ບ້ານລາວໃນປະເທດໄທ

ບ້ານລາວ ໃນປະເທດໄທ ຈາກອະດີດ ມາເຖິງ ປັດຈຸບັນ

ບ້ານລາວ ໃນປະເທດໄທ: ຕອນທີ 104

2009-09-28

ໃນບົດສຸດທ້າຍ ຂອງສາຣະຄະດີ ບ້ານລາວໃນໄທ ແຕ່ອາດີດຫາ ປັດຈຸບັນ ມື້ນີ້ ວຽງໄຊ ຈະກ່າວເຖິງແຫ່ງຕ່າງ ໃນປະເທດໄທ ທີ່ມີຄົນເຊື້ອສາຍ ລາວອາສັຍຢູ່ ເພື່ອວ່າທ່ານຜູ້ໃດ ສົນໃຈ ມີໂອກາດໄດ້ ຜ່ານໄປປະເທດໄທ ແລະຢາກໄປຊອກ ຢ້ຽມຢາມ ຈະພໍຮູ້ທິດທາງ ໄປໄດ້ສດວກຂຶ້ນ. ເຊີນທ່ານຮັບຟັງໄດ້ເລີຍ

ບ້ານລາວ ໃນປະເທດໄທ: ຕອນທີ 103

2009-09-20

ບ້ານລາວໃນໄທ ແຕ່ອາດີດຫາ ປັດຈຸບັນ ສັປດານີ້ ວຽງໄຊ ຈະສເນີ ສິລປະວັທນະທັມ ອັນສຳຄັນຂອງ ຄົນພວນບ້ານປ່າແດງ ທີ່ສະແດງອອກເຖິງ ຄວາມເປັນພວນ ຂອງພວກເຂົາເຈົ້າ ຊຶ່ງກໍ່ຄື ໝໍລຳພວນນັ້ນເອງ.

ບ້ານລາວ ໃນປະເທດໄທ: ຕອນທີ 102

2009-09-14

ໃນຣາຍການ ບ້ນລາວໃນໄທ ແຕ່ອາດີດຫາປັດຈຸບັນ ສັປດານີ້ ວຽງໄຊ ຈະສເນີຕອນ ທີ່ເວົ້າເຖິງພິທີການ ໄຫ້ວຜີບັນພະບູຣຸດ ຂອງຄົນພວນ ບ້ານປາແດງ.

ບ້ານລາວ ໃນປະເທດໄທ: ຕອນທີ 101

2009-09-07

ໃນລາຍການ ບ້ານລາວໃນໄທ ແຕ່ອາດີດ ຫາປັດຈຸບັນ ສັປດານີ້ ວຽງໄຊ ຈະເວົ້າເຖິງ ປະເພນີ ການນຸ່ງຖື ແລະ ອາຫານການກິນ ຂອງຄົນພວນ ບ້ານປ່າແດງ ໃນແຂວງພິຈິດ ຂອງໄທ.

ບ້ານລາວ ໃນປະເທດໄທ: ຕອນທີ 100

2009-08-31

ໃນຣາຍການ ບ້ານລາວໃນໄທ ແຕ່ອະດີດຫາປັດຈຸບັນ ສັປດານີ້ ວຽງໄຊ ຈະເວົ້າເຖິງປະເພນີ ການບວດແລະການຕາຍ ຂອງຄົນພວນ ບ້ານປ່າແດງ ໃນແຂວງພິຈິດຂອງໄທ ຂໍເຊີນທ່ານ ຮັບຟັງໄດ້ເລີຍ.

ບ້ານລາວ ໃນປະເທດໄທ: ຕອນທີ 99

2009-08-24

ໃນລາຍການ ບ້ານລາວໃນໄທ ແຕ່ອາດີດຫາປັດຈຸບັນ ສັປດານີ້ ວຽງໃຊ ຈະເວົ້າເຖິງ ປະເພນີ ອອກເຮືອນຂອງ ຄູ່ສົມຣົດໃໝ່ ໄປຈົນເຖິງພິທີກັມ ໃຫ້ການກໍາເນີດ ແກ່ຊີວິດໃໝ່ ເຊີນທ່ານຕິດຕາມ ຮັບຟັງໄດ້ເລີຽ.

ບ້ານລາວ ໃນປະເທດໄທ: ຕອນທີ 98

2009-08-17

ໃນລາຍການ ບ້ານລາວໃນໄທ ສັປດານີ້ ວຽງໃຊ ຈະເວົ້າເຖິງການ ຖ່າຍທອດວິຊາ ໝໍພອນຄົນພວນ ຢູ່ບ້ານປ່າແດງ ເມືອງຕະພານຫີນ ແຂວງພິຈິດຂອງໄທ ທີ່ສະແດງໃຫ້ເຫັນວ່າ ວັທນະທັມປະເພນີ ຂອງພວນແລະລາວ ກໍບໍ່ມີຫຍັງ ແຕກຕ່າງກັນ. ເຊີນທ່ານຕິດຕາມ ຮັບຟັງໄດ້ເລີຽ

ບ້ານລາວ ໃນປະເທດໄທ: ຕອນທີ 97

2009-08-10

ໃນຣາຍການ ບ້ານລາວໃນໄທ ແຕ່ອາດີດຫາ ປັດຈຸບັນ ສັປດານີ້ ວຽງໄຊ ຈະເວົ້າເຖິງບົດບາດ ແລະຄວາມສຳຄັນ ຂອງໝໍພອນ ໃນສັງຄົມຂອງຄົນພວນ ບ້ານປ່າແດງ ຜູ້ຊຶ່ງເທົ່າກັບເປັນ ຜູ້ຮັກສາຄວາມເປັນພວນ ຕັ້ງແຕ່ບູຣານະການ ມາເຖິງເທົ້າທຸກມື້ນີ້.

