ບັນຫາບາງຢ່າງທີ່ ກີດກັ້ນກາຣ ພັທນາກາຣສຶກສາ ຢູ່ ສປປລາວ ທີ່ທາງກາຣ ກ່ຽວຂ້ອງຂອງລາວ ພຍາຍາມປັບປຸງ ແລະສົ່ງເສີມເພື່ອ ໃຫ້ສາມາດ ລົບລ້າງກາຣ ກືກໜັງສື ແລະເຮັດ ໃຫ້ເມືອງລາວ ລຸດຜົ້ນອອກ ຈາກກາຣເປັນ ປະເທສທີ່ຍາກຈົນ ປະເທສໜື່ງ ໃນໂລກໃຫ້ ໄດ້ໃນປີ 2020 ທີ່ຈະມາເຖີງ ໃນໄວໆນີ້
ພາຍຫລັງ ສົກປີກາຣ ສຶກສາ 2008-2009 ໄດ້ເຣີ່ມແຕ່ຕົ້ນ ເດືອນກັນຍາ ຜ່ານມາ ປາກົດວ່າ ທາງກະຊວງ ສຶກສາທິກາຣ ລາວໄດ້ເອົາ ໃຈໃສ່ ເປັນພິເສດ ໃນດ້ານ ປັບປຸງ ຣະບົບ ກາຣສຶກສາ ໃຫ້ໄດ້ທັ້ງ ປະຣິມາຣ ແລະຄຸນພາບ ດ້ວຍກາຣຈັດຫາ ງົບປະມາຣ ຈາກທາງກາຣ ຕ່າງປະເທສ ແລະອົງກາຣ ຈັດຕັ້ງສາກົລ ຕ່າງໆ ເພື່ອ ຊ່ວຍສົ່ງເສີມ ແລະຝຶກອົບຮົມ ບັນດາຄຣູ ອາຈາຣ ຢູ່ຕາມ ສະຖາບັນ ກາຣສຶກສາ ຕ່າງໆໃນ ທົ່ວປະເທສ.
ນອກຈາກນັ້ນ ຍັງໄດ້ຈັດ ສົ່ງນັກສຶກສາ ໄປຮຽນຕໍ່ ຕາມປະເທສ ເພື່ອນບ້ານເຊັ່ນ: ໄທຽ ວຽຕ ນາມແລະ ສປຈີນ ເຊັ່ນດຽວກັບ ທີ່ເຄີຽ ປະຕິບັຕມາ ໄດ້ຫລາຍທົສວັຕ ແລ້ວນັ້ນ ດ້ວຍຄວາມຫວັງ ທີ່ຈະໃຫ້ ສາມາດບັນລຸ ເປົ້າໝາຍກາຣ ລົບລ້າງຄວາມ ບໍ່ຮູ້ໜັງສືຫລື “ກາຣກືກໜັງສື” ຂອງປະຊາຊົນ ໃຫ້ໄດ້ພາຍ ໃນປີ 2015 ພ້ອມກັບ ສົ່ງເສີມໃຫ້ ເຍົາວະຊົນ ຮຽນຈົບຣະດັບ ມັທຍົມຕົ້ນ ໃຫ້ໄດ້ເປັນ ຢ່າງຕໍ່າພາຍ ໃນປີ 2020 ຊື່ງເປັນປີ ດຽວກັບໂຄງກາຣ ທີ່ຈະເຮັດ ໃຫ້ເມືອງລາວ ລຸດພົ້ນ ອອກຈາກ ກາຣເປັນປະເທສ ທີ່ ຍາກຈົນທີ່ສຸດ ປະເທສໜື່ງ ໃນໂລກໃຫ້ ໄດ້ນັ້ນ.
