ທ່ານ ເທບໄທ ເສນພົງ ໂຄສົກ ພັກປະຊາທິປັຕ ກ່າວວ່າ “ສັງຄົມ ຈະເກີດຄວາມ ສັບສົນ ວຸ້ນວາຍ ຫາກສາມາດ ໃຊ້ກົດໝູ່ ຢູ່ເໜືອກົດໝາຍ”. ທ່ານອ້າງເຖີງ ຄໍາເວົ້າຂອງ ທ່ານ ຂວັນໃຈ ພັຍພະນາ ທີ່ຢືນຢັນວ່າ ຈະໃຊ້ກຸ່ມ ຄົນເສື້ອແດງ ນັບລ້ານຄົນ ເພື່ອປູທາງ ໃຫ້ການກັບມາ ຂອງທ່ານ ທັກສິນ ປອດພັຍ. ອີງຕາມລາຍງານ ຂອງ The Nation ວັນທີ 21 ມີນາ 2012.
ທ່ານ ຂວັນໃຈ ໄດ້ຮຽກຮ້ອງ ໃຫ້ທ່ານ ທັກສິນ ກັບເຂົ້າມາ ປະເທດໄທ ໂດຍຜ່ານ ຂົວ ມິຕພາບ ລາວ-ໄທ ທ່ານາແລ້ງ ໜອງຄາຍ ຫລັງຈາກ ສລອງບຸນປີໃໝ່ ຢູ່ ນະຄອນຫລວງ ວຽງຈັນ ໃນເດືອນ ເມສາ ນັ້ນແລ້ວ. ຊຶ່ງທ່ານໄດ້ ກ່າວວ່າ ຈະຊັກຊວນ ທ້ອນໂຮມ ກຸ່ມຄົນເສື້ອແດງ ອີ່ສານ 10 ລ້ານ ຄົນໃຫ້ມາ ພິທັກ ທ່ານທັກສິນ ແຕ່ທ່ານ ນັທວຸດ ສາຍເກື້ອ ຣັຖມົນຕຣີ ຊ່ວຍວ່າການ ກະຊວງ ກະເສຕ ແລະ ສະຫະກອນ ກ່າວວ່າ:
"ໂຕພັນຕໍາຣວດໂທ ທັກສິນ ເອງ ຈະເປັນຜູ້ ພິຈາຣະນາ ສະຖານະການ ບ້ານເມືອງ ທ່ານຈຶ່ງພ້ອມ ທີ່ຈະກັບຄືນມາ ປະເທດໄທ ສ່ວນບຸກຄົນ ອື່ນໆ ທີ່ສະແດງ ຄວາມຄິດເຫັນ ຫລືອອກມາ ສະແດງ ທ່າທີ ກໍເປັນ ຄວາມຕ້ອງການ ຂອງ ແຕ່ລະຄົນ ທີ່ຮັກ ແລະ ທີ່ຫ່ວງໄຍທ່ານ".
ເຖິງຢ່າງໃດ ກໍຕາມ ທ່ານ ທັກສິນ ກໍໄດ້ ປະຕິເສດ ໄປວ່າ ຍັງບໍ່ທັນ ໄດ້ຕັດສິນໃຈ ວ່າຈະກັບ ປະເທດ ແລະ ວ່າຂຶ້ນຢູ່ກັບ ສະພາບການ ບ້ານເມືອງ ແຕ່ການ ອອກຄວາມຄິດ ຄວາມເຫັນ ຕ່າງໆ ກໍເປັນພຽງ ຄວາມ ຄິດເຫັນ ຂອງ ບຸກຄົນ ເທົ່ານັ້ນ.