ດັ່ງຈະເຫັນໄດ້ ຢູ່ເຂຕເມືອງ Sagaing ທາງພາຄ ຕາເວັນຕົກ ສ່ຽງເໜືອ ທີ່ເຈົ້າໜ້າທີ່ ທ້ອງຖີ່ນ ບັງຄັບໃຫ້ ປະຊາຊົນ ໄປຟັງ ກາຣປາສັຍ ໃນຣະຫວ່າງ ທີ່ມີກາຣ ໂຄສະນາ ຫາສຽງ ກາຣເລືອກຕັ້ງ ໂດຽມີຜູ້ ສະມັກ ທີ່ສັງກັດ ໃນພັກຂອງ ຣັຖບາລ ໃຫ້ເງິນຊ່ວຍເຫລືອ ຈະນວນ 440 ດອລລາຣ໌ ສະຫະຣັຖ ສຳລັບນຳໄປ ເຂົ້າໃນໂຄງກາຣ ປຸກສ້າງ ແລະ ສ້ອງແປງ ໂຮງຮຽນ ພ້ອມກັບວ່າ ຖ້າຊະນະ ກາຣເລືອກຕັ້ງ ແລ້ວນັ້ນ ຈະນຳ ເອົາເງິນມາ ໃຫ້ຕື່ມອີກ ແຕ່ກໍບໍ່ຍອມ ເປີດເຜີຽວ່າ ເງິນດັ່ງກ່າວ ເປັນເງິນ ຈາກພັກ ຫລື ຈາກທາງກາຣ ຣັຖບາລ ແຕ່ຢ່າງໃດ.
ໃນແຖລງກາຣ ທີ່ທາງພັກ ຝ່າຍຄ້ານ ໄດ້ນໍາອອກ ເຜີຍແຜ່ ແລະ ນໍາສເນີ ຕໍ່ທາງ ຄນະກັມມະກາຣໆ ເລືອກຕັ້ງວ່າ ກາຣປະຕິບັຕ ແບບນີ້ ເປັນກາຣ ກະທໍາທີ່ຜິດ ຕໍ່ກະຕິກາ ກົດໝາຍ ກາຣເລືອກຕັ້ງ ແລະ ໃນຂນະ ດຽວກັນ ກໍມີຂໍ້ມູລ ຫລັກຖານວ່າ ໃນເຂຕ ກາຣເລືອກຕັ້ງ ຢູ່ Kawhmu ໃກ້ກັບ ກຸງຢັ້ງກຸ້ງ ຊຶ່ງເປັນເຂຕ ທີ່ Mme Aung San Suu-kyi ເຂົ້າແຂ່ງຂັນ ນັ້ນ ກໍປາກົດ ເຫັນມີ ບັນຊີຜີ ຫລືມີຊື່ ຂອງຜູ້ຄົນ ທີ່ຕາຍ ໄປແລ້ວນັ້ນ ຍັງມີຢູ່ ໃນບັນຊີ ຂອງຜູ້ປ່ອນບັຕ ບໍ່ຕໍ່າກວ່າ 420 ຊື່.
ນອກຈາກນັ້ນ ກໍມີ ປະຊາຊົນ ໃນເຂຕອື່ນ ອີກກວ່າ 1,380 ຄົນ ບໍ່ມີຊື່ຢູ່ ໃນບັນຊີ ຂອງກາຣປ່ອນບັຕ ແຕ່ຢ່າງໃດ ທັ້ງໆທີ່ ເຂົາເຈົ້າເປັນ ປະຊາຊົນ ທ້ອງຖີ່ນ ແລະ ມີສິທ ທີ່ຈະປ່ອນບັຕ ຕາມກົດໝາຍ ຂອງກາຣ ເລືອກຕັ້ງ ຢ່າງແທ້ຈີງ.
ຢ່າງໃດກໍຕາມ ກາຣເລືອກຕັ້ງ ທົດແທນ ໃນພະມ້າ ມີກໍາໜົດ ຈັດຂຶ້ນ ໃນມື້ວັນທີ່ 1 ເມສາ ທີ່ຈະມາເຖີງນີ້ ເພື່ອຄັດເລືອກເອົາ ສະມາຊິກ ທັງໝົດ 48 ທີ່ນັ່ງ ຊຶ່ງເປັນ ສະມາຊິກ ເຂົ້ານັ່ງ ໃນສະພາ ແຫ່ງຊາຕ ເປັນ ສ່ວນໃຫຍ່.