ທ່ານ ທຽນສຽນ ໄດ້ກ່າວ ຕໍ່ນັກຂ່າວ ກ່ຽວກັບ ເຣື່ອງນີ້ ທີ່ກຸງ ໂຕກຽວ ປະເທດ ຍີ່ປຸ່ນ ວ່າທ່ານ ຍີນດີຕ້ອນຮັບ ການເຂົ້າເປັນ ສະມາຊີກ ສະພາ ຂອງ ຍານາງ ອອງຊານຊູຈີ ຜູ້ທີ່ ຊນະການ ເລືອກຕັ້ງ ໃນຕົ້ນເດືອນ ນີ້ ແຕ່ກໍຂື້ນ ຢູ່ກັບນາງເອງ ວ່າຈະເຂົ້າ ຮ່ວມຫລືບໍ່. ນັກວິຊາການ ເວົ້າວ່າ:
"ຕາມທີ່ທ່ານ ເຂົ້າໃຈ ການບໍ່ເຂົ້າຮ່ວມ ສະພາ ຈະດຳເນີນ ຕໍ່ໄປ ເພາະ ສະມາຊິກ ພັກ ຂອງນາງ ອອງຊານຊູຈີ ຈະບໍ່ ສາບານໂຕ ດ້ວຍຄຳເວົ້າ ຈາກ ຣັຖທັມມະນູນ ທີ່ຮ່າງຂື້ນໂດຍ ຣັຖບານ ທະຫານ ທີ່ຕົນ ປະຕິເສດ ໃນອະດີດ".
ປະທານາທິບໍດີ ພະມ້າ ຜູ້ທີ່ກຳລັງ ຢ້ຽມຢາມ ຍີ່ປຸ່ນ ເປັນເວລາ 5 ວັນ ຈະສີ້ນສຸດລົງ ໃນມື້ວັນ ອັງຄານ ໄດ້ຢືນຢັນ ຕໍ່ນັກຂ່າວວ່າ ຂັ້ນຕອນການ ປະຕິຮູບ ທາງດ້ານ ການເມືອງ ໃນປະເທດ ທີ່ປົກຄອງ ດ້ວຍກຸ່ມ ຜະເດັດການ ມາກ່ອນ ຈະບໍ່ກັບຄືນ ຈະເດີນຫນ້າຕໍ່ໄປ.
ທ່ານວ່າ ຈະບໍ່ມີການ ຖອຍກັບຄືນ ພວກເຮົາຢາກ ຮ່ວມມື ກັບຍານາງ ອອງຊານຊູຈີ ໃນການ ໄປສູ່ ຈຸດມຸ້ງຫມາຍ ປາຍທາງ ດຽວກັນ ເພື່ອຜົລປໂຍດ ຂອງ ປະຊາຊົນ ຫນັງສືພີມ ຊີນບູນ ຂອງ ຍີ່ປຸ່ນ ລາຍງານ.
ທ່ານວ່າ ທ່ານ ໄດ້ເປີດປະຕູ ຕ້ອນຮັບ ຍານາງ ອອງຊານຊູຈີ ໃນການ ເຂົ້າຮ່ວມ ຣັຖບານ ຢູ່ສເມີ ແຕ່ນາງຕ້ອງ ຕັດສີນໃຈ ດ້ວຍໂຕນາງ ເອງວ່າ ວຽກງານ ບໍຣິມະສິດ ຂອງນາງນັ້ນ ຢູ່ບ່ອນໃດ ກັນແທ້.