ເພື່ອບັນລຸ ຖີງເປົ້າໝາຍ ດັ່ງກ່າວນີ້ ດຣ. ສົມກົຕ ມັງໜໍ່ເມຄ ຣັຖມົນຕຣີ ກະຊວງສຶກສາ ທິກາຣ ຂອງລາວ ຈື່ງຮຽກທວງ ຕໍ່ທຸກພາຄ ສ່ວນກ່ຽວຂ້ອງ ໃນແຂນງກາຣ ສຶກສາ ໄດ້ຮ່ວມກັນ ເອົາໃຈໃສ່ ແກ້ໄຂ ແລະປັບປຸງ ຊື່ງທາງ ນັກຊ່ຽວຊານ ດ້ານກາຣສຶກສາ ຊາວຕ່າງປະເທສ ກໍໃຫ້ ທັສນະວ່າ ຄົງຈະເປັນ ໄປໄດ້ຍາກ ຍ້ອນທາງ ກາຣ ສປປລາວ ຍັງປະສົບ ຕໍ່ບັນຫາ ກາຣຂາດແຄນ ງົບປະມານ ຕລອດມາ ແລະອີກຢ່າງໜື່ງ ຈຳນວນເດັກນ້ອຍ ລາວໃນ ວັຍຮຽນ ຫລືໃນກຸ່ມ ທີ່ມີອາຍຸ ແຕ່ 6 ປີ ຂື້ນໄປຫາ 15 ປີໃນທົ່ວ ປະເທສ ກໍມີຢ່າງ ຫລວງຫລາຍ ໂດຽສະເພາະ ຕາມ ເຂຕທີ່ຢູ່ ຫ່າງໄກ ສອກຫລີກ ໃນຫລາຍແຂວງ ທົ່ວປະເທສ ກໍຍັງບໍ່ໄດ້ ມີໂອກາສເຂົ້າ ຮຽນເລີຽນັ້ນ ກໍມີຈຳນວນ ບໍ່ນ້ອຍ.
ພ້ອມດຽວກັນນັ້ນ ກໍມີບັນຫາ ດ້ານກາຣເບີກ ເງີນເດືອນ ໃຫ້ແກ່ບັນດາ ຄຣູ-ອາຈາຣສອນ ທີ່ບໍ່ໄດ້ ຢ່າງສມໍ່າສເມີ ໃນແຕ່ລະເດືອນ ອັນເປັນກາຣ ສ້າງບັນຫາ ສຳຫລັບ ກາຣດຳຣົງ ຊີວີຕຂອງ ຄຣູສອນໃນ ແຕ່ລະທ້ອງຖີ່ນ ຊື່ງມີຄວາມ ແຕກຕ່າງກັນ ກັບຈຳພວກຄຣູ-ອາຈາຣ ຢູ່ຕາມ ຕົວເມືອງໃຫຍ່ ທີ່ອາຈສາມາດ ມີຣາຍໄດ້ ເສີມຈາກ ກາຣປະກອບ ອາຊີພອື່ນ ຄຽງຄູ່ກັນ ໄປຫລືຕ້ອງ ປະລະໜ້າທີ່ ໄປຫາເຮັດ ວຽກງານແບບ ໃໝ່ກໍເປັນໄດ້ ກ່ຽວກັບເຣື່ອງ ນີ້ເຈົ້າໜ້າ ທີ່ອົງກາຣ ພັທນາກາຣ ສຶກສາ ໂລກອາທອນ ປະຈຳແຂວງ ເຊກອງ ທາງພາຄໃຕ້ ຂອງລາວ ໄດ້ກ່າວ ໃຫ້ທັສນະວ່າ: “ຖ້າເປັນ (ໂຮງຮຽນ) ສາມັນ ເຮົາຈະມີ ບັນຫາກ່ຽວຂ້ອງ ທາງດ້ານ ຊຸມຊົນ ໂດຽ ສະເພາະ ແລະກໍທາງ ພາຄສ່ວນທີ່ ເຮົາຮ່ວມວຽກ ກໍຄືພາຄ ສ່ວນຣັຖ ເພາະວ່າຣັຖ ຈະເປັນຜູ້ ສນັບສນູນ ເງີນເດືອນ ສຳຫລັບຄຣູ ເວລາຄຣູ ທີ່ເຂົາເຈົ້າ ບໍ່ໄດ້ ເງີນເດືອນ ປົກຕິ ເຂົາເຈົ້າກໍ ຈະຂາດສອນ”
