ວັນທີ 30 ເດືອນ ມິນາ ປີ 2009
2009-03-30
ນອກຈາກອົງການ ທືນນາໆຊາດແລະ ການຊ່ອຍເຫລືອ ຣະຫວ່າງຊາດແບບ ຣັຖບານຕໍ່ຣັຖບານ ລາວຍັງໄດ້ຮັບການ ຊ່ອຍເຫລືອຈາກ ອົງການຈັດຕັ້ງ ທີ່ບໍ່ຂື້ນກັບຣັຖບານ ຫຼື NGO ຈຳນວນຫລາຍ ເໝືອນດັ່ງຄົນໄຂ້ ທີ່ໝໍພາກັນຍາດ ກັນມາປົວ. ເຮື້ອງການເຮັດວຽກ ຂອງອົງການທີ່ ບໍ່ຂື້ນກັບຣັຖບານນີ້ ເປັນໄປແນວໃດ ຂໍເຊີນທ່ານຮັບຟັງ ບົດວິຈັຍປະຈຳ ສັບປະດາຂອງພວກເຮົາ ໄດ້ໃນອັນດັບຕໍ່ໄປ...... ສເນີໂດຍ ພົງສວັນ
ວັນທີ 23 ເດືອນ ມິນາ ປີ 2009
2009-03-23
ສປປລາວ ຍັງຢູ່ໃນຈຳນວນ 20 ປະເທດທີ່ທຸກຍາກ ທີ່ສຸດຂອງໂລກ ແລະແຕ່ລະປີ ຍັງຕ້ອງອາໃສ ການຊ່ອຍເຫລືອ ຈາກຕ່າງປະເທດ ຫລາຍຮ້ອຍລ້ານ ໂດລາສະຫະຮັດ. ຢູ່ໃນ ພາວະເສຖກິດ ໂລກກຳລັງ ໄດ້ຮັບຄວາມຍຸ້ງຍາກ ຊຶ່ງເປັນຜົນ ສະທ້ອນ ຂອງວິວິຕະການ ການເງີນ, ການຊ່ອຍເຫລືອ ຕ່າງປະເທດ ໃຫ້ແກ່ລາວ ກໍອາຈມີການ ປ່ຽນແປງ. ຈະເປັນແນວໃດນັ້ນ ຂໍເຊີນຮັບຟັງ ບົດວິຈັຍ ປະຈຳສັປດາ ຂອງພວກເຮົາໄດ້ ໃນອັນດັບຕໍ່ໄປ.... ສເນີໂດຍ ພົງສວັນ
ວັນທີ 16 ເດືອນ ມິນາ ປີ 2009
2009-03-16
ໃນທ້າຍອາທິດ ທີ່ຜ່ານມາ ໄທແລະລາວ ໄດ້ມີພິທີເປີດ ສາຍທາງຣົດໄຟ ຣະຫວ່າງ ໜອງຄາຍແລະ ທ່ານາແລ້ງ ແລະພິທີວາງ ສີລາລຶກ ການສ້າງຂົວຂ້າມ ແມ່ນ້ຳຂອງແ ຫ່ງທີ່ສາມຣະຫວ່າງ ນະຄອນພະນົມແລະທ່າແຂກ. ສອງເຫດການ ດັ່ງກ່າວມີຄວາມ ສຳຄັນທາງດ້ານ ການຄົມມະນາຄົມ ໃນຂົງເຂດອ່າງ ແມ່ນ້ຳຂອງຄືແນວໃດແດ່? ຂໍເຊີນທ່ານຮັບ ຟັງບົດວິຈັຍ ປະຈຳສັປດາ ຂອງພວກເຮົາໄດ້ ໃນອັນດັບຕໍ່ໄປ.....ສເນີໂດຍ ພົງສວັນ
ວັນທີ 9 ເດືອນ ມິນາ ປີ 2009
2009-03-09
