ສັນຍາລັກ ແຫ່ງ ປະຊາທິປະໄຕ ພະມ່າ ຍານາງ ອອງຊານຊູຈິ ໄດ້ບອກກັບ ປວງຊົນ ຊາວພະມ່າ ທີ່ໂຍກຍ້າຍ ຖິ່ນຖານ ມາຢູ່ໃນ ປະເທດໄທ ທີ່ມີຄວາມ ກະຕືລືລົ້ນ ເມື່ອໄດ້ພົບພໍ້ ກັບຍານາງ ວ່າຍານາງ ຈະເຮັດ ທຸກສິ່ງທຸກຢ່າງ ທີ່ເຮັດໄດ້ ເພື່ອຊ່ວຍເຫລືອ ພວກຂະເຈົ້າ. ຍານາງໄດ້ເວົ້າ ຕໍ່ປວງຊົນ ແລະ ພໍສລຸບຄວາມໄດ້ ໃນຕອນນຶ່ງວ່າ:
"ຂ້າພະເຈົ້າ ຈະໃຫ້ສັນຍາ ສິ່ງນຶ່ງວ່າ ຈະພຍາຍາມ ສຸດຄວາມສາມາດ ເພື່ອພວກພີ່ນ້ອງ ແລະ ພວກພີ່ນ້ອງ ກໍເວົ້າສຽງດຽວ ກັນວ່າ ຢາກກັບໄປ ຢູ່ພະມ່າ ໃຫ້ໄວທີ່ສຸດ ເທົ່າທີ່ ຈະໄວໄດ້ ແລະແນ່ນອນ ນັ້ນກໍເປັນ ຄວາມຮັບຜິດຊອບ ຂອງພວກເຮົາ".
ຍານາງ ຊູຈີ ໄດ້ກ່າວຕໍ່ ປວງຊົນ ຫລາຍຮ້ອຍຄົນ ທີ່ມາລໍຖ້າພົບ ຢູ່ເຕັມ ຖນົນຫົນທາງ ໃນແຂວງພາກໃຕ້ ສະມຸດສາຄອນ ຂອງໄທ. ຍານາງ ກ່າວອີກວ່າ “ເມື່ອມາຮອດ ເມືອງມະຫາໄຊ ແຂວງ ສະມຸດສາຄອນ ກໍມີຄວາມ ອົບອຸ່ນ ຄືກັນກັບ ຢູ່ໃນຢ່າງກຸ້ງ”.
ຊາວພະມ່າ ທີ່ມາຖ້າຮັບຕ້ອນ ພາກັນຊູປ້າຍ ທີ່ມີຣູບ ຂອງຍານາງ ຊູຈິ ມີອັກສອນ ພາສາພະມ່າ ແລະ ອັງກິດວ່າ “ປ່ອຍໃຫ້ພະມ່າ ມີອິສຣະເສຣີ, ພວກເຮົາ ຢາກກັບປະເທດ”. ຍານາງ ອອງຊານຊູຈິ ເດີນທາງໄປ ຕ່າງປະເທດ ເປັນເທື່ອທໍາອິດ ໃນຮອບ 24 ປີ ຄັ້ງສຸດທ້າຍ ແມ່ນໃນປີ 1988.