ການສຶກສາ

ຣາຍການໆສຶກສາລາວ

ນັກສຶກສາມະຫາວິທຍາລັຍ ເປັນຫ່ວງນຳເຍົາວະຊົນລາວ

2009-11-13

ນັກສຶກສາຈາກ ມະຫາວິທຍາລັຍແຫ່ງຊາຕລາວ ເປັນຫ່ວງນຳບັນຫາ ຂອງເຍົາວະຊົນລາວ ທີ່ດ້ອຍໂອກາສ ຍັງມີຢ່າງ ຫລວງຫລາຍ ຈຶ່ງຢາກໃຫ້ທາງກາຣກ່ຽວຂ້ອງ ເອົາໃຈໃສ່ແກ້ໄຂ ພ້ອມກັບໃຫ້ມີກາຣ ຍົກຣະດັບຄຸນນະພາບ ກາຣສຶກສາໃນລາວ ໃຫ້ໄດ້ມາຕຖານ ສາກົລ. ດັ່ງ: ຫວາດ ສີມູນ ຈະນຳມາສເນີ ໃນອັນດັບຕໍ່ໄປ.... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click)ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"

ມະຫາວິທຍາລັຍ ແຫ່ງທີ່ 5 ໃນ ສປປລາວ

2009-10-15

ມະຫາວິທຍາລັຍ ແຫ່ງທີ່ 5 ໃນເມືອງລາວ ເປີດຂື້ນຢ່າງເປັນ ທາງກາຣ ໃນມື້ວັນທີ່ 12 ຕຸລາ 2009 ນີ້ ເພື່ອໃຫ້ເປັນ ສຖາບັນກາຣ ສຶກສາ ໃນເຂຕແຂວງ ພາຄກາງ ຕາມໂຄງກາຣ ພັທນາກາຣສຶກສາ ຂອງຣັຖບາລ ສປປລາວ. ດັ່ງ: ຫວາດ ສີມູນ ຈະນຳມາເສນີ ໃນອັນດັບ ຕໍ່ໄປ.

ສປປລາວ ເພີ່ມຄວາມຮ່ວມມື ດ້ານກາຣສຶກສາ ກັບ ສສວຽຕນາມ

2009-09-09

ທາງກາຣ ສປປລາວ ເພີ່ມຄວາມຮ່ວມມື ດ້ານກາຣສຶກສາກັບ ສສວຽຕນາມ ຫລາຍກວ່າເກົ່າ ເປັນກາຣສົ່ງເສີມ ດ້ານກາຣພັທນາ ຊັພຍາກອນມະນຸສ ແລະ ໃນຂນະດຽວກັນ ກໍມີນັກທຸຣະກິຈ ເຂົ້າລົງທຶນຫລື ທຳມາຄ້າຂາຍ ໃນລາວເພີ່ມຂື້ນ ຊື່ງອາຈເປັນກາຣ ແຂ່ງຊີງດ້ານວຽກກາຣ ກັບຄົນລາວ ໃນຂັ້ນຕໍ່ໄປກໍເປັນໄດ້. ດັ່ງ: ຫວາດ ສີມູນ ຈະນຳມາສເນີ ໃນອັນດັບຕໍ່ໄປ

ຜູ້ໄດ້ຮັບທຶນ ໃນໂຄງກາຣ “ສຶກສາມົ້ງ”

2009-07-17

ມະຫາວິທຍາລັຍ “ມີນນີໂຊຕ໊າ” ປະກາສຜູ້ໄດ້ຮັບທຶນ ໃນໂຄງກາຣ “ສຶກສາມົ້ງ” ສຳລັບສົກປີ 2009-2010. ຊື່ງຜູ້ຮັບທຶນໄດ້ແກ່ ນາງ Leena Her ເຊື້ອສາຍໄປຈາກ ປະເທສລາວ ແລະນາງ Alisia Giac-Thao Tran ເຊື້ອສາຍໄປຈາກ ວຽຕນາມ. Maysoly ມີຣາຍງານ ກ່ຽວກັບເຣື້ອງນີ້ ມາສເນີທ່ານ ໃນອັນດັບຕໍ່ໄປ ເຊີນຮັບຟັງໄດ້…..

ຣັຖບາລ ສີງຄະໂປ ໃຫ້ທຶນ ນັກຮຽນລາວ

2009-06-12

ສຳຫລັບ ສາຣະຄະດີ ກາຣສຶກສາ ປະຈຳ ສັປດານີ້ ຈະໄດ້ນຳເອົາ ເຣື່ອງກາຣຊ່ວຍເຫລືອ ທີ່ທາງຣັຖບາລ ສີງຄະໂປ ໃຫ້ທຶນກາຣ ສຶກສາ ແກ່ນັກຮຽນລາວ ໄປສຶກສາຕໍ່ ຢູ່ປະເທສ ສີງຄະໂປ ເປັນເວລາ 3-4 ປີມາເລົ່າ ສູ່ທ່ານຟັງ ຊື່ງກໍມີ ນັກຮຽນ ຊັ້ນມັທຍົມປາຍ ຫລາຍໆຄົນ ໃຫ້ຄວາມສົນໃຈ ແລະສົ່ງສຳເນົາ ຄຳຮ້ອງໄປຍັງ ສະຖານທູຕ ສີງຄະໂປ ທີ່ນະຄອນ ຫລວງວຽງຈັນ ກ່ອນວັນທີ່ 16 ມີຖຸນາ ນີ້ຊື່ງເປັນ ມື້ສຸດທ້າຍ ຂອງກາຣຮັບ ຄຳຮ້ອງດັ່ງ: ຫວາດ ສີມູນ ຈະນຳມາສເນີ ໃນອັນດັບ ຕໍ່ໄປ.

ເສັງອອກ ມັທຍົມປາຍ ແລະ ເສັງເຂົ້າ ມ.ຫ ວິທຍາລັຍ

2009-06-05

ສຳຫລັບ ສາຣະຄະດີ ການສຶກສາ ມື້ນີ້ ຈະໄດ້ນຳເອົາ ເຣື່ອງກາຣກະຕຣຽມ ການສອບເສັງອອກ ມັທຍົມ ປາຍໃນທົ່ວ ປະເທສຊື່ງມີ ນັກຮຽນ ທັງໝົດກວ່າ 44,900 ຄົນ ພ້ອມກັບຕຣຽມກາຣ ສອບເສັງເຂົ້າຮຽນ ຕໍ່ໃນຣະດັບ ມະຫາ ວິທຍາລັຍ ແຫ່ງຊາຕ ທີ່ສາມາດ ຮັບເອົາໄດ້ ບໍ່ເຖີງ 30% ແລະ ສ່ວນທີ່ເຫລືອນັ້ນ ກໍຈະຕ້ອງ ໄດ້ຮຽນເພີ່ມ ລໍຖ້າປີ ຕໍ່ໄປຫລື ບໍ່ກໍຊອກຫາ ວຽກເຮັດງານທຳ ເທົ່ານັ້ນ ດັ່ງ: ຫວາດ ສີມູນ ມີຣາຍລະອຽດ ມາສເນີ ໃນອັນດັບຕໍ່ໄປ.

ກາຣສັມພາສ ຫົວໜ້າແຜນກ ກາຣສຶກສາ

2009-05-29

ສຳຫລັບ ສາຣະຄະດີ ກາຣສຶກສາ ມື້ນີ້ຈະໄດ້ ນຳເອົາກາຣ ສັມພາສຂອງ ຫົວໜ້າແຜນກ ກາຣສຶກສາ ປະຈຳເຂຕ ນະຄອນຫລວງ ວຽງຈັນ ມາເລົ່າສູ່ ທ່ານຟັງ ກ່ຽວກັບກາຣ ກະຕຣຽມສອບເສັງ ມັທຍົມ ປະຈຳສົກປີ 2008-2009 ພ້ອມກັບກາຣ ປະຕິຮູບ ຣະບົບກາຣ ສຶກສາຂັ້ນ ມັທຍົມ ຕົ້ນອອກເປັນ 4ປີ ເພື່ອໃຫ້ໄດ້ ມາຕຖານ ສາກົລ ດັ່ງ: ຫວາດ ສີມູນ ຈະນຳມາ ສເນີ ໃນອັນດັບ ຕໍ່ໄປ.