ບ້ານລາວ ໃນປະເທດໄທ: ຕອນທີ 96

2009-08-03

ໃນຣາຍການ ບ້ານລາວໃນໄທ ແຕ່ອາດີດຫາປັດຈຸບັນ ສັປດານີ້ ວຽງໄຊ ຈະເວົ້າເຖິງ ປະເພນີກິນດອງ ຂອງຄົນພວນ ບ້ານປ່າແດງ ແຂວງພິຈິຕ ຂອງໄທຕໍ່ ໃນກໍຣະນີ ທີ່ຍ້ອນເຫດຜົນ ອັນໃດກໍ່ດີ ປະເພນີຖືວ່າ ຍິງຊາຍຄູ່ນຶ່ງ ບໍ່ສາມາດແຕ່ງງານ ກັນໄດ້ ແຕ່ຄົນທັງສອງ ຫາກຍັງຝ່າຝືນ ໂດຍໂຕນໄປນຳກັນນັ້ນ ປະເພນີພວນ ຈະແກ້ໄຂ ສຖານະການຢ່າງໃດ. ເຊີນທ່ານຕິດຕາມ ຮັບຟັງໄດ້

ບ້ານລາວ ໃນປະເທດໄທ: ຕອນທີ 95

2009-07-27

ໃນຣາຍການ ບ້ານລາວໃນໄທ ແຕ່ອາດີດຫາ ປັດຈຸບັນ ສັປດານີ້ ວຽງໄຊ ຍັງຈະເວົ້າເຖິງ ຂັ້ນຕອນ ຂອງປະເພນີ ການກິນດອງ ຂອງຄົນພວນ ບ້ານປ່າແດງ ໃນແຂວງພິຈິຕ ຂອງໄທຕໍ່ໄປ.

ບ້ານລາວ ໃນປະເທດໄທ: ຕອນທີ 93

2009-07-13

ໃນຣາຍການ ບ້ານລາວໃນໄທ ແຕ່ອາດິດຫາ ປັດຈຸບັນ ສັປດານີ້ ວຽງໄຊ ຈະໄດ້ນຳ ສເນີການນຳ ວຽກງານ ຕ່ຳແຜ່ນແພເຂົ້າ ເປັນຫລັກສູດ ການສອນ ໃນໂຮງຮຽນ ບ້ານປ່າແດງ.

ບ້ານລາວ ໃນປະເທດໄທ: ຕອນທີ 92

2009-07-06

ໃນຣາຍການ ບ້ານລາວໃນໄທ ແຕ່ອາດິດຫາ ປັດຈຸບັນ ສັປດານີ້ ວຽງໄຊ ຈະໄດ້ນຳ ສເນີເຖິງການ ຕ່ຳແຜ່ນແພ ຂອງຄົນພວນ ບ້ານປ່າແດງ ຊຶ່ງຖືວ່າເປັນ ສິລປະວັທນະທັມອັນສຳຄັນ ຂອງຄົນພວນແລະ ຍັງສ້າງລາຍໄດ້ ໃຫ້ພວກເຂົາເຈົ້າ ນຳອີກດ້ວຍ….. ເຊີນທ່ານ ຮັບຟັງໄດ້.

ບ້ານລາວ ໃນປະເທດໄທ: ຕອນທີ 91

2009-06-29

ໃນຣາຍການ ບ້ານລາວໃນໄທ ແຕ່ອາດິດຫາ ປັດຈຸບັນ ສັປດານີ້ ວຽງໄຊ ຈະເວົ້າຕໍ່ໄປ ກ່ຽວກັບ ຂັ້ນຕອນຕ່າງໆ ໃນການປຸກເຮືອນ ຂອງຄົນພວນ ຊື່ງສະແດງໃຫ້ ເຫັນວ່າເປັນຫຍັງ ພວກເຂົາເຈົ້າ ຈຶ່ງມີຄວາມ ຜູກພັນຢ່າງເລີກເຊິ່ງ ກັບສະຖານທີ່ ຢູ່ອາໃສ ຈົນບໍ່ຄ່ອຍຢາກ ໂຍກຍ້າຍໜີໄປໃສ. ເຊີນທ່ານຮັບຟັງໄດ້ເລີຍ.

