ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ຍ້ອງຍໍ ຄວາມສໍາເຣັດ ຂອງການ ເລືອກຕັ້ງ-ຊ້ອມ ໃນພະມ່າ ແລະ ເຫັນວ່າ ເປັນບາດກ້າວ ທີ່ສໍາຄັນ ໃນການ ປະຕິຮູບ ຣະບອບ ການປົກຄອງ ໄປສູ່ ປະຊາທິປະໄຕ.
ຍານາງ Susan Rice ຜູ້ຕາງໜ້າ ສະຫະຣັຖ ທີ່ເປັນ ສະມາຊິກ ຖາວອນ ຄນະມົນຕຣີ ຄວາມໝັ້ນຄົງ ສະຫະປະຊາຊາດ ກ່າວວ່າ:
“ສະມາຊິກ ສະພາ ຄວາມໝັ້ນຄົງ ຍິນດີນໍາ ຄວາມສໍາເຣັດ ໃນການ ເລືອກຕັ້ງ-ຊ້ອມ ໃນພະມ່າ ຊຶ່ງເປັນ ເຫດການທາງ ປະຫວັດສາດ ແລະຍັງເປັນ ບາດກ້າວສໍາຄັນ ເພື່ອປູທາງ ໄປສູ່ ຄວາມເປັນ ອັນນຶ່ງ ອັນດຽວ ແລະ ເພື່ອສ້າງຄວາມ ແຂງແກ່ງ ໃຫ້ການ ປະຕິຮູບ ໄປສູ່ ປະຊາທິປະໄຕ ອີກດ້ວຍ”. ຍານາງ Rice ກ່າວວ່າ:
“ສະມາຊິກ ສະພາ ຄວາມໝັ້ນຄົງ ຍ້ອງຍໍ ຄນະຣັຖບານ ແລະ ພັກຝ່າຍຄ້ານ ໃນການ ເຂົ້າຮ່ວມ ການເລືອກຕັ້ງ ແລະໄດ້ໃຊ້ ຄວາມພຍາຍາມ ທີ່ຈະເຮັດໃຫ້ ປະເທດຊາດ ກ້າວໄປ ຂ້າງໜ້າ”.
ຍານາງ Rice ໄດ້ກ່າວອີກ ວ່າ ທ່ານ Vijay Nambiar ຊຶ່ງທີ່ປຶກສາ ພິເສດ ຂອງ ເລຂາທິການ ສະຫະປະຊາຊາດ ໄດ້ລາຍງານວ່າ:
“ການເລືອກຕັ້ງ ໃນພະມ່າ ເທື່ອນີ້ ເປັນໄປຢ່າງ ໂປ່ງໃສ ເຊື່ອຖືໄດ້ ແລະເປັນ ໄປຢ່າງສງົບ ຮຽບຮ້ອຍ ເຖິງວ່າຈະມີ ເຫດການຜິດ ປົກກະຕິ ເລັກໆນ້ອຍໆ ແຕ່ກໍບໍ່ໄດ້ ກະທົບ ກະເທືອນ ຕໍ່ຜົນຂອງການ ເລືອກຕັ້ງ ແຕ່ຢ່າງໃດ”.
ການເລືອກຕັ້ງ-ຊ້ອມ ໃນພະມ່າ ເມື່ອວັນທີ 1 ເມສາ 2012 ພັກ ສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະໄຕ ໃນພະມ່າ ພາຍໃຕ້ ການນໍາຂອງ ຍານາງ ອອງຊານຊູຈີ ໄດ້ເກືອບທຸກ ບ່ອນນັ່ງ ທັງໝົດ ທີ່ເປົ່າວ່າງ.