ລາວເຜີຍເຣື້ອງອົພຍົບ ເກົາຫລີເໜືອ


2013.06.03
F-n-korean ແຜນທີ່ຊີ້ບອກ ເຂດພື້ນທີ່ ໃນແຂວງ ອຸດົມໄຊ ທີ່ອົພຍົບ ຊາວເກົາຫລີເໜືອ ໄດ້ຫລົບໜີ ເຂົ້າມາ ຫວັງໜີຮ້ອນ ມາເພິ່ງເຢັນ
RFA

 

ທາງການລາວ ຢືນຢັນວ່າ ໄດ້ສົ່ງ ຊາວອົພຍົບ ເກົາຫລີ ເໜືອ ກັບຄືນ ປະເທດ ຂອງ ເຂົາເຈົ້າແທ້. ເມື່ອວັນທີ່ 28 ພຶສພາ 2013 ກົມການຂ່າວ ກະຊວງ ການຕ່າງປະເທດ ແຫ່ງ ສປປລາວ ອອກໃບແຈ້ງ ຂ່າວວ່າ ເມື່ອວັນທີ່ 10 ພຶສພາ ປີ 2013 ເຈົ້າໜ້າທີ່ ຕຳຣວດ ແຂວງ ອຸດົມໄຊ ຈັບຄົນ ເກົາຫລີ ໄດ້ 11 ຄົນ ແລະ ໄດ້ສົ່ງບຸກຄົນ ທັງໝົດ ມາ ນະຄອນຫລວງ ວຽງຈັນ ເພື່ອ ສືບສວນ ສອບສວນ. ຜ່ານການ ສືບສວນ ເຈົ້າໜ້າທີ່ ຮູ້ວ່າ 9 ຄົນ ແມ່ນພົລເມືອງ ເກົາຫລີເໜືອ ທີ່ເຂົ້າເມືອງ ຜິດກົດໝາຍ ທີ່ມີອາຍຸ ແຕ່ 14 ປີ ຫາ 18 ປີ; ສ່ວນອີກ 2 ຄົນ ແມ່ນພົລເມືອງ ເກົາຫລີໃຕ້ ທີ່ ກະທຳຜິດ ຄ້າມະນຸດ.

ເພື່ອ ປະຕິບັດ ຕາມກົດໝາຍ ຂອງ ສປປລາວ, ຊື່ງ ເປັນດຳຣັດ ນາຍົກ ຣັຖມົນຕຣີ ເລກທີ່ 136 ວ່າດ້ວຍການ ເຂົ້າເມືອງ ອອກເມືອງ ແລະ ການຄຸ້ມຄອງ ຄົນຕ່າງປະເທດ ແລະ ຜ່ານການ ປະສານງານ ຣະຫວ່າງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງລາວ ແລະ ສະຖານທູດ ກ່ຽວຂ້ອງ ຢູ່ ນະຄອນຫລວງ ວຽງຈັນ, ທາງການລາວ ຈຶ່ງສົ່ງມອບ ຄົນເກົາຫລີ ເໜືອ 9 ຄົນ ໃນວັນທີ່ 27 ເດືອນ ພຶສພາ ປີ 2013 ແລະ ອີກສອງຄົນ ທີ່ເປັນ ພົລເມືອງ ເກົາຫລີໃຕ້ ໃນມື້ຕໍ່ມາ.

ໃນອາທິດ ທີ່ແລ້ວມາ ອົງການ ສິດທິມະນຸດ ໄດ້ສະແດງ ຄວາມບໍ່ພໍໃຈ ຢ່າງໃຫຍ່ ທີ່ ທາງການລາວ ໄດ້ສົ່ງຊາວ ເກົາຫລີເໜືອ 9 ຄົນ ນັ້ນກັບຄືນ ປະເທດ. ທ່ານ Phil Robertson ຮອງ ຜູ້ອຳນວຍການ ອົງການ ສິດທິມະນຸດ Human Rights Watch ປະຈຳເຂດ ເອເຊັຍ ກ່າວວ່າ ລາວແລະຈີນ ເປັນປະເທດ ທີ່ ບໍ່ນັບຖື ສິດທິມະນຸດ ປະປ່ອຍ ໃຫ້ຣັຖບານ ເກົາຫລີເໜືອ ບັງຄັບໃຫ້ ຊາວເກົາຫລີເໜືອ 9 ຄົນ ກັບຄືນ ປະເທດ ໂດຍທີ່ພວກເຂົາ ບໍ່ມີໂອກາດ ຈະຂໍເປັນ ອົພຍົບ ເລີຍ.

ສ່ວນຣັຖບານ ເກົາຫລີໃຕ້ ກໍມີແຜນ ຈະປະທ້ວງ ເຣື່ອງນີ້ ຂື້ນໄປເຖິງ ສະຫະປະຊາ ຊາດ. ນັກການທູດ ເກົາຫລີໃຕ້ ທ່ານນຶ່ງ ເວົ້າວ່າ ສະພາ ສິດທິມະນຸດ ສະຫະປະຊາຊາດ ອາດ ຈະເວົ້າເຖິງ ຄຳຕັດສິນໃຈ ຂອງ ທາງການລາວ ວ່າເປັນຫຍັງ ຈຶ່ງສົ່ງຊາວ ເກົາຫລີເໜືອ ກັບຄືນ ປະເທດ ທັງໆທີ່ ທາງການລາວ ກໍຮູ້ດີວ່າ ພວກເຂົາ ຈະຖືກລົງໂທດ ຢ່າງສາຫັດ ຢູ່ ເກົາຫລີເໜືອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.