ບ້ານລາວ ໃນປະເທດໄທ: ຕອນທີ 90

2009-06-22

ຣາຍການ ບ້ານລາວໃນໄທ ແຕ່ອາດີດ ຫາປັດຈຸບັນ ສັປດານີ້ ຈະກ່າວເຖິງ ປະເພນີ ວັທນະທັມ ທີ່ສະແດງ ໃຫ້ເຫັນວ່າ ຄວາມໝັ້ນຄົງ ແຂງແກ່ນຂອງ ສັງຄົມຄົນພວນນັ້ນ ມາຈາກປະເພນີ ວັທນະທັມນັ້ນເອງ. ສເນີໂດຍ ວຽງໄຊ

ບ້ານລາວ ໃນປະເທດໄທ: ຕອນທີ 89

2009-06-15

ໃນຣາຍການ ບ້ານລາວໃນໄທ ແຕ່ອາດີດ ຫາປັດຈຸບັນ ສັປດານີ້ ວຽງໄຊ ຈະເວົ້າເຖິງ ຮີດ 12 ຄອງ 14 ຂອງຄົນພວນ ຊຶ່ງກໍ່ເກືອບວ່າ ຄືກັນກັບຂອງ ຄົນລາວ ແລະຊຶ່ງມີແຕ່ ຄົນເຊື້ອສາຍລາວ ເທົ່ານັ້ນ ທີ່ປະຕິບັດກັນ.

ບ້ານລາວ ໃນປະເທດໄທ: ຕອນທີ 88

2009-06-08

ໃນຣາຍການ ບ້ານລາວໃນໄທ ແຕ່ອາດີດ ຫາປັດຈຸບັນ ສັປດານີ້ ຈະເວົ້າເຖິງ ອັນທີ່ເອີ້ນວ່າ ການຫລິ້ນ ປະເພນີຊຶ່ງເປັນ ວັທນະທັມ ຂອງຄົນພວນ ທີ່ຄົນພວນ ບ້ານປ່າແດງ ແຂວງພິຈິຕ ຂອງໄທ ຍັງຣັກສາໄວ້ ຮອດທຸກມື້ນີ້ ແລະທີ່ບໍ່ໄດ້ ແຕກຕ່າງພໍ ປານໃດຈາກ ປະເພນີ ຂອງລາວ.

ບ້ານລາວ ໃນປະເທດໄທ: ຕອນທີ 87

2009-06-01

ໃນຣາຍການ ບ້ານລາວໃນໄທ ແຕ່ອາດີດ ຫາປັດຈຸບັນ ສັປດານີ້ ວຽງໄຊ ຈະເວົ້າເຖິງ ປະເພນີ ການຫລິ້ນ ຂອງຄົນພວນ ຊຶ່ງບໍ່ແຕກຕ່າງ ຫຍັງກັບປະເພນີ ຂອງລາວ ທີ່ປະຕິບັດ ກັນໃນອາດີດ ແລະຍັງມີ ໃຫ້ເຫັນຢູ່ ເຖິງປັດຈຸບັນ. ເຊີນທ່ານ ຕິດຕາມຟັງ ໃນອັນດັບ ຕໍ່ໄປ

ບ້ານລາວ ໃນປະເທດໄທ: ຕອນທີ 85

2009-05-18

ໃນຣາຍການ ບ້ານລາວ ໃນໄທ ແຕ່ອາດີດ ຫາປັດຈຸບັນ ສັປດານີ້ ວຽງໄຊ ຈະເວົາເຖິງ ຮີດຄອງປະເພນີ ຂອງ ຊາວລາວພວນ ຊຶ່ງເຖິງວ່າ ຈະພັດພາກ ຈາກເມືອງແມ່ ມາດົນນານແລ້ວ ກໍ່ຕາມ ຍັງພາກັນ ປະຕິບັດ ຮັກສາໄວ້ ຈົນເຖິງເທົ້າ ທຸກວັນນີ້.....

ບ້ານລາວ ໃນປະເທດໄທ: ຕອນທີ 84

2009-05-11

ໃນຣາຍການ ບ້ານລາວໃນໄທ ແຕ່ອາດີດ ຫາປັດຈຸບັນ ສັປດານີ້ ວຽງໄຊ ຈະເວົ້າເຖິງ ຄວາມເປັນມາ ຂອງຄົນລາວພວນ ບ້ານປ່າແດງ ວ່າພາກັນ ເລືອກສ້າງຕັ້ງ ຊີວິຕ ໃນຖິ່ນໃໝ່ ກັນແນວໃດແລະ ວິຖີຊີວິຕ ຂອງພວກເຂົາເຈົ້າ ໃນປັດຈຸບັນ.

ບ້ານລາວ ໃນປະເທດໄທ: ຕອນທີ 83

2009-05-04

ໃນຣາຍການ ບ້ານລາວ ໃນໄທ ແຕ່ອາດີດ ຫາປັດຈຸບັນ ມື້ນີ້ ວຽງໄຊ ຈະເວົ້າເຖິງ ກຸ່ມຄົນລາວພວນ ຢູ່ບ້ານປ່າແດງ ຊຶ່ງເປັນບ້ານ ລາວພວນ ແຫ່ງທຳອິດ ທີ່ເຮົາຈະພາ ທ່ານໄປຮູ້ຈັກ.