ໃນທ້າຍອາທິດ ທີ່ຜ່ານມາ ຄືແຕ່ວັນສຸກ ວັນທີ 27 ກຸມພາ ຫາວັນອາທິດ ວັນທີ 1 ມີນາ 2009 ຢູ່ທີ່ຫົວຫີນ ເມືອງແຄມທະເລ ຂອງປະເທດໄທ ຫ່າງຈາກ ບາງກອກ ໄປທາງໃຕ້ 180 ກີໂລແມດ ຫຼື 110 ໄມລ໌ ໄດ້ມີກອງປະຊຸມ ສຸດຍອດຂອງກຸ່ມ ອາຊຽນເປັນຄັ້ງທີ14. ເຮົາຈະປະເມີນ ຜົນໄດ້ຢ່າງໃດແດ່? ຂໍເຊີນທ່ານຮັບຟັງ ບົດວິຈັຍ ປະຈຳສັປດາ ຂອງພວກເຮົາໄດ້ ໃນອັນດັບຕໍ່ໄປ. ສເນີໂດຍ ພົງສວັນ
ວັນທີ 2 ເດືອນ ມິນາ ປີ 2009
2009-03-02
ອົງການການ ທ່ອງທ່ຽວ ແຫ່ງຊາດລາວ ໄດ້ແຈ້ງວ່າ ໃນສົກປີ 2009 ຈຳນວນນັກທ່ອງທ່ຽວ ຢູ່ລາວຈະເພີ້ມຂື້ນ ເຖິງນຶ່ງລ້ານແປດແສນຄົນ ແລະຈະສ້າງລາຍ ໄດ້ເຖິງ 270 ລ້ານໂດລາ ສະຫະຣັດ. ຈຸດໝາຍດັ່ງກ່າວ ຈະບັນລຸເຖິງເປົ້າໝາຍ ໄດ້ຢ່າງໃດນັ້ນ ຂໍເຊີນ ທ່ານຮັບຟັງ ບົດວິຈັຍ ປະຈຳສັປດາ ຂອງພວກເຮົາໄດ້ ໃນອັນດັບຕໍ່ໄປ.
ວັນທີ 23 ເດືອນ ກຸມພາ ປີ 2009
2009-02-23
ອັນດັບຕໍ່ໄປ ເຊີນທ່ານຮັບຟັງ ບົດຄວາມປະ ຈຳສັປະດາ ເຊິ່ງມື້ນີ້ ຈະເວົ້າເຖິງເຮື້ອງ ການທ່ອງທ່ຽວຢູ່ ສ.ປ.ປ.ລາວ ຕໍ່ຈາກສັປດາ ທີ່ຜ່ານມາ. ເປັນເວລາ ສິບສາມປີແລ້ວ ທີ່ຫລວງພຣະບາງ ໄດ້ເຂົ້າໃນ ບັນຊີຂອງ ເມືອງມໍຣະດົກໂລກ. ຈົນເຖິງປະຈຸບັນ ມີການ ປ່ຽນແປງຫລາຍແນວ ໂດຍສະເພາະ ແມ່ນການທ່ອງທ່ຽວ ຫລວງພຣະບາງ ໄດ້ເປັນຈຸດເດັ່ນ ທີ່ນຳຄົນເຂົ້າ ມາຢ້ຽມຢາມລາວ. ການຂຍາຍຕົວ ຂອງການທ່ອງທ່ຽວ ນອກຈາກຈະສ້າງ ລາຍໄດ້ເພີ້ມເຕີມ ໃຫ້ເສຖກິດແລ້ວ ຍັງສ້າງບັນຫາ ຫລາຍແນວທີ່ຕ້ອງ ໄດ້ແກ້ໄຂ.
ວັນທີ 16 ເດືອນ ກຸມພາ ປີ 2009
2009-02-16
ເລີ້ມແຕ່ວັນຈັນ ວັນທີ 16 ກຸມພາ 2009 ເປັນຕົ້ນໄປ ເຮົາຈະໄດ້ນຳ ເອົາບົດຄວາມຂອງ ພົງສວັນ ເຊິ່ງຈະໄດ້ ວິເຄາະແລະວິຈານ ເຫດການແລະ ປາກົດການສຳຄັນຕ່າງໆ ທີ່ເກີດຂື້ນຢູ່ ສປປລາວ ໃນປັດຈຸບັນ ມາສເນີທ່ານ,

