ເຈົ້າໜ້າທີ່ ດັ່ງກ່າວຍັງ ໄດ້ໃຫ້ກາຣ ອະທິບາຍ ເພີ່ມວ່າ: ນອກຈາກ ບັນດາຄຣູ ທີ່ບໍ່ສາມາດ ປະຕິບັຕ ຕາມໜ້າທີ່ ກາຣສອນຍ້ອນ ບັນຫາ ທາງປາກທ້ອງ ໃນແຕ່ລະມື້ ແລ້ວນັ້ນ ຍັງມີບັນຫາ ທີ່ທາງ ດ້ານກາຣຂາດ ແຄນສະຖານທີ່ ແລະອຸປກອຣ ກາຣສິດສອນ ອີກເຊັ່ນກັນ ຕລອດຮອດ ບັນຫາທີ່ ນັກຮຽນບໍ່ເຂົ້າ ໂຮງຮຽນຕາມ ປົກຕິ ອີກດ້ວຍ ເພາະຕ້ອງໄດ້ ຊ່ວຍເຫລືອ ພໍ່ແມ່ຢູ່ທາງບ້ານ ຫລືຢູ່ ຕາມໄຮ່-ສວນຕ່າງໆ ນັ້ນຕື່ມອີກ ພ້ອມດຽວກັນນັ້ນ ໃນເມື່ອຮຽນ ຈົບຊັ້ນປະຖົມ ແລ້ວບັນດາ ເດັກນ້ອຍ ໃນວັຍຮຽນ ດັ່ງກ່າວກໍ ບໍ່ສາມາດ ໄປຮຽນຕໍ່ ຂັ້ນມັທຍົມ ນັ້ນກໍມີຢ່າງ ຫລວງຫລາຍ ເຊັ່ນກັນ ໃນແຕ່ລະປີ.
ສຳຫລັບ ໂຄງກາຣທີ່ ທາງກະຊວງ ສຶກສາທິກາຣ ລາວພຍາຍາມ ສົ່ງເສີມເພື່ອ ໃຫ້ທຸກຄົນ ໃນທົ່ວປະເທສ ສາມາດ ອ່ານອອກ ຂຽນເປັນ ຊື່ງກວມຢູ່ ໃນໂຄງກາຣ ລົບລ້າງ ກາຣກືກໜັງສື ດ້ວຍ ກາຣຈັດໃຫ້ ມີຣະບົບ ກາຣສຶກສາ ນອກໂຮງຮຽນ ຫລື່ທີ່ຮູ້ ກັນດີໂດຽ ທົ່ວໄປວ່າ “ກາຣສຶກສາຜູ້ໃຫຍ່” ນັ້ນປາກົດ ວ່າຍີ່ງ ມີບັນຫາ ດັ່ງຈະເຫັນ ໄດ້ຈາກ ປະຊາຊົນ ໃນຈຳພວກ ທີ່ມີອາຍຸແຕ່ 16 ຫາ 40 ປີຢູ່ ແຂວງເຊກອງ ເຊັ່ນກັນ ທີ່ວ່າບໍ່ ຄ່ອຍຈະສົນໃຈ ໃນກາຣຮໍ່າຮຽນ ດັ່ງກ່າວນີ້ແຕ່ ປະກາຣໃດ ດັ່ງເຈົ້າໜ້າທີ່ ອົງກາຣ ສຶກສາໂລກ ອາທອນ ໄດ້ກ່າວເພີ່ມ ໃນຕອນໜື່ງວ່າ: “ສີ່ງສຳ ຄັນ (ກໍ) ຄືເຂົາເຈົ້າ ບໍ່ຢາກຮຽນ ເພາະວ່າເຂົາ ເຈົ້າຄິດວ່າ ໃຫຍ່ແລ້ວ ເຂົາເຈົ້າຈື່ງ ບໍ່ຈຳເປັນ ຕ້ອງຮຽນກໍໄດ້ ເຂົາເຈົ້າມີ ເວລາໃນ ກາຣທຳມາຫາກີນ ຫລາຍກວ່າ ເຂົາເຈົ້າກໍຈະ ບໍ່ຮຽນເທົ່າໃດ ຫລືວ່າ ເຂົາເຈົ້າ ໃຫຍ່ແລ້ວ ເຂົາເຈົ້າເຣີ່ມ ສິເຖົ້າແລ້ວ ກໍຊິ ບໍ່ຕ້ອງກາຣ ຮຽນຮູ້ຫລາຍ!”
