ທັງສອງທ່ານ ໄດ້ພົບກັນ ທີ່ທຳນຽບ ຣັຖບານ ທີ່ ກຸງເນປາດໍ ຫົວຫນ້າ ຮັກສາ ຄວາມປອດພັຍ ຂອງ ຍານາງ ອອງຊານຊູຈີ ນາຍ ຄຸນຕາມີນ ໄດ້ກ່າວຕໍ່ ນັກຂ່າວ AFP ວ່າ ເປັນການ ພົບປະກັນ ເທື່ອທີສອງ ຣະຫວ່າງ ສອງທ່ານ ຫລັງຈາກທີ່ ທ່ານ ທຽນ ສຽນ ເປັນ ປະທານາທິບໍດີ ພະມ້າ ຫວ່າງປີທີ່ ຜ່ານມາ.
ນາງ ອອງຊານຊູຈີ ຜູ້ທີ່ຖືກ ກັກຂັງ ບໍຣິເວນ ເປັນເວາ 15 ປີ ໃນຈຳນວນ 22 ປີ ທີ່ ຍານາງ ຖືກຄຸກ ຂອງກຸ່ມ ຜະເດັດການ ທະຫານ ຈະເຂົ້ານັ່ງ ໃນສະພາ ໃນນາມ ຜູ້ແທນ ຣາສດອນ ພະມ້າ ເປັນຄັ້ງ ທຳອິດ ເລີ້ມແຕ່ ວັນທີ 23 ເມສາ ເປັນຕົ້ນໄປ ຫລັງຈາກ ທີ່ນາງ ຊນະ ການເລືອກຕັ້ງ-ຊ້ອມ ໃນວັນທີ 1 ເມສາ 2012.
ພັກສັນນິບາດ ເພື່ອ ປະຊາທິປະຕັຍ ຂອງ ຍານາງ ຊນະ 43 ທີ່ນັ່ງ ໃນຈຳນວນ 44 ຕັ່ງ ໃນການ ເລືອກຕັ້ງ-ຊ້ອມ ແລະ ກໍຈະກາຍ ເປັນພັກ ຝ່າຍຄ້ານ ຂອງ ຣັຖບານ ພະມ້າ ໃນສະພາ ທີ່ເຕັມໄປດ້ວຍ ສະມາຊິກ ສະພາ ທີ່ຫນູນຫລັງ ຈາກກຸ່ມ ທະຫານ.
ຍານາງ ອອງຊານຊູຈີ ໄດ້ ປະຕິເສດ ຕໍ່ຄຳແນະນຳ ໃຫ້ຮັບ ຕ່ຳແຫນ່ງ ໃນ ຄນະຣັຖບານ ຊຸດນີ້ ແຕ່ບໍ່ໄດ້ ປະຕິເສດ ໃນການເປັນ ທີ່ປືກສາ ຂອງຣັຖບານ ໂດຍສະເພາະ ໃນບັນຫາ ຊົນກຸ່ມນ້ອຍ ຊື່ງຍັງມີ ຄວາມ ຂັດແຍ່ງ ກັນຢູ່ ເທົ່າທຸກວັນນີ້.