ໄທຊ່ວຍຝຶກອົບຮົມຄົນງານລາວ

ອະວາຣີ
2014.06.06
F-tourist-enjoy-vangvieng ບັນດາ ນັກທ່ອງທ່ຽວ ທີ່ເມືອງວັງວຽງ
RFA

 

ກົມສີມື ແຮງງານ ກະຊວງ ແຮງງານ ຂອງໄທ ເປີດ ຝຶກ ອົບຮົມ ຄົນງານ ລາວ ຢູ່ ເມືອງ ຫລວງນ້ຳທາ ວັນທີ 4 ຮອດ ວັນທີ 9 ມິຖຸນາ.

ທາງການໄທ ແຈ້ງວ່າ ເຈົ້າໜ້າທີ່ ກົມສີມື ແຮງງານ ຈະ ຮ່ວມມື ກັບ ເຈົ້າໜ້າທີ່ ທາງການ ລາວ ເພື່ອຝຶກ ອົບຮົມ ຄົນງານ ລາວ ໃນ ວິຊາການ ບໍຣິການ ນັກ ທ່ອງທ່ຽວ ໂດຍສະເພາະ ການ ບໍຣິການ ໃນ ໂຮງແຮມ. ໄທລົງທຶນ ຫລາຍລ້ານ ບາດ ໃນ ໂຄງການ ຝຶກອົບຮົມ ຄົນງານ ລາວ ພະມ້າ ແລະ ກຳພູຊາ ເພື່ອຕຣຽມ ໃສ່ ປະຊາຄົມ ເສຖກິດ ອາຊຽນ ໃນປີໜ້າ.

ທ່ານ ທິຣະພົນ ຂຸນເມືອງ ຫົວໜ້າ ກົມສີມື ແຮງງານ ຂອງໄທ ກ່າວວ່າ ກົມ ແຮງງານ ເປີດ ກອງປະຊຸມ ສັມມະນາ ຢູ່ ເມືອງ ຫລວງນ້ຳທາ ກໍເພື່ອ ຝຶກອົບຮົມ ຄົນງານ ທ້ອງຖິ່ນ ໃນຂແນງ ການທ່ອງທ່ຽວ ຊຶ່ງ ກຳລັງ ຂຍາຍຕົວ ຢ່າງວ່ອງໄວ ຢູ່ລາວ.

ນອກຈາກ ລາວ ແລ້ວ ທ່ານ ທິຣະພົນ ກ່າວອີກວ່າ ທາງການໄທ ຍັງໄດ້ ຮ່ວມມື ກັບ ປະເທດ ໃກ້ຄຽງ ອື່ນໆ ໃນເຂດ ອ່າງ ແມ່ນ້ຳຂອງ ເຊັ່ນ ພະມ້າ ກຳພູຊາ ວຽດນາມ ແລະ ຈີນ ເພື່ອສ້າງ ຄົນງານ ໃຫ້ ມີຄວາມຮູ້ ແລະ ຄວາມສາມາດ. ການຝຶກ ອົບຮົມ ເຫລົ່ານີ້ ເປັນການ ລົງທຶນ ເພື່ອຮັບຮອງ ການຂຍາຍ ຕົວ ທາງດ້ານ ເສຖກິດ ໃນເຂດ ອ່າງ ແມ່ນ້ຳຂອງ.

ໃນ ອະນາຄົດ ເພື່ອຮ່ວມມື ກັນໃຫ້ມີ ປະສິດ ທິພາບ ສູງຂື້ນ ທາງກົມ ແຮງງານ ຂອງໄທ ຈະສຶກສາ ສຳຣວດ ເພິ້ມຕື່ມ ເພື່ອຢາກຮູ້ ວ່າ ທາງຝ່າຍ ລາວ ຢາກໃຫ້ມີ ການຝຶກ ອົບຮົມ ໃນວິຊາ ໃດແດ່ ນອກຈາກ ການ ທ່ອງທ່ຽວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.