ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ແລະ ຮັກແພງ
ທີ່ຜ່ານມາ ຕັ້ງແຕ່ບົດທີ 1 ຫາ ບົດທີ 20 ທີ່ອອກ ອາກາດໄປ ເມື່ອ ສັປະດາ ທີ່ ຜ່ານມາ ເຮົາ ໄດ້ເວົ້າ ເຖິງເຣື້ອງຂອງ ການຍ້າຍຖິ່ນ ຂອງຄົນລາວ ຕັ້ງແຕ່ ສະໄໝ ກຣຸງ ສີອະຢຸດທະຍາ ຈົນເຖິງ ສະໄໝ ກຣຸງ ຣັດຕະນະໂກສິນ, ຕັ້ງແຕ່ ຣັຊການ ທີ 1 ເຖິງ ຣັຊການ ທີ 4 ຂອງສຍາມ ຊຶ່ງຖືວ່າ ເປັນ ໄລຍະ ເວລາ ທີ່ມີ ການອົບພະຍົບ ຍົກຍ້າຍຖິ່ນຖານ ຂອງຄົນລາວ ເຂົ້າສູ່ ສຍາມ ຄັ້ງໃຫຍ່ ທີ່ສຸດ ໃນ ປະຫວັດສາດ ຊຶ່ງເປັນ ການສຶກສາ ຈາກ ເອກະສານ ຂອງ ນັກວິຊາການ ຝ່າຍໄທ.
ນັບແຕ່ ສັປະດານີ້ ເປັນຕົ້ນໄປ ເຮົາຈະໄດ ກ່າວເຖິງ ສະພາບການ ຕົວຈິງ ແລະ ລາຍລະອຽດ ຕ່າງໆ ກ່ຽວກັບ ບ້ານຄົນລາວ ແລະ ຊຸມຊົນລາວ ໃນປະເທດໄທ ເພື່ອໃຫ້ເຫັນ ຄວາມເປັນຢູ່ ຂອງລູກລາວ ຫລານລາວ ໃນສະພາບການ ປະຈຸບັນ
ເພື່ອເຊື່ອມໂຍງ ອາດີດ ເຂົ້າກັບ ປະຈຸບັນ; ແລະ ເພື່ອເຮັດໃຫ້ ເລື້ອງລາວ ທີ່ເປັນ ແຕ່ພຽງ ຕົວໜັງສື ຢູ່ໃນເຈັ້ຍ, ໃນເອກະສານ ໃຫ້ມີ ຊີວິດ ຊີວາ, ມີ ເລືອດເນື້ອ, ລົມຫາຍໃຈ, ມີຕົວ, ມີຕົນ ແລະ ໃຫ້ເຫັນ ການດຳເນີນ ຊີວິດ ຂອງຄົນ ເຊື້ອສາຍລາວ ໃນ ປະເທດໄທ ໃນແຕ່ລະ ໝູ່ບ້ານ.
(ສຽງແຄນ)
ໝູ່ບ້ານລາວ ບ້ານທຳອິດ ທີ່ຈະພາ ທ່ານຜູ້ຟັງ ໄປຮູ້ຈັກ ຕັ້ງຢູ່ ໃນເຂດ ອາຢຸດທະຍາ, ອັນເປັນ ເມືອງຫລວງເກົ່າ ຂອງສຍາມ ແລະ ເປັນ ແຂວງທຳອິດ ທີ່ມີ ການອົບພະຍົບ ຍົກຍ້າຍ ຖິ່ນຖານ ຂອງຄົນລາວ ເຂົ້າສູ່ ສຍາມ.
(ສຽງແຄນ)
ອາລຸນ ເບີກຟ້າ ກ້ຳຝ່າຍ ບູລະພາ ແສງເງິນ ແສງຄຳ ສ່ອງສະທ້ອນ ໜ້ານ້ຳ ໃນແມ່ນ້ຳ ປ່າສັກ ເຫັນເປັນແສງ ຍຸບຍັບ ຄືກັນກັບ ແສງເງິນ ແສງຄຳ ທີ່ ເຫລືອງເຫລື້ອມ ຢູ່ ເທິງເຮືອແພ ຂອງຊ່າງ ຕີເງິນ ຕີຄຳ ຢູ່ເໜືອ ແມ່ນ້ຳ ແຫ່ງນີ້ ໃນອາດີດ.
ສາຍນ້ຳ ປ່າສັກ ເປັນ ປັດໄຈຫລັກ ທີ່ເຮັດໃຫ້ ກຸ່ມຄົນ ທີ່ພັດພາກ ເຮືອນຊານ ບ້ານຊ່ອງ ໄດ້ເກິດ ຄວາມອົບອຸ່ນໃຈ ຈົນພາກັນ ຕັດສິນໃຈ ເຊົາຢັ້ງ ແລະ ຕັ້ງບ້ານເຮືອນ ຢູ່ແຫ່ງນີ້.
