ເສຖກິດຂອງໄທຈະຊ້າລົງ

ອຸ່ນແກ້ວ ສຸກສວັນ
2014.04.08
F-thai ການປະທ້ວງ ທີ່ກໍາລັງຟົດຟື້ນ ໃນປະເທດໄທ ທີ່ມີຣະບອບການ ປົກຄອງແບບ ປະຊາທິປະໄຕ ຢ່າງແທ້ຈິງ
RFA

 

ທະນະຄານ ໂລກ ໄດ້ອອກ ບົດຣາຍງານ ວ່າ ເສຖກິດ ຂອງໄທ ຈະບໍ່ ຂຍາຍຕົວ ໃນປີໜ້າ ເພາະວ່າ ວິກິດການ ທາງດ້ານ ການເມືອງ ເປັນໂຕ ຖ່ວງດຶງ ຜົນກະທົບ ຕໍ່ ເສຖກິດ ໃນ ຣະຍະສັ້ນ ແລະ ຣະຍະຍາວ.

ທະນະຄານ ໂລກ ຄາດການວ່າ ອັດຕຣາ ການເຕີບໂຕ ເສຖກິດ ຂອງໄທ ຈະຢູ່ໃນ ອັດຕຣາ 3 ສ່ວນຮ້ອຍ ໃນປີນີ້ ແລະ ປີໜ້າ ແມ່ນ 4.5 ສ່ວນຮ້ອຍ ແລະ ຍັງມີການ ຕັ້ງຄາດໝາຍ ອີກວ່າ ການຟື້ນໂຕ ຂອງ ຄວາມຕ້ອງການ ຈາກ ພາຍນອກ ຈະຊ່ວຍໃຫ້ ເສຖກິດ ໄທ ສາມາດ ຟື້ນຕົວ ຄືນມາໄດ້.

ຄວາມຕ້ອງການ ໃນການ ບໍຣິໂພຄ ພາຍໃນ ຍັງຄົງ ອ່ອນແອຢູ່ ເພາະວ່າ ການເມືອງ ຂອງ ປະເທດໄທ ຍັງບໍ່ມີ ຄວາມ ໝັ້ນຄົງ ຊຶ່ງຈະສົ່ງ ຜົນກະທົບ ຕໍ່ ອຸດສາຫະກັມ ການ ທ່ອງທ່ຽວ, ສົ່ງ ຜົນກະທົບ ຕໍ່ ໂຄງການ ລົງທຶນ ສາທາຣະນະ ແລະ ສົ່ງ ຜົນຕໍ່ ຄວາມເຊື້ອໝັ້ນ ຂອງ ນັກລົງທຶນ.

ຣາຍງານ ຍັງໄດ້ ເນັ້ນອີກວ່າ ການເມືອງໄທ ຍັງບໍ່ມີ ຄວາມ ໝັ້ນຄົງ ແລະ ຍັງເຮັດໃຫ້ ຣັຖບານ ໄທ ລະເລີຍ ທີ່ ຈະສຸມໃສ່ ບັນຫາ ການພັທນາ ໃນ ຣະຍະຍາວ ເຊັ່ນ ການ ຍົກຣະດັບ ທັກສະ ແລະ ຄວາມ ສາມາດ ໃນການ ແຂ່ງຂັນ ແຕ່ ໃນຂະນະ ດຽວກັນ ຖ້າ ຄວາມວຸ້ນວາຍ ທາງ ການເມືອງ ຈົບລົງ ເສຖກິດ ປີນີ້ ກໍຈະ ເຂັ້ມແຂງ ຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.