ການສຶກສາ

ຣາຍການໆສຶກສາລາວ

ກາຣສອນ-ກາຣຮຽນ ຜ່ານຣະບົບທາງໄກ

2008-11-21

ສຳຫລັບ ສາຣະຄະດີ ກ່ຽວກັບ ກາຣສຶກສາມື້ນີ້ ຈະໄດ້ນຳເອົາເຣື່ອງ ກາຣຮຽນ ຜ່ານຣະບົບ ທາງໄກຕ່າງໆ ມາເລົ່າສູ່ ທ່ານຟັງ ຊື່ງເປັນ ວິທີໜື່ງ ໃນກາຣຍົກຣະດັບ ຄວາມຮູ້ ແລະ ຄວາມສາມາຖ ພ້ອມຍັງຈະເປັນກາຣຊ່ວຍ ໃນດ້ານຫາວຽກເຮັດງານທຳ ຕາມວິຊາຊີພ ທີ່ຕົນເລືອກ ເພື່ອຄວາມ ກ້າວໜ້າ ແລະ ກໍມີກາຣປະຕິບັຕກັນ ຢ່າງແພ່ຫລາຍ ໃນບັນດາປະເທສ ທີ່ເຈຣີນ ແຕ່ສະເພາະ ບັນດາປະເທສທີ່ ກຳລັງພັທນາເຊັ່ນ ສປປລາວ ກໍເຣີ່ມມີ ກາຣນຳໃຊ້ ເຄືອຂ່າຍ ອິນເທີເນຕ ຫລາຍຂື້ນແດ່ແລ້ວ.

ການສຶກສາ ມີຄວາມສໍາຄັນ ໃນການຫລຸດຜ່ອນ ຄວາມທຸກຈົນ

2008-11-14

ປະຊາຊົນ ຊາວລາວ ທີ່ຖືກຈັດເຂົ້າ ໃນກຸ່ມ ທີ່ບໍ່ຮູ້ໜັງສື ຍັງມີອັຕຣາ ເສລັ່ຽ ທີ່ສູງ ບໍ່ຕໍ່າກວ່າ 20% ທີ່ອາຈເຮັດໃຫ້ ທາງກາຣ ສປປລາວ ບໍ່ສາມາຖ ບັນລຸ ເຖີງເປົ້າໝາຍ ທີ່ຫວັງ ຈະເຮັດໃຫ້ ເມືອງລາວຫລຸດພົ້ນ ອອກຈາກ ຖານະກາຣ ເປັນປະເທດ ທີ່ຍາກຈົນ ໃຫ້ໄດ້ ພາຍໃນປີ 2020 ທີ່ຈະມາເຖີງ ໃນໄວໆນີ້.

ເກົາຫລີໃຕ້ ຊ່ວຍປຸກສ້າງ ໂຮງຮຽນ ໃນ ສປປລາວ

2008-11-07

ອົງກາຣ ອາສາສມັກ ເກົາຫລີໃຕ້ ຮ່ວມມື ຊ່ວຍປຸກສ້າງ ໂຮງຮຽນ ຫລາຍແຫ່ງໃນ ສປປລາວ, ຊື່ງຄັ້ງ ລ່າສຸດ ແມ່ນຢູ່ແຂວງວຽງຈັນ ໃນສັປດາ ຜ່ານມານີ້.

ຣະບົບ ກາຣເລືອກຕັ້ງ ປະທານາທິບໍດີ ສະຫະຣັຖ

2008-10-31

ສຳຫລັບ ສາຣະຄະດີ ດ້ານກາຣສຶກສາ ມື້ນີ້ ຈະໄດ້ນຳເອົາ ຣະບົບ ກາຣເລືອກຕັ້ງ ເອົາປະທານາທິບໍດີ ສະຫະຣັຖ ໂດຽຫຍໍ້ໆ ມາເລົ່າສູ່ທ່ານຟັງ ໂດຽສະເພາະ ເຣື່ອງຣະບົບ ທີ່ໃຊ້ຜູ້ຕາງໜ້າ ປະຊາຊົນ ຈາກແຕ່ລະເຂຕ ຂອງທຸກໆຣັຖ ເປັນຜູ້ຊີ້ຂາດ ແທນທີ່ ຈະເອົາຕາມ ຄະແນນສຽງ ຂອງກາຣສນັບສນູນ ຈາກປະຊາຊົນ ທີ່ໄປປ່ອນບັຕ ໂດຽກົງນັ້ນໂລດ.

ກາຣຮຽນ-ກາຣສອນ ຢູ່ກັບບ້ານ (ຕໍ່)

2008-10-24

ຣະບົບ ກາຣຮຽນ-ກາຣສອນ ຢູ່ກັບບ້ານເຮືອນ ໃນສະຫະຣັຖ ມາເລົ່າສູ່ທ່ານຟັງ ຕື່ມອີກ ຊື່ງໄດ້ຮັບຄວາມນິຍົມ ປະຕິບັຕກັນ ໃນ ຫລາຍປະເທດ.