ສວາຍຂຶ້ນມາ ອີກຈັກໜ່ອຍ, ແສງເງິນ ແສງຄຳ ໄດ້ເກິດ ມີຂຶ້ນ ຢູ່ນຳເຮືອນ ນັ້ນເຮືອນນີ້ ທີ່ຕັ້ງຢູ່ ແຄມຝັ່ງ ແມ່ນ້ຳ ປ່າສັກ. ແສງເງິນ ແສງຄຳ ນີ້ ແມ່ນແສງ ຈາກ ການເຜົາ ແລະ ຕີມີດພ້າ ຊຶ່ງເປັນ ອາຊີບຫລັກ ຂອງຄົນ ທີ່ຖືກກວາດຕ້ອນ ຂ້າມແມ່ນ້ຳຂອງ ໃຫ້ມາຕັ້ງ ຖິ່ນຖານ ຢູ່ເມືອງອື່ນ.
ບ້ານນີ້ ແມ່ນຊື່ວ່າ “ບ້ານໄຜ່ໜອງ” ຂຶ້ນກັບ ຕຳບົນ ຫລື ຕາແສງ ທ່າຊ້າງ ອຳເພີ ຫລື ເມືອງ ນະຄອນຫລວງ ຈັງຫວັດ ຫລື ແຂວງ ພຣະນະຄອນ ສີອາຢຸດທະຍາ. ບ້ານ ໄຜ່ໜອງ ນີ່ແລ໊ະ ເປັນບ້ານ ທີ່ຕີມີດ ອັນມີ ຊື່ທີ່ສຸດ ເປັນທີ່ ຮູ້ຈັກ ກັນດີ ຂອງຊາວໄທ ທັງປະເທດ ໃນຊື່ວ່າ “ມີດອະຣັນຢິກ”.
(ສຽງແຄນ ແລະ ສຽງ ພໍ່ເຖົ້າ ບັນຢັດ ຄຳສີ ກ່າວປະວັດ ບ້ານໄຜ່ໜອງ)
ນັ້ນແມ່ນ ຄຳບອກເລົ່າ ຂອງ “ພໍ່ເຖົ້າ ບັນຢັດ ຄຳສີ”, ປະຈຸບັນ ອາຍຸ 74 ປີ. ພໍ່ເຖົ້າ ບັນຢັດ ເປັນ ຄົນລາວ ຮຸ່ນທີ 4, ເປັນຫລານທວດ ຂອງ “ທ້າວເທົາ” ຊຶ່ງເປັນ ຜູ້ນຳ ຄົນລາວ ກຸ່ມທຳອິດ ໃຫ້ມາ ຕັ້ງບ້ານ ຢູ່ບ່ອນນີ້.
ຄົນ ໃນຂົງເຂດນີ້ ຮ້ອງ ພໍ່ເຖົ້າ ບັນຢັດ ວ່າ “ກຳນັນ ບັນຢັດ” ເພາະ ທ່ານ ເຄີຍມີ ຕຳແໜ່ງ ເປັນ ກຳນັນ ຫລື “ຕາແສງ” ຂອງ ຕຳບົນ ທ່າຊ້າງ. ກ່ອນໜ້າ ນັ້ນ, ໃນປີ ຄ.ສ. 1964 ທ່ານ ໄດ້ຮັບເລືອກ ຈາກ ຊາວບ້ານ ໃຫ້ເປັນ ຜູ້ໃຫຍ່ ບ້ານ ຫລື ພໍ່ບ້ານ ບ້ານໄຜ່ໜອງ. ຕັ້ງແຕ່ ປີ ຄ.ສ. 1973 ໄດ້ຮັບ ເລືອກຕັ້ງ ເປັນກຳນັນ ຢູ່ໃນ ຕຳແໜ່ງ ຈົນຮອດ ປີ ຄ.ສ. 1994 ຊຶ່ງເປັນ ປີທີ່ ທ່ານມີ ອາຍຸ 60 ປີ ຈຶ່ງໄດ້ ອອກຈາກ ການເປັນ ກຳນັນ ເພາະ ພົ້ນກະສຽນ ອາຍຸ ຣາຊການ.
ເປັນທີ່ ໜ້າສັງເກດ ວ່າ ໃນໝູ່ບ້ານ ຄົນລາວ ທັງຢູ່ ບ້ານໄຜ່ໜອງ ແຫ່ງນີ້ ແລະ ບ້ານອື່ນ ໆ, ຜູ້ທີ່ມີ ຕຳແໜ່ງ ທາງ ການປົກຄອງ ມັກຈະ ໄດ້ແກ່ ຜູ້ມີ ເຊື້ອສາຍ ລາວ. ຈະເຫັນ ໄດ້ວ່າ ຕໍ່ຈາກ “ຕາແສງ ບັນຢັດ” ຜູ້ທີ່ ເປັນ ຜູ້ໃຫຍ່ບ້ານ ກໍຍັງ ເປັນຄົນ ເຊື້ອລາວ ຄືກັນ.
