ກຸ່ມປະທ້ວງຮົງກົງ ປະທະ ຕໍາຣວດ

ອະວາຣີ
2014.11.30
F-hongkong ກຸ່ມປະທ້ວງຮົງກົງ ປະທະ ກັບ ຕໍາຣວດ
EyePress/Don Hills

 

ໃນ ຮົງກົງ ພວກປະທ້ວງ ແລະ ເຈົ້າໜ້າທີ່ ຕຳຣວດ ເກີດ ປະທະ ກັນອີກ ຢູ່ຕໍ່ໜ້າ ສໍານັກງານ ຫ້ອງການ ຣັຖບານ ວັນທີ 1 ທັນວາ  2014 ນີ້. ເຫດການ ເກີດຂຶ້ນ ຫລັງຈາກ ພວກ ປະທ້ວງ ຫລາຍ ຮ້ອຍຄົນ ພຍາຍາມ ຈະເດີນ ຂະບວນ ອ້ອມ ຫ້ອງການ ຣັຖບານ. ເຈົ້າໜ້າທີ່ ຕຳຣວດ ສີດ ນ້ຳພິກໄທ ໃສ່ ພວກ ປະທ້ວງ ແລະ ໃຊ້ ໄມ້ຄ້ອນ ໄລ່ຕີ ເພື່ອ ຂັບໄລ່ ພວກ ປະທ້ວງ. ຜົນປະກົດ ວ່ານັກ ປະທ້ວງ ຄົນນຶ່ງ ໄດ້ ຮັບບາດເຈັບ ໜ້າແຕກ ເລືອດໄຫລ ແລະ ຖືກ ເຈົ້າໜ້າທີ່ ລາກແກ່ ໜີ ອອກຈາກ ບໍຣິເວນ. ໃນຂນະ ດຽວກັນ ພວກ ປະທ້ວງ ອື່ນໆ ກໍແກວ່ງ ໝວກ ກັນກະທົບແລະ ຂວດນ້ຳໃສ່ ຕຳຣວດ.

ພວກປະທ້ວງ ຮ້ອງໂຮ ຂື້ນວ່າ ພວກເຂົາ ຕ້ອງການ ປະຊາທິປະໄຕ ອັນແທ້ຈິງ. ທ້າວ Kelvin Lau ນັກ ປະທ້ວງ ຄົນນຶ່ງ ເວົ້າວ່າ ເຂົາແຮງ ຢາກ ປະທ້ວງ ເພາະ ເຈົ້າໜ້າທີ່ ໃຊ້ ອຳນາດ ເກີນ ຂອບເຂດ. ໃນ ມື້ດຽວກັນ ພວກ ປະທ້ວງ ອີກ 2-3 ພັນ ຄົນ ກໍໂຮມ ຊຸມນຸມ ຢູ່ ສວນ ສາທາຣະນະ ຕາມາ ໃກ້ໆກັບ ຕຶກ ສະພາ ແຫ່ງຊາດ ຮົງກົງ. ນັກຂ່າວ ຂອງ ວິທຍຸ ເອເຊັຽ ເສຣີ ຣາຍງານ ວ່າ ເມື່ອ ປະມານ ເວລາ 11 ໂມງກາງ ຄືນ ຈຳນວນ ພວກ ປະທ້ວງ ໄດ້ ເພີ້ມຂື້ນ ເປັນ ປະມານ 1 ໝື່ນ ຄົນ.

ກ່ອນໜ້າ ນີ້ ໂຄສົກ ເຈົ້າໜ້າທີ່ ຕຳຣວດ ປະກາດ ເຕືອນ ພວກ ປະທ້ວງ ວ່າ ຖ້າພວກ ປະທ້ວງ ຂັດຂືນ ການ ປະຕິບັດ ໜ້າທີ່ ຂອງ ຕຳຣວດ ເຊັ່ນ ໄດ້ບຸກ ໂຈມຕີ ເຈົ້າໜ້າທີ່ ຕັນຖນົນ ຫົນທາງ ແລະ ປິດລ້ອມ ສຳນັກງານ ຫ້ອງການ ຣັຖບານ, ເຈົ້າໜ້າທີ່ ຕຳຣວດ ຈຳເປັນ ຕ້ອງໃຊ້ ມາດຕະການ ຂັບໄລ່ ພວກ ປະທ້ວງ.

ນັກຮຽນ ນັກ ສຶກສາ ແລະ ຊາວຮົງກົງ ເລີ້ມ ປະທ້ວງ ຮຽກຮ້ອງ ໃຫ້ມີການ ເລືອກຕັ້ງ ເອົາຜູ້ນຳ ຮົງກົງ ຢ່າງ ເສຣີ ນັບແຕ່ເດືອນ ກັນຍາ ເປັນຕົ້ນມາ. ໃນເບື້ອງຕົ້ນ ມີພວກ ປະທ້ວງ ເຂົ້າຮ່ວມ ຫລາຍ ໝື່ນ ຄົນ ແຕ່ ປັດຈຸບັນ ຈຳນວນ ໄດ້ຫລຸດ ໜ້ອຍ ຖອຍລົງ ແຕ່ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.