ຍານາງ ໄດ້ກ່າວ ເນັ້ນວ່າ ຊົນຊາວລາວ ກຸ່ມນີ້ສ່ວນຫລາຍ ເປັນຊົນເຜົ່າ ສ່ວນນ້ອຍ ແລະບາງຄົນ ກໍບໍ່ສາມາດ ເວົ້າພາສາ ລາວໄດ້ເລີຽ ຈື່ງເປັນບັນຫາ ໃນດ້ານກາຣ ຕິດຕໍ່ສື່ສາຣ ຣະຫວ່າງກັນ ແຕ່ວ່າທາງ ກາຣກ່ຽວຂ້ອງ ກໍບໍ່ສິ້ນສຸດ ໃນກາຣ ພຍາຍາມຕໍ່ໆໄປ ດັ່ງທີ່ຍານາງ ໄດ້ກ່າວຢ້ຳ ອີກວ່າ: “ເຮົາກໍຈະບໍ່ ໃຊ້ກາຣບັງຄັບ ແຕ່ວ່າ ຈະແຈ້ງໃຫ້ ເຂົາເຈົ້າຮູ້ວ່າ (ທີ່) ເຂົ້າມາຮຽນ ແລ້ວກໍມີ ຜູ້ນີ້ (ແລະ) ຜູ້ນີ້ ຈະຂໍຮ້ອງ ໃຫ້ເຂົາເຈົ້າ ເຂົ້າມາຮຽນ ແລະກໍຈະມີ ກາຣອິທິບາຍ ເຫຕຜົນ ຕ່າງໆ ວ່າເປັນຫຍັງ (ຕ້ອງຮຽນ) ເປັນສ່ວນຫລາຍ ມັນກໍຈະ ມີບາງບ້ານ ເທົ່ານັ້ນທີ່ ເຂົາເຈົ້າບໍ່ ຄ່ອຍເຂົ້າໃຈ ແຕ່ວ່າສ່ວນ ຫລາຍກໍຈະ ເຂົ້າໃຈ!”
ຢ່າງໃດ ກໍຕາມ ບັນຫາຂອງ ກາຣພັທນາ ກາຣສຶກສາ ໃນລາວ ບໍ່ແມ່ນແຕ່ ທາງດ້ານ ກາຣສຶກສາ ຜູ້ໃຫຍ່ ຫລືຣະບົບ ກາຣສຶກສາ ນອກໂຮງຮຽນ ຕາມເຂຕແຂວງ ຊົນບົທ ເທົ່ານັ້ນ ແຕ່ຫາກກວມໄປເຖີງທຸກ ພາຄສ່ວນຕາມ ເມືອງໃຫຍ່ໃນ ທົ່ວປະເທສ ຕລອດຮອດກາຣ ປະລະໜ້າ ທີ່ຂອງຄຣູ-ອາຈາຣ ເພື່ອປະກອບ ອາຊີພອື່ນໆ ທີ່ວ່າອາຈຈະ ໄດ້ຮັບຜົລ ຕອບແທນຫລາຍ ກວ່ານັ້ນກໍມີ ຢ່າງຫລວງຫລາຍ ພ້ອມກັບເຣື່ອງ ທີ່ບັນດາ ນັກຮຽນບໍ່ ໄປເຂົ້າໂຮງຮຽນ ຕາມປົກຕິ ເທົ່າທີ່ຄວນ ທີ່ຖືວ່າ ເປັນບັນຫາ ອັນໜັກໜ່ວງ ທີ່ທາງເຈົ້າ ໜ້າທີ່ກ່ຽວຂ້ອງ ຂອງລາວ ຕ້ອງໄດ້ແກ້ໄຂ ດັ່ງທີ່ອາຈາຣ ຄຳພວງ ຈູມມາລີ ຫົວໜ້າແຜນກ ສຶກສາ ນະຄອນຫລວງ ວຽງຈັນ ໄດ້ ອະທິບາຍ ບາງຢ່າງໃຫ້ ຟັງຫວ່າງມໍ່ໆ ມານີ້ວ່າ: “ສາເຫຕຂອງ ອັຕຣາກາຣ ປະລະຂອງນັກຮຽນ ນີ້ ສ່ວນຫລາຍ ແມ່ນບັນຫາ ກ່ຽວກັບເຣື່ອງ ຄັນແມ່ນຢູ່ ເຂຕໃນ ເມືອງ ເນາະ ສ່ວນຫລາຍ ກະຊິແມ່ນ ບັນຫາ ສະພາບເສຖກິຈ ຄອບຄົວ ອັນນີ້ແມ່ນ ອັນໜື່ງ ໃນເມື່ອວ່າ ເສຖກິຈຄອບຄົວ ຫຍຸ້ງຍາກ ສັບສົນ ເຂົາຈະອອກ ໄປຫາ ວຽກເຮັດງານທຳ ສະເພາະຢູ່ ໃນຕົວເມືອງ. ບາຕນີ້ ເຂຕຊາຍແດນ ໂຕຊາຍແດນນີ້ ສ່ວນຫລາຍ ກໍໄປນຳພໍ່ ນຳແມ່ ໄປຫາເຮັດ ວຽກເຮັດງານ ຢູ່ຕ່າງປະເທສ ທີ່ບໍ່ ຖືກຕ້ອງຕາມ ກົດໝາຍ ຄັນຢູ່ເຂຕຊົນ ບົທແທ້ໆ ນັ້ນແລ້ວແມ່ນ ຈຳນວນໜື່ງນີ້ ຄືພວກ ຊົນເຜົ່ານີ້ ອອກຈາກ ໂຮງຮຽນໄປ ເພື່ອໄປສ້າງ ຄອບຄົວ ເອົາກັນວ່າ ຈັງຊັ້ນ ສາ ໂດຽສະເພາະ ແມ່ນເຂຕພວກ ຊົນເຜົ່າ ຂອງພວກເຮົາ ສ່ວນຫລາຍຈະ ເປັນແນວນັ້ນ!”
ເຖີງຢ່າງໃດ ກໍຕາມ ເພື່ອຈະໃຫ້ ສາມາດບັນລຸ ເປົ້າໝາຍ ທີ່ທາງກາຣ ສປປລາວ ໄດ້ວາງໄວ້ນັ້ນ ໂດຽສະເພາະ ເພື່ອລົບລ້າງ ກາຣກືກໜັງສື ກາຣຈົບປີ ຮຽນຣະ ດັບມັທຍົມ ເປັນຢ່າງຕໍ່າ ຕລອດຮອດ ຄວາມຫວັງທີ່ຈະ ໃຫ້ມີກາຣ ພັທນາເຈຣີນ ກ້າວໜ້າໃຫ້ ໄດ້ພາຍໃນປີ 2020 ຢ່າງແທ້ ຈີງນັ້ນ ທາງກາຣລາວ ຄວນຈະ ເອົາໃຈ ໃສ່ແກ້ໄຂ ບັນຫາເສຖກິຈ ທົ່ວປະເທສ ເສັຽກ່ອນ ແລະທາງ ເຈົ້າໜ້າທີ່ ກ່ຽວຂ້ອງກໍຕ້ອງ ໄດ້ມີສ່ວນ ຮ່ວມກັບ ທາງໂຮງຮຽນ ໃຫ້ຫລາຍ ກວ່າເກົ່າ ເພື່ອຮຽກຮ້ອງ ຜູ້ປົກຄອງ ແລະພໍ່ແມ່ ເອົາໃຈໃສ່ ແນະນຳບໍ່ໃຫ້ ເດັກນ້ອຍຂາດ ໂຮງຮຽນ ເປັນກາຣຊ່ວຍກັນ ແກ້ໄຂ ເຖີງແມ່ນວ່າ ໃນຣະຍະ ທີ່ຜ່ານມາ ສາມາດ ປະຕິບັຕ ໄດ້ແຕ່ພຽງ ສ່ວນນ້ອຍເທົ່າ ນັ້ນກໍຕາມ
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.