“ຕາແສງ ບັນຢັດ” ເວົ້າເຖິງ ຈຸດສຳຄັນ ທີ່ເຮັດໃຫ້ ຄົນລາວ ກຸ່ມນີ້ ເລືອກເອົາ ບໍຣິເວນ ແຫ່ງນີ້ ເປັນບ່ອນ ຕັ້ງໝູ່ບ້ານ ກໍຄື ; ແຕ່ກ່ອນນີ້ ບໍຣິເວນນີ້ ອັ່ງແອ ໄປດ້ວຍ ກໍໄຜ່. ການທີ່ມີ ກໍໄຜ່ ຕຶບໜາ ຖືວ່າ ເປັນສິ່ງ ສຳຄັນຍິ່ງ ສຳລັບ ຄົນລາວ ກຸ່ມນີ້ ເພາະເຂົາເຈົ້າ ເປັນຊ່າງ, ໂດຍສະເພາະແລ້ວ ເປັນຊ່າງ ຕີມີດ ຕີພ້າ.
ໄມ້ໄຜ່ ຖືວ່າ ເປັນໄມ້ ທີ່ມີ ຄວາມສຳຄັນ ຕໍ່ອາຊີບ ດັ່ງກ່າວ ຫລາຍ, ເພາະ
ສາມາດ ນຳໃຊ້ ເຮັດຟືນ ສຳລັບ ຕີມີດ ຍ້ອນວ່າ ຟືນໄມ້ໄຜ່ ຫລື ລາງຄົນ ກໍຮ້ອງວ່າ “ຫລົວ” ນັ້ນ ເປັນໄມ້ຟືນ ທີ່ໃຫ້ໄຟ ທີ່ແຮງ ແລະ ກ້າ ຫລາຍກວ່າ ໄມ້ ຊະນິດ ອື່ນໆ. ການເຜົາເຫລັກ ຈຳເປັນ ຕ້ອງ ໄດ້ ໄຟກ້າກວ່າ ການເຮັດຢ່າງອື່ນ. ນອກຈາກນີ້ແລ້ວ, ໄມ້ໄຜ່ ຍັງນຳໃຊ້ ເຮັດເຮືອນ ຊຶ່ງບໍ່ຕ້ອງໃຊ້ ເຄື່ອງມື ຊັ້ນສູງ ເພາະ ມີແຕ່ ມີດ ດວງດຽວ ກໍສາມາດ ຕັດເອົາ ໄມ້ໄຜ່ ມາປຸກເຮືອນ ໄດ້ເປັນຫລັງ ຊຶ່ງເໝາະ ສຳລັບ ຊາວອົບພະຍົບ ໄປຢູ່ໃໝ່ ເຊັ່ນ ຄົນລາວ ກຸ່ມນີ້. ນອກຈາກ ໃຊ້ເຮັດເຮືອນ ພໍຊຳຊາ ໄປກ່ອນ ໄດ້ແລ້ວ, ໄມ້ໄຜ່ ຍັງມີ ປະໂຫຍດ ສຳລັບ ຊ່າງ ຕີມີດ ອີກ ຄື ສາມາດ ໃຊ້ເຮັດ ດ້າມ ເຄື່ອງມື ຕີມີດ, ບໍ່ວ່າ ຈະເປັນ ດ້າມຂອງພະເນີນ ຫລື ຄ້ອນຕີມີດ ຂນາດ ໃຫຍ່, ດ້າມຄ້ອນ ແລະ ດ້າມມີດ ຊຶ່ງເປັນ ອຸປະກອນ ທີ່ຊ່າງ ຕີມີດ ຕ້ອງມີໄວ້ ແລະ ໃຊ້ເປັນປະຈຳ.
“ຕາແສງ ບັນຢັດ” ໄດ້ເວົ້າເຖິງ ຄວາມສຳຄັນ ຂອງໄມ້ໄຜ່ ໃຫ້ຟັງວ່າ:
(ສຽງ ພໍ່ເຖົ້າ ບັນຢັດ ຄຳສີ ເວົ້າເຖິງ ຄວາມສຳຄັນ ຂອງໄມ້ໄຜ່)
ນອກຈາກ ຈະມີ ກໍໄຜ່ ຢ່າງຫລວງຫລາຍ ແລ້ວ ບ້ານ ໄຜ່ໜອງ ຍັງຕັ້ງຢູ່ ແຄມແມ່ນ້ຳ ປ່າສັກ ອີກດ້ວຍ, ຊຶ່ງຖືວ່າ ເປັນພູມສາດ ອັນສຳຄັນ ຂອງ ການ ຕັ້ງບ້ານ ເພາະສາມາດ ໃຊ້ນ້ຳ ໃນການ ດຳເນີນ ຊີວິດ ໄດ້, ບໍ່ວ່າ ຈະເຮັດ ຮົ້ວສວນ, ໄຮ່ນາ ຫລື ໃຊ້ກິນ, ໃຊ້ອາບ ທັງໃຊ້ລ້ຽງສັດ ນຳອີກດ້ວຍ.
ແມ່ນ້ຳ ປ່າສັກ ເປັນແມ່ນ້ຳ ທີ່ເກີດຈາກ ຕົ້ນນ້ຳ 2 ບ່ອນ, ບ່ອນນຶ່ງ ຢູ່ ບໍຣິເວນ ບ້ານຫິນສໍ, ອຳເພີ ຫລື ເມືອງ ພູເຮືອ, ແຂວງເລີຍ. ນ້ຳສາຍນີ້ ຮ້ອງວ່າ “ປ່າສັກ ໃຫຍ່”, ສ່ວນຕົ້ນນ້ຳ ອີກບ່ອນນຶ່ງ ຢູ່ ບໍຣິເວນ ຕຳບົນ ຫລື ຕາແສງອີປຸ່ມ, ເມືອງ ດ່ານຊ້າຍ, ແຂວງເລີຍ ແລະ ສາຍນ້ຳ ທີ່ເກີດຈາກ ຕົ້ນນ້ຳນີ້ ຮ້ອງວ່າ “ປ່າສັກ ນ້ອຍ”. ນ້ຳ ຈາກສອງສາຍນີ້ ໄຫລໂຮມກັນ ແລ້ວລົງມາ ສູ່ແມ່ນ້ຳ ເຈົ້າພຣະຍາ ໃນເຂດ ພາກກາງ ຂອງໄທ, ຢູ່ເມືອງ ປ້ອມເພັຊ ແຂວງ ພຣະນະຄອນ ສີອະຢຸດທະຍາ. ນອກຈາກ ຈະມີ ແມ່ນ້ຳ ປ່າສັກ ແລ້ວ ບໍຣິເວນນີ້ ຍັງມີ ໜອງ ນ້ຳໃຫຍ່ ຊຶ່ງປ່າໄຜ່ ອ້ອມຮອບຢູ່ ຈຶ່ງປະກັນ ໄດ້ວ່າ ບ້ານ ທີ່ຈະຕັ້ງ ຂຶ້ນນັ້ນ ຈະມີ ຄວາມ ອຸດົມ ສົມບຸນ, ຢູ່ທ່າງເຮັດ ຢູ່ທຳກິນ ຈົນຊົ່ວລູກ ຊົ່ວຫລານ.
ດັ່ງນັ້ນ ພວກຄົນລາວ ກຸ່ມນີ້ ຈຶ່ງພາກັນ ຕັ້ງບ້ານ ຢູ່ ບໍຣິເວນນີ້ ແລະ ໃສ່ຊື່ ໝູ່ບ້ານ ພວກຂະເຈົ້າ ວ່າ “ບ້ານໄຜ່ໜອງ”.
“ຕາແສງ ບັນຢັດ” ເວົ້າຫວນຄືນ ເຖິງ ການໃສ່ ຊື່ບ້ານ ວ່າ:
(ສຽງ ພໍ່ເຖົ້າ ບັນຢັດ ຄຳສີ ກ່າວເຖິງ ການຕັ້ງຊື່ ບ້ານໄຜ່ໜອງ ແລະ ສຽງແຄນ)
ທ່ານຜູ້ຟັງ ທີ່ຮັກແພງ, ເວລາ ສຳລັບ ລາຍການ ຂອງເຮົາ ໃນສັປະດານີ້ ໄດ້ສິ້ນສຸດ ລົງແລ້ວ. ເຊີນທ່ານ ຮັບຟັງ ເລື້ອງ “ບ້ານລາວໃນໄທ ແຕ່ອາດີດ ຫາ ປະຈຸບັນ” ໄດ້ໃໝ່ ໃນສັປະດາ ໜ້າ ຊຶ່ງ ເປັນເວລາ ທີ່ພວກເຮົາ ຈະພາທ່ານ ໄປຮູ້ຈັກ ກັບຄວາມເປັນຢູ່ ຂອງຄົນລາວ ໃນບ້ານໄຜ່ໜອງ.
ສຳລັບ ສັປະດາ ນີ້, ຂໍໄດ້ຮັບ ຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະ ຂ້າພະເຈົ້າ ວຽງໄຊ ຜູ້ສເນີ. ສະບາຍດີ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |