ພາຍໃນ ປະເທດ ບັນດາ ສະມາຊິກ ສະຫະພາບ ຢູໂຣບ ຈະເປີດໂອກາດ ໃຫ້ມີ ການຄ້າ ການລົງທຶນ ຣະຫວ່າງກັນ ຂຶ້ນຢ່າງ ກວ້າງຂວາງ.

ຣັຖມົນຕຣີ ກະຊວງ ການຕ່າງ ປະເທດ ສະຫະພາບ ຢູໂຣບ ໄດ້ປະຊຸມ ກັນຢູ່ປະເທດ Luxembourg ແລະ ເຫັນດີທີ່ ຜ່ອນຜັນ ການລົງໂທດ ທາງເສຖກິດ ຕໍ່ພະມ້າ ເປັນເວລາ 1 ປີ ເພື່ອເປີດ ໂອກາດ ໃຫ້ສ່ວນ ບຸກຄົນ ຫລາຍກວ່າ 500 ຄົນ ແລະ ນັກລົງທຶນ ອີກຫລາຍກວ່າ 800 ບໍຣິສັດ ໄດ້ມາຕິດຕໍ່ ລົງທຶນ ໃນພະມ້າ ແຕ່ກໍຍັງ ບໍ່ທັນໄດ້ ຍົກເລີກ ການເອົາ ມາຕການ ລົງໂທດ ທັງໝົດເທື່ອ.

ນັກການທູຕ ລະດັບສູງ ຂອງ ສະຫະພາບ ຢູໂຣບ ເປີດເຜີຍວ່າ ສະພາບການ ພາຍໃນ ຂອງ ພະມ້າ ມີທ່າທີ ດີຂຶ້ນ ແລະ ຫລາຍຢ່າງ ມີຄວາມຄືບໜ້າ ໂດຍສະເພາະ ການປ່ອຍໃຫ້ ຫົວໜ້າ ພັກຝ່າຍຄ້ານ ຍານາງ ອອງຊານຊູຈີ ໄດ້ລົງແຂ່ງຂັນ ເລືອກຕັ້ງ ຈົນໄດ້ຮັບ ໄຊຊນະ ໃນວັນທີ 1 ເມສາ 2012.

ທ່ານກ່າວວ່າ ການຕັດສິນໃຈ ຜ່ອນຜັນ ການລົງໂທດ ທາງເສຖກິດ ຕໍ່ພະມ້າ ແທນທີ່ ຈະຍົກເລີກ ຢ່າງຊິ້ນເຊີງ ມັນເປັນການ ເຕືອນໃຫ້ຮູ້ວ່າ ພວກເຮົາ ຍັງຈະສືບຕໍ່ ຕິດຕາມ ສະພາບການ ເຣື່ອງ ປຣະນີ ປຣະນອມ ໃນການ ປະຕິຮູບ ເພື່ອກ້າວໄປສູ່ ປະຊາທິປະຕັຍ ໃນຂັ້ນຕໍ່ໄປ.