ເຮືອຣົບ 3 ລໍາ ຈາກກອງທັບເຮືອ ທີ 7 ຂອງ ສະຫະຣັຖ ຢູ່ຢ້ຽມຢາມ ເມືອງດານັງ ໃນຣະຫວ່າງ ການຊ້ອມຣົບ ຮ່ວມກັນ ເທື່ອນີ້ ໂດຍບໍ່ມີ ການໃຊ້ ລູກປືນແທ້ ແຕ່ເປັນທີ່ ຄາດກັນວ່າ ທັງສອງຝ່າຍ ຈະຝຶກແອບ ການກູ້ໄພ ຄືດັ່ງທີ່ໄດ້ ປະຕິບັດມາ ໃນຫລາຍປີ ຜ່ານມາ.
ນາຍພົນເຮືອ Tom Carney ກ່າວວ່າ ການແລກປ່ຽນ ບົດຮຽນ ເທືອນີ້ ເປັນການ ເພີ່ມທະວີ ການຮ່ວມມື ແລະສົ່ງເສີມ ຄວາມເຂົ້າໃຈ ຣະຫວ່າງ ກອງທັບເຮືອ ສະຫະຣັຖ ແລະ ວຽດນາມ ສະຫະຣັຖ ແລະ ວຽດນາມ ມີການພົວພັນ ທາງການທູຕ ຕາມປົກກະຕິ ໃນປີ 1995 ກວ່າສອງທົສວັດ ພາຍຫລັງ ສະຫະຣັຖ ຖອນທະຫານ ຈາກວຽດນາມ ປັຈຈຸບັນ ສະຫະຣັຖ ເປັນພາຄີ ການຄ້າ ທີ່ສໍາຄັນ ສໍາລັບ ວຽດນາມ ແລະ ຍັງພັທນາການ ພົວພັນ ທາງທະຫານ ຢ່າງໃກ້ຊິດຂຶ້ນ.
ວຽດນາມ ຈີນ ຟີລິບປິນ ແລະ ປະເທດອື່ນໆ ຕ່າງກໍອ້າງ ກັມມະສິດ ເໜືອໝູ່ເກາະ ໃນທະເລຈີນ ໃຕ້ ທີ່ເຊື່ອກັນວ່າ ອຸດົມສົມບູນ ໄປດ້ວຍ ບໍ່ນໍ້າມັນ ແລະ ແກສ ທັມມະຊາດ. ຄວາມເຄັ່ງຕຶງ ໄດ້ເກີດຂຶ້ນ ໃນເດືອນນີ້ ຢູ່ໃກ້ໝູ່ເກາະ Spratly ບ່ອນທີ່ເຮືອ ກວດກາ 2 ລໍາຂອງຈີນ ໄປຕັນເຮືອຣົບ ຂອງ ຟີລິບປິນ ທີ່ພຍາຍາມ ຈະເຂົ້າຈັບ ຊາວປະໂມງຈີນ ເມື່ອວັນທີ 10 ເມສາ ຜ່ານມາ ທັງເຮືອຈີນ ແລະ ເຮືອ ຟີລິບປິນ ຍັງປະເຊີນ ໜ້າກັນຢູ່ ໃນວັນຈັນນີ້ ໂດຍຕ່າງຝ່າຍ ຕ່າງກໍບໍ່ຍອມ ຖອນຕົວອອກກ່ອນ.
ທາງການຈີນ ຖືວ່າ ທະເລຈີນໃຕ້ ເປັນປະໂຫຍດ ທີ່ສໍາຄັນ ຂອງຕົນ ແລະສາມາດ ຈະເປີດສົງຄາມ ເພື່ອປ້ອງກັນ ເອົາໄວ້. ທາງ ສະຫະຣັຖ ອະເມຣິກາ ກໍວ່າເປັນປໂຍດ ຂອງຊາດ ທີ່ຕ້ອງ ຮັບປະກັນ ອິສຣະພາບ ໃນການ ເດີນທະເລ ໃນໂຂງເຂດນີ້. ນັກວິເຄາະ ການເມືອງ ເວົ້າວ່າ ສະຫະຣັຖ ພວມຂຍາຍ ການທະຫານ ຂອງຕົນ ໃນເຂດເອເຊັຽ ເພື່ອຕ້ານຢັນ ອິດທິພົນ ຂອງຈີນ ທີ່ ກໍາລັງ ເພີ່ມຂຶ້ນ.