ກາຣສອບເສັງ ປະຈຳປີ ປະຖົມສຶກສາ

2009-05-15

ສຳຫລັບ ສາຣະຄະດີ ກາຣສຶກສາ ປະຈຳ ສັປດານີ້ ຈະໄດ້ນຳເອົາ ເຣື່ອງກາຣກະຕຣຽມ ຂອງກາຣສອບເສັງ ປະຈຳປີ ຂອງປະຖົມ ສຶກສາ ແລະມັທຍົມ ໃນທົ່ວ ປະເທສລາວ ມາເລົ່າສູ່ທ່ານຟັງ ບາງຢ່າງ ຊື່ງຈະເຣີ່ມຂື້ນ ແຕ່ວັນທີ່ 18 ພືສພາ ນີ້ເປັນຕົ້ນໄປ ແຕ່ສະເພາະ ມັທຍົມປາຍ ນັ້ນ ຈະໄດ້ຈັດຂື້ນ ໃນຣະຫວ່າງ ສັປດາທີ່ 3 ຂອງເດືອນ ມີຖຸນາ ແລະຫລັງຈາກນັ້ນ ຈື່ງຈະມີກາຣ ສອບເສັງເຂົ້າຮຽນ ຕໍ່ໃນຣະດັບ ມະຫາວິທຍາລັຍ..... ດັ່ງ: ຫວາດ ສີມູນ ຈະນຳມາ ເສນີທ່ານ

ວິສາຂະບູຊາ ໂລກ

2009-05-09

ສຳຫລັບ ສາຣະຄະດີ ກາຣສຶກສາ ສັປດານີ້ ຈະໄດ້ນຳເອົາ ເຣື່ອງງານ ວິສາຂະບູຊາ ໂລກ ແລະກອງປະຊຸມ ສັມມະນາ ພຸທທະນາໆຊາຕ ທີ່ທາງອົງກາຣ ສົງລາວ ເຂົ້າຮ່ວມມາເລົ່າ ສູ່ທ່ານຟັງ ບາງຢ່າງ ຊື່ງທາງກາຣ ຣັຖບາລໄທຽ ຮັບເປັນເຈົ້າພາບ ຈັດຂື້ນໃນມື້ ວັນທີ່ 4-6 ພຶສພາ ນີ້...... ດັ່ງ ຫວາດ ສີມູນ ຈະນຳມາສເນີ ໃນອັນດັບຕໍ່ໄປ

ສັມພາສ ພາກສອງ ຫົວໜ້າ ຫ້ອງກາຣສຶກສາ

2009-05-01

ສຳຫລັບ ສາຣະຄະດີ ກາຣສຶກສາ ມື້ນີ້ ຈະໄດ້ນຳເອົາ ກາຣສັມພາສ ພາກທີ່ສອງ (II) ຂອງຫົວໜ້າ ຫ້ອງກາຣໆສຶກສາ ປະຈຳແຂວງ ຊຽງຂວາງ ມາເລົ່າສູ່ ທ່ານຟັງ ຊື່ງທ່ານໄດ້ ກ່າວເນັ້ນເຖີງ ບັນຫາກາຣ ຂາດແຄນທຶນຮອນ ເພື່ອສົມທົບເຂົ້າ ໃນໂຄງກາຣສ້າງ ຫໍພັກໃຫ້ແກ່ ບັນດານັກ ຮຽນຊົນເຜົ່າ ຕລອດຮອດ ສະຖານທີ່ຫ້ອງ ຮຽນເພື່ອຮອງຮັບ ຈຳນວນນັກຮຽນ ທີ່ຈະມີເພີ່ມ ຂື້ນຕາມໂຄງກາຣ ປະຕິຮູບ ກາຣສຶກສາໃໝ່ ທີ່ຈະເພີ່ມ ມັທຍົມຕົ້ນ ໃຫ້ເປັນ 4 ປີຮວມເປັນ ທັງໝົດ 7 ປີດ້ວຍກັນ ກ່ອນທີ່ຈະເຂົ້າ ຮຽນຕໍ່ໃນ ຣະດັບມະຫາ ວິທຍາລັຍໄດ້.