ກາຣຮຽນ-ກາຣສອນ ຢູ່ກັບບ້ານ

2008-10-17

ສຳຫລັບ ສາຣະຄະດີ ດ້ານກາຣສຶກສາ ມື້ນີ້ ຈະໄດ້ ນຳເອົາຣະບົບ ກາຣຮຽນ-ກາຣສອນ ຢູ່ກັບເຮືອນໃນສະຫະຣັຖ ມາເລົ່າສູ່ ທ່ານຟັງ ຊື່ງປັຈຈຸບັນ ໄດ້ຮັບຄວາມນິຍົມ ແລະ ປະຕິບັຕກັນ ຫລາຍ ເພື່ມຂື້ນ ແລະ ມີກາຣຂຍາຍໄປ ທົ່ວໂລກ ແລະ ຍັງມີແນວໂນ້ມ ທີ່ເພີ່ມທະວີຂື້ນ ຫລາຍກວ່າເກົ່າ ທີ່ອາຈໄປເຖີງເມືອງລາວ ໃນວັນໜື່ງຂ້າງໜ້າ ອັນໃກ້ນີ້ ກໍເປັນໄດ້

ການສຶກສາ: ສລອງ ວັນຄຣູ

2008-10-10

ສຳລັບ ສາຣະຄະດີ ກາຣສຶກສາມື້ນີ້ ຈະໄດ້ນຳເອົາ ເຣື່ອງກາຣສລອງ ວັນຄຣູ ແລະ ຄວາມເປັນມາ ບາງຢ່າງ ມາເລົ່າສູ່ທ່ານຟັງ ຊື່ງມີກາຣສລອງກັນ ໃນຫລາຍປະເທດທົ່ວໂລກ ແລະທາງກາຣ ສປປລາວ ກໍຈັດຂື້ນ ໃນມື້ວັນທີ່ 7 ຕຸລາ ຂອງທຸກໆປີ.

ຜູ້ປົກຄອງ ຮຽກຮ້ອງ ຣັຖບານ ສືບສວນ ວັສດຸ ກໍ່ສ້າງ ໂຮງຮຽນ ທີ່ພັງ ເມື່ອ ແຜ່ນດິນໄຫວ ຜ່ານມາ

2008-05-30

ສຳຫລັບ ສາຣະຄະດີ ກ່ຽວ ດ້ານ ກາຣສຶກສາ ມື້ນີ້ ຈະໄດ້ ນຳເອົາ ບັນຫາ ທີ່ ເກີດ ຈາກພັຍທັມຊາຕ ແຜ່ນດິນໄຫວ ຢູ່ ແຂວງ Sichuan ໃນ ມື້ວັນ ທີ່ 12 -13 ພຶສພາ ນີ້ ມາເລົ່າ ສູ່ ທ່ານ ຟັງ, ໂດຽສະເພາະ ໃນ ຈຳພວກ ທີ່ ເສັຽຊີວີຕ ໄປ ຫລາຍໝື່ນ ຄົນ ນັ້ນ ເປັນ ເດັກນ້ອຍ ນັກຮຽນ ບໍ່ຕໍ່າກວ່າ 900 ຄົນ ຈາກ ໂຮງຮຽນ ທີ່ ອາຈ ຖືກ ສ້າງຂື້ນດ້ວຍ ເຄື່ອງ ອຸປກອນ ທີ່ ຂາຕ ຄຸນນະພາບ ຈຶ່ງ ຫັກ ເພພັງ ລົງ ອັນເປັນເຫຕ ໃຫ້ ຜູ້ເປັນ ພໍ່ແມ່ ແລະ ຍາຕພີ່ນ້ອງ ໂກດແຄ້ນ ແລະ ພາກັນ ປະທ້ວງ ທວງ ໃຫ້ ຣັຖບາລ ສືບສວນ.

ໂຮມ ຊຸມນຸມ ສິລປິນ ລາວ ຕ່າງແດນ ທີ່ Lowell, Massachusetts

2008-05-29

ສຳຫລັບ ສາຣະຄະດີ ກ່ຽວ ດ້ານ ກາຣສຶກສາ ມື້ນີ້ ຈະໄດ້ ນຳເອົາ ກາຣຈັດງານ ໂຮມ ຊຸມນຸມ ສິລປິນ ລາວ ຕ່າງແດນ ທີ່ ຈັດຂຶ້ນ ຢູ່ ເມືອງ Lowell, ຣັຖ Massachusetts, ໃນ ມື້ ວັນທີ່ 24 ພຶສພາ 2008 ນີ້ ມາ ເລົ່າ ສູ່ ທ່ານ ຟັງ ຊຶ່ງ ຖືເປັນ ເທື່ອ ທຳອິດ ທີ່ ບັນດາ ນັກສິລປິນ ລາວ ທີ່ ເຄີຽ ມີ ຊື່ສຽງ ແຕ່ ໃນ ອະດີດ ມາຮ່ວມ ອອກແນວຄິດ ແລະ ເພື່ອ ສົ່ງເສີມ ເຍົາວະຊົນ ຣຸ້ນ ນ້ອຍໄດ້ ຮັກສາໄວ້ ຍັງ ສິລປະ ແລະ ວັທນາທັມ ອັນ ດີງາມ ຂອງ ລາວ